ແຫຼ່ງທ່ອງທ່ຽວຂອງແຂວງຊຽງຂວາງເປັນຈຸນລະສານຂອງປະຫວັດສາດລາວ
ພາກຕາເວັນອອກສຽງເໜືອຂອງລາວເປັນທີ່ຕັ້ງຂອງພູພຽງຊຽງຂວາງ, ເປັນເຂດທີ່ສະແດງໃຫ້ເຫັນເຖິງ (ແລະ ມີຮ່ອງຮອຍຂອງ) ຄວາມທະເຍີທະຍານຂອງບັນດາກຸ່ມຄົນທີ່ໄດ້ເຄີຍຍຶດຄອງພື້ນທີ່ນີ້. ປະຫວັດສາດຢູ່ບ່ອນນີ້ໄດ້ມີການປະສົມປະສານກັນໂດຍລຽງລຳດັບຕາມຍຸກສະໄໝ ຕັ້ງແຕ່ສະໄໝບູຮານນະການ ຈົນມາເຖິງຍຸກສະໄໃໝ່; ເຫັນໄດ້ທັງຄວາມຈະເລີນຮຸ່ງເຮືອງ ແລະ ໂສກຄະນາດຕະກຳ.
ການຢ້ຽມຢາມພື້ນທີ່ນີ້ ປຽບສະເໝືອນການເດີນທາງຜ່ານຫຼາຍມິຕິການເວລາຂອງອະດີດ ນັບຕັ້ງແຕ່ຍຸກດຶກດຳບັນຈົນມາເຖິງຍຸກສະໄໝໃໝ່. ປະຫວັດສາດຂອງແຂວງຊຽງຂວາງກໍ່ແມ່ນປະຫວັດສາດຂອງປະເທດລາວ. ຄົນບູຮານ ເຊິ່ງບໍ່ຮູ້ວ່າແມ່ນກຸ່ມຄົນໃດ ໄດ້ສ້າງໄຫຫີນທີ່ໜ້າປະທັບໃຈ ໃນຕົ້ນປີ 1200 ກ່ອນ ຄ.ສ. ເຊິ່ງທາງອົງການ UNESCO ໄດ້ປະກາດເປັນມໍລະດົກໂລກເມື່ອບໍ່ດົນມານີ້. ປະຈຸບັນກໍ່ກໍາລັງດໍາເນີນການສຶກສາເພີ່ມເຕີມຢ່າງຕໍ່ເນື່ອງ ເພື່ອຄົ້ນຫາຄຳຕອບຂອງອາລະຍະທໍາອັນລຶກລັບນີ້. ຫຼາຍພັນປີຕໍ່ມາ, ກໍ່ໄດ້ມີຊາວເມືອງພວນເຂົ້າມາຈາກທາງພາກເືອ. ໂດຍໄດ້ນຳເອົາສາສະໜາພຸດເຂົ້າມາ, ພວກເຂົາໄດ້ສ້າງວັດວາອາຮາມ ແລະ ຫໍບູຊາທີ່ສວຍງາມຢູ່ອ້ອມຮອບບໍລິເວນນີ້.
ວັດເພຍວັດຖືກທຳລາຍໂດຍລະເບີດໃນຊຸມປີ1960 ແຕ່ພຣະພຸດທະຮູບໄດ້ລອດຈາກລະເບີດ ແລະ ປະດິດສະຖານ ຮອດປະຈຸບັນນີ້.
ໃນທ້າຍຊຸມປີ 1880, ພວກໂຈນທີ່ຫຼົບໜີຄະດີຢູ່ຈີນໄດ້ລົງມາທາງພາກໃຕ້ ແລະ ໄດ້ສ້າງຄວາມເສຍຫາຍໄປທົ່ວແຜ່ນດິນ. ພຣະວິຫານຫຼາຍແຫ່ງໄດ້ຖືກທຳລາຍ ພ້ອມທັງລັກເອົາທອງຄຳອັນລ້ຳຄ່າຂອງພວກເຂົາໄປ. ເຫດການນີ້ໄດ້ເປີດໂອກາດໃຫ້ຝຣັ່ງກ້າວເຂົ້າມາ ເອົາເມືອງດັ່ງກ່າວເຂົ້າເປັນສ່ວນໜຶ່ງຂອງເຂດປົກຄອງໃໝ່ຂອງຕົນ ນັ້ນກໍຄື: ອິນດູຈີນ.
ສອງສາມທົດສະວັດຕໍ່ມາ, ເອກະລາດໃໝ່ຂອງປະເທດລາວກໍ່ໄດ້ຖືກທຳລາຍໂດຍສົງຄາມເຢັນ ແລະ ຊຽງຂວາງກໍຖືກລະເບີດຢ່າງໜັກໜ່ວງ. ປະຈຸບັນ, ປະເທດພວມກ້າວໄປສູ່ເສັ້ນທາງສັນຕິພາບໃໝ່ແຫ່ງການຟື້ນຟູ ແລະ ການສ້າງສາພັດທະນາ. ເຊີນໄປທ່ຽວຊຽງຂວາງແລ້ວຫຼົງໄຫຼໄປກັບມິຕິການເວລາຂອງອະດີດໄດ້.
1. ພຣະພຸດທະຮູບໃຫຍ່ທີ່ຕັ້ງຢູ່ເທິງພູທີ່ແນມເຫັນວິວຂອງເມືອງໂພນສະຫວັນ.
2. ໄຫຫີນທີ່ມີອາຍຸຫຼາຍກວ່າ 2000 ປີ.
3. ທາດຝຸ່ນເປັນແຫຼ່ງທ່ອງທ່ຽວຫຼັກຂອງເມືອງຄູນ ເມືອງຫຼວງເກົ່າຂອງອະນາຈັກພວນ.
1. ຮ່ອງຮອຍຂຸມລະເບີດຢູ່ພູພຽງຊຽງຂວາງ.
2. ລະເບີດເກົ່າໄດ້ຖືກໃຊ້ໃນທາງອື່ນໆ ເຊັ່ນເຮັດຮົ້ວ.
3. ບ່ວງທີ່ເຮັດດ້ວຍເສັດເຫຼັກຈາກລະເບີດເກົ່າ.
4. ອະນຸສາວະລທີ່ຖໍ້າປິວນີ້ລຳລຶກເຖິງໂສກຄະນາດຕະກຳທີ່ຄົນລາວຫຼາຍຮ້ອຍຄົນເສຍຊີວິດຍ້ອນລະເບີດຂອງອາເມລິກາທີ່ຖືກໂຍນເຂົ້າປາກຖໍ້າ.
5. ພາຍໃນຖໍ້າປິວ.
ການເດີນທາງ
ການບິນລາວ ມີຖ້ຽວບິນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ຊຽງຂວາງທຸກໆວັນ.
ແປ ແລະ ຮຽບຮຽງໂດຍ ອຸໄລພອນ ເດກົງໄຊ
ຮູບໂດຍ ພູນຊັບ ເທບວົງສາ