ມິຕິການເວລາ​ຂອງອະດີດ

Author:

Category:

spot_img

ແຫຼ່ງທ່ອງທ່ຽວຂອງແຂວງຊຽງຂວາງເປັນຈຸນລະສານຂອງປະຫວັດສາດລາວ

ພາກຕາເວັນອອກສຽງເໜືອຂອງລາວເປັນທີ່ຕັ້ງຂອງພູພຽງຊຽງຂວາງ, ເປັນເຂດ​ທີ່​ສະແດງໃຫ້ເຫັນເຖິງ (ແລະ ມີຮ່ອງຮອຍຂອງ) ຄວາມທະ​ເຍີ​ທະ​ຍານ​ຂອງບັນດາກຸ່ມຄົນທີ່​ໄດ້ເຄີຍຍຶດ​ຄອງ​ພື້ນ​ທີ່ນີ້. ປະ​ຫວັດ​ສາດ​​ຢູ່​ບ່ອນ​ນີ້​ໄດ້ມີການປະສົມປະສານກັນໂດຍລຽງລຳດັບຕາມຍຸກສະໄໝ ຕັ້ງແຕ່ສະໄໝ​ບູ​ຮານນະການ ​ຈົນມາເຖິງຍຸກ​ສະ​ໄໃໝ່​; ເຫັນໄດ້ທັງຄວາມຈະເລີນຮຸ່ງເຮືອງ ແລະ ໂສກຄະນາດຕະກຳ.
ການຢ້ຽມ​ຢາມພື້ນທີ່ນີ້ ປຽບສະເໝືອນການເດີນ​ທາງ​ຜ່ານ​ຫຼາຍ​ມິຕິການເວລາ​ຂອງ​ອະ​ດີດ ນັບຕັ້ງ​ແຕ່​ຍຸກດຶກດຳບັນຈົນມາເຖິງ​ຍຸກ​ສະ​ໄໝ​ໃໝ່. ປະຫວັດສາດຂອງແຂວງຊຽງຂວາງກໍ່ແມ່ນປະຫວັດສາດຂອງປະເທດລາວ. ຄົນບູຮານ ເຊິ່ງບໍ່ຮູ້ວ່າແມ່ນກຸ່ມຄົນໃດ ໄດ້ສ້າງໄຫຫີນທີ່ໜ້າປະທັບໃຈ ໃນຕົ້ນປີ 1200 ກ່ອນ ຄ.ສ. ເຊິ່ງທາງອົງການ UNESCO ໄດ້ປະກາດເປັນມໍລະດົກໂລກເມື່ອບໍ່ດົນມານີ້. ປະຈຸບັນກໍ່ກໍາລັງດໍາເນີນການສຶກສາເພີ່ມເຕີມຢ່າງຕໍ່ເນື່ອງ ເພື່ອຄົ້ນຫາຄຳຕອບຂອງອາລະຍະທໍາອັນລຶກລັບນີ້. ຫຼາຍພັນປີຕໍ່ມາ, ກໍ່ໄດ້ມີຊາວເມືອງພວນເຂົ້າມາຈາກທາງພາກເືອ. ​ໂດຍໄດ້ນຳ​ເອົາ​ສາສະໜາ​ພຸດເຂົ້າມາ, ພວກ​ເຂົາ​ໄດ້​ສ້າງ​ວັດ​ວາ​ອາ​ຮາມ ​ແລະ ຫໍ​ບູຊາ​ທີ່​ສວຍ​ງາມ​ຢູ່​ອ້ອມ​ຮອບບໍລິເວນນີ້.

ວັດເພຍວັດຖືກທຳລາຍໂດຍລະເບີດໃນຊຸມປີ1960 ແຕ່ພຣະພຸດທະຮູບໄດ້ລອດຈາກລະເບີດ ແລະ ປະດິດສະຖານ ຮອດປະຈຸບັນນີ້.

​ໃນ​ທ້າຍ​ຊຸມ​ປີ 1880, ພວກ​ໂຈນ​ທີ່​ຫຼົບໜີ​ຄະດີຢູ່​ຈີນ​ໄດ້​ລົງ​ມາ​ທາງ​ພາກ​ໃຕ້​ ແລະ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໄປ​ທົ່ວ​ແຜ່ນດິນ. ພຣະ​ວິ​ຫານ​ຫຼາຍ​ແຫ່ງ​ໄດ້​ຖືກ​ທຳລາຍ​ ພ້ອມທັງລັກເອົາທອງຄຳ​ອັນ​ລ້ຳ​ຄ່າ​ຂອງພວກ​ເຂົາໄປ. ເຫດການນີ້ໄດ້ເປີດໂອກາດໃຫ້ຝຣັ່ງກ້າວເຂົ້າມາ ເອົາເມືອງດັ່ງກ່າວເຂົ້າເປັນສ່ວນໜຶ່ງຂອງເຂດປົກຄອງໃໝ່ຂອງຕົນ ນັ້ນກໍຄື: ອິນດູຈີນ.
ສອງສາມທົດສະວັດຕໍ່ມາ, ເອກະລາດໃໝ່ຂອງປະເທດລາວກໍ່ໄດ້ຖືກທຳລາຍໂດຍສົງຄາມເຢັນ ແລະ ຊຽງຂວາງກໍຖືກລະເບີດຢ່າງໜັກໜ່ວງ. ປະຈຸ​ບັນ, ປະ​ເທດ​​ພວມ​ກ້າວ​ໄປ​ສູ່​ເສັ້ນທາງ​ສັນຕິພາບ​ໃໝ່​ແຫ່ງ​ການຟື້ນຟູ​ ​ແລະ ​ການ​ສ້າງສາພັດທະນາ. ເຊີນໄປທ່ຽວຊຽງຂວາງແລ້ວຫຼົງໄຫຼໄປກັບມິຕິການເວລາ​ຂອງ​ອະ​ດີດໄດ້.

1. ພຣະພຸດທະຮູບໃຫຍ່ທີ່ຕັ້ງຢູ່ເທິງພູທີ່ແນມເຫັນວິວຂອງເມືອງໂພນສະຫວັນ.

2. ໄຫຫີນທີ່ມີອາຍຸຫຼາຍກວ່າ 2000 ປີ.

3. ທາດຝຸ່ນເປັນແຫຼ່ງທ່ອງທ່ຽວຫຼັກຂອງເມືອງຄູນ ເມືອງຫຼວງເກົ່າຂອງອະນາຈັກພວນ.

1. ຮ່ອງຮອຍຂຸມລະເບີດຢູ່ພູພຽງຊຽງຂວາງ.

2. ລະເບີດເກົ່າໄດ້ຖືກໃຊ້ໃນທາງອື່ນໆ ເຊັ່ນເຮັດຮົ້ວ.

3. ບ່ວງທີ່ເຮັດດ້ວຍເສັດເຫຼັກຈາກລະເບີດເກົ່າ.

4. ອະນຸສາວະລທີ່ຖໍ້າປິວນີ້ລຳລຶກເຖິງໂສກຄະນາດຕະກຳທີ່ຄົນລາວຫຼາຍຮ້ອຍຄົນເສຍຊີວິດຍ້ອນລະເບີດຂອງອາເມລິກາທີ່ຖືກໂຍນເຂົ້າປາກຖໍ້າ.

5. ພາຍໃນຖໍ້າປິວ.

 

ການເດີນທາງ
ການບິນລາວ ມີຖ້ຽວບິນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ຊຽງຂວາງທຸກໆວັນ.

ແປ ແລະ ຮຽບຮຽງໂດຍ ອຸໄລພອນ ເດກົງໄຊ
ຮູບໂດຍ ພູນຊັບ ເທບວົງສາ

Read More

Related Articles