Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ

ວິທີທີ່ແສນທຳມະດາ

posted by Yuki
Jan 8, 2018 2186 65 0
Share

ອາດເວົ້າໄດ້ວ່າການປູກ ແລະ ເກັບກ່ຽວໃບຢາບໍ່ໄດ້ຫຍຸ້ງຍາກດັ່ງທີ່ຄິດ

ການປູກໃບຢາແມ່ນຕ້ອງມີການຫົດນໍ້າຢ່າງສະໝໍ່າສະເໜີ ເລີ່ມການປູກຕາມລະດູການ ແລະ ເກັບກ່ຽວເມື່ອເຖິງເວລາ. ການປູກໃບຢາກໍຄ້າຍຄືກັນກັບການປູກພືດຊະນິດອື່ນ: ກ້າເບ້ຍ, ເອົາເບ້ຍລົງດິນ, ໝັ່ນຫົດນໍ້າ ແລະ ລໍຖ້າເວລາເກັບກ່ຽວ. ໃນທາງຄໍາເວົ້ານັ້ນ, ການປູກໃບຢາແມ່ນແສນຈະງ່າຍ ແຕ່ໃນທາງປະຕິບັດນັ້ນບໍ່ແມ່ນເລີຍ.

ການປູກໃບຢາໃນລາວແມ່ນປູກໃນລະດູແລ້ງ ຕ່າງຈາກປະເທດອື່ນທີ່ປູກໃນລະດູຝົນ ເພາະລາວເຮົາຢູ່ໃນເຂດລົມມໍລະສຸມ ເຊິ່ງດິນຈະປຽກ ແລະ ອຸ້ມນໍ້າຫຼາຍເກີນໄປເຮັດໃຫ້ບໍ່ສາມາດປູກໃບຢາໄດ້. ເມື່ອສິ້ນສຸດລະດູຝົນ, ຊາວສວນຈຶ່ງສາມາດເລີ່ມປູກໃບຢາໄດ້.

ຊາວສວນຕ້ອງຫົດນໍ້າຕົ້ນໃບຢາເທື່ອລະຕົ້ນ ໂດຍໃຊ້ບົວຫົດນໍ້າ, ເຊິ່ງຕ້ອງຫົດອາທິດລະ 3-4 ມື້. ການຫົວນໍ້າດ້ວຍມື້ອາດຈະສ້າງບັນຫາໃຫ້ຊາວສວນພາຍຫຼັງໄດ້ ເນື່ອງຈາກວ່າການກະປະລິມານນໍ້າແມ່ນຍາກ ແລະ ບໍ່ມີລະບົບແບບແຜນ.

ຜົນສຸດທ້າຍເມື່ອໃບຢາບໍ່ໄດ້ຮັບປະລິນມານນໍ້າທີ່ພຽງພໍ ຫຼື ຫຼາຍເກີນໄປ, ມັນໄດ້ສົ່ງຜົນໃຫ້ໃບຢາອອກມາບໍ່ໄດ້ຄຸນນະພາບດີເທົ່າທີ່ຄວນ. ເຮົາຈະສັງເກດໄດ້ທີ່ຍອດຂອງໃບຢາເຊິ່ງເປັນບ່ອນທີ່ໄດ້ລາຄາດີທີ່ສຸດ ອາດບໍ່ໄດ້ຮັບນໍ້າເທົ່າທີ່ຄວນ ແລະ ເຮັດໃຫ້ຄຸນນະພາບຂອງໃບຢາຕົກລົງ. ການປູກໃບຢາແມ່ນສາມາດປູກໄດ້ພຽງປີລະຄັ້ງ,​ ສະນັ້ນ ຊາວສວນຈຶ່ງມີໂອກາດດຽວຕໍ່ປີໃນການເກັບກ່ຽວ ແລະ ຂາຍໃບຢາ. ຖ້າຫາກການປູກໃບຢາບໍ່ໄດ້ດີ ໝາຍຄວາມວ່າເຂົາເຈົ້າຕ້ອງລໍ້ຖ້າອີກ 1 ປີຈົນກວ່າລະດູແລ້ງຈະກັບມາອີກຄັ້ງ.

ມັນເປັນບັນຫາຫຼັກສຳລັບຊາວສວນເລີຍກໍວ່າໄດ້, ໂດຍສະເພາະບັນດາຊາວສວນທີ່ຫົດນໍ້າດ້ວຍມືຢູ່. ແຕ່ວ່າ ບໍລິສັດ ຢາສູບລາວ ຈໍາກັດ, ເຊິ່ງເປັນຜູ້ຮັບຊື້ໃບຢາຈາກຊາວສວນໂດຍກົງ ໄດ້ຄໍານຶງເຖິງບັນຫານີ້ ແລະ ຫາທາງແກ້ໄຂບັນກາ ໃຫ້ຊາວສວນດ້ວຍການແນະນໍາການສ້າງລະບົບຊົນລະປະທານ.

ການທົດລອງສ້າງ ແລະ ໃຊ້ລະບົບການຫົດນໍ້າໂດຍອັດຕະໂນມັດ ແມ່ນເລີ່ມຕົ້ນໃນປີນີ້ ໂດຍໄດ້ທົດລອງຢູ່ສວນຂອງຊາວສວນຈໍານວນ 30 ສວນ. ໃບຢາຈະໄດ້ຮັບການຫົວນໍ້າໂດຍທໍ່ນໍ້າແບບອັດຕະໂນມັດ ເຊິ່ງຈະຊ່ວຍຫຼຸດຜ່ອນເວລາໃນການເຮັດວຽກຂອງຊາວສວນລົງ.

ທ່ານ ມາກ ບາລລັນສ໌ ເຊິ່ງເປັນຜູ້ຈັດການຝ່າຍການຄວບຄຸມການປູກ ແລະ ປະສົມໃບຢາກ່າວວ່າ ລະບົບຊົນລະປະທານຈະຊ່ວຍຫຼຸດຈໍານວນແຮງງານໄດ້ຢ່າງຍືນຍົງ.​ “ມັນຈະຊ່ວຍຫຼຸດການໃຊ້ນໍ້າແບບຟຸມເຟືອຍ ແລະ ຊ່ວຍປັບສະພາບສວນ. ທາງດ້ານເຕັກນິກແລ້ວ ຖືວ່ານີ້ເປັນວິທີທີ່ມີປະໂຫຍດຫຼາຍ” ກ່າວໂດຍທ່ານມາກ.

ທ່ານໄດ້ເສີມຕື່ມວ່າ: “ ແລະ ສຳລັບຊາວສວນເອງ, ມັນຈະຊ່ວຍຫຼຸດຜ່ອນເວລາເຮັດວຽກຂອງເຂົາເຈົ້າລົງ ຈາກ 3-4 ມື້ຕໍ່ອາທິດ ເຫຼືອເຄື່ງມື້ຕໍ່ອາທິດ”

ມັນຈະຊ່ວຍປ້ອງການບໍ່ໃຫ້ຍອດຂອງໃບຢາຂາດນໍ້າ ຈົນແຫ້ງ. ລະບົບນີ້ຈະເຮັດການທົດລອງພຽງແຕ່ເຄິ່ງດຽວຂອງສວນ, ເພື່ອທີ່ທາງບໍລິສັດຈະສາມາດເກັບກຳຂໍ້ມູນຄວາມຕ້ອງແຕກຕ່າງໃນການໃຊ້ນໍ້າລະຫວ່າງສວນເຄິ່ງທີ່ໃຊ້ຊົນລະປະທານ ແລະ ສວນເຄິ່ງທີ່ໃຊ້ຊາວສວນຫົວດ້ວຍມືຄືເກົ່າ. ແຕ່ວ່າ ວິທີນີ້ຈະຊ່ວຍປະຫຍັດແຮງງານຂອງຊາວສວນໃນການເກັບກ່ຽວຢ່າງແນ່ນອນ.

ທ່ານ ມາກກ່າວວ່າທາງບໍລິສັດຕັ້ງໃຈທີ່ຈະສະແດງໃຫ້ຊາວສວນເຫັນຄວາມສຳເລັດໃນການໃຊ້ລະບົບຊົນລະປະທານ ແລະ ກະຕຸກຊຸກຍູ້ໃຫ້ຊາວສວນລົງທຶນໃນລະບົບຊົນລະປະທານ ເພື່ອປະຫຍັດເວລາ, ປະຫຍັດນໍ້າ ແລະ ປະຫຍັດທຶນໃນຕໍ່ໜ້າ.

Lao Tobacco
Share

Previous

[:en]Stairway to Heaven: A Stay at the Kiridara Luang Prabang[:la]ປຽບເໝືອນຢູ່ເທິງສະຫວັນ[:]

Next

[:en]Upcountry Escape[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • 4000 ດອນ, 4000 ຄວາມຊົງຈໍາ
  • ກັບສູ່ທຳມະຊາດ
  • ທີ່ພັກທີ່ຍົກລະດັບຄຸນນະພາບຊີວິດ ເເລະ ຄວາມຫຼູຫຼາຢ່າງມີລະດັບ
  • ຄຳມ່ວນ
  • ການພະຍາກອນ ຄວາມສໍາເລັດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ວິຖີຊີວິດ
Jul 5, 2018

ຄວາມສວຍງາມຂອງຊີວິດຜ່ານສິລະປະ

ມາເຣຍ ຊາຊາ ຄານ ເຕີບໃຫຍ່ຢູ່ເມືອງຊາວກະສິກຳນ້ອຍໆໃນເຂດຊົນນະບົດ, ແຕ່ລາວກໍ່ມີຄວາມໄຝ່ຝັນ...

Read More
2 0
ອາຫານ, ວິຖີຊີວິດ, New, ທ່ອງທ່ຽວ
May 8, 2019

(English) Southern Confluences

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top