
ຊວນຄົ້ນພົບຄວາມງາມທ່າມກາງຄວາມສະຫງົບ ກ່ອນການປ່ຽນແປງ
ບົດ ແລະ ຮູບໂດຍ: ມິກ ຊິບເພັນ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ
ເມືອງຫຼວງພະບາງມັກຖືກຂະໜານນາມວ່າ ເປັນໜຶ່ງໃນສະຖານທີ່ງົດງາມທີ່ສຸດຂອງລາວ. ແຕ່ສໍາລັບນັກທ່ອງທ່ຽວທີ່ຕ້ອງການຄົ້ນພົບ ແລະ ສໍາຜັດກັບມົນສະເໜ່ໃໝ່ໆທາງພາກເໜືອຂອງປະເທດ, ຜູ້ຂຽນຂໍບອກເລີຍວ່າ ເມືອງໄຊ ເຊິ່ງເປັນເມືອງເອກຂອງແຂວງອຸດົມໄຊ ກໍເປັນອີກຈຸດໝາຍປາຍທາງໜຶ່ງທີ່ບໍ່ຄວນເບິ່ງຂ້າມ. ເມືອງແຫ່ງນີ້ ຕັ້ງຢູ່ຫ່າງຈາກເມືອງຫຼວງພະບາງປະມານ 45 ນາທີ ດ້ວຍລົດໄຟຄວາມໄວສູງ, ຈຶ່ງເໝາະສົມເປັນຢ່າງຍິ່ງສໍາລັບການແວ່ພັກເຊົາລະຫວ່າງເດີນທາງທ່ອງທ່ຽວເຂດພາກເໜືອຂອງລາວ.
ເມືອງໄຊ ກໍາລັງປ່ຽນແປງຢ່າງວ່ອງໄວໃນປັດຈຸບັນ. ເມື່ອກ້າວອອກຈາກສະຖານີລົດໄຟ, ນັກທ່ອງທ່ຽວຈະພົບເຫັນລົດໄຟຟ້າທີ່ພ້ອມໃຫ້ບໍລິການຮັບ-ສົ່ງເຂົ້າສູ່ຕົວເມືອງ ຫຼື ໂຮງແຮມ ໃນລາຄາພຽງ 10,000 ກີບ. ພາຍໃນຕົວເມືອງເລີ່ມປາກົດມີຮ້ານກາເຟ, ຮ້ານອາຫານ ແລະ ທຸລະກິດຂະໜາດນ້ອຍທີ່ຫາກໍເປີດໃໝ່ຈໍານວນຫຼາຍຂຶ້ນ. ຮ້ານອາຫານຍອດນິຍົມ ເຊັ່ນ ຮ້ານໂຮງຕ້ຽງ Coffee & Bar, ການເຂົ້າມາຂອງຮ້ານກາເຟອາເມຊອນ, ລວມທັງຮ້ານອາຫານຈີນຈໍານວນຫຼາຍ ລ້ວນແຕ່ສະທ້ອນໃຫ້ເຫັນວ່າ ເມືອງໄຊກໍາລັງກ້າວເຂົ້າສູ່ຄວາມທັນສະໄໝ ແລະ ເຊື່ອມໂຍງກັບພາກພື້ນອ້ອມຮອບຫຼາຍຂຶ້ນເລື້ອຍໆ.

ນັກທ່ອງທ່ຽວສາມາດໃຊ້ເວລາພັກທີ່ຕົວເມືອງແຫ່ງນີ້ປະມານສອງຫາສາມຄືນໄດ້ຢ່າງສະດວກສະບາຍ. ໜຶ່ງສະຖານທີ່ທ່ອງທ່ຽວສໍາຄັນທີບໍ່ຄວນພາດກໍແມ່ນວັດພູທາດເຊິ່ງມີພະທາດຕັ້ງຢູ່ເທິງຈອມພູໃກ້ກັບຖະໜົນສາຍຫຼັກ, ເຊື່ອວ່າຖືກສ້າງຂຶ້ນໂດຍປະຊາຊົນຊົນເຜົ່າໄທລື້ ໃນຊ່ວງຕົ້ນສັດຕະວັດທີ 14. ປັດຈຸບັນ, ນັກທ່ອງທ່ຽວສາມາດທ່ຽວຊົມພະທາດສີທອງ ແລະ ພະພຸດທະຮູບປາງຢືນຂະໜາດໃຫຍ່ ໂດຍມີຄວາມສູງເຖິງ 18 ແມັດ. ສໍາລັບຊ່ວງເວລາທີ່ງົດງາມທີ່ສຸດ ກໍແມ່ນຊ່ວງກ່ອນດວງຕາເວັນຕົກດິນ ເມື່ອແສງອາທິດແຜ່ລັດສະໝີກວມທົ່ວຈອມພູເພື່ອກະຈາຍແສງສະຫວ່າງດ້ວຍສີທອງອັນອົບອຸ່ນ.
ສໍາລັບຜູ້ທີ່ສົນໃຈຕໍ່ຜົນງານຫັດຖະກໍາຂອງທ້ອງຖິ່ນ ກໍມີສູນຫັດຖະກໍາໄທລື້ເຊິ່ງເປັນບ່ອນທີ່ຮູ້ຈັກກັນດີ ແລະ ຄວນຄ່າແກ່ການແວ່ຊົມ. ນັກທ່ອງສາມາດເພີດເພີນກັບວິທີການຕໍ່າຫູກຂອງຊ່າງຕໍ່າຫູກໃນທ້ອງຖິ່ນ ພ້ອມເລືອກຊື້ຜ້າແພ ແລະ ເຄື່ອງນຸ່ງທີ່ເຮັດດ້ວຍມືອັນເປັນເອກະລັກຂອງຊຸມຊົນ.
ນອກຈາກນີ້, ເມືອງໄຊຍັງເປັນຈຸດໝາຍປາຍທາງທີ່ເໝາະສົມເພື່ອລິ້ມລອງລົດຊາດຂອງອາຫານພື້ນເມືອງ. ພາຍໃນຕົວເມືອງມີຕະຫຼາດສົດສອງແຫ່ງ ໄດ້ແກ່: ຕະຫຼາດບ້ານຖິ່ນ ເຊິ່ງຕັ້ງຢູ່ໃກ້ກັບໂຮງແຮມງາມລາວ ແລະ ຕະຫຼາດໜອງແມງດາ ເຊິ່ງເປັນຕະຫຼາດສົດທ້ອງຖິ່ນທີ່ມີຂະໜາດໃຫຍ່ທີ່ສຸດຂອງແຂວງອຸດົມໄຊ. ບັນດາຕະຫຼາດສົດເຫຼົ່ານີ້ເຕັມໄປດ້ວຍສີສັນຂອງພືດຜັກສົດພື້ນບ້ານ, ຜະລິດຕະພັນເຄື່ອງປ່າຂອງດົງ, ອາຫານປະເພດເຂົ້າໜົມ ແລະ ວັດຖຸດິບຕາມລະດູການທີ່ສະທ້ອນວິຖີຊີວິດຂອງທ້ອງຖິ່ນໄດ້ຢ່າງມີຊີວິດຊີວາ.

ເມື່ອເລາະລຽບຕາມແຄມທາງສາຍຫຼັກ, ນັກທ່ອງທ່ຽວຈະພົບກັບອາຫານລາວທີ່ປຸງແຕ່ງແບບຮຽບງ່າຍ ແຕ່ປ່ຽມລົ້ນໄປດ້ວຍລົດຊາດອັນມີສະເໜ່ ບໍ່ວ່າຈະເປັນເຂົ້າຂາໝູ, ເຂົ້າມັນໄກ່ ພ້ອມແຈ່ວສົ້ມລົດຊາດແຊບນົວ, ແລະ ເຂົ້າຊອຍເມືອງເໜືອ. ນອກຈາກນີ້ຍັງມີຮ້ານອາຫານຈີນຈໍານວນຫຼາຍ ໂດຍສະເພາະບໍລິເວນໃຫ້ຄຽງໂຮງແຮມງາມລາວ ແລະ ຕະຫຼາດບ້ານຖິ່ນ.
ອີກໜຶ່ງປະສົບການອັນງຽບສະຫງົບຂອງເມືອງໄຊກໍແມ່ນ ພິທີຕັກບາດໃນຍາມເຊົ້າ ເຊິ່ງມັກເລີ່ມຕົ້ນປະມານ 6:30 ໂມງເຊົ້າ. ນັກທ່ອງທ່ຽວສາມາດຊົມໄດ້ຈາກໄລຍະຫ່າງທີ່ເໝາະສົມ ໂດຍບໍ່ຈໍາເປັນຕ້ອງປະເຊີນໜ້າກັບຝູງຊົນຈໍານວນຫຼາຍຕ່າງຈາກເມືອງຫຼວງພະບາງ.

ແຂວງອຸດົມໄຊ ຖືເປັນສະຖານທີ່ຢູ່ອາໄສຂອງຫຼາຍກຸ່ມຊົນເຜົ່າ ບໍ່ວ່າຈະເປັນຊົນເຜົ່າກຶມມຸ, ມົ້ງ, ອາຄ່າ, ແລນແຕນ, ໄທດໍາ, ໄທລື້, ໄທພວນ ແລະ ພູນ້ອຍ. ມີຄວາມເຊື່ອກັນວ່າ ຊົນເຜົ່າກຶມມຸ ແມ່ນໜຶ່ງໃນກຸ່ມທໍາອິດທີ່ເຂົ້າມາຕັ້ງຖິ່ນຖານບ້ານເຮືອນຢູ່ພື້ນທີ່ແຫ່ງນີ້. ຄວາມຫຼາກຫຼາຍທາງວັດທະນະທໍາດັ່ງກ່າວ ໄດ້ຮັບການສະເຫຼີມສະຫຼອງຜ່ານງານບຸນວັດທະນະທຳຊົນເຜົ່າເຊິ່ງມັກຈັດຂຶ້ນໃນຊ່ວງເດືອນມັງກອນ ຫຼື ກຸມພາ ທີ່ສະໜາມກິລາເມືອງໄຊ. ພາຍໃນງານປະກອບມີການສະແດງສິລະປະ, ອາຫານພື້ນເມືອງ ແລະ ປະເພນີທ້ອງຖິ່ນເພື່ອເປີດໂອກາດໃຫ້ຊຸມຊົນໄດ້ສໍາຜັດຢ່າງໃກ້ຊິດ.
ສໍາລັບນັກທອງທ່ຽວທີ່ມັກຮັກທໍາມະຊາດ ແລະ ການພະຈົນໄພນໍ້າກັດຢໍລະປ່າກໍແມ່ນໜຶ່ງສະຖານທີ່ທີ່ບໍ່ຄວນພາດ. ຣີສອດແຫ່ງນີ້ຕັ້ງຢູ່ຫ່າງຈາກເທສະບານເມືອງໄຊປະມານ 17 ກິໂລແມັດ ໂດຍຕັ້ງຢູ່ຂອບເຂດພື້ນທີ່ປ່າສະຫງວນ. ບັນດາແຂກທີ່ມາພັກເຊົາ ແລະ ນັກທ່ອງທ່ຽວສາມາດຍ່າງປ່າ, ຂີ່ລົດຖີບ, ຂີ່ລົດໄຟຟ້າ, ຂີ່ສະລິງ, ຮຽນເຮັດອາຫານ ຫຼື ສຶກສາວັດທະນະທໍາຊົນເຜົ່າກຶມມຸໄດ້. ນອກຈາກນີ້, ຍັງມີສູນກິດຈະກໍາສໍາລັບຄອບຄົວ, ສະລອຍນໍ້າ, ແລະ ພິພິທະພັນຊີວະນານາພັນ ທີ່ຈັດວາງສະແດງກ່ຽວກັບສັດປ່າໃນປ່ານໍ້າກັດນໍາອີກ.

ສໍາລັບນັກທ່ອງທ່ຽວທີ່ຍັງມີເວລາເຫຼືອເຟືອ, ສາມາດເດີນທາງຕໍ່ໄປຍັງເມືອງຫຼາ ເຊິ່ງຕັ້ງຢູ່ຫ່າງຈາກເມືອງໄຊປະມານ 28 ກິໂລແມັດ. ເສັ້ນທາງສາຍນີ້ເນັ່ງຜ່ານພູເຂົາ ແລະ ຕະຫຼາດຊຸມຊົນ ກ່ອນຈະເຖິງໝູ່ບ້ານອັນງຽບສະຫງົບທັງເປັນສະຖານທີ່ຕັ້ງຂອງວັດພະເຈົ້າສິງຄໍາ ໜຶ່ງໃນສະຖານທີ່ເຮັດບຸນສໍາຄັນຂອງທ້ອງຖິ່ນ.
ເມືອງໄຊ ກໍາລັງເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ເນື່ອງມາຈາກອິດທິພົນຂອງເສັ້ນທາງລົດໄຟລາວ-ຈີນ. ເຖິງແມ່ນຕົວເມືອງດັ່ງກ່າວໃນປັດຈຸບັນຍັງຄົງຄວາມງຽບສະຫງົບ, ຮຽບງ່າຍ ແລະ ເຕັມໄປດ້ວຍມົນສະເໜ່ແບບທ້ອງຖິ່ນ ແຕ່ບັນຍາກາດເຊັ່ນນີ້ອາດຈະບໍ່ຄົງຢູ່ຕະຫຼອດໄປ. ຖ້ານັກທ່ອງທ່ຽວຄົນໃດຍັງຕ້ອງການສໍາຜັດກັບບັນຍາກາດຕົວເມືອງນ້ອຍແຕ່ອົບອຸ່ນໃນວັນທີ່ຍັງບໍ່ມີຜູ້ຄົນແອອັດ, ບາງທີຊ່ວງນີ້ອາດເປັນຊ່ວງເວລາທີ່ດີທີ່ສຸດສໍາລັບການເດີນທາງທ່ອງທ່ຽວ ກ່ອນທີ່ນັກທ່ອງທ່ຽວຈາກທົ່ວມຸມໂລກຈະຄົ້ນພົບມົນສະເໜ່ຂອງເມືອງໄຊເຊັ່ນດຽວກັນ.

ການເດີນທາງໄປຍັງເມືອງໄຊ ແລະ ເຂດອ້ອມຮອບຕົວເມືອງ
ນັກທ່ອງທ່ຽວສາມາດເດີນທາງດ້ວຍຖ້ຽວບິນກັບສາຍການບິນລາວ ໂດຍມີຕົ້ນທາງຈາກນະຄອນຫຼວງວຽງຈັນໄປຍັງຫຼວງພະບາງ, ຈາກນັ້ນຈຶ່ງເດີນທາງຕໍ່ດ້ວຍລົດໄຟໄປຍັງເມືອງໄຊ. ມີລົດໄຟໃຫ້ບໍລິການທຸກວັນ ແລະ ສາມາດຈອງປີ້ຜ່ານແອັບພລີເຄຊັນລົດໄຟລາວ-ຈີນ.
ສໍາລັບການເດີນທາງອ້ອມຮອບເມືອງໄຊແມ່ນສະດວກສະບາຍ.
ມີລົດໂດຍສານໄຟຟ້າໃຫ້ບໍລິການທີ່ສະຖານີລົດໄຟ ເພື່ອຮັບ-ສົ່ງນັກທ່ອງທ່ຽວໄປຍັງ
ໂຮງແຮມຕ່າງໆ ແລະ ຍັງສາມາດເອີ້ນລົດເພື່ອເດີນທາງໄປອ້ອມຮອບຕົວເມືອງ ຫຼື ຈັດຫາລົດຮັບ-ສົ່ງກັບຄືນໄປຍັງສະຖານີລົດໄຟໄດ້ນໍາອີກ.



English