ຍ່າງທ່ຽວນະຄອນໂຮ່ຈີມິນ
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ພູນຊັບ ເທວົງສາ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ນະຄອນໂຮ່ຈິມິນ ມີລົດຈັກກວ່າ 9 ລ້ານຄັນ ແລະ ຜູ້ຂຽນເອງກໍຮູ້ສຶກຄືກັບວ່າ ຈະຖືກລົດຈໍານວນດັ່ງກ່າວແລ່ນມາຕໍາເກືອບທຸກຄັນ. ການຍ່າງຂ້າມທາງທີ່ເມືອງແຫ່ງນີ້ບໍ່ຕ່າງຫຍັງກັບການຫຼິ້ນເກມວັດໃຈ ເຊິ່ງຄົນຂວັນອ່ອນອາດຈະບໍ່ເໝາະສົມທີ່ຈະລອງ. ມີເຄັດລັບໜຶ່ງທີ່ຫຼາຍຄົນບອກນັ້ນກໍຄື ຈົ່ງຍ່າງຊ້າໆ ດ້ວຍຈັງຫວະທີ່ສະໝໍ່າສະເໝີ ແຕ່ຫ້າມຢຸດ ຫຼື ແລ່ນ ແລະ ຫ້າມເຄື່ອນໄຫວຮ່າງກາຍກະທັນຫັນ ແລ້ວພວກລົດຈັກທີ່ແລ່ນຜ່ານຫຼາຍພັນຄັນກໍຈະຫຼົບຫຼີກອ້ອມຕົວຂອງທ່ານ ຄືກັບສາຍນໍ້າທີ່ໄຫຼຜ່ານໂຂດຫີນ ຕາບໃດທີ່ທ່ານບໍ່ຕື່ນຕົກໃຈຈົນເຮັດໃຫ້ຜູ້ຂັບຂີ່ຈໍາເປັນຕ້ອງປ່ຽນທິດທາງໃໝ່. ເມື່ອກ່ອນເມືອງແຫ່ງນີ້ຖືກເອີ້ນວ່າໄຊງ່ອນຕົວເມືອງທີ່ເຕັມໄປດ້ວຍເລື່ອງເລົ່າທາງປະຫວັດສາດ ບໍ່ຕ່າງຈາກວັດທະນະທໍາກາເຟອັນລືຊ່າ ແລະ ມື້ນີ້ ຜູ້ຂຽນຕ້ອງການຊຶມຊັບເອົາທັງສອງສິ່ງນີ້ໃຫ້ໄດ້ຫຼາຍທີ່ສຸດ.
ເມື່ອກ້າວເຂົ້າສູ່ເຂດໃຈກາງເມືອງເກົ່າ, ປາກົດວ່າປະສາດສໍາຜັດຂອງຜູ້ຂຽນລ້ວນຖືກຈູ່ໂຈມແບບກະທັນຫັນ ມີທັງສຽງແກລົດດັງສະໜັ່ນທ່າມກາງກະແສການຈະລາຈອນອັນສັບສົນວຸ້ນວາຍ ແລະ ກິ່ນຫອມຈາກຮ້ານຂາຍອາຫານແຄມທາງທີ່ຕັ້ງຢັ່ງຢາຍຕາມເສັ້ນທາງຄົນຍ່າງ ສ່ວນຜູ້ຄົນໃນທ້ອງຖິ່ນຕ່າງກໍນັ່ງບຽດກັນຢູ່ເທິງຕັ່ງເຕ້ຍໆເກືອບຈະເທົ່າກັບຕັ່ງນັ່ງຂອງເດັກນ້ອຍ ເຊິ່ງຕ່າງຄົນຕ່າງກໍກົ້ມໜ້າຊົດນໍ້າແກງຮ້ອນໆຈາກຖ້ວຍທີ່ພວມສົ່ງອາຍອຸ່ນອອກມາແບບບໍ່ຂາດສາຍ. ຜູ້ຂຽນພະຍາຍາມຫຼົບຫຼີກ ແລະ ບຽດຕົວໄປຕາມວ່າງຂອງຝູງຊົນ ແລະ ໃນທີ່ສຸດກໍມາຮອດຈຸດໝາຍທໍາອິດຂອງວັນ ນັ້ນກໍແມ່ນ ຫໍພິພິທະພັນນະຄອນໂຮ່ຈິມິນ ເຊິ່ງຄັ້ງໜຶ່ງເຄີຍເປັນພະລາຊະວັງຍາລອງ (Gia Long Palace) ແລະ ກ່ອນໜ້ານັ້ນກໍເຄີຍເປັນທີ່ພັກຂອງຜູ້ວ່າການ ໂຄຊິນໄຊນາ (Cochinchina) ໃນລະບອບການປົກຄອງຂອງຝຣັ່ງ.

ຜູ້ຂຽນມັກເລີ່ມຕົ້ນທໍາຄວາມຮູ້ຈັກສະຖານທີ່ແຫ່ງໃໝ່ດ້ວຍການແວ່ຊົມຫໍພິພິທະພັນກ່ອນເປັນປະຈໍາ. ຖ້າຈະເວົ້າອີກຢ່າງໜຶ່ງມັນກໍຄືກັບການໂກງເລັກໜ້ອຍ ເນື່ອງຈາກພຽງແຕ່ໃຊ້ເວລາຢູ່ດ້ານໃນປະມານໜຶ່ງຊົ່ວໂມງ, ພາບຂອງຕົວເມືອງທີ່ເຫັນຢູ່ພາຍນອກກໍເລີ່ມເຊື່ອມໂຍງເຂົ້າຫາກັນ ແລະ ມີຄວາມໝາຍຂຶ້ນມາທັນທີ. ຫໍພິພິທະພັນແຫ່ງນີ້ໄດ້ຊັກຈູງຜູ້ຂຽນໃຫ້ສາມາດເດີນທາງຜ່ານເລື່ອງລາວ ນັບແຕ່ສະໄໝປະຫວັດສາດຍຸກບູຮານໄປຈົນຮອດສົງຄາມອາເມລິກາ, ສ່ວນດ້ານໜ້າຂອງຫໍພິພິທະພັນ ກໍມີການວາງສະແດງຍານພາຫະນະຕ່າງໆທີ່ຈອດລຽນລາຍຢ່າງໜ້າສົນໃຈ ໂດຍມີທັງລົດສະປອດຫຼູຍຸກປີ 1930 ຈອດຄຽງຂ້າງ ເຮລີຄອບແຕ່ໃນຍຸກສົງຄາມ ຄ້າຍກັບວ່າ ແມ່ນແຕ່ປະຫວັດສາດເອງກໍຍັງຕັດສິນໃຈບໍ່ໄດ້ວ່າຈະເລີ່ມຕົ້ນເລົ່າເລື່ອງຈາກຈຸດໃດກ່ອນ.

ເມື່ອຍ່າງຂຶ້ນໄປທາງທິດເໜືອອີກບໍ່ໄກ, ກໍຈະເຫັນຫ້ອງການໄປສະນີກາງທີ່ມີຊື່ສຽງຂອງນະຄອນໂຮ່ຈິມິນ ແຕ່ສິ່ງທີ່ໜ້າອັດສະຈັນກໍຄື ເຖິງແມ່ນຈະຢູ່ໃນຍຸກດິຈີຕອນ, ແຕ່ອາຄານແຫ່ງນີ້ກໍຍັງຄົງມີຊີວິດຊີວາ, ປະຊາຊົນທ້ອງຖິ່ນຍັງພາກັນທຽວມາສົ່ງພັດສະດຸ, ຂະນະທີ່ນັກທ່ອງທ່ຽວຕ່າງກໍພາກັນເງີຍໜ້າແນມເບິ່ງເພດານອັນໂຄ້ງມົນຄ້າຍຄືກັບພວມຫຼົງເຂົ້າໄປຢູ່ໃນມະຫາວິຫານແບບບໍ່ໄດ້ຕັ້ງໃຈ. ໃນອະດີດ, ສະຖານທີ່ແຫ່ງນີ້ເຄີຍມີນັກຂຽນຈົດໝາຍຫຼາຍພາສາ ຄອຍໃຫ້ບໍລິການຮັບຈ້າງຂຽນຈົດໝາຍແກ່ຜູ້ທີ່ບໍ່ຮູ້ໜັງສື ຫຼື ຜູ້ທີ່ຕ້ອງການສົ່ງຂ່າວສານໄປຕ່າງປະເທດ. ນັກຂຽນຈົດໝາຍຄົນຫຼ້າສຸດຫາກໍອອກບໍານານປີ 2021 ຂະນະມີອາຍຸ 91 ປີ. ຊາຍຄົນນີ້ໄດ້ໃຊ້ຊີວິດເກືອບທັງໝົດຂອງຕົນໃນການໃຫ້ບໍລິການຂຽນຈົດໝາຍຮັກແທນຜູ້ຄົນ ແລະ ບໍ່ຮູ້ເປັນຍ້ອນເຫດຜົນຫຍັງ ຜູ້ຂຽນຈຶ່ງຄິດຫາລາວເປັນພິເສດ.

ເປັນທີ່ແນ່ນອນຢູ່ແລ້ວວ່າຈະຕ້ອງຊອກລິ້ມລອງລົດຊາດກາເຟໃນທີ່ນີ້. ກາເຟຫວຽດນາມຖືກເສີບມາໃນຈອກແກ້ວຂະໜາດນ້ອຍ ແຕ່ລົດຊາດຊໍ້າພັດເຂັ້ມຂຸ້ນເກີນປະລິມານ ເນື່ອງຈາກເປັນກາເຟເອສເປຣສໂຊສີດໍາລົດຂົມ ໂດຍຕື່ມເຕັມດ້ວຍນົມຂຸ້ນຫວານພຽງຊັ້ນບາງໆປະມານໜຶ່ງຊັງຕີແມັດກອງຢູ່ກົ້ນຈອກທີ່ບໍ່ມີຫູຈັບ. ພາຍຫຼັງຄົນໃຫ້ເຂົ້າກັນພຽງຄັ້ງດຽວ, ຈາກນັ້ນກໍເຮັດຄືກັບຄົນທ້ອງຖິ່ນ ໂດຍກົ້ມນັ່ງລົງຕັ່ງຢາງໜ່ວຍເຕ້ຍໆ ພ້ອມຈິບກາເຟແບບບໍ່ຮີບຮ້ອນ ທັງໂອ້ລົມສົນທະນາກັບຄົນຮອບຂ້າງ. ຕາມທໍາມະດາແລ້ວ, ກາເຟຈະຖືກເສີບມາພ້ອມກັບຊາຂຽວຮ້ອນໆໜຶ່ງຈອກ ຄ້າຍກັບເປີດໂອກາດໃຫ້ຕ່ອມຮັບລົດຊາດໄດ້ພັກຜ່ອນຫັນໃຈ ກ່ອນຈະຮັບມືກັບກາເຟຈອກຖັດໄປ.

ພາຍຫຼັງເຕີມຄາເຟອິນເຂົ້າໄປໃນຮ່າງກາຍໄດ້ຢ່າງເຕັມທີ່ ແລະ ຮູ້ສຶກກ້າບ້າບິ່ນກວ່າຕອນເຊົ້າເລັກໜ້ອຍ, ຜູ້ຂຽນກໍໄດ້ຮວບຮວມຄວາມກ້າຂອງຕົນເພື່ອຍ່າງຂ້າມຖະໜົນທີ່ເຕັມໄປດ້ວຍລົດລາງແລ່ນສວ່ານສົນໄປມາ ໂດຍມຸ່ງໜ້າໄປຍັງມະຫາວິຫານນໍເທີດາມ (Notre Dame Cathedral). ຍອດແຫຼມສະໄຕໂກທິກຂອງມະຫາວິຫານທີ່ມີຄວາມສູງ 58 ແມັດ ຖືກຫໍ່ຫຸ້ມດ້ວຍໂຄງຍົກພື້ນເພື່ອການບູລະນະປະຕິສັງຂອນຄືນໃໝ່; ເຖິງແມ່ນວ່າຈະຖືກປິດບັງໄວ້, ແຕ່ກໍຍັງສາມາດສໍາຜັດໄດ້ເຖິງຄວາມສະຫງ່າງາມແບບຝຣັ່ງຢ່າງຊັດເຈນ. ດິນຈີ່ທຸກກ້ອນ, ກະເບື້ອງທຸກແຜ່ນ ແລະ ແຜ່ນແກ້ວສີທຸກບານ ລ້ວນຖືກຂົນສົ່ງມາແຕ່ຝຣັ່ງ ເຊິ່ງໃຫ້ຄວາມຮູ້ສຶກຄືກັບເປັນການມອບຄວາມພິຖີພິຖັນໃນງານສີມືຊ່າງ ຫຼື ຂາດຄວາມເຊື່ອໝັ້ນໃນຜູ້ຜະລິດໃນທ້ອງຖິ່ນ, ທັງໝົດນີ້ລ້ວນແຕ່ຂຶ້ນກັບມຸມມອງຂອງໃຜລາວ.
ເມື່ອຍ່າງລົງໄປທາງໃຕ້ໃນໄລຍະເວລາອັນສັ້ນ, ຜູ້ຂຽນກໍມາຢຸດຢູ່ກ້ອງຫໍໂມງຂອງຕະຫຼາດເບ໊ນຖັ່ນ ເຊິ່ງເປັນໜຶ່ງໃນອາຄານທີ່ເກົ່າແກ່ທີ່ສຸດທີ່ຍັງຫຼົງເຫຼືອຢູ່ໃນເມືອງແຫ່ງນີ້. ພາຍໃນຕະຫຼາດ ປະກອບມີຮ້ານຂາຍເຄື່ອງກວ່າ 1 ພັນຮ້ານ ໂດຍຈໍາໜ່າຍສິນຄ້າຕັ້ງແຕ່ເຄື່ອງໃຊ້ໃນເຮືອນຄົວ ໄປຈົນຮອດພວງກະແຈ, ສ່ວນໂຊນຂາຍອາຫານກໍມີໃຫ້ເລືອກຫຼາກຫຼາຍ ມີທັງເຝີ, ບັນມີ່ ແລະ ອາຫານພື້ນເມືອງອີກຫຼາຍເມນູ. ແລະ ສຸດທ້າຍຜູ້ຂຽນກໍເລືອກບຸ້ນບໍ່ ເຊິ່ງເປັນເຝີງົວສະໄຕຫວຽດນາມ ແລະ ປິດທ້າຍຄາບເຂົ້າຂອງມື້ນັ້ນດ້ວຍກາເຟຫວຽດນາມເຂັ້ມຂຸ້ນອີກໜຶ່ງຈອກ.

ເມື່ອອອກຈາກຕະຫຼາດ, ຜູ້ຂຽນກໍສືບຕໍ່ເດີນທາງ ແລະ ພາຍຫຼັງຜ່າດົງລົດຈັກທີ່ແລ່ນສວ່ານສົນໄປມາປະມານຫົກພັນຄັນ ກໍມາຮອດຫໍພິພິທະພັນວິຈິດສິນນະຄອນໂຮ່ຈິມິນ, ເຊິ່ງເມື່ອກ່ອນອາຄານອັນສະຫງ່າງາມແຫ່ງນີ້ເຄີຍເປັນຄະລືຫາດຂອງຕະກຸນພໍ່ຄ້າຜູ້ຮັ່ງມີ ກ່ອນຈະກາຍມາເປັນຫໍພິພິທະພັນທີ່ຈັດວາງສະແດງສີລະປະຫວຽດນາມທັງສາມຊັ້ນ ບໍ່ວ່າຈະເປັນຜົນງານປະຕິມະກໍາ, ຮູບພາບສີນໍ້າມັນ, ເຄື່ອງປັ້ນເຊຣາມິກ ຫຼື ພາບແກະສະຫຼັກໄມ້. ຜົນງານຂອງນັກສິລະປິນຮຸ່ນບຸກເບີກ ແລະ ນັກສິລະປິນຮ່ວມສະໄໝ ໄດ້ຖືກນໍາມາວາງສະແດງຄຽງຂ້າງກັນຢ່າງກົມກືນ ແລະ ທ່າມກາງຜົນງານປະຕິມະກໍາທອງສໍາລິດ, ຜູ້ຂຽນກໍປາກົດເຫັນຮູບແກະສະຫຼັກແມ່ຍິງລາວແຜ່ນໜຶ່ງ, ຄວາມງົດງາມຂອງຮູບພາບດັ່ງກ່າວ ໄດ້ສະກົດສາຍຕາຂອງຜູ້ຂຽນໃຫ້ຢຸດຈຶ້ງດົນສົມຄວນ.
ເມື່ອຊ່ວງຂອງວັນສິ້ນສຸດລົງ, ຜູ້ຂຽນຮູ້ສຶກຄືກັບວ່າຕົນໄດ້ຮຽນຮູ້ກ່ຽວກັບເລື່ອງລາວຂອງນະຄອນໂຮ່ຈິມິນ ລວມທັງວັດທະນະທໍາ, ຜູ້ຄົນ ແລະ ປະຫວັດສາດ, ແລະ ສິ່ງສໍາຄັນທີ່ສຸດກໍແມ່ນ ການໄດ້ລິ້ມລອງກັບລົດຊາດຂອງກາເຟຫວຽດນາມໄດ້ຢ່າງເຕັມອີ່ມ.

ການເດີນທາງ:
ສາຍການບິນລາວແອລາຍ ມີບໍລິການຖ້ຽວບິນຈາກນະຄອນຫຼວງວຽງຈັນໄປຍັງນະຄອນໂຮ່ຈິມິນ 3 ຄັ້ງຕໍ່ອາທິດ.



English
