ຫຼົງສະເໜ່ ເມືອງວຽງຈັນ

Author:

Category:

spot_img

ປະຫວັດຂອງຮ້ານອາຫານ Sticky Fingers

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ພູນຊັບ ເທວົງສາ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

 

ເປັນເວລາດົນນານມາແລ້ວ ກ່ອນທີ່ນະຄອນຫຼວງວຽງຈັນຈະກາຍເປັນເມືອງທີ່ເຕັມໄປດ້ວຍຮ້ານອາຫານ ແລະ ຄ່າເຟຢ່າງທີ່ເຫັນໃນທຸກວັນນີ້, ແມ່ນເຄີຍມີຮ້ານອາຫານນ້ອຍໆແຫ່ງໜຶ່ງເຊິ່ງຕັ້ງຢູ່ແຄມທາງດິນແດງອັນງຽບສະຫງົບ ໄດ້ຄ່ອຍໆເຕີບໃຫຍ່ຂະຫຍາຍຕົວ ຈົນເປັນໄດ້ຫຼາຍກວ່າສິ່ງທີ່ຜູ້ສ້າງຕັ້ງຮ້ານເຄີຍຈິນຕະນາການເອົາໄວ້. ຮ້ານ Sticky Fingers ເປີດໃຫ້ບໍລິການຄັ້ງທໍາອິດໃນປີ 2001, ໂດຍເລີ່ມຕົ້ນມາຈາກຄວາມຮູ້ສຶກອັນຂັດໃຈເລັກນ້ອຍທີ່ໃນຊ່ວງເວລານັ້ນເກືອບຈະບໍ່ມີຮ້ານອາຫານແຫ່ງໃດໃນນະຄອນຫຼວງວຽງຈັນທີ່ເປີດໃຫ້ບໍລິການໝົດມື້, ສ່ວນເຄື່ອງດື່ມຄັອກເທວຍັງຖືກຈັດເປັນປະເພດເຄື່ອງດື່ມຫາຍາກ ແລະ ບໍ່ມີພື້ນທີ່ສໍາລັບຜູ້ຄົນທີ່ຈະສາມາດນັ່ງພັກຜ່ອນແບບສະບາຍໆ ແລະ ຮູ້ສຶກຄືກັບຢູ່ເຮືອນຂອງຕົນເອງ. ເພື່ອນ 3 ສະຫາຍ ໄດ້ແກ່ ທ່ານ ນາງ Sophie Steller (ປັດຈຸບັນເປັນເຈົ້າຂອງຮ້ານແຕ່ພຽງຜູ້ດຽວ), ທ່ານ Marnie McDonald, ແລະ ທ່ານ Damian Kean ຈິ່ງຕັດສິນໃຈພາກັນສ້າງສະຖານທີ່ແຫ່ງນັ້ນຂຶ້ນມາດ້ວຍຕົນເອງ.

ຊື່ຂອງຮ້ານດັ່ງກ່າວ ຖືກນໍາໄປລົງຄະແນນສຽງໃນກຸ່ມອາຈານປະຈໍາວິທະຍາໄລວຽງຈັນ ເພື່ອຮ່ວມກັນໂຫວດ ແລະແລ້ວ ຊື່ຮ້ານ “Sticky Fingers” ກໍໄດ້ຮັບການຄັດເລືອກດ້ວຍຄວາມໝາຍອັນຊານສະຫຼາດ 2 ປະເດັນ ທັງເປັນການອ້າງອີງເຖິງເຂົ້າໜຽວເຊິ່ງເປັນອາຫານຫຼັກຂອງຄົນລາວ ແລະ ຍັງເປັນຊື່ທີ່ຈື່ຈໍາໄດ້ງ່າຍສໍາລັບຄົນທັງເມືອງ. ເມື່ອຮ້ານອາຫານ Le Bistrot ຖືກປະກາດຂາຍ, ທັງສາມຈຶ່ງຮ່ວມກັນລົງທຶນຄົນລະສ່ວນເທົ່າໆກັນ ເພື່ອຊື້ໃບອະນຸຍາດດໍາເນີນທຸລະກິດ ແລະ ຈາກມື້ນັ້ນເປັນຕົ້ນມາ, ເລື່ອງລາວບົດໃໝ່ຂອງເມືອງວຽງຈັນກໍໄດ້ເລີ່ມຕົ້ນຂຶ້ນ.

ໃນຍຸກບຸກເບີກຄັ້ງທໍາອິດ, ເມືອງຫຼວງແຫ່ງນີ້ແມ່ນແຕກຕ່າງຈາກຍຸກປັດຈຸບັນຢ່າງເຫັນໄດ້ຊັດເຈນ ເນື່ອງຈາກຍັງບໍ່ມີ Wi-Fi, ເສັ້ນທາງໜ້າຮ້ານຍັງເປັນທາງດິນແດງ ແລະ ການສັນຈອນໄປມາສ່ວນໃຫຍ່ກໍໃຊ້ລົດຖີບ ແລະ ລົດຈັກ. ແຕ່ບໍ່ດົນຕໍ່ມາ, ຮ້ານ Sticky Fingers ກໍກາຍເປັນສູນກາງແຮງດຶງດູດຂອງຊາວຕ່າງຊາດໃນນະຄອນຫຼວງວຽງຈັນ ໂດຍເປັນສະຖານທີ່ຊອກວຽກເຮັດງານທໍາຂອງຜູ້ຄົນ, ເປັນບ່ອນເຮັດສັນຍາຂໍ້ຕົກລົງ, ບ່ອນນັດພົບປະກັນລະຫວ່າງໝູ່ເພື່ອນ ແລະ ໃຊ້ເວລາຍາວນານໃນຊ່ວງຕອນບ່າຍຂອງວັນພັກຜ່ອນ. ກ່ອນທີ່ຍຸກອິນເຕີເນັດຈະເຂົ້າມາມີບົດບາດນັ້ນ, ຮ້ານອາຫານແຫ່ງນີ້ຍັງເປັນສະຖານທີ່ຕິດຕັ້ງກະດານຂ່າວພຽງແຫ່ງດຽວໃນເມືອງວຽງຈັນ. ທີມງານພາກັນເອີ້ນບໍລິການພິເສດຂອງພວກຕົນແບບຕິດຕະຫຼົກວ່າ “Sticky Care,” ເນື່ອງຈາກໃຫ້ບໍລິການທັງຮັບໂທລະສັບສົ່ງອາຫານ, ສົ່ງນົມ ຫຼື ແມ່ນແຕ່ຊ່ວຍລູກຄ້າປະຈໍາຊອກຫາແມວເສຍ.

ເສັ້ນທາງການດໍາເນີນທຸລະກິດຮ້ານອາຫານ ແລະ ບາ ຕະຫຼອດ 25 ປີຜ່ານມານັ້ນ ບໍ່ໄດ້ຖືກໂຮຍດ້ວຍກີບກຸຫຼາບ. ໃນປີ 2004, ເຊິ່ງເປັນຊ່ວງທີ່ລາວເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ, ວຽກງານການກໍ່ສ້າງ ແລະ ຂະຫຍາຍເສັ້ນທາງໄດ້ກວມເອົາພື້ນທີ່ໜ້າຮ້ານເກືອບທັງໝົດ, ເຮັດໃຫ້ຮ້ານ Sticky Fingers ເຫຼືອພຽງພື້ນທີ່ແຄບໆທັງມີຂະໜາດນ້ອຍກວ່າເມື່ອກ່ອນ. ຮ້ານດັ່ງກ່າວຈໍາເປັນຕ້ອງປິດຕົວຊົ່ວຄາວ ແລະ ຍັງປະສົບບັນຫາທາງການເງິນຢ່າງໜັກໜ່ວງ. ທາງທີມງານພະຍາຍາມຊອກຫາສະຖານທີ່ແຫ່ງໃໝ່, ແລະ ເປີດສາຂາທີສອງໃນຊ່ວງເວລາອັນສັ້ນ ກ່ອນຈະພົບທາງອອກຈາກການເຊົ່າພື້ນທີ່ຮ້ານຂ້າງຄຽງເພີ່ມຕື່ມ. ທ່ານ Sophie ຍອມຮັບດ້ວຍຮອຍຍິ້ມວ່າຄວາມຕັ້ງໃຈອັນແນວແນ່ຄືໜຶ່ງໃນສ່ວນປະກອບທີ່ສໍາຄັນທີ່ເຮັດໃຫ້ຮ້ານດັ່ງກ່າວຢູ່ລອດມາຮອດທຸກວັນນີ້.

ຕະຫຼອດຫຼາຍສິບປີຜ່ານມາ, ເມນູອາຫານຂອງຮ້ານ Sticky Fingers ຄ່ອຍໆປ່ຽນແປງຮູບແບບແມ່ນແຕ່ຜູ້ສ້າງຕັ້ງຮ້ານເອງກໍຍັງຄິດບໍ່ເຖິງ. ເບື້ອງຕົ້ນ, ພວກເຂົາຕັ້ງໃຈວ່າຈະບໍ່ຂາຍອາຫານລາວ ແຕ່ພໍເມື່ອເວລາຜ່ານໄປ ລູກຄ້າຄົນລາວເລີ່ມພາກັນສັ່ງອາຫານທ້ອງຖິ່ນໂດຍກົງຈາກທາງຮ້ານ ເຮັດໃຫ້ຮ້ານຄ່ອຍໆປັບຕົວເຂົ້າກັບສະພາບການຕົວຈິງ. ໜຶ່ງໃນເມນູທີ່ກາຍເປັນເອກະລັກກໍແມ່ນ ຜັດຂີ້ເມົາ ໃນແບບສະບັບຂອງຮ້ານ ໂດຍໃຊ້ເສັ້ນເພນເນ່ແທນເສັ້ນໃຫຍ່ໃນມື້ທີ່ຫາເສັ້ນອື່ນແທນບໍ່ໄດ້ ແລະ ສຸດທ້າຍກໍກາຍມາເປັນເມນູຍອດນິຍົມທີ່ຄົງຢູ່ຄູ່ກັບຮ້ານຈົນຮອດປັດຈຸບັນ. 

ພໍ່ຄົວພົມ, ຜູ້ເຕີບໂຕຄຽງຂ້າງຮ້ານອາຫານມາດົນຫຼາຍປີ ໄດ້ກາຍເປັນຕົວແທນຂອງພາບສະທ້ອນທາງຈິດວິນຍານແຫ່ງການດັດແປງ ແລະ ສ້າງສັນດັ່ງກ່າວໄດ້ຢ່າງຊັດເຈນ. ສໍາລັບປັດຊະຍາການປຸງແຕ່ງອາຫານຂອງພໍ່ຄົວຜູ້ນີ້ກໍມີຄວາມຮຽບງ່າຍ ໂດຍສະເພາະກໍແມ່ນຄໍາເວົ້າທີ່ວ່າພວກເຮົາຈະຊອກທາງອອກໄດ້ເອງບໍ່ວ່າຈະເຮັດອາຫານໃຫ້ໂຕະຂະໜາດນ້ອຍພຽງ 4 ຄົນ ຫຼື ຈັດງານລ້ຽງແບບຮີບດ່ວນສໍາລັບແຂກ 500 ຄົນ, ພໍ່ຄົວຄົນນີ້ກໍສາມາດຮັບມືໄດ້ທຸກເວລາ. ຈາກເມນູພິເສດປະຈໍາອາທິດພຽງລາຍການດຽວໃນຊ່ວງທໍາອິດ, ປັດຈຸບັນໄດ້ຂະຫຍາຍມາເປັນ 3 ເມນູ; ທ່ານ ນາງ Sophie ເອງກໍຍອມຮັບວ່າ ເຄີຍຄິດສົງໄສມາຫຼາຍຄັ້ງຕໍ່ກັບການຈັບຄູ່ລົດຊາດແປກໃໝ່ຂອງພໍ່ຄົວລາຍນີ້ ແຕ່ສຸດທ້າຍກໍຍັງຜິດພາດທຸກຄັ້ງ. ຄວາມຄິດສ້າງສັນຂອງພໍ່ຄົວ ປາກົດອອກມາໄດ້ຊັດເຈນທີ່ສຸດໃນ  ເມນູພິເສດປະຈໍາອາທິດ; ຈານອາຫານທີ່ເບິ່ງຄືວ່າບໍ່ອາດເຂົ້າກັນໄດ້ ແຕ່ຊໍ້າພັດມີລົດຊາດແຊບຊ້ອຍຢ່າງໜ້າປະຫຼາດໃຈໃນທຸກຄັ້ງ. ໃນຂະນະດຽວກັນ, ນາງ ນ້ອຍ ຜູ້ຈັດການໜ້າຮ້ານກໍມີບົດບາດສໍາຄັນເຊັ່ນດຽວກັນ ໃນການສ້າງບັນຍາກາດອັນອົບອຸ່ນ ເພື່ອຊ່ວຍໃຫ້ຮ້ານອາຫານ Sticky Fingers ມີຊີວິດຊີວາ. ຍ້ອນແນວນັ້ນ, ທັງຫ້ອງຄົວ ແລະ ຫ້ອງອາຫານຈິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງທີມງານທີ່ມີປະສົບການຫຼາກຫຼາຍມາເປັນເວລາດົນນານ.

ເມນູອາຫານບາງລາຍການ ຄ້າຍກັບວ່າໄດ້ກາຍເປັນຕໍານານປະຈໍາຮ້ານບໍ່ວ່າຈະເປັນ Kim’s Salad, Paul’s Best ຫຼືທີ່ຖືກຕັ້ງຊື່ຕາມລູກຄ້າປະຈໍາ, ໂດຍເສີບຄຽງຄູ່ກັບອາຫານສາກົນ ແລະ ອາຫານເຊົ້າແກ້ເມົາຄ້າງ ທີ່ທາງຮ້ານຢືນຢັນວ່າສາມາດສັ່ງເວລາໃດກໍໄດ້. ນອກຈາກນີ້ຍັງມີຕົ້ມຍໍາມາຕິນີ (Tom Yum Martini) ເຊິ່ງເປັນເຄື່ອງດື່ມຄັອກເທວທີ່ຖືກໍາເນີດມາຈາກການແຂ່ງຂັນຄິດສູດຂອງລູກຄ້າ, ກ່ອນຈະຖືກພັດທະນາຕໍ່ຈົນກາຍເປັນສູດລັບສະເພາະຂອງຮ້ານ, ສີສັນຂອງຄັອກເທວຊະນິດນີ້ຈະປ່ຽນແປງໄປຕາມຊະນິດຂອງຂີງ, ບາງມື້ກໍເປັນສີເຫຼືອງທອງ ແລະ ບາງມື້ກໍອອກເປັນສີບົວແບບຄາດບໍ່ເຖິງ.

ສິ່ງທີ່ມີຄວາມໝາຍສໍາຄັນທີ່ສຸດສໍາລັບທີມງານກໍຄົງແມ່ນ ການປ່ຽນແປງຂອງຜູ້ຄົນທີ່ເຂົ້າມາໃຊ້ບໍລິການພາຍໃນຮ້ານອາຫານ. ເນື່ອງຈາກເມື່ອກ່ອນລູກຄ້າສ່ວນໃຫຍ່ຈະແມ່ນຊາວຕ່າງຊາດ, ແຕ່ປັດຈຸບັນ ຮ້ານ Sticky Fingers ໄດ້ສ້າງຖານລູກຄ້າທີ່ເປັນຄົນລາວໄດ້ຢ່າງໜຽວແໜ້ນ ແລະ ຊື່ສັດຈິງໃຈຕໍ່ຮ້ານຢ່າງແທ້ຈິງ. ໃນຊ່ວງການແຜ່ລະບາດຂອງພະຍາດ COVID-19, ຊຸມຊົນຊາວນະຄອນຫຼວງວຽງຈັນນັ້ນໄດ້ມາຊ່ວຍອຸດໜູນໃຫ້ທາງຮ້ານສາມາດຜ່ານຜ່າຊ່ວງເວລາອັນຫຍຸ້ງຍາກລໍາບາກນັ້ນມາໄດ້, ເຊິ່ງ ທ່ານ ນາງ Sophie ກ່າວວ່າ ເວລານັ້ນຖືເປັນຊ່ວງເວລາທີ່ເຮັດໃຫ້ຮູ້ສຶກໄດ້ວ່າ ຮ້ານອາຫານແຫ່ງນີ້ໄດ້ຖືກຝັງແໜ້ນຢູ່ໃນຕົວເມືອງນີ້ຢ່າງແທ້ຈິງແລ້ວ.

ຕະຫຼອດໄລຍະ 25 ປີ ຜ່ານມາ, ທ່ານ ນາງ Sophie ກໍໄດ້ກາຍເປັນທີ່ຮູ້ຈັກກັນດີໃນນະຄອນຫຼວງວຽງຈັນ ພາຍໃຕ້ຊື່ອັນຮຽບງ່າຍວ່າ “Sticky’s Sophie.”, ແລະ ໃນເມືອງຫຼວງແຫ່ງນີ້, ຮ້ານອາຫານ Sticky Fingers ກໍໄດ້ກາຍເປັນຫຼາຍກວ່າຄໍາວ່າ ຮ້ານອາຫານດີໆ ແຕ່ເປັນສ່ວນໜຶ່ງຂອງປະຫວັດສາດເລື່ອງລາວແຫ່ງເມືອງວຽງຈັນ ເນື່ອງຈາກເປັນຮ້ານອາຫານທີ່ເຕີບໃຫຍ່ຂະຫຍາຍຕົວມາພ້ອມກັບການພັດທະນາຂອງຕົວເມືອງ ແລະ ຍັງຄົງຮັກສາເອກະລັກຂອງຕົນເອງໄວ້ຕະຫຼອດມາ.

ສໍາລັບຂໍ້ມູນເພີ່ມຕື່ມ, 

ສາມາດເຂົ້າເບິ່ງໄດ້ທີ່ fb.com/StickyFingersLaos

ການເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຍັງນະຄອນຫຼວງວຽງຈັນ ເປັນປະຈໍາ ໂດຍມີປາຍທາງຈາກສະໜາມບິນທັງພາຍໃນ ແລະ ພາກພື້ນຫຼາຍແຫ່ງ.

Read More

Related Articles