ເສັ້ນທາງແຫ່ງການກ້າວໄປຂ້າງໜ້າ

Author:

Category:

spot_img

50 ປີແຫ່ງການດໍາເນີນງານໃນ ສປປ ລາວ ຂອງອົງການຢູນິເຊັບ

ບໍ່ມີເສັ້ນທາງທີ່ກຳນົດໄວ້ຕາຍຕົວ ແຕ່ພວກເຮົາຕ້ອງກ້າວເດີນໄປຂ້າງໜ້າ. ຄໍາເວົ້າອັນໜັກແໜ້ນປະໂຫຍກນີ້ຖືເປັນຈຸດເລີ່ມຕົ້ນຂອງບົດລາຍງານປະຈໍາປີ 1973/74 ສະບັບທໍາອິດ ຂອງອົງການຢູນິເຊັບປະຈໍາ ສປປ ລາວ ເຊິ່ງເປັນເລື່ອງລາວກ່ຽວກັບການເລີ່ມຕົ້ນແບບຮຽບງ່າຍໃນຫ້ອງການຊົ່ວຄາວ ທີ່ມີພະນັກງານພຽງ 3 ຄົນ ກັບເຄື່ອງພິມດີດອັນເກົ່າ 1 ເຄື່ອງ. ປັດຈຸບັນເລື່ອງລາວດັ່ງກ່າວໄດ້ລ່ວງເລີຍມາເປັນເວລາ 5 ທົດສະວັດ ໂດຍສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການອຸທິດຕົນຢ່າງບໍ່ຢຸດຢັ້ງຂອງອົງການຢູນິເຊັບທີ່ມີຕໍ່ເດັກນ້ອຍພາຍໃນຊາດ. ເມື່ອຫວນຄືນຫຼັງໃນຊ່ວງຫ້າສິບປີແຫ່ງການປ່ຽນແປງເຫຼົ່ານີ້, ເລື່ອງລາວດັ່ງກ່າວບໍ່ພຽງແຕ່ກ່ຽວຂ້ອງກັບການໃຫ້ການຊ່ວຍເຫຼືອ ແລະ ການພັດທະນາເທົ່ານັ້ນ ແຕ່ຍັງລວມມີການຮ່ວມມືອັນແໜ້ນແຟ້ນ ແລະ ການປ່ຽນແປງທີ່ຍືນຍົງນໍາອີກໂດຍການຮ່ວມມື້ກັບລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ.

ໃນຊ່ວງຊຸມປີ 1970, ເຊິ່ງເປັນຊ່ວງທີ່ປະເທດລາວໄດ້ກ່າວເຂົ້າສູ່ຍຸກໃໝ່ແຫ່ງສັນຕິພາບ, ພະລັງໄວໜຸ່ມຂອງຊາດ ກໍປະສົບກັບສິ່ງທີ່ຄ້າຍຄືກັນໃນພາລະກິດຂອງອົງການຢູນິເຊັບ. ຄວາມມຸ່ງໝັ້ນຂອງອົງການດັ່ງກ່າວໄດ້ສຸມໃສ່ການສຶກສາ, ສຸຂະພາບ, ໂພຊະນາການ, ນໍ້າສະອາດ, ສຸຂາພິບານ, ການປົກປ້ອງເດັກ ແລະ ການລວມເຂົ້າກັນເປັນໜຶ່ງດຽວ ອັນໄດ້ກາຍເປັນຜູ້ນໍາແຫ່ງຄວາມຫວັງ ໂດຍສະເພາະສໍາລັບຜູ້ທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ ແລະ ຜູ້ປະສົບກັບຄວາມທ້າທາຍຫຼາຍກວ່າໝູ່.

ໃນຊ່ວງຊຸມປີ 1980, ໄດ້ສະແດງໃຫ້ເຫັນເຖິງພູມີທັດຂອງຂໍ້ຈໍາກັດດ້ານຊັບພະຍາກອນ, ແຕ່ກໍເປັນຊ່ວງເວລາທີ່ປາກົດເຫັນຄວາມສໍາເລັດໄດ້ຢ່າງຊັດເຈນ. ການລົງທຶນໃນພື້ນຖານໂຄງລ່າງດ້ານການສຶກສາຂອງອົງການຢູນິເຊັບ, ໄດ້ຍົກໃຫ້ເຫັນເປັນຕົວຢ່າງຈາກການຜະລິດສື່ການສອນ ແລະ ການຝຶກອົບຮົມຄູສອນຊັ້ນປະຖົມສຶກສາ, ລວມທັງວາງພື້ນຖານໃຫ້ແກ່ຜູ້ຮຽນໃນລຸ້ນຕ່າງໆ.

ໃນຂະນະທີ່ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວໃນຊ່ວງຊຸມປີ 1990, ວິໄສທັດຂອງອົງການຢູນິເຊັບກໍໄດ້ຮັບການຈັດຕັ້ງເສີມຂະຫຍາຍໄປພ້ອມໆກັນ. ປະເດັນສໍາຄັນໃນການຈັດຕັ້ງປະຕິບັດວຽກງານຂອງອົງການດັ່ງກ່າວ ລວມມີ: ການສ້າງພູມຕ້ານທານ, ການສົ່ງເສີມການລ້ຽງລູກດ້ວຍນົມແມ່, ການສົ່ງເສີມການຮູ້ໜັງສື, ແລະ ການຫຼຸດຜ່ອນໄພອັນຕະລາຍຈາກລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງ ຢູ່ ສປປ ລາວ. ການເສີມຂະຫຍາຍການສະໜັບສະໜູນໄປຍັງເດັກພິການ ໂດຍເນັ້ນໃສ່ແນວທາງການພັດທະນາແບບມີສ່ວນຮ່ວມ.

ໃນໄລຍະປ່ຽນຜ່ານສະຫັດສະວັດ ເຫັນໄດ້ວ່າ ອົງການຢູນິເຊັບ ສາມາດປັບຕົວເຂົ້າກັບສິ່ງທ້າທາຍທີ່ເກີດຂຶ້ນໃໝ່ໄດ້ເປັນຢ່າງດີ. ຄວາມພະຍາຍາມໃນການຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ແລະ ການປັບປຸງລະບົບຄວາມເປັນທໍາແກ່ເດັກ ແລະ ໄວໜຸ່ມ ໄດ້ສະແດງໃຫ້ເຫັນເຖິງຄວາມເຂົ້າໃຈທີ່ເລິກເຊິ່ງຫຼາຍຂຶ້ນກ່ຽວກັບຄວາມຕ້ອງການໃນການປ່ຽນແປງຂອງໄວໜຸ່ມລາວ. ການມີສ່ວນຮ່ວມຂອງເດັກນ້ອຍ ໄດ້ກາຍເປັນພື້ນຖານສໍາຄັນທາງຍຸດທະສາດຂອງອົງການຢູ່ນິເຊັບ ດ້ວຍການກໍາເນີດເຄືອຂ່າຍສື່ໄວໜຸ່ມ ເຊິ່ງມີຢູ່ທຸກແຂວງທົ່ວປະເທດ.

ໃນຊຸມປີ 2010 ໄດ້ສະແດງໃຫ້ເຫັນດ້ວຍການເປັນຂົວເຊື່ອມຕໍ່ຄວາມແຕກຕ່າງລະຫວ່າງເດັກນ້ອຍໃນຕົວເມືອງ ແລະ ຊົນນະບົດ. ພ້ອມກັນນັ້ນກໍຍັງມີແນວຄິດລິເລີ່ມ ເຊັ່ນ ລາຍການໂທລະພາບ ເລື່ອງ “ບ້ານຂອງຂ້ອຍ” ທີ່ຜະລິດຂຶ້ນມາເພື່ອເດັກນ້ອຍລາວ ແລະ ໂຄງການສື່ໄວໜຸ່ມ ທີ່ໄດ້ພັດທະນາວິວັດທະນາການຄວາມຄິດດ້ານການສຶກສາ ແລະ ຂໍ້ມູນສໍາຫຼວດຜ່ານພູມີປະເທດທີ່ຫຼາກຫຼາຍຂອງ ສປປ ລາວ.

ທ່ານ ນາງ ເປຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າຈາກອົງການຢູນິເຊັບ ປະຈຳ ສປປ ລາວໄດ້ກ່າວວ່າ: “ຕະຫຼອດໄລຍະ 50 ປີຜ່ານມານີ້, ພວກເຮົາໄດ້ປະສົບຜົນສໍາເລັດຢ່າງໜ້າພາກພູມໃຈ ໃນການຍົກລະດັບຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ໄວໜຸ່ມລາວ”, ທ່ານກ່າວຕື່ມວ່າ: “ຈາກຜົນສໍາເລັດໃນໄລຍະຜ່ານມານັ້ນ, ພວກເຮົາກໍຕ້ອງໄດ້ເອົາໃຈໃສ່ຕໍ່ກັບສິ່ງທ້າທາຍທີ່ກຳລັງປະເຊີນໃນປັດຈຸບັນເຊັ່ນກັນ. ຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໄດ້ນໍາໄປສູ່ຄວາມສໍາເລັດທີ່ສໍາຄັນ ໃນການປົກປ້ອງ ແລະ ສົ່ງເສີມສິດຂອງເດັກນ້ອຍ ໂດຍສະເພາະກໍແມ່ນ ສິດໃນການດູແລສຸຂະພາບ, ສິດໃນການສຶກສາ, ສິດໃນການມີຄວາມສຸກ, ສິດໃນການໄດ້ຮັບການປົກປ້ອງ, ສິດໃນໂພຊະນາການ, ສິດໃນການເຂົ້າເຖິງນໍ້າສະອາດ ແລະ ສຸຂະອະນາໄມ ແລະ ສິດໃນການມີສ່ວນຮ່ວມ. ປີນີ້, ພວກເຮົາບໍ່ພຽງແຕ່ສະເຫຼີມສະຫຼອງຜົນສຳເລັດໃນອະດີດເທົ່ານັ້ນ ແຕ່ຍັງເປັນຊ່ວງເວລາອັນສໍາຄັນໃນການມຸ່ງໝັ້ນຕໍ່ອະນາຄົດລູກຫຼານຂອງພວກເຮົາ.”

ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 50 ປີ ຂອງອົງການຢູນິເຊັບ, ງານດັ່ງກ່າວຈິ່ງບໍ່ພຽງແຕ່ສະເຫຼີມສະຫຼອງຜົນສຳເລັດໃນອະດີດເທົ່ານັ້ນ, ແຕ່ຍັງເປັນການຢ້ຳຄືນເຖິງຄວາມມຸ່ງໝັ້ນຕັ້ງໃຈຕໍ່ອະນາຄົດນໍາອີກ. ໂດຍຖືເປັນຄຳໝັ້ນສັນຍາທີ່ຈະເດີນຕາມເສັ້ນທາງສູ່ຄວາມສໍາເລັດຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ເພື່ອສ້າງອະນາຄົດທີ່ສົດໃສ ແລະ ມີຄວາມຫວັງຫຼາຍຂຶ້ນສໍາລັບເດັກນ້ອຍທຸກຄົນ.

ການສະເຫຼີມສະຫຼອງເຄິ່ງສັດຕະວັດນີ້ ເປັນໄດ້ຫຼາຍກວ່າຄໍາວ່າເຫດການສໍາຄັນ ແຕ່ຍັງເປັນແສງສະຫວ່າງແຫ່ງຄວາມຫວັງ, ທັງເປັນບົດບາດພິເສດໃຫ້ເຫັນເຖິງຄວາມສາມາດໃນການຟື້ນຟູ ແລະ ຄໍາໝັ້ນສັນຍາທີ່ຈະຮັກສາຄວາມເປັນຢູ່ທີ່ດີຂອງເດັກນ້ອຍທຸກຄົນ ເຊິ່ງເປັນໃຈກາງຄວາມສໍາຄັນຂອງຄວາມກ້າວໜ້າ ແລະ ການພັດທະນາຂອງປະເທດຊາດ.

 

ບົດໂດຍ ທ່ານ ໄຊມອນ ນາເຊີ, (ຫົວໜ້າ ພະເເນກສື່ສານ ຂອງອົງການຢູນິເຊັບ ປະຈຳ ສປປ ລາວ)
ຮູບໂດຍ ອົງການຢູນິເຊັບ ປະຈຳ ສປປ ລາວ

Read More

Related Articles