ບົດໂດຍ: Jeetendra Marcelline
ຮູບໂດຍ: ສຸກສໍາລານ ລາລາເດດ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ໃນດິນແດນອັນຫ່າງໄກສອກຫຼີກທີ່ສຸດທາງພາກເໜືອຂອງລາວ ບ່ອນເຊິ່ງຖະໜົນຫົນທາງຄ່ອຍໆປ່ຽນເປັນເສັ້ນທາງຍ່າງ ແລະແລ້ວເສັ້ນທາງຍ່າງດັ່ງກ່າວກໍຄ່ອຍໆເລື່ອນຫາຍໄປທ່າມກາງປ່າດົງພົງໄພ, ທີ່ແຫ່ງນັ້ນມີຊາຍໜຸ່ມຄົນໜຶ່ງມາຈາກບ້ານຊົນເຜົ່າກຶມມຸ ເຊິ່ງຕັ້ງຢູ່ໃກ້ເຂດປ່າສະຫງວນແຫ່ງຊາດນໍ້າກ່ານ ໄດ້ໃຊ້ເວລາກວ່າທົດສະວັດເພື່ອສຶກສາຮຽນຮູ້ພາສາທີ່ໄຮ້ຖ້ອຍຄໍາ.ແລະໃນຊ່ວງຕົ້ນເດືອນຕຸລາ ທີ່ນະຄອນຫຼວງວຽງຈັນ, ພາສາດັ່ງກ່າວກໍຖືກຖ່າຍທອດອອກມາເປັນຮູບປະທໍາ ຜ່ານຜົນງານຮູບຖ່າຍເຫຼັ້ມທໍາອິດຂອງຊາຍໜຸ່ມໃນນາມ ສຸກສໍາລານ ລາລາເດດ (ຕຸ່ນ) ເຊິ່ງໄດ້ເປີດໂຕປຶ້ມຮູບພາບເຫຼັ້ມທໍາອິດ ພາຍໃຕ້ຊື່ເຊິ່ງເປັນຜົນງານທີ່ເກັບຮວບຮວມປະສົບການອັນງົດງາມ ແລະ ຫາຊົມໄດ້ຍາກຈາກພື້ນທີ່ປ່າໄມ້ ໂດຍຖ່າຍທອດມໍລະດົກທາງທໍາມະຊາດອັນໂດດເດັ່ນທີ່ເປັນເອກະລັກຂອງລາວ.
ເລື່ອງລາວຊີວິດຂອງຕຸ່ນ ປຽບເໝືອນການເດີນທາງທີ່ເກີດຈາກເຫດບັງເອີນ, ລວມທັງການຮຽນຮູ້, ການອອກສໍາຫຼວດ ແລະ ການຄົ້ນພົບ. ຕຸ່ນເຕີບໃຫຍ່ຈາກຜືນດິນ ແລະ ຊຸມຊົນທ້ອງຖິ່ນ ໂດຍບໍ່ໄດ້ຜ່ານການຝຶກຝົນດ້ານການຖ່າຍພາບຢ່າງເປັນທາງການ, ແຕ່ວ່າຄວາມຮູ້ກ່ຽວກັບການຈັດອົງປະກອບພາບ, ແສງ ຕະຫຼອດຮອດສິລະປະຂອງການຕິດຕາມສັດປ່າທ່າມກາງປ່າໄມ້ອັນຕຶບໜາ ລ້ວນສະສົມມາຈາກການລົງມືປະຕິບັດຕົວຈິງທ່າມກາງການສຶກສາຮຽນຮູ້ດ້ວຍຕົນເອງ ບວກກັບອາໄສການແລກປ່ຽນປະສົບການ, ການຂໍຢືມອຸປະກອນ ແລະ ການຮຽນຮູ້ເຕັກນິກຈາກຫົວໜ້າ ແລະ ເພື່ອນຮ່ວມງານທີ່ປະສົບພົບພໍ້ກັນໃນລະຫວ່າງເສັ້ນທາງເດີນຂອງຊີວິດ. ໂອກາດສໍາຄັນຄັ້ງທໍາອິດມາຮອດ ເມື່ອລາວເລີ່ມເຮັດວຽກເປັນພະນັກງານນໍາທ່ຽວທີ່ເຊິ່ງປຽບເໝືອນປະຕູເປີດຮັບໃຫ້ມີໂອກາດເຂົ້າໄປສໍາຜັດປ່າໄມ້ໃນເຂດປ່າສະຫງວນແຫ່ງຊາດນໍ້າກ່ານຢ່າງໃກ້ຊິດ ລວມທັງເຮືອນຍອດໄມ້ໃນປ່າໃຫຍ່ ທີ່ກາຍມາເປັນຫ້ອງຮຽນແຫ່ງຊີວິດຂອງລາວໃນເວລາຕໍ່ມາ.

“ຂ້າພະເຈົ້າເບິ່ງດ້ວຍຫູ,” ຕຸ່ນກ່າວ ເມື່ອເວົ້າເຖິງສັນຊາດຕະຍານໃນການຕິດຕາມສັດປ່າທີ່ນໍາພາລາວອອກເດີນທາງສໍາຫຼວດໃນພື້ນທີ່ຫ່າງໄກສອກຫຼີກທົ່ວປະເທດຕະຫຼອດເວລາກວ່າທົດສະວັດ. ຄໍາເວົ້າດັ່ງກ່າວເຖິງຈະເປັນປະໂຫຍກສັ້ນໆ ແຕ່ກໍສະທ້ອນໃຫ້ເຫັນຄວາມໝາຍໄດ້ຢ່າງເລິກເຊິ່ງໂດຍສະເພາະກໍແມ່ນຄວາມມຸ່ງໝັ້ນ, ຄວາມອົດທົນ ແລະ ຄວາມລະອຽດອ່ອນຂອງຊາຍຜູ້ພ້ອມເຝົ້າລໍຄອຍທ່າມກາງປ່າດົງພົງໄພເພື່ອຊ່ວງເວລາອັນສັ້ນທີ່ອາດບໍ່ມີວັນເກີດຂຶ້ນ ແລະ ສະທ້ອນເຖິງຄວາມເຊື່ອໝັ້ນທີ່ສະສົມມາຈາກປະສົບການອັນຍາວນານວ່າ ທໍາມະຊາດຈະເຜີຍຕົວຕົນໃຫ້ເຫັນສະເພາະກັບຜູ້ທີ່ຮູ້ຈັກສະຫງົບນິ້ງ ແລະ ລໍຄອຍເຝົ້າຟັງດົນສົມຄວນທີ່ຈະສັງເກດເຫັນມັນເທົ່ານັ້ນ.
ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19, ຕຸ່ນໄດ້ເຮັດວຽກຮ່ວມກັບ Lanjan Holdings, ເຊິ່ງໃຫ້ການສະໜັບສະໜູນໃນການພັດທະນາຄວາມຮູ້ແລະ ທັກສະຜ່ານຫຼັກສູດວິຊາຊີບຢ່າງຕໍ່ເນື່ອງ ສິ່ງທີ່ໂດດເດັ່ນກໍແມ່ນ ປະກາດສະນິຍະບັດດ້ານການອະນຸລັກ ຈາກມະຫາວິທະຍາໄລ Leeds, ລວມທັງການເຂົ້າຮ່ວມຫຼັກສູດລະດັບສູງດ້ານການຖ່າຍພາບຂອງສະມາຄົມ ເນຊັນແນວ ຈີໂອກຣາຟຟິກ (National Geographic) ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ສາມັດຊາການອະນຸລັກສິ່ງແວດລ້ອມໂລກ (IUCN World Conservation Congress) ເຊິ່ງຈັດຂຶ້ນທີ່ປະເທດຝຣັ່ງ. ປະສົບການເຫຼົ່ານີ້ຖືກຕໍ່ຍອດມາຈາກຜົນງານທີ່ໄດ້ຮັບກ່ອນໜ້ານີ້ ບໍ່ວ່າຈະເປັນລາງວັນຜູ້ບັນລະຍາຍ (Narrator Award) ຈາກການປະກວດຮູບພາບຮ່ວມສະໄໝຂອງລາວ ປະຈໍາປີ 2020 ພາຍໃຕ້ຫົວຂໍ້ສິລະປະແຫ່ງແສງແລະ ລາງວັນພິເສດຈາກຮູບເງົາສັ້ນ ເລື່ອງ “Roots” ໃນງານເທສະການຮູບເງົາ American Film Week ທີ່ຫຼວງພະບາງບາງ ປີ 2014.

ປັດຈຸບັນ, ຕຸ່ນເຮັດວຽກໃນນາມຊ່າງພາບທໍາມະຊາດ ແລະ ເປັນຜູ້ຊ່ຽວຊານດ້ານສື່ສານມວນຊົນໃຫ້ກັບມູນນິທິເສົາຫຼາ (Saola Foundation) ແລະອົງການກອງທຶນສັດປ່າໂລກ (World Wildlife Fund), ຄຽງຄູ່ກັບບໍລິຫານວຽກງານເຂດອະນຸລັກທໍາມະຊາດ (Natures Sanctuary) ທີ່ Lanjan. ເຖິງແມ່ນຈະມີໜ້າທີ່ຮັບຜິດຊອບທັງສາມບົດບາດແຕກຕ່າງກັນ, ແຕ່ສິ່ງໜຶ່ງທີ່ເຊື່ອມໂຍງທຸກໜ້າທີ່ເຂົ້າໄວ້ນໍາກັນນັ້ນກໍຄື ຄວາມເຊື່ອໝັ້ນອັນດຽວກັນການມີຄວາມຮູ້ທີ່ຖືກຕ້ອງ ແລະ ການສື່ສານທີ່ຊັດເຈນ ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ການໃຫ້ຄວາມຮູ້ດ້ານການອະນຸລັກ ແລະ ການຊຸກຍູ້ສົ່ງເສີມໃຫ້ຜູ້ຄົນມີພຶດຕິກໍາທີ່ເໝາະສົມຕຸ່ນກ່າວ, ແລະ ສໍາລັບລາວແລ້ວ ພາສາຮູບພາບທີ່ຖ່າຍທອດຜ່ານການຖ່າຍຮູບ ແລະ ວິດີໂອ ຖືເປັນໜຶ່ງໃນເຄື່ອງມືທີ່ມີອໍານາດທີ່ສຸດໃນການນໍາສະເໜີເລື່ອງລາວທາງວິທະຍາສາດ, ຊີວະນານາພັນ ລວມທັງບັນຫາທ້າທາຍຫຼາຍຢ່າງທີ່ວຽກງານອະນຸລັກກໍາລັງປະເຊີນ.
ສິ່ງດັ່ງກ່າວຖືເປັນຮູບແບບການສື່ສານທີ່ເພີ່ມທະວີຄວາມສໍາຄັນຫຼາຍຍິ່ງຂຶ້ນໃນປັດຈຸບັນ. ດ້ວຍກະແສບໍລິໂພກນິຍົມທີ່ເພີ່ມສູງຂຶ້ນ, ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການທ່ອງທ່ຽວ ແລະ ການເພີ່ມຂຶ້ນຂອງຈໍານວນປະຊາກອນບວກກັບຄວາມສາມາດໃນການເຂົ້າເຖິງສິນຄ້າ ແລະ ບໍລິການທີ່ສະດວກສະບາຍກວ່າຄົນລຸ້ນກ່ອນໆໃນລາວ, ທັງໝົດນີ້ກໍາລັງສ້າງແຮງກົດດັນອັນມະຫາສານຕໍ່ຊັບພະຍາກອນທໍາມະຊາດໃນທົ່ວປະເທດ. “ທ່າມກາງການປ່ຽນແປງຢ່າງວ່ອງໄວໃນລາວ, ເຊິ່ງເປັນປະເທດທີ່ກໍາລັງກ້າວເຂົ້າສູ່ຍຸກຂໍ້ມູນຂ່າວສານ ແລະ ສັງຄົມບໍລິໂພກນິຍົມ, ຂະນະທີ່ພາບ ແລະ ສຽງຕ່າງໆກໍາລັງນໍາສະເໜີຄວາມເປັນຈິງອັນຊັດເຈນ ແລະ ກະຕຸ້ນໃຫ້ເກີດມີການຖົກຖຽງກັນໃນຫຼາກຫຼາຍລະດັບຕຸ່ນເປີດໃຈ ພ້ອມກ່າວຕື່ມວ່າຂ້າພະເຈົ້າເຊື່ອວ່າ ມະນຸດແມ່ນສ່ວນໜຶ່ງຂອງທໍາມະຊາດໂດຍບໍ່ສາມາດແຍກອອກຈາກກັນໄດ້ແລະ ການຢູ່ລອດຂອງພວກເຮົາລ້ວນແຕ່ຂຶ້ນຢູ່ກັບການຢູ່ຮ່ວມກັນຢ່າງສົມດຸນ. ພວກເຮົາຈໍາເປັນຕ້ອງຄົ້ນຫາຈຸດສົມດຸນລະຫວ່າງຄວາມຈໍາເປັນກັບຄວາມຕ້ອງການ ລວມທັງຄວາມສົມດຸນລະຫວ່າງວິຖີຊີວິດສະໄໝໃໝ່ກັບການປົກປັກຮັກສາສິ່ງແວດລ້ອມ

ປຶ້ມເຫຼັ້ມນີ້ບໍ່ໄດ້ຖືກສ້າງຂຶ້ນເພື່ອເປັນພຽງຜົນງານຮູບຖ່າຍສໍາລັບຜູ້ອ່ານທົ່ວໄປເທົ່ານັ້ນ, ແຕ່ຍັງໄດ້ຮັບການອອກແບບໃຫ້ເປັນແຫຼ່ງຂໍ້ມູນເຊີງເລິກສໍາລັບຜູ້ຮັກທໍາມະຊາດ, ລວມທັງນັກພະຈົນໄພ, ນັກວິຊາການ ແລະ ນັກຄົ້ນຄວ້ານໍາອີກ ໂດຍມີການບອກເລົ່າກ່ຽວກັບລາຍລະອຽດຂອງຄວາມອົດທົນພະຍາຍາມ ແລະ ເຕັກນິກເບື້ອງຫຼັງການຖ່າຍພາບແຕ່ລະແຜ່ນ. ຢ່າງໃດກໍຕາມ, ເປົ້າໝາຍຂອງຕຸ່ນຊໍ້າພັດຍິ່ງໃຫຍ່ກວ່ານັ້ນອີກ ໂດຍສະເພາະກໍແມ່ນ ການສ້າງແຮງບັນດານໃຈໃຫ້ແກ່ຄົນລາວ ແລະ ນັກທ່ອງທ່ຽວທີ່ມາຢ້ຽມຢາມປະເທດລາວ ໃນການຮ່ວມແຮງຮ່ວມໃຈກັນປົກປັກຮັກສາມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດ ແລະ ຫວັງວ່າຄວາມຮ່ວມມືດັ່ງກ່າວຈະນໍາໄປສູ່ຄວາມມຸ່ງໝັ້ນຮ່ວມກັນໃນການປົກປ້ອງສິ່ງແວດລ້ອມໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
ໃນເບື້ອງຕົ້ນ, ກະແສຕອບຮັບທີ່ມີຕໍ່ປຶ້ມເຫຼັ້ມນີ້ແມ່ນເປັນໄປໃນທາງບວກ ໂດຍຜູ້ອ່ານທ່ານໜຶ່ງໄດ້ກ່າວເຖິງຜົນງານເຫຼັ້ມນີ້ວ່າດ້ວຍຜົນງານການຈັດພິມປຶ້ມເຫຼັ້ມທໍາອິດຂອງເຂົາ, ຕຸ່ນປຽບເໝືອນຜູ້ເປີດໜ້າຕ່າງໃຫ້ພວກເຮົາສາມາດແນມເຫັນ ແລະ ມອບແວ່ນແຍງທີ່ສະທ້ອນຈິດວິນຍານຂອງດິນແດນມະຫັດສະຈັນແຫ່ງນີ້
ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ມີການປົກປັກຮັກສາປ່າໄມ້ ແລະ ພື້ນທີ່ທໍາມະຊາດຂອງລາວໃຫ້ຫຼາຍຍິ່ງຂຶ້ນ, ຕຸ່ນໄດ້ຮຽກຮ້ອງໃຫ້ມີການເພີ່ມງົບປະມານ ແລະ ການສະໜັບສະໜູນຈາກພາກລັດ ແລະ ສະຖາບັນຕ່າງໆ ສໍາລັບໂຄງການອະນຸລັກທີ່ຂັບເຄື່ອນໂດຍຊຸມຊົນ ເຊິ່ງສາມາດສ້າງອາຊີບ ແລະ ລາຍຮັບຈາກການເຮັດວຽກດ້ານການອະນຸລັກໃຫ້ແກ່ປະຊາຊົນທ້ອງຖິ່ນ ພ້ອມທັງເປີດໂອກາດໃຫ້ແກ່ໄວໜຸ່ມລາວຈາກເຂດຫ່າງໄກສອກຫຼີກສາມາດເຂົ້າເຖິງການຝຶກອົບຮົມ ແລະ ການຢັ້ງຢືນດ້ານສື່ສານມວນຊົນເພື່ອການອະນຸລັກໄດ້ງ່າຍຂຶ້ນ, ລວມທັງເສີມສ້າງຄວາມເຂັ້ມແຂງດ້ານກົດໝາຍ ເພື່ອປົກປ້ອງເຂດປ່າສະຫງວນໃຫ້ເຂັ້ມງວດຂຶ້ນ, ເນື່ອງຈາກຖ້າປັດສາຈາກສິ່ງເຫຼົ່ານີ້ແລ້ວ ປຶ້ມຕ່າງໆ ເຊັ່ນຜົນງານຂອງເຂົາຄົງບໍ່ມີໂອກາດໄດ້ຮັບການຈັດພິມຂຶ້ນມາ. ທ່າມກາງຍຸກສະໄໝແຫ່ງການປ່ຽນແປງຢ່າງວ່ອງໄວ, ຕຸ່ນຫວັງວ່າຜົນງານຂອງຕົນ ລວມທັງຮ່ອງຮອຍທີ່ປະຖິ້ມໄວ້ຢູ່ເບື້ອງຫຼັງ ຈະສາມາດສ້າງແຮງບັນດານໃຈໃຫ້ແກ່ຜູ້ຄົນອີກຫຼາກຫຼາຍ ໃຫ້ຫັນມາຮ່ວມມືກັນປົກປ້ອງສິ່ງທີ່ຍັງຫຼົງເຫຼືອຢູ່.


ຫາກທ່ານສົນໃຈສັ່ງຊື້ປຶ້ມເຫຼັ້ມນີ້, ສາມາດຕິດຕໍ່ຫາເຈົ້າຂອງຜົນງານໂດຍກົງໄດ້ທີ່ອີເມວ: souksamlan@lanjanholdings.com



English
