Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ

ລິຂິດມາເພື່ອຄວາມຍິ່ງໃຫຍ່: ລົດຈາກົວ ຄັນທຳອິດຂອງລາວ

posted by Yuki
Sep 19, 2017 4392 1 0
Share

ຫຼາຍຄົນອາດເຄີຍເຫັນລົດຈາກົວ ລຸ້ນເກົ່າ ສີຂາວນວນ ທີ່ຈອດຢູ່ຢ່າງສະຫງ່າຜ່າເຜີຍ ທາງດ້ານໜ້າຂອງຮ້ານ ອາຫານຄົວລາວ ທີ່ສີ່ແຍກໄຟແດງທາດດຳ, ເທິງຖະໜົນສາມແສນໄທ.

ແຕ່ຈະມີຈັກຄົນທີ່ຮູ້ປະຫວັດອັນຍິ່ງໃຫຍ່ຂອງລົດຄັນນີ້?

ຍ້ອນເວລາກັບໄປໃນທ້າຍຊຸມປີ 1960, ລົດຈາກົວ ລຸ້ນ Mark X ທີ່ຜະລິດໃນປີ 1966, ໄດ້ກາຍເປັນຈາກົວ ຄັນທຳອິດທີ່ນຳເຂົ້າມາໃນລາວ. ທ່ານເຈົ້າແຂວງວຽງຈັນ ໃນສະໄໝນັ້ນ ໄດ້ສັ່ງລົດຄັນນີ້ຈາກອັງກິດ ມາເປັນ ຂອງຂວັນໃຫ້ກັບອົງມົງກຸດລາຊະກຸມານ ໃນພິທີບໍຣົມຣາຊາພິເສກ, ເຊິ່ງໄດ້ວາງແຜນຈັດຂຶ້ນໃນນະຄອນ ຫຼວງພະບາງ ເຊິ່ງເປັນເມືອງຫຼວງຂອງປະເທດໃນສະໄໝນັ້ນ. ເມື່ອເດີນທາງມາຮອດວຽງຈັນ ລົດສີຂາວນວນຄັນນີ້ ກໍ່ມີສະຫງ່າລາສີ ສົມເປັນລົດພະລາຊະທີ່ນັ່ງແທ້ໆ.

ແຕ່ກ່ອນທີ່ຈະໄດ້ສົ່ງໄປຫຼວງພະບາງ ໃນຕົ້ນຊຸມປີ 1970, ປະເທດລາວໄດ້ເລີ່ມມີການປ່ຽນແປງ ຄັ້ງຍິ່ງໃຫຍ່, ເຊິ່ງໄດ້ສຳເລັດລົງໃນປີ 1975 ດ້ວຍການປົດປ່ອຍປະເທດຊາດ, ແລະລົບລ້າງລະບອບລາຊາ ທິປະໄຕ. ໃນເມື່ອພິທີບໍຣົມຣາຊາພິເສກ ບໍ່ໄດ້ເກີດຂຶ້ນ, ລົດຄັນນີ້ກໍ່ຖືກປ່ອຍປະໄວ້ຢູ່ທີ່ພັກຂອງເຈົ້າແຂວງເກົ່າ, ທີ່ວຽງຈັນ ໂດຍບໍ່ມີໂອກາດໄດ້ອອກມາປະກົດໂຕໃຫ້ຄົນຊື່ນຊົມ.

ສອງທົດສະວັດຕໍ່ມາ, ລົດຄັນງາມກໍ່ຊຸດໂຊມຕາມການເວລາ. ຈັກທີ່ວ່າແຮງບໍ່ແພ້ລົດຄັນໃດໃນສະໄໝນັ້ນ ເມື່ອບໍ່ໄດ້ແລ່ນດົນ ກໍຕິດເກືອບບໍ່ໄດ້. ພັນລະຍາຂອງເຈົ້າແຂວງຜູ້ເກົ່າ ຈຶ່ງສະເໜີຂາຍໃຫ້ເຈົ້າຂອງໃໝ່,  ເພື່ອມາປະດັບ ຮ້ານອາຫານທີ່ບູລະນາມາຈາກເຮືອນເກົ່າສະໄໝຝຣັ່ງ.

ໃນສະໄໝນັ້ນຊ່າງຜູ້ທີ່ຊຳນານເລື່ອງຈັກລົດເກົ່າກໍຫາຍາກ. ເປັນເວລາຫຼາຍປີ, ຈຶ່ງຊອກໄດ້ຊ່າງແປງລົດຄົນອັງກິດ ທີ່ອາໄສຢູ່ປະເທດໄທ ແລະ ຄິດໄລ່ຄ່າແຮງເປັນຊົ່ວໂມງ. ລາວໃຊ້ເວລາເປັນເດືອນ ເພື່ອຄືນຊີວິດໃໝ່ໃຫ້ເສືອຈາກົວໂຕນີ້ໄດ້ກັບມາແລ່ນເທິງຖະໜົນອີກຄັ້ງ.

ເຖິງຢ່າງນັ້ນ, ລົດຄັນນີ້ກໍ່ບໍສາມາດແລ່ນໄປໄກໄດ້, ທັງເປັນລົດເກົ່າທີ່ຕ້ອງໃຊ້ງົບໃນການດູແລສູງ, ຈຶ່ງບໍ່ເໝາະທີ່ຈະເປັນພາຫະນະນຳໃຊ້ໃນຊີວິດປະຈຳວັນ. ແຕ່ເຖິງຈະມີຄົນມາຊື່ນຊົມ ແລະ ຂໍຊື້ຫຼາຍປານໃດ, ເຈົ້າຂອງລົດຄົນປະຈຸບັນ ກໍ່ປະຕິເສດທີ່ຈະປ່ອຍສົມບັດຄັນງາມ ຄັນນີ້ໄປ.

ເກືອບ 50​ປີແລ້ວທີ່ລົດຈາກົວຄັນທຳອິດນີ້ມາຢູ່ເມືອງລາວ. ປັດຈຸບັນຈາກົວ ລຸ້ນໃໝ່ກໍ່ເລີ່ມ ປາກົດໃຫ້ເຫັນເທິງທ້ອງຖະໜົນວຽງຈັນ, ຫຼັງຈາກ ບໍລິສັດ ຈາກົວ ມາເປີດຫ້ອງວາງສະແດງແຫ່ງທຳອິດໃນລາວ. ຄົນຮັກຈາກົວ ຈະເຂົ້າໃຈດີເຖິງເຫດຜົນທີ່ວ່າເປັນຫຍັງລົດຍີ່ຫໍ້ນີ້ ຈຶ່ງເປັນຕົວເລືອກທຳອິດ ເມື່ອຕ້ອງເລືອກລົດຫຼູມາປະດັບບັນລັງ.

Share

Previous

[:en]Have Your Cake - And Eat It Too[:la]ເພີ່ມຄວາມຫວານ,​ ເພີ່ມຄວາມສົດຊື່ນໃຫ້ຊີວິດ[:]

Next

[:en]The Tale of the Nang Fish[:la]ຕຳນານຮັກ ປານາງ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ວິຖີຊີວິດ
Jul 5, 2018

ຄວາມສວຍງາມຂອງຊີວິດຜ່ານສິລະປະ

ມາເຣຍ ຊາຊາ ຄານ ເຕີບໃຫຍ່ຢູ່ເມືອງຊາວກະສິກຳນ້ອຍໆໃນເຂດຊົນນະບົດ, ແຕ່ລາວກໍ່ມີຄວາມໄຝ່ຝັນ...

Read More
2 0
ທຸລະກິດ, ວິຖີຊີວິດ
Feb 12, 2020

(English) Sinh City

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
1 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top