ແລ່ນເພື່ອເດັກນ້ອຍ

Author:

Category:

spot_img

ສ້າງຄວາມແຂງແຮງໃຫ້ແກ່ຫົວໃຈຂອງທ່ານໃນຂະນະທີ່ມັນຍັງເຕັ້ນຢູ່
ງານແລ່ນເພື່ອເດັກນ້ອຍປະຈໍາປີ ພາຍໃຕ້ການສະໜັບສະໜູນໂດຍ ບໍລິສັດ ພລູເດັນໂຊ ເຊິ່ງຈັດຂຶ້ນທີ່ຫຼວງພະບາງ ໃນວັນເສົາ ທີ 20 ເດືອນຕຸລາ ປີ 2023! ໂດຍມີກໍານົດຈັດຂຶ້ນໃນທ້າຍອາທິດດຽວກັນກັບງານສະຫຼອງບຸນໄຫຼເຮືອໄຟທີ່ມີຊື່ສຽງໂດ່ງດັງຂອງຫຼວງພະບາງ, ຮັບຮອງໄດ້ວ່າ ງານປີນີ້ຈະມີຄວາມຍິ່ງໃຫຍ່ກວ່າປີຜ່ານມາແນ່ນອນ.

ເມື່ອທ່ານເຂົ້າຮ່ວມ, ບໍ່ພຽງແຕ່ທ່ານຈະໄດ້ອອກກໍາລັງກາຍພຽງຢ່າງດຽວເທົ່ານັ້ນ, ແຕ່ທ່ານຍັງໄດ້ຮ່ວມສ້າງຄວາມແຕກຕ່າງແບບທີ່ສາມາດຈັບຕ້ອງໄດ້ໃຫ້ກັບຊີວິດຂອງເດັກນ້ອຍລາວນໍາອີກ. ລາຍຮັບ 100% ແມ່ນຈະນໍາໄປຊ່ວຍເຫຼືອໂຮງໝໍເພື່ອນລາວສໍາລັບເດັກນ້ອຍ (LFHC), ເຊິ່ງໄດ້ໃຫ້ບໍລິການປິ່ນປົວຟຣີແກ່ເດັກນ້ອຍ ຈໍານວນ 35,000 ກວ່າຄົນໃນປີ 2022.

ມີປ້າຍຄໍາຂວັນຕິດໄວ້ຢູ່ດ້ານເທິງຂອງທາງເຂົ້າໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ເຊິ່ງຂຽນໄວ້ວ່າ. “ປະຕິບັດຕໍ່ເດັກນ້ອຍທຸກຄົນ ຄືກັບວ່າພວກເຂົາແມ່ນລູກຫຼານຂອງທ່ານເອງ.” ທີມງານ LFHC ມີຄວາມມຸ່ງໝັ້ນໃນການເຮັດວຽກຢ່າງຫ້າວຫັນໃນແຕ່ລະວັນ ເພື່ອເຮັດໃຫ້ຄໍາຂວັນເຫຼົ່ານີ້ເປັນຮູບປະທໍາ.

ງານແລ່ນຫຼວງພະບາງ ຮາຟມາຣາທອນ ໄດ້ເປີດໂອກາດໃຫ້ແກ່ບັນດາທ່ານໃນການປະກອບສ່ວນສະໜັບສະໜູນການຈັດຕັ້ງປະຕິບັດງານຂອງ LFHC ແລະ ເປັນສ່ວນໜຶ່ງຂອງກິດຈະກໍາຊຸມຊົນປະຈໍາປີທີ່ຍິ່ງໃຫຍ່ທີ່ສຸດອີກງານໜຶ່ງຂອງຫຼວງພະບາງ.

ຍິ່ງມີຄົນເຂົ້າຮ່ວມແລ່ນຫຼາຍເທົ່າໃດ, ຜົນໄດ້ຮັບກໍຍິ່ງເພີ່ມຂຶ້ນຫຼາຍເທົ່ານັ້ນ, ດັ່ງນັ້ນ ຢ່າລືມເຊີນຊວນສະມາຊິກໃນຄອບຄົວ, ໝູ່ເພື່ອນ, ແລະ ເພື່ອນຮ່ວມງານຂອງທ່ານມາຮ່ວມແຂ່ງຂັນນໍາກັນເດີ້!

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ໂຮງໝໍ ເພື່ອນລາວ ສຳລັບເດັກນ້ອຍ

Read More

Related Articles