Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ

ງາມ ແລະ ແປກ

posted by Champa Meuanglao
Jul 1, 2017 2395 0 0
Share

ສ່ວນຕົວແມັດຕີ້ເອງແລ້ວ, ລາວເປັນຄົນທີ່ບໍ່ ຄ່ອຍເຊື່ອໃນເລື່ອງເໜືອທຳມະຊາດ ຫຼື ແນວຕາບໍ່ເຫັນ, ແຕ່ເມື່ອມາອາໄສຢູ່ໃນລາວເຮົາ, ບາງເທື່ອມັນກໍ່ມັກຈະມີຫຍັງແປກໆ ເກີດຂຶ້ນຢູ່ຕະຫຼອດ. ຄົນລາວເຮົາຫຼາຍຄົນ ມີຄວາມເຊື່ອໃນຊີວິດຫຼັງຄວາມຕາຍ, ໂດຍເຊື່ອວ່າ ຄົນຕາຍສາມາດສົ່ງສານ ມາຫາຄົນທີ່ຍັງຢູ່ໄດ້ ແລະ ຊີວິດປະຈຳວັນ ຂອງຄົນເຮົາແຕ່ລະມື້ ແມ່ນເຕັມໄປດ້ວຍລະຫັດລັບ, ເມື່ອເຮົາສາມາດຖອດລະຫັດລັບດັ່ງກ່າວແລ້ວ, ມັນກໍ່ຈະນຳໂຊກລາບອັນໃຫຍ່ຫຼວງມາໃຫ້ຄອບຄົວ, ເຊິ່ງນີ້ແມ່ນລວມໄປເຖິງການຕີເລກເພື່ອຊື້ຫວຍນຳ.

ແມັດຕີ້ ເປັນນັກສ້າງຮູບເງົາ ເຊື້ອສາຍລາວ-ຫວຽດນາມ-ອາເມລິກາ ທີ່ເກີດຢູ່ທີ່ ອາເມລິກາ ແຕ່ ຍ້າຍມາຢູ່ລາວໃນປີ 2010. ລາວເປັນນັກສ້າງຮູບເງົາ ແມ່ຍິງຄົນດຽວໃນລາວ ທັງຍັງເປັນຄົນທຳອິດທີ່ສ້າງ ຮູບເງົາສະເທືອນຂວັນນຳ. ລາວເອງ ເປັນຄົນທີ່ບໍ່ເຊື່ອ ໃນເລື່ອງເໜືອທຳມະຊາດ, ແຕ່ລາວກໍ່ອົດແປກໃຈບໍ່ໄດ້ ເວລາເຫັນຄົນເຊື່ອຖືເລື່ອງນີ້, ທັງຊຸມຊົນຄົນລາວຢູ່ ອາເມລິກາ ແລະ ຄົນລາວທີ່ຢູ່ໃນປະເທດລາວນຳ.

ແມັດຕີ້ ໂດ

ເຄີຍມີເຫດການໜຶ່ງ ເກີດຂຶ້ນນຳລາວຕອນຍັງນ້ອຍເຊິ່ງລາວເອງກໍ່ຍັງບໍ່ສາມາດອະທິບາຍໄດ້ ຈົນມາຮອດທຸກມື້ນີ້. ຕອນລາວຍັງຢູ່ ອາເມລິການຳຄອບຄົວ, ມີຄືນໜຶ່ງ ລາວຮູ້ເມື່ອຂຶ້ນມາ ແລ້ວເຫັນແມ່ຍ້າຍ ເຟີນີເຈີ້ຢູ່ໃນເຮືອນ ເຊິ່ງແມ່ລາວມັກເຮັດຕະຫຼອດ ເວລາທີ່ມີຄວາມກັງວົນໃຈ.

ຕອນນັ້ນ, ແມັດຕີ້ຖາມແມ່ວ່າເປັນຫຍັງ, ແມ່ກໍ່ເວົ້າ ໃຫ້ລາວຟັງວ່າ “ແມ່ຝັນບໍ່ດີ, ຝັນວ່າປ້າມາຫາແມ່ແລ້ວເຫັນໜ້າປ້າຈືດຊືດ, ໂຕປຽກ ໜາວສັ່ນ, ແລະ ປ້າ ພະຍາຍາມສິເວົ້ານຳແມ່ ແຕ່ແມ່ບໍ່ເຂົ້າໃຈວ່າລາວເວົ້າ ຫຍັງ”. ຫຼັງຈາກນັ້ນ, ໝົດທຸກຄົນ ກໍ່ມີແຕ່ບອກແມ່ວ່າ ໃຫ້ກັບໄປນອນສາ, ບໍ່ມີຫຍັງດອກ, ມັນເປັນພຽງ ຄວາມຝັນຊື່ໆ.

“ແຕ່ຫຼັງຈາກນັ້ນບໍ່ພໍເທົ່າໃດ, ສຽງໂທລະສັບກໍ່ດັງຂຶ້ນ ຕອນທີ່ພວກເຮົາກຳລັງພາກັນກັບໄປຫ້ອງນອນ, ເຊິ່ງມີຄົນໂທມາບອກວ່າ ປ້າເສຍຊີວິດແລ້ວ, ໄປຫາປາຢູ່ ແລ້ວພາຍຸເຂົ້າ ແລ້ວເກີດອຸບັດຕິເຫດ”. ແມັດຕີ້ກ່າວວ່າ ລາວບໍ່ໄດ້ແມ່ນຄົນທີ່ເຊື່ອໃນເລື່ອງແບບນີ້,ແຕ່ເຫດການໃນຕອນນັ້ນ ເຮັດໃຫ້ລາວຈື່ຈຳໃຈ ຈົນຮອດທຸກມື້ນີ້.

ເຫດການໃນຄັ້ງນັ້ນ ກໍ່ເຮັດໃຫ້ແມັດຕີ້ຈົດຈຳໄດ້ດີ ແລະ ພາຍຫຼັງທີ່ລາວມາອາໄສຢູ່ລາວ, ແມັດຕີ້ ກໍ່ເລີ່ມສັງເກດເຫັນ ປະເພນີການເຊື່ອຖື ທີ່ເສື່ອມຊຶມຢູ່ໃນ
ການດຳລົງຊີວິດ ປະຈຳວັນໃນລາວເຮົາ. ແມັດຕີ້ ແລະ ສາມີ ຄຣິສ ລາເຊັນ ເຊິ່ງເປັນຜູ້ຂຽນບົດ ຍັງໄດ້ມີການຈົດບັນທຶກສິ່ງແປກໆ ແລະ ເລື່ອງເໜືອທຳມະຊາດ ຕ່າງໆ ທີ່ເຂົາເຈົ້າສັງເກດເຫັນ ຢູ່ໃນລາວ ຕະຫຼອດ ໄລຍະເວລາທີ່ຜ່ານມາ, ເອົາໄວ້ເພື່ອນຳໃຊ້ເຂົ້າໃນບົດ ຮູບເງົາ, ເຊິ່ງເຂົາເຈົ້າກໍ່ໄດ້ນຳໃຊ້ອີ່ຫລີ ໃນຮູບເງົາ ນ້ອງຮັກ ນີ້.

ຮູບເງົາ ນ້ອງຮັກ ເປັນຮູບເງົາເລື່ອງທີສອງຂອງແມັດຕີ້ ເຊິ່ງໄດ້ໄປສາຍຢູ່ບຸນມະຫະກຳ ຮູບເງົາສາກົນຫຼາຍແຫ່ງ ແລະ ໄດ້ຮັບການຍ້ອງຍໍຈາກສາກົນ, ແລະ ຫຼ້າສຸຸດກໍ່ໄດ້ເຂົ້າສາຍຢູ່ໃນປະເທດລາວ. ແຕ່ການສາຍຢູ່ລາວໃນຄັ້ງນີ້, ແມັດຕີ້ຍອມຮັບວ່າ ລາວເອງກໍ່ຂ້ອນຂ້າງຕື່ນເຕັ້ນຢູ່ກ່ອນສາຍຫນັງ ເພາະເຖິງແມ່ນວ່າ ໄດ້ຮັບກະແສຕອບຮັບດີຈາກສາກົນ, ແຕ່ຮູບເງົາດັ່ງກ່າວ ບໍ່ໄດ້ສະແດງ ໃຫ້ເຫັນເຖິງປະເທດລາວ ໃນຮູບແບບທີ່ຄົນລຶ້ງເຄີຍ. ຮູບເງົາດັ່ງກ່າວ ເປັນເລື່ອງລາວສະເທືອນຂວັນ ກ່ຽວກັບຍິງສາວໃນເມືອງຄົນໜຶ່ງ ທີ່ອາໄສຢູ່ວຽງຈັນ ແລະ ຕາເລີ່ມແນມບໍ່ເຫັນຮຸ່ງ ແລະ ເລີ່ມເຫັນພາບຫຼອນຕ່າງໆ, ກັບຍິງສາວບ້ານນອກທີ່ເປັນພີ່ນ້ອງກັນ ທີ່ສວາຍໂອກາດ ໃຊ້ເຫດການ ດັ່ງກ່າວ ຕີຄວາມໝາຍໄປໃນເລື່ອງເໜືອທຳມະຊາດ.

ວິລຸນາ ເພັດມະນີ

ຮູບເງົາດັ່ງກ່າວເປັນຮູບເງົາທີ່ສວຍງາມ ດຳເນີນໄປດ້ວຍຄວາມເປັນຕາຢ້ານ ທີ່ຄ່ອຍໆເພີ່ມທະວີຂຶ້ນ,ເປັນ ຮູບເງົາທີ່ສະແດງໃຫ້ເຫັນອີກມຸມໜຶ່ງຂອງປະເທດລາວ
ທີ່ເຮັດໃຫ້ຜູ້ຊົມແປກໃຈ ໂດຍສະເພາະຜູ້ຊົມ ຕ່າງປະເທດ ທີ່ບໍ່ໄດ້ອາໄສຢູ່ໃນລາວ. ສິ່ງທີ່ຄົນຕິສ່ວນໃຫຍ່ ແມ່ນວ່າ ຮູບເງົາດັ່ງກ່າວ ບໍ່ໄດ້ສະແດງໃຫ້ ເຫັນປະເທດລາວ ໃນຮູບແບບທີ່ຄົນຕ່າງປະເທດ ຄາດຫວັງໄວ້. ຮູບເງົາເລື່ອງນີ້ ແມ່ນຈັດສາກ ໃນ ຕົວເມືອງວຽງຈັນສະໄໝໃໝ່, ບໍ່ແມ່ນຢູ່ທົ່ງນາ ຫຼືທຳມະຊາດຂຽວສົດງົດງາມ ຢູ່ນອກເມືອງ, ແລະ ຕົວລະຄອນໃນຮູບເງົາ ກໍ່ອາໄສຢູ່ໃນເມືອງທັນສະໄໝແລະ ມີຄວາມເປັນວັດຖຸນິຍົມສູງ. ຖ້າທ່ານສັງເກດ ດີໆ, ມັນຈະມີສັນຍະລັກຕ່າງໆ ທີ່ສະແດງໃຫ້ເຫັນ ເຖິງຄ່າວັດຖຸນິຍົມ ບໍ່ວ່າຈະເປັນປ້າຍລົດຫຼູເລກເປົາ, ໂທລະສັບລາຄາແພງ, ຮ້ານອາຫານຫຼູຫຼາ, ແລະເງິນສົດເປັນຕັບ. ຮູບເງົາດັ່ງກ່າວ ສະແດງໃຫ້ເຫັນເຖິງ ຫຼາຍຊົນຊັ້ນວັນນະທາງສັງຄົມທີ່ແຕກຕ່າງ ແລະ ມີຄວາມສະຫຼັບຊັບຊ້ອນ, ປະກອບມີທັງຄົນທີ່ຢາກ ໄຕ່ເຕົ້າໃນສັງຄົມ, ຝຣັ່ງລວຍ, ພີ່ນ້ອງບ້ານນອກ ທີ່ຢາກຜັນຕົວເປັນຄົນໃນເມືອງ, ແລະ ຄົນຮັບໃຊ້ ຊ່າງສັງເກດ ທີ່ພ້ອມຈະທໍລະຍົດໄດ້ທຸກເມື່ອ.

ເບື້ອງຫຼັງການຖ່າຍຮູບເງົາ

ນອກນັ້ນ, ກໍ່ຍັງມີສາກຕະຫຼົກບາງສາກ ທີ່ເອີ້ນສຽງຫົວ ຈາກຜູ້ຊົມຄົນລາວ, ແຕ່ຖ້າແມ່ນຕ່າງປະເທດ ຫຼື ຜູ້ທີ່ບໍ່ໄດ້ອາໄສໃນລາວກໍ່ຈະບໍ່ເຂົ້າໃຈວ່າເປັນຫຍັງມັນຈຶ່ງ ຕະຫຼົກ. ນອກນັ້ນ, ເນື້ອໃນໃຈຄວາມຫຼັກຂອງຮູບເງົາ ທີ່ເວົ້າເຖິງ ຄົນຕາຍມາບອກເລກ, ຄົນຕ່າງປະເທດ ກໍ່ຍັງບໍ່ເຂົ້າໃຈປານໃດ. ແມັດຕີ້ກ່າວວ່າ “ຄົນຕ່າງປະເທດ ບໍ່ເຂົ້າໃຈວ່າເລື່ອງເລກເລື່ອງຫວຍ ແມ່ນເປັນວັດທະນະທຳຂອງບ້ານເຮົາ, ແລະ ເຂົາເຈົ້າຄິດວ່າ ເຮົາແຕ່ງເລື່ອງນີ້ຂຶ້ນມາເອງ,” ແຕ່ຫຼັງຈາກທີ່ເຂົາເຈົ້າໄດ້ເຫັນຫຼາຍເທື່ອ, ເຂົາເຈົ້າຈຶ່ງຮູ້ວ່າ ມັນເປັນວັດທະນະທຳ ຂອງບ້ານເຮົາອີ່ຫຼີ.

ແມັດຕີ້ເອງກໍ່ຍັງຈື່ໄດ້ວ່າ ແຕ່ກີ້ ຕອນທີ່ແມ່ລາວເສຍໃໝ່ໆ, ລາວກໍ່ຮູ້ສຶກຕົກໃຈ ເວລາທີ່ພີ່ນ້ອງ ມັກມາຖາມວ່າ ແມ່ໄດ້ມາເຂົ້າຝັນບໍ່? ແມ່ໄດ້ມາບອກເລກບໍ່? ເພາະຕອນນັ້ນລາວຍັງບໍ່ລຶ້ງເຄີຍ ກັບຄຳຖາມແບບນີ້ ເທື່ອ ແລະ ບໍ່ໄດ້ຮູ້ວ່າ ຄວາມເຊື່ອແບບນີ້ ແມ່ນຖືວ່າ ເປັນເລື່ອງປົກກະຕິ ຢູ່ລາວເຮົາ.

ສິ່ງທີ່ແມັດຕີ້ຖ່າຍທອດລົງສູ່ຮູບເງົາ ແມ່ນມາຈາກ ທັດສະນະຄະຕິ ຂອງລາວໂດຍກົງ, ເຊິ່ງນີ້ແມ່ນສິ່ງທີ່ ລາວເຫັນຈາກມຸມມອງຂອງລາວແທ້ໆ ໃນນາມທີ່ ເປັນຄົນລາວ. ລາວຮູ້ດີວ່າ ເລື່ອງເລກເລື່ອງຫວຍ ແມ່ນຖືເປັນເລື່ອງປົກກະຕິໃນລາວ, ແຕ່ໃນຂະນະ ດຽວກັນ ລາວກໍ່ຮັບຮູ້ວ່າ ມັນເປັນເລື່ອງງົມງວາຍເຊັ່ນດຽວກັນ.

ອີກສິ່ງໜຶ່ງທີ່ເຮັດໃຫ້ຮູບເງົາເລື່ອງນີ້ ແຕກຕ່າງຈາກເລື່ອງອື່ນໆ ກໍ່ແມ່ນວ່າ ທຸກໆຕົວລະຄອນໃນຮູບເງົາເລື່ອງນີ້ ແມ່ນບໍ່ຄ່ອຍເປັນຕາໜ້າຊື່ນຊົມພໍປານໃດ, ຕ່າງຄົນຕ່າງກໍ່ເຫັນແກ່ ຜົນປະໂຫຍດຂອງຕົນເອງ. ແຕ່ສິ່ງທີ່ແມັດຕີ້ຢາກເນັ້ນໜັກ ແມ່ນເລື່ອງພາບພົດຂອງແມ່ຍິງລາວໃນສັງຄົມ, ທັດສະນະຄະຕິຂອງ ສັງຄົມ ທີ່ມີຕໍ່ແມ່ຍິງລາວ ທັງຈາກພາຍໃນ ແລະ ຕ່າງປະເທດ, ຄວາມເຊື່ອທົ່ວໄປ ວ່າແມ່ຍິງລາວຄວນ ຈະປະພຶດຕົນແນວໃດ.

ໂປສເຕີຮູບເງົາ ນ້ອງຮັກ

ແມັດຕີ້ກ່າວວ່າ “ໃນສັງຄົມເຮົາ ຍັງມີຄວາມຄິດແນວນີ້ຫຼາຍຢູ່. ສັງຄົມເຮົາຍັງມີຄວາມເຊື່ອທີ່ວ່າເປັນແມ່ຍິງລາວຕ້ອງເກົ້າຜົມບ່ຽງແພ, ນຸ່ງສິ້ນໄໝ, ຜົມສີດຳທຳມະຊາດ, ເປັນແມ່ຍິງທີ່ໃສຊື່ ບໍລິສຸດຜຸດຜ່ອງ, ແລະ ປະຕິບັດຕາມຮີດຄອງປະເພນີ, ແຕ່ໃນຄວາມ ເປັນຈິງແລ້ວ, ມັນບໍ່ໄດ້ເປັນແນວນີ້ດອກ”.

ໃນຄວາມເປັນຈິງແລ້ວ, ສັງຄົມລາວສະໄໝໃໝ່ ກໍ່ຄືຄົນຍຸກໃໝ່ ໂດຍສະເພາະແມ່ຍິງ ແມ່ນດຳລົງຊີວິດແຕ່ລະມື້ ຢ່າງສະຫຼັບຊັບຊ້ອນ, ປະກອບມີການນັບຖືຮີດຄອງປະເພນີດັ້ງເດີມ ແລະ ການເຊື່ອຖືໃນແນວຕາບໍ່ເຫັນ, ປະສົມປະສານ ກັບຄວາມປາດຖະໜາໃນ ການໃຊ້ຊີວິດແບບທັນສະໄໝ ແລະ ຄວາມຫຼົງໄຫຼ ກັບວັດຖຸນິຍົມ.

ເຖິງແມ່ນວ່າເນື້ອເລື່ອງອາດຈະເບິ່ງຄືວ່າ ເປັນແງ່ລົບທີ່ ຈົບແບບບໍ່ສວຍງາມ, ແຕ່ສຳລັບແມັດຕີ້ແລ້ວ, ຮູບເງົາດັ່ງກ່າວ ແມ່ນເປັນການຖ່າຍທອດຄວາມຮັກ ທີ່ລາວມີຕໍ່ວຽງຈັນ ສູ່ສາຍຕາມະຫາຊົນ, ເຊິ່ງຈະເຫັນວ່າມີຄວາມຕະຫຼົກເຊື່ອງຊ້ອນຢູ່ ບໍ່ວ່າຈະເປັນສາກປ້າຍລົດເປົາ, ຊົງຜົມ, ແລະ ຈອກວາຍ, ສະແດງໃຫ້ເຫັນເຖິງວຽງຈັນ ໃນແບບທີ່ແມັດຕີ້ຄຸ້ນເຄີຍ ແລະ ຕ້ອງອາໄສຢູ່ໃນວຽງເທົ່ານັ້ນ ຈຶ່ງຈະເຂົ້າໃຈ, ເຊິ່ງກໍ່ໂຊກດີ ທີ່ໃນມື້ງານເປີດສາຍໃນລາວ, ຮູບເງົານ້ອງຮັກ ແມ່ນໄດ້ກະແສຕອບຮັບເປັນຢ່າງດີ. ໃຜໆຍ່າງອອກມາຈາກໂຮງ ກໍ່ຍິ້ມແຍ້ມແຈ່ມໃສ, ຍ້ອງວ່າໜັງມ່ວນ, ແລະ ຕ່າງກໍ່ພາກັນເວົ້າວ່າ “ເຂົາເຈົ້າບໍ່ເຄີຍເຫັນຮູບເງົາລາວ ທີ່ສວຍງາມແບບນີ້ຈັກເທື່ອ”.

 

facebook.com/nonghakdearestsiste

Share

Previous

[:en]Stunning Vang Vieng[:]

Next

[:en]Magic Matsutake[:la]ເຫັດມະຫັດສະຈັນ ເຫັດມັດສຶຕາເກະ ປະເທດລາວ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີ້ນ
  • ພວກເຮົາໄດ້ຮັບ, ຜ່ານການໃຫ້
  • ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ
  • ທ່ອງທ່ຽວພະຈົນໄພແບບຄອບຄົວທີ່ພາກໃຕ້ຂອງລາວ
  • (English) Stylish Renovation

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ວິຖີຊີວິດ, New
May 31, 2019

(English) Finding His Way

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ວິຖີຊີວິດ, ທ່ອງທ່ຽວ
Feb 10, 2020

(English) In Search of Redemption

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top