ພະລັງສີຂຽວ

Author:

Category:

spot_img

ເສີມຂະຫຍາຍວຽກງານການທ່ອງທ່ຽວແບບຍືນຍົງຜ່ານການຢັ້ງຢືນລາວຍືນຍາວ ແລະ ການຢັ້ງຢືນຄວາມຍືນຍົງຂອງທຣາເວວໄລຟ໌ (Travelife)

ໃນຂະນະທີ່ຄວາມຕ້ອງການປະສົບການດ້ານການທ່ອງທ່ຽວແບບຍືນຍົງ ທັງມີຄວາມຮັບຜິດຊອບໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການໄດ້ຮັບການຢັ້ງຢືນຄວາມຍືນຍົງ ເຊັ່ນ ການຢັ້ງຢືນລາວຍືນຍາວ ແລະ Travellife ສາມາດຊ່ວຍໃນການສົ່ງເສີມທຸລະກິດຂອງທ່ານໃຫ້ກ້າວໜ້າໄດ້ເປັນຢ່າງດີ. ໃບຢັ້ງຢືນຄວາມຍືນຍົງເຫຼົ່ານີ້ ເຮັດໜ້າທີ່ເປັນສັນຍະລັກແຫ່ງຄວາມມຸ່ງໝັ້ນ, ເປັນແສງໄຟເຍືອງທາງໃຫ້ແກ່ບັນດາບໍລິສັດທີ່ໄດ້ມີການດໍາເນີນທຸລະກິດຢ່າງເປັນຮູບປະທໍາ ເພື່ອກ້າວສູ່ອະນາຄົດທີ່ຍືນຍົງ ແລະ ມີຄວາມຮັບຜິດຊອບເພີ່ມຂຶ້ນ. ແຕ່ການຢັ້ງຢືນເຫຼົ່ານີ້ ມີຄວາມກ່ຽວຂ້ອງກັບຫຍັງແດ່ ແລະ ຈະຊ່ວຍໃຫ້ທຸລະກິດມີຂໍ້ໄດ້ປຽບຄືແນວໃດ?

ການສ້າງຄວາມເຂົ້າໃຈກ່ຽວກັບການຢັ້ງຢືນຄວາມຍືນຍົງ
ການຢັ້ງຢືນຄວາມຍືນຍົງ ເຮັດໜ້າທີ່ເປັນເຄື່ອງໝາຍກຽດຕິຍົດ ທີ່ສະແດງເຖິງຄວາມມຸ່ງໝັ້ນຂອງທຸລະກິດຕໍ່ກັບວິທີການປະຕິບັດທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

ການຢັ້ງຢືນລາວຍືນຍາວແມ່ນເປັນຄວາມຄິດລິເລີ່ມໃນທ້ອງຖິ່ນ ໂດຍໂຄງການ SUSTOUR ລາວ, ທີ່ຮັບທຶນຈາກ ສະຫະພາບ ເອີຣົບ, ພາຍໃຕ້ການບໍລິຫານຄຸ້ມຄອງໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ການຢັ້ງຢືນນີ້ສ້າງຂຶ້ນໂດຍສະເພາະສໍາລັບທຸລະກິດການທ່ອງທ່ຽວໃນສີ່ຂະແໜງການຄື: ການບໍລິການຂົນສົ່ງ, ຜູ້ໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ, ເຄື່ອງຫັດຖະກຳ ແລະ ເຄື່ອງທີ່ລະນຶກ, ແລະ ການທ່ອງທ່ຽວດ້ານວັດທະນະທຳ. ໃບຢັ້ງຢືນດັ່ງກ່າວສ້າງຂຶ້ນເພື່ອມອບໃຫ້ແກ່ບັນດາທຸລະກິດ ທີ່ສະໜັບສະໜູນວິທີການປະຕິບັດແບບຍືນຍົງ, ສ້າງຜົນໃນເຊີງບວກຕໍ່ຊຸມຊົນທ້ອງຖິ່ນ, ແລະ ຫຼຸດຜ່ອນຜົນກະທົບເຊີງລົບຕໍ່ສິ່ງແວດລ້ອມ.

ກົງກັນຂ້າມ, ການຢັ້ງຢືນຄວາມຍືນຍົງຈາກ Travelife ເຊິ່ງໄດ້ຮັບການຄຸ້ມຄອງ ແລະ ອໍານວຍຄວາມສະດວກໂດຍສູນການທ່ອງທ່ຽວແບບນິເວດ ແລະ ກະສິກໍາຂອງເອີຣົບ (ECEAT), ເຊິ່ງເປັນຄູ່ຮ່ວມງານຂອງໂຄງການ SUSTOUR ລາວ, ການຢັ້ງຢືນດັ່ງກ່າວຖືເປັນເຄື່ອງໝາຍທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ ທີ່ມອບໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ, ຕົວແທນການທ່ອງທ່ຽວ ແລະ ສະຖານທີ່ພັກແຮມ. ພ້ອມກັນນັ້ນກໍຍັງເປັນເຄື່ອງໝາຍທີ່ສະແດງເຖິງຄວາມພະຍາຍາມໃນການທຸ້ມເທເຫື່ອແຮງຂອງບັນດາທຸລະກິດເຫຼົ່ານີ້ ຕໍ່ວິທີການປະຕິບັດທີ່ມີຄວາມຮັບຜິດຊອບໃນການດໍາເນີນທຸລະກິດຂອງພວກເຂົາ. ການຢັ້ງຢືນເຫຼົ່ານີ້ບໍ່ແມ່ນພຽງແຕ່ເປັນຂໍ້ພິສູດໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທຸລະກິດໃນດ້ານຄວາມຍືນຍົງເທົ່ານັ້ນ ແຕ່ຍັງສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ໃຊ້ບໍລິການທີ່ໄດ້ຮູ້ວ່າ ທາງເລືອກຂອງພວກເຂົາໄດ້ສົ່ງຜົນດີຕໍ່ໂລກໜ່ວຍນີ້ຄືແນວໃດ.

ການຢັ້ງຢືນຊ່ວຍເພີ່ມຄຸນຄ່າທາງທຸລະກິດ
ການຢັ້ງຢືນຄວາມຍືນຍົງ ເຊັ່ນ ການຢັ້ງຢືນລາວຍືນຍາວ ແລະ Travellife ແມ່ນເປັນໄດ້ຫຼາຍກວ່າຄວາມສໍາເລັດທາງສິນທໍາ ທັງເປັນເຄື່ອງມືຍຸດທະສາດທາງການຕະຫຼາດ ທີ່ຂັບເຄື່ອນການເຕີບໂຕຂອງທຸລະກິດ. ການສະແດງໃບຢັ້ງຢືນຄວາມຍືນຍົງເຫຼົ່ານີ້ຊ່ວຍສະທ້ອນເຖິງຄວາມມຸ່ງໝັ້ນຂອງທຸລະກິດຕໍ່ອະນາຄົດທີ່ຍືນຍົງ, ເຮັດໃຫ້ພວກເຂົາມີຄວາມແຕກຕ່າງທີ່ໂດດເດັ່ນທ່າມກາງຕະຫຼາດທີ່ມີການແຂ່ງຂັນສູງ ເຊິ່ງຜູ້ໃຊ້ບໍລິການໄດ້ໃຫ້ຄວາມສໍາຄັນທີ່ເພີ່ມຂຶ້ນກັບທາງເລືອກຂອງການທ່ອງທ່ຽວທີ່ຄໍານຶງເຖິງສິ່ງແວດລ້ອມ. ຂະບວນການຢັ້ນຢືນ ຍັງໄດ້ຊຸກຍູ້ໃຫ້ທຸລະກິດມີໂອກາດປັບປຸງປະສິດທິພາບຂອງການດໍາເນີນງານ ເຊິ່ງຈະນໍາໄປສູ່ການປະຢັດຄ່າໃຊ້ຈ່າຍໃນໄລຍະຍາວ.

ມຸມມອງຂອງຜູ້ໃຊ້ບໍລິການ ແລະ ຄວາມເຊື່ອໝັ້ນ
ສໍາລັບຜູ້ໃຊ້ບໍລິການ, ການຢັ້ງຢືນເຫຼົ່ານີ້ແມ່ນເຮັດໜ້າທີ່ເປັນເຄື່ອງມືນໍາທາງ ທີ່ຈະນໍາພາຜູ້ໃຊ້ບໍລິການໄປຫາທຸລະກິດທີ່ມີຄຸນສົມບັດສອດຄ່ອງກັບຄ່ານິຍົມຂອງພວກເຂົາ. ການຢັ້ງຢືນຄວາມຍືນຍົງຍັງຊ່ວຍຮັບປະກັນທາງເລືອກໃນການທ່ອງທ່ຽວຂອງຜູ້ໃຊ້ບໍລິການ ທີ່ສົ່ງຜົນອັນດີຕໍ່ການອະນຸລັກສິ່ງແວດລ້ອມ ແລະ ການພັດທະນາດ້ານສັງຄົມ. ໃນຂະນະທີ່ຜູ້ໃຊ້ບໍລິການໄດ້ເລືອກທຸລະກິດທີ່ມີເຄື່ອງໝາຍ “ສີຂຽວ” ເຫຼົ່ານີ້ຫຼາຍຂຶ້ນເລື້ອຍໆ, ແນວທາງດ້ານການຕະຫຼາດ ກໍຖືກປ່ຽນໄປສູ່ວິທີການປະຕິບັດທີ່ຍືນຍົງຫຼາຍຂຶ້ນ, ເຮັດໃຫ້ການຢັ້ງຢືນຄວາມຍືນຍົງເຫຼົ່ານີ້ກາຍເປັນຂໍ້ໄດ້ປຽບທາງການຕະຫຼາດທີ່ມີປະສິດທິພາບ.

ປັນຫາທ້າທາຍອັນພົ້ນເດັ່ນ
ເຖິງແມ່ນຜົນປະໂຫຍດຂອງການຢັ້ງຢືນຄວາມຍືນຍົງຈະມີຄວາມສໍາຄັນກໍຕາມ, ແຕ່ກໍຍັງເປັນສິ່ງຈໍາເປັນທີ່ຈະຮັບຮູ້ວ່າ ການໄດ້ຮັບ ແລະ ຮັກສາໃບຢັ້ງຢືນເຫຼົ່ານີ້ ອາດຈະສ້າງຄວາມທ້າທາຍໃຫ້ແກ່ທຸລະກິດໄດ້. ສິ່ງທ້າທາຍທົ່ວໄປບາງຢ່າງປະກອບມີ:

1. ຂໍ້ຈໍາກັດດ້ານຊັບພະຍາກອນ: ບັນດາທຸລະກິດຂະໜາດນ້ອຍອາດຈະປະເຊີນໜ້າກັບຂໍ້ຈໍາກັດດ້ານຊັບພະຍາກອນ ໃນການດໍາເນີນທຸລະກິດຕາມວິທີການປະຕິບັດທີ່ຍືນຍົງ ແລະ ຮັບປະກັນໃຫ້ສອດຄ່ອງຕາມເງື່ອນໄຂຂອງການຢັ້ງຢືນ. ມີຄວາມຈໍາເປັນຕ້ອງມີການລົງທຶນທາງການເງິນ ແລະ ຄວາມພະຍາຍາມໃນການຝຶກອົບຮົມ ເພື່ອເຮັດໃຫ້ການດຳເນີນງານຂອງພວກເຂົາສອດຄ່ອງກັບມາດຕະຖານຄວາມຍືນຍົງທີ່ເຂັ້ມງວດ.
2. ການປ່ຽນແປງວິທີການປະຕິບັດທາງທຸລະກິດ: ໃນການນໍາເອົາວິທີການປະຕິບັດແບບຍືນຍົງມາໃຊ້ ມັກຈະຮຽກຮ້ອງໃຫ້ມີການປ່ຽນແປງຂະບວນການທາງທຸລະກິດທີ່ກໍານົດໄວ້. ການປ່ຽນແປງນີ້ອາດຈະຕ້ອງໄດ້ໃຊ້ເວລາ, ລວມທັງຄວາມມຸ່ງໝັ້ນ ແລະ ການປັບປ່ຽນນິດໄສຄວາມເຄີຍຊິນ ເຊິ່ງອາດເປັນສິ່ງທ້າທາຍສໍາລັບທຸລະກິດບາງຂະແໜງການ.
3. ການມີສ່ວນຮ່ວມກັບຊຸມຊົນ: ໃນການມີສ່ວນຮ່ວມກັບຊຸມຊົນໃນທ້ອງຖິ່ນ ກໍເພື່ອຮັບປະກັນໃຫ້ເກີດຜົນໃນເຊີງບວກ ທັງຫຼຸດຜ່ອນຜົນກະທົບໃນດ້ານລົບຕໍ່ຂະແໜງການທ່ອງທ່ຽວທີ່ອາດມີຄວາມຊັບຊ້ອນ. ທຸລະກິດຕ່າງໆ ອາດຈໍາເປັນຕ້ອງໄດ້ເຮັດວຽກຮ່ວມກັນເພື່ອຊອກຫາທາງອອກທີ່ດີທີ່ສຸດ ແລະ ສະໜັບສະໜູນການພັດທະນາໃນທ້ອງຖິ່ນ.
4. ການຕິດຕາມ ແລະ ການລາຍງານ: ການຢັ້ງຢືນຄວາມຍືນຍົງ ປະກອບດ້ວຍການຕິດຕາມ ແລະ ລາຍງານຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມຢ່າງຕໍ່ເນື່ອງ. ຂະບວນການນີ້ສາມາດຮຽກຮ້ອງ ແລະ ກໍານົດໃຫ້ທຸລະກິດຕ້ອງມີການເກັບຮັກສາບັນທຶກ ແລະ ຂໍ້ມູນໃຫ້ຖືກຕ້ອງ.

ໂຄງການ SUSTOUR ລາວ ໃຫ້ການສະໜັບສະໜູນທຸລະກິດຕ່າງໆໄດ້ແນວໃດ
ເພື່ອເປັນການຮັບມືກັບສິ່ງທ້າທາຍເຫຼົ່ານີ້ ແລະ ສະໜັບສະໜູນທຸລະກິດຕ່າງໆໃນເສັ້ນທາງແຫ່ງຄວາມຍືນຍົງ, ໂຄງການ SUSTOUR ລາວ ໄດ້ສະເໜີການຊ່ວຍເຫຼືອອັນລ້ຳຄ່າ ດັ່ງນີ້:

1. ໃຫ້ຄໍາແນະນຳ ແລະ ການຝຶກອົບຮົມ: ໂຄງການນີ້ໄດ້ໃຫ້ຄໍາແນະນຳ ແລະ ການຝຶກອົບຮົມແກ່ທຸລະກິດທີ່ຕ້ອງການໃບຢັ້ງຢືນ. ກອງປະຊຸມສໍາມະນາ ແລະ ການຝຶກສອນ ຈະຊ່ວຍໃຫ້ບໍລິສັດຕ່າງໆມີຄວາມເຂົ້າໃຈກ່ຽວກັບເງື່ອນໄຂການຢັ້ງຢືນ ແລະ ວິທີການປະສົມປະສານວິທີການປະຕິບັດແບບຍືນຍົງເຂົ້າກັນຢ່າງມີປະສິດທິພາບ.
2. ການເຂົ້າເຖິງຊັບພະຍາກອນ: ໂຄງການສາມາດເຊື່ອມໂຍງທຸລະກິດກັບຊັບພະຍາກອນ, ເຄື່ອງມື ແລະ ການປະຕິບັດທີ່ດີທີ່ສຸດໃນການດໍາເນີນໂຄງການລິເລີ່ມທີ່ຍືນຍົງ ໂດຍບໍ່ຈໍາເປັນຕ້ອງໃຊ້ງົບປະມານຫຼາຍເກີນໄປ.
3. ການຮ່ວມມືຂອງຊຸມຊົນ: ໂຄງການ SUSTOUR ລາວ ອໍານວຍຄວາມສະດວກໃນການເຊື່ອມໂຍງລະຫວ່າງທຸລະກິດກັບຊຸມຊົນທ້ອງຖິ່ນ, ສົ່ງເສີມການຮ່ວມມືທີ່ເປັນປະໂຫຍດຕໍ່ທັງສອງຝ່າຍ ແລະ ນໍາໄປສູ່ການພັດທະນາແບບຍືນຍົງ.
4. ປັບປຸງຂະບວນການອອກໃບຢັ້ງຢືນ: ໂຄງການດັ່ງກ່າວສາມາດປັບປຸງຂະບວນການອອກໃບຢັ້ງຢືນ, ເຮັດໃຫ້ທຸລະກິດສາມາດຄຸ້ມຄອງຂໍ້ກໍານົດ ແລະ ຂັ້ນຕອນຕ່າງໆໄດ້ງ່າຍຂຶ້ນ.

ພາບລວມຂອງລາວ: ພະລັງອໍານາດຂອງການຢັ້ງຢືນ
ພິຈາລະນາກໍລະນີຂອງບໍລິສັດທ່ອງທ່ຽວໃນທ້ອງຖິ່ນໃນລາວ ທີ່ໄດ້ຮັບໃບຢັ້ງຢືນ ຈາກ Travellife. ພາຍຫຼັງໄດ້ນໍາເອົາວິທີການປະຕິບັດແບບຍືນຍົງມານໍາໃຊ້ເຂົ້າໃນການດໍາເນີນງານທັງໝົດ ນັບແຕ່ການບໍລິຫານຄຸ້ມຄອງຫ້ອງການຈົນເຖິງການວາງແຜນການທ່ອງທ່ຽວ ເຊິ່ງຜູ້ປະກອບການບໍ່ພຽງແຕ່ໄດ້ຮັບປະໂຫຍດຈາກການປະຢັດຄ່າໃຊ້ຈ່າຍເທົ່ານັ້ນ, ແຕ່ຍັງເລີ່ມດຶງດູດນັກທ່ອງທ່ຽວກຸ່ມໃໝ່ ໂດຍສະເພາະກໍແມ່ນບັນດາຜູ້ທີ່ໃສ່ໃຈຕໍ່ສິ່ງແວດລ້ອມນໍາອີກ. ການປັບປຸງຕໍາແໜ່ງທາງການຕະຫຼາດທີ່ດີຂຶ້ນນີ້ ເຮັດໃຫ້ມີການລົງທຶນເພີ່ມຕື່ມໃນຊຸມຊົນທ້ອງຖິ່ນ, ລວມທັງການລິເລີ່ມວັດທະຈັກໃນເຊີງບວກຂອງຄວາມຍືນຍົງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ.

ນອກຈາກນີ້, ການຢັ້ງຢືນຄວາມຍືນຍົງຈາກ Travelife ຍັງໄດ້ຮັບການພິສູດໃຫ້ເຫັນແລ້ວວ່າ ເປັນຊັບສິນອັນລໍ້າຄ່າເມື່ອມີການຕິດຕໍ່ພົວພັນກັບບໍລິສັດທ່ອງທ່ຽວຕ່າງປະເທດ. ເຊິ່ງເປັນເລື່ອງປົກກະຕິທີ່ຜູ້ປະກອບການຕ່າງປະເທດ ໄດ້ຊອກຫາຄູ່ຮ່ວມມືທີ່ມີເງື່ອນໄຂດ້ານຄວາມຍືນຍົງທີ່ເຂັ້ມງວດ. ບໍລິສັດໃນທ້ອງຖິ່ນສາມາດນໍາໃຊ້ມາດຕະການຢັ້ງຢືນຂອງ Travelife ເພື່ອຮັບປະກັນໃຫ້ສອດຄ່ອງຢ່າງກົມກືນຕາມຂໍ້ກໍານົດເຫຼົ່ານີ້. ດັ່ງນັ້ນ, ການຢັ້ງຢືນຄວາມຍືນຍົງຂອງ Travelife ບໍ່ພຽງແຕ່ດໍາເນີນການກວດສອບຄວາມພະຍາຍາມດ້ານຄວາມຍືນຍົງຂອງພວກເຂົາເທົ່ານັ້ນ, ແຕ່ຍັງອໍານວຍຄວາມສະດວກໃນການເປັນຄູ່ຮ່ວມມືໃໝ່ໆລະດັບໂລກ ພ້ອມທັງຂະຫຍາຍການເຂົ້າເຖິງຕະຫຼາດໃໝ່ໆນໍາອີກ.

ໃບຢັ້ງຢືນກັບຄວາມກ່ຽວຂ້ອງລະດັບໂລກ
ເປັນສິ່ງສໍາຄັນທີ່ຈະຕ້ອງໄດ້ຮັບຮູ້ວ່າ ເຖິງແມ່ນເນື້ອໃນຂອງບົດຄວາມຈະເວົ້າເຖິງກໍລະນີຂອງປະເທດລາວເປັນຫຼັກ, ແຕ່ການຢັ້ງຢືນລາວຍືນຍາວ ແລະ Travelife ກໍໄດ້ຮັບການຍອມຮັບຢ່າງກວ້າງຂວາງ ທັງມີຄວາມກ່ຽວຂ້ອງກັນໃນທົ່ວໂລກ. ນັກທ່ອງທ່ຽວທີ່ໃສ່ໃຈຕໍ່ສິ່ງແວດລ້ອມໃນທົ່ວໂລກ ຕ່າງກໍພາກັນຊອກຫາທຸລະກິດທີ່ໄດ້ຮັບການຢັ້ງຢືນຄວາມຍືນຍົງຢ່າງຈິງຈັງ, ເຊິ່ງໄດ້ກາຍເປັນແນວຄວາມຄິດແບບສະໄໝນິຍົມລະດັບສາກົນທີ່ທຸລະກິດສາມາດນໍາໄປໃຊ້ໄດ້.

ເຮັດແນວໃດຈິ່ງຈະໄດ້ຮັບການຢັ້ງຢືນ
ເຖິງແມ່ນວ່າຂະບວນການອອກໃບຢັ້ງຢືນລາວຍືນຍາວ ແລະ Travelife ຈະມີຄວາມແຕກຕ່າງກັນ, ແຕ່ທັງສອງກໍມີຄວາມກ່ຽວຂ້ອງກັບການປະເມີນຜົນກະທົບແບບຄວບຄຸມທັງທາງດ້ານສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດຂອງບໍລິສັດ. ຜູ້ປະກອບການທຸລະກິດໃດທີ່ມີຄວາມສົນໃຈໃນການໄດ້ຮັບໃບຢັ້ງຢືນດັ່ງກ່າວ ແມ່ນສາມາດຕິດຕໍ່ໂຄງການ SUSTOUR ລາວໄດ້ໂດຍກົງ. ທີມງານຂອງພວກເຮົາພ້ອມໃຫ້ຄໍາແນະນໍາແກ່ພວກທ່ານຕະຫຼອດຂະບວນການອອກໃບຢັ້ງຢືນ, ໃຫ້ຄໍາປຶກສາກ່ຽວກັບແນວທາງທີ່ກ່ຽວຂ້ອງຈາກໜ່ວຍງານອອກໃບຢັ້ງຢືນແຕ່ລະແຫ່ງ ແລະ ໃຫ້ການຊ່ວຍເຫຼືອຕະຫຼອດຊ່ວງຂອງການສະໝັກ.

ສິ່ງສໍາຄັນນັ້ນກໍຄື ໂຄງການ SUSTOUR ລາວ ກໍາລັງເປີດໂອກາດໃຫ້ແກ່ທຸລະກິດໃນການສະໝັກຂໍການຢັ້ງຢືນເຫຼົ່ານີ້ໂດຍບໍ່ເສຍຄ່າ ຈົນຮອດເດືອນກໍລະກົດ 2024. ນອກຈາກການສະໝັກດັ່ງກ່າວແລ້ວ, ໂຄງການນີ້ຍັງສະໜອງການຝຶກອົບຮົມ ແລະ ການຝຶກສອນທີ່ກ່ຽວຂ້ອງ, ເຊິ່ງຊ່ວຍໃຫ້ທຸລະກິດສາມາດບັນລຸເປົ້າໝາຍດ້ານຄວາມຍືນຍົງໄດ້. ໂອກາດນີ້ໄດ້ຊ່ວຍສ້າງຈຸດເລີ່ມຕົ້ນທາງຄວາມຄິດທີ່ສົມບູນແບບສໍາລັບທຸລະກິດ ໃນການຍົກລະດັບຄວາມພະຍາຍາມດ້ານຄວາມຍືນຍົງ ແລະ ໄດ້ຮັບການຍອມຮັບໃນລັກສະນະດຽວກັນ.

ສະຫຼຸບ
ການຢັ້ງຢືນຄວາມຍືນຍົງ ເຊັ່ນ ການຢັ້ງຢືນລາວຍືນຍາວ ແລະ Travellife ໄດ້ໃຫ້ຜົນປະໂຫຍດທີ່ໜ້າປະທັບໃຈແກ່ທຸລະກິດ, ຜູ້ໃຊ້ບໍລິການ ແລະ ສິ່ງແວດລ້ອມ. ໃນຂະນະທີ່ການຢັ້ງຢືນດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການທ່ອງທ່ຽວທີ່ມີຄວາມຮັບຜິດຊອບ, ພວກເຂົາຍັງນໍາສະເໜີສິ່ງທ້າທາຍທີ່ທຸລະກິດຈໍາເປັນຕ້ອງໄດ້ແກ້ໄຂ. ພາຍໃຕ້ການສະໜັບສະໜູນດ້ານຄວາມຄິດລິເລີ່ມຕ່າງໆ ໂດຍສະເພາະກໍແມ່ນໂຄງການ SUSTOUR ລາວ, ທຸລະກິດຈິ່ງສາມາດຮັບມືກັບສິ່ງທ້າທາຍເຫຼົ່ານີ້ໄດ້ ແລະ ເປີດຮັບອະນາຄົດທີ່ຍືນຍົງ ທັງໃຫ້ຜົນກໍາໄລຫຼາຍຂຶ້ນ ເຊິ່ງເປັນການສ້າງຜົນອັນດີຕໍ່ທັງພາກອຸດສາຫະກໍາຂອງພວກເຂົາ ແລະ ຕໍ່ໂລກໂດຍລວມ.

ຮອດເວລາທີ່ຕ້ອງໄດ້ລົງມືເຮັດ ແລະ ສ້າງຄວາມແຕກຕ່າງ! ຖ້າທ່ານແມ່ນໜຶ່ງໃນບັນດາຜູ້ປະກອບການທຸລະກິດດ້ານການທ່ອງທ່ຽວ ທີ່ຕ້ອງການເສີມຂະຫຍາຍພາລະກິດດ້ານຄວາມຍືນຍົງ ແລະ ໄດ້ປຽບໃນການແຂ່ງຂັນ, ຈົ່ງພິຈາລະນາສົ່ງໃບຄໍາຮ້ອງສະໝັກຂໍໃບຢັ້ງຢືນລາວຍືນຍາວ ຫຼື Travelife. ສາມາດຕິດຕໍ່ຫາໂຄງການ SUSTOUR ລາວໄດ້ແລ້ວຕອນນີ້ ເພື່ອຈະໄດ້ຄົ້ນພົບວ່າ ໃບຢັ້ງຢືນເຫຼົ່ານີ້ສາມາດຊ່ວຍຍົກລະດັບຊື່ສຽງທຸລະກິດຂອງທ່ານໄດ້ໜ້ອຍຫຼາຍພຽງໃດ ທັງດຶງດູດນັກທ່ອງທ່ຽວທີ່ໃສ່ໃຈຕໍ່ສິ່ງແວດລ້ອມ ແລະ ມີສ່ວນຮ່ວມໃນອຸດສາຫະກໍາທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມ ພ້ອມກັບມີຄວາມຮັບຜິດຊອບຫຼາຍຂຶ້ນ. ມາຮ່ວມ​ກັນ​ເຮັດ​ໃຫ້​ການທ່ອງທ່ຽວ​ແບບ​ຍືນ​ຍົງ​ ກາຍເປັນ​ບັນ​ທັດ​ຖານ ແລະ​ ນໍາ​ທາງ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສ ແລະ​ ຍືນ​ຍົງ​ຂຶ້ນສໍາລັບ​ໂລກ​ຂອງ​ພວກ​ເຮົາ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ເນື້ອໃນ ແລະ ຮູບໂດຍ ໂຄງການ SUSTOUR Laos

ຂໍ້ມູນເພີ່ມເຕີມ
ຫ້ອງການໂຄງການ SUSTOUR Laos (ອາຄານ LNCCI), ຖະໜົນໄກສອນ ພົມວິຫານ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວຕູ້ໄປສະນີ: 4596

Read More

Related Articles