ສູນອະນຸລັກຊ້າງ ມານດາລາວ (Mandalao Elephant Conservation)
ບົດໂດຍ: ເຈສັນ ໂຣລັນ
ຮູບໂດຍ: ສູນອະນຸລັກຊ້າງ ມານດາລາວ (Mandalao Elephant Conservation)
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ຜູ້ຂຽນໄດ້ຍິນສຽງຊ້າງນ້ອຍກ່ອນທີ່ຈະແນມເຫັນໂຕຕົນຂອງມັນ. ສຽງໃບໄມ້ໄຫວຕີງດັງກັອບ!ແກັບ ຢູ່ດ້ານຫຼັງຂອງພຸ່ມໄມ້ ຕາມດ້ວຍສຽງຮ້ອງອັນແຫຼມໃສຄ້າຍຄືໂທນສຽງໂຊປຣາໂນ (ໂທນສຽງຂອງສຽງເພງປະສານສຽງ) ເຊິ່ງເປັນການບົ່ງບອກໃຫ້ຮູ້ວ່າ ບຸນຊັບ, ອາຍຸ 5 ປີ ນໍ້າໜັກປະມານ 1,000 ກິໂລກຣາມ ຊ້າງນ້ອຍໄວພວມດື້ປະຈໍາສູນອະນຸລັກຊ້າງ ມານດາລາວ ຢູ່ບໍ່ໄກຈາກບ່ອນພວກເຮົາຢູ່. ຈາກນັ້ນກໍມີສຽງຮ້ອງທຸ້ມຕໍ່າອີກໜຶ່ງສຽງສົ່ງສະທ້ອນມາຈາກເນີນພູທີ່ສູງຂຶ້ນໄປອີກ ນັ້ນກໍແມ່ນ ແມ່ແຫຼມທອງ, ຊ້າງຜູ້ປຽບເໝືອນແມ່ບຸນທໍາ ແລະ ເພື່ອນຄູ່ໃຈຂອງບຸນຊັບ. ແມ່ແຫຼມທອງຄ່ອຍໆຍ່າງຍວດຍ້າຍລົງມາຕາມເນີນພູ, ຂະນະທີ່ປາຍງວງອັນຄ່ອງແຄ້ວກໍຄ່ອຍໆຄວ້າໃສ່ໃບໄມ້ ແລະ ກິ່ງໄມ້ພຸ່ມ ກ່ອນຍັດເຂົ້າໃສ່ປາກຢ່າງຊໍານິຊໍານານ.
ໃນເມື່ອກ່ອນ, ຊ້າງອາຊີທີ່ຖືກນໍາມາລ້ຽງເພື່ອໃຊ້ງານເຄີຍເປັນແຮງງານສໍາຄັນໃນອຸດສາຫະກໍາໄມ້, ແຕ່ເມື່ອເຕັກໂນໂລຊີສະໄໝໃໝ່ກ້າວເຂົ້າມາປ່ຽນແປງວິທີການລາກແກ່ໄມ້ທ່ອນ ແລະ ຜູ້ຄົນຕ່າງກໍຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນເຖິງຜົນກະທົບທີ່ມີຕໍ່ສັດທີ່ມີຄຸນຄ່າຊະນິດນີ້, ຈິ່ງມີຄວາມພະຍາຍາມໃນການໃຫ້ການຊ່ວຍເຫຼືອ ແລະ ຟື້ນຟູຊີວິດການເປັນຢູ່ຂອງຊ້າງເຫຼົ່ານີ້ ເພື່ອຊ່ວຍໃຫ້ພວກມັນຄ່ອຍໆປັບໂຕເຂົ້າກັບຊີວິດຮູບແບບໃໝ່ ເຊິ່ງບໍ່ແມ່ນການໃຊ້ຊີວິດໃນປ່າຢ່າງແທ້ຈິງ ແລະ ບໍ່ແມ່ນຊີວິດຂອງປະເພດສັດທີ່ຖືກໃຊ້ແຮງງານອີກຕໍ່ໄປ.

ສູນອະນຸລັກຊ້າງ ມານດາລາວ, ເຊິ່ງຕັ້ງຢູ່ເຂດຊານເມືອງຂອງຫຼວງພະບາງ ຖືເປັນພື້ນທີ່ພັກອາໄສສໍາລັບຝູງຊ້າງທັງລຸ້ນນ້ອຍ ແລະ ໃຫຍ່ ທີ່ໄດ້ຮັບຜົນກະທົບຈາກການໃຊ້ແຮງງານໃນການແກ່ລາກໄມ້ທ່ອນ ແລະ ການທ່ອງທ່ຽວເພື່ອສະແຫວງຫາຜົນປະໂຫຍດ. ສູນແຫ່ງນີ້ໄດ້ເປີດໂອກາດໃຫ້ນັກທ່ອງທ່ຽວສາມາດສໍາຜັດກັບຊ້າງໄດ້ຢ່າງໃກ້ຊິດ ຜ່ານກິດຈະກໍາທີ່ປັດສາຈາກການຂີ່ຫຼັງຊ້າງ ລວມທັງການຍ່າງປ່າໂດຍມີພະນັກງານນໍາທ່ຽວພາທາງ ເຊິ່ງກໍານົດໄລຍະຫ່າງຈາກຊ້າງຢ່າງໜ້ອຍ 6 ແມັດ ເພື່ອຮັບປະກັນບໍ່ໃຫ້ເປັນການລົບກວນພວກມັນຫຼາຍເກີນໄປ ເຊິ່ງນັກທ່ອງທ່ຽວສາມາດເບິ່ງຊ້າງຢຸດພັກ, ຊອກອາຫານ ແລະ ແມ່ນແຕ່ຕອນລົງໄປຫຼິ້ນກັບນໍ້າຂີ້ຕົມຕາມທໍາມະຊາດ.
ນາຍຄວານຊ້າງ ໄດ້ອະທິບາຍກ່ຽວກັບປະລິມານອາຫານຈໍານວນມະຫາສານທີ່ຈໍາເປັນຕໍ່ການລ້ຽງຊ້າງ 1 ເຊືອກ ໂດຍມີຄວາມຕ້ອງການສູງເຖິງ 200 ກິໂລກຣາມຕໍ່ມື້, ແລະ ທີ່ສູນອະນຸລັກຊ້າງ ມານດາລາວ ປະກອບມີຊ້າງໃຫຍ່ເຫຼົ່ານີ້ເຖິງ 13 ເຊືອກ. ຢ່າງໃດກໍຕາມ, ເຖິງແມ່ນຝູງຊ້າງດັ່ງກ່າວຈະຖືກປ່ອຍໃຫ້ສາມາດຊອກຫາກິນຕາມທໍາມະຊາດໃນປ່າໄດ້ ແຕ່ກໍຍັງມີຄວາມຕ້ອງການອາຫານເສີມຈໍານວນຫຼາຍ ເປັນຕົ້ນແມ່ນ ຕົ້ນສາລີ, ຕົ້ນກ້ວຍ ແລະ ພືດພັນຊະນິດອື່ນໆ ເພື່ອຕື່ມເຕັມສານອາຫານໃຫ້ພຽງພໍຕໍ່ຮ່າງກາຍ ເຊິ່ງທາງສູນມານດາລາວ ໄດ້ນໍາເອົາວັດຖຸດິບເຫຼົ່ານີ້ມາຈາກໄຮ່ຂອງຊາວສວນໃນທ້ອງຖິ່ນ.

ທ້າວສິນ, ນາຍຄວານຊ້າງຂອງບຸນຊັບຜູ້ເຮັດໜ້າທີ່ດູແລບຸນຊັບເປັນປະຈໍາທຸກມື້, ທັງສອງລ້ວນແຕ່ມີຄວາມຜູກພັນຕໍ່ກັນໃນຮູບແບບທີ່ບໍ່ຈໍາເປັນຕ້ອງອາໄສຄວາມຮຸນແຮງແບບທີ່ເຄີຍພົບເຫັນໃນປາງຊ້າງທົ່ວໄປຊ່ວງສອງສາມເດືອນກ່ອນ, ຂ້ອຍສັງເກດເຫັນບຸນຊັບກິນອາຫານໜ້ອຍຜິດປົກກະຕິ, ຈິ່ງແຈ້ງໃຫ້ທີມແພດເຂົ້າມາກວດສຸຂະພາບ ແລະ ເຫັນວ່າບຸນຊັບບໍ່ສະບາຍແຕ່ອາການບໍ່ຮຸນແຮງ ທາງແພດຈິ່ງໄດ້ໃຫ້ຢາປົວ. ພຽງສອງສາມມື້, ບຸນຊັບກໍກັບມາແລ່ນຫຼິ້ນ ແລະ ກິນເກັ່ງຄືເກົ່າທ້າວຄໍາ ເລົ່າສູ່ຜູ້ຂຽນຟັງ.
ເມື່ອແນມເບິ່ງບຸນຊັບທີ່ພວມໄລ່ລ່າຄວ້າໃບໄມ້ບໍ່ຕ່າງຫຍັງກັບໝານ້ອຍໂຕໃຫຍ່, ພວກເຮົາກໍອາດຫຼົງລືມໄປຊົ່ວຄາວວ່າ ຊ້າງນ້ອຍໂຕນີ້ປຽບເໝືອນຕົວແທນຂອງເລື່ອງລາວອັນໜັກໜາມາກ່ອນ. ເນື່ອງຈາກຊ້າງ ບໍ່ເຄີຍຖືກຍອມຮັບເປັນພຽງສັດທໍາມະດາຂອງປະຊາຊົນໃນລາວ, ພວກມັນມີບົດບາດສໍາຄັນໃນຄວາມເຊື່ອທາງພຸດທະສາສະໜາ ແລະ ນິທານພື້ນເມືອງ ຈົນກາຍເປັນທີ່ມາຂອງຊື່ປະເທດລາວໃນອະດີດວ່າລ້ານຊ້າງເຊິ່ງເປັນດິນແດນຂອງຊ້າງລ້ານເຊືອກ; ໂດຍຍ້ອນກັບຄືນໄປໃນຍຸກສະໄໝທີ່ອໍານາດຂອງເຈົ້າຊີວິດປົກຄອງຖືກວັດຈາກຈໍານວນຊ້າງທີ່ມີຢູ່ໃນອານາຈັກ. ຕະຫຼອດໄລຍະເວລາເກືອບສອງພັນປີທີ່ຊ້າງ ແລະ ມະນຸດຮ່ວມກັນເຮັດວຽກຄຽງບ່າຄຽງໄຫຼ່, ໂດຍສະເພາະໃນປາງຊ້າງລາກໄມ້ທີ່ເຄີຍຝຶກຝົນສັດເຊັ່ນ ແມ່ແຫຼມທອງໃຫ້ຄໍາຮູ້ ແລະ ຢູ່ພາຍໃຕ້ຄໍາສັ່ງມາແຕ່ຍຸກສະໄໝກ່ອນທີ່ຄໍາວ່າການອະນຸລັກຈະກາຍເປັນແນວຄິດທີ່ຜູ້ຄົນຮູ້ຈັກກັນເປັນວົງກວ້າງ. ປັດຈຸບັນ, ຈໍານວນຊ້າງປ່າໃນລາວມີຫຼົງເຫຼືອຢູ່ບໍ່ຮອດ 400 ເຊືອກ ແລະ ຊ້າງຈໍານວນໜຶ່ງທີ່ລອດພົ້ນຈາກປະຫວັດສາດອັນຍາວນານນັ້ນ ກໍຍັງຄົງແບກຮ່ອງຮອຍອັນໜັກໜ່ວງເອົາໄວ້. ສໍາລັບຊ້າງທີ່ອາໄສຢູ່ສູນມານດາລາວ ແມ່ນມີອາຍຸຕັ້ງແຕ່ 4 ປີ ເຖິງ 60 ກວ່າປີ ແລະ ຕ່າງກໍພົກພາເລື່ອງລາວໃນອະດີດຕິດຕົວມານໍາ ທັງໃນຮູບແບບຂອງບາດແຜທີ່ເບິ່ງເຫັນໄດ້ ແລະ ບາດແຜອີກຈໍານວນຫຼາຍທີ່ບໍ່ອາດແນມເຫັນດ້ວຍຕາເປົ່າ.

ສິ່ງທີ່ເຮັດໃຫ້ສູນອະນຸລັກຊ້າງ ມານດາລາວ ມີຄວາມແຕກຕ່າງສ່ວນໃຫຍ່ກໍແມ່ນລາຍການກິດຈະກໍາທີ່ທາງສູນບໍ່ເຮັດຄືກັບປາງຊ້າງທົ່ວໄປ. ສູນແຫ່ງນີ້ບໍ່ມີສາຍໂສ້, ບໍ່ມີກິດຈະກໍາຂີ່ຊ້າງ ແລະ ລະຫວ່າງການເດີນທາງຍ່າງປ່າກໍຈະບໍ່ອະນຸຍາດໃຫ້ເຂົ້າໃກ້ຊ້າງໃນໄລຍະ 6 ແມັດ, ເຊິ່ງກົດລະບຽບດັ່ງກ່າວໄດ້ຖືກບັງຄັບໃຊ້ຢ່າງເຄັ່ງຄັດໂດຍພະນັກງານນໍາທ່ຽວ ແລະ ເກືອບຈະບໍ່ຈໍາເປັນຕ້ອງເສຍເວລາອະທິບາຍ ເນື່ອງຈາກຕົວຊ້າງເອງສ່ວນໃຫຍ່ກໍຮັກສາໄລຍະຫ່າງດັ່ງກ່າວໄວ້ໂດຍສັນຊາດຕະຍານເຊັ່ນກັນ. ພື້ນທີ່ປ່າແຫ່ງນີ້ ບໍ່ໄດ້ເປັນກໍາມະສິດຂອງສູນອະນຸລັກຊ້າງ ມານດາລາວ, ແຕ່ເປັນການເຊົ່າຕໍ່ນໍາບັນດາບ້ານອ້ອມຂ້າງ, ໂດຍເປັນຮູບແບບຄວາມສໍາພັນທີ່ເຊື່ອມໂຍງອະນາຄົດຂອງສູນອະນຸລັກເຂົ້າກັບຊຸມຊົນ ເຊິ່ງຄັ້ງໜຶ່ງເຄີຍເພິ່ງພາຊ້າງເຫຼົ່ານີ້ໃນການເປັນແຮງງານແກ່ລາກໄມ້ທ່ອນ.
ພາລະກິດຂອງສູນອະນຸລັກຊ້າງ ມານດາລາວ ບໍ່ໄດ້ຈໍາກັດຢູ່ພຽງຊ້າງ 12 ເຊືອກພາຍໃນພື້ນທີ່ເທົ່ານັ້ນ, ແຕ່ຍັງມີການຈັດສັນທີມງານອອກລາດຕະເວນຂຶ້ນໄປທາງທິດເໜືອ ໂດຍສະເພາະເຂດປ່າສະຫງວນແຫ່ງຊາດນໍ້າປາກ, ແຂວງອຸດົມໄຊ, ບ່ອນເຊິ່ງພະນັກງານຕິດຕາມຝູງຊ້າງປ່າທີ່ເຫຼືອຢູ່ພາຍໃນປະເທດ ແລະ ເຮັດວຽກຮ່ວມກັບຊຸມຊົນ ເພື່ອປ້ອງກັນບໍ່ໃຫ້ຊ້າງກັບປະຊາຊົນເຂົ້າມາລົບກວນ ຫຼື ສ້າງປັນຫາໃຫ້ແກ່ກັນ. ວຽກງານເຫຼົ່ານີ້ອາດມີຄວາມຊັກຊ້າ ແລະ ບໍ່ໄດ້ມອບພາບອັນງົດງາມຢ່າງໜ້າປະທັບໃຈເທົ່າກັບການຍ່າງປ່າຮ່ວມກັບບຸນຊັບ, ເນື່ອງຈາກສ່ວນໃຫຍ່ເປັນວຽກງານເກັບກໍາຂໍ້ມູນ ແລະ ການເຝົ້າຕິດຕາມ ແຕ່ທັງໝົດນີ້ຊໍ້າພັດມີເປົ້າໝາຍອັນດຽວກັນ ນັ້ນກໍຄື ການດູແລຮັກສາປະຊາກອນຊ້າງປ່າທີ່ຫຼົງເຫຼືອຢູ່ບໍ່ເຖິງ 400 ເຊືອກ ເຊິ່ງຈໍາເປັນຕ້ອງມີທີມງານເຝົ້າຕິດຕາມຄວາມເປັນຢູ່ຂອງພວກມັນຢ່າງຕໍ່ເນື່ອງ.
ພວກເຮົາຍ່າງກັບຄືນໄປທາງແມ່ນໍ້າເພື່ອຮັບປະທານອາຫານທ່ຽງ, ຂະນະທີ່ສຽງຮ້ອງຂອງແມ່ແຫຼມທອງດັງຂຶ້ນອີກຄັ້ງຈາກເນີນພູທີ່ສູງກວ່າເດີມ, ສຽງດັ່ງກ່າວບໍ່ແມ່ນການບອກລາ ແຕ່ເປັນການປະກາດຈາກຕົວຊ້າງເອງ ແລະ ຈາກຝູງຊ້າງທີ່ຢູ່ເບື້ອງຫຼັງວ່າພວກມັນຈະບໍ່ໜີໄປໃສອີກ

ຫາກທ່ານຕ້ອງການສໍາຜັດປະສົບການຍ່າງປ່າຮ່ວມກັບຊ້າງ ຫຼື ຕ້ອງການຂໍ້ມູນເພີ່ມຕື່ມ, ສາມາດເຂົ້າເບິ່ງທີ່ເວັບໄຊ: mandalao.org.
ການເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປເມືອງຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກນະຄອນຫຼວງວຽງຈັນ, ກຸງເທບ, ຊຽງໃໝ່ ແລະ ຮາໂນ່ຍ.



English
