ຖົງພາຍປະຍຸກຈາກເຫຍື້ອເຈ້ຍຂອງເຄືອໄມ້

Author:

Category:

spot_img

ໂອບຮັບສິ່ງປະດິດທີ່ແປກໃໝ່ຜ່ານຫັດຖະກໍາຖົງປຽດ

ອຸດົມໄຊ ເປັນອີກແຂວງໜຶ່ງຂອງລາວທີ່ຕັ້ງລຽບຕາມຮ່ອມພູ ແລະ ເນີນພູອັນງົດງາມບໍ່ຕ່າງຫຍັງກັບພາບວາດ ເຊິ່ງກໍາລັງໄດ້ຮັບຄວາມສົນໃຈໃນດ້ານສີມືຫັດຖະກໍາຖົງພາຍອີໂຄໄຟເບີ ເຊິ່ງເປັນເຫຍື້ອເຈ້ຍທີ່ເປັນມິດຕໍ່ສິ່ງແວດລ້ອມໂດຍເຮັດຈາກເຄືອໄມ້ຊະນິດໜຶ່ງທີ່ເອີ້ນວ່າ ຖົງປຽດ. ຖົງປຽດແມ່ນເປັນງານສີມືຫັດຖະກໍາ ແລະ ຖັກໂດຍຊ່າງຊົນເຜົ່າຂະມຸ ທີ່ສືບທອດກັນມາຜ່ານຫຼາຍສັດຕະວັດ ເຊິ່ງກໍາລັງໄດ້ຮັບຄວາມນິຍົມໃນກຸ່ມແຟຊັ່ນນິສຕ້າ, ລວມທັງຜູ້ທີ່ຫຼົງໄຫຼເຫຍື້ອເຈ້ຍທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ບັນດານັກອອກແບບຮ່ວມສະໄໝ. ນີ້ຄືທຸກສິ່ງທີ່ທ່ານຕ້ອງຮູ້ກ່ຽວກັບງານຫັດຖະກຳທີ່ຍືນຍົງທີ່ສຸດຂອງລາວ!

ເມື່ອຍ່າງເລາະຫຼິ້ນແບບເພີດເພີນໃຈໄປຕາມຮ່ອມທາງອັນເກົ່າແກ່ຂອງເມືອງຫຼວງພະບາງ, ເມືອງມໍລະດົກໂລກຂອງອົງການອຸຍເນັສໂກ ຫຼື ຕະຫຼາດກາງຄືນອັນໂດດເດັ່ນຂອງຕົວເມືອງ, ທ່ານຈະເຫັນຖົງເຄືອປຽດທີ່ຜູ້ຂຽນເວົ້າເຖິງຢ່າງບໍ່ຕ້ອງສົງໄສ. ເຄື່ອງຫັດຖະກຳທີ່ເປັນຜົນງານຂອງແມ່ຍິງຊົນເຜົ່າຂະມຸ ທີ່ອາໄສຢູ່ຕາມບ້ານຕ່າງໆທີ່ຫ່າງໄກສອກຫຼີກ ຂອງແຂວງອຸດົມໄຊທາງພາກເໜືອຂອງລາວ, ຖົງປຽດເປັນຖົງພາຍທີ່ໃຊ້ເພື່ອບັນຈຸຜົນຜະລິດຈາກໄຮ່, ຈາກນາ ແລະ ບັນຈຸສິ່ງຂອງຕ່າງໆໃນຊີວິດປະຈຳວັນ. ການຮ່ວມມືກັນໃນການອອກແບບ ແລະ ການເຂົ້າເຖິງຕະຫຼາດທີ່ເພີ່ມຂຶ້ນ ໄດ້ຊ່ວຍໃຫ້ຖົງປຽດສາມາດກ້າວກະໂດດຈາກເຄື່ອງຫັດຖະກຳອັນທໍາມະດາໃນຂັ້ນບ້ານ ໄປສູ່ເຄື່ອງປະດັບທີ່ທັນສະໄໝ ທັງຈໍາເປັນຕ້ອງມີໄວ້ຄອບຄອງ.

ເຄືອປຽດ (ຊື່ວິທະຍາສາດ: Pueraria phaseoloides) ເປັນພືດອາຫານສັດ ແລະ ພືດຄຸມດິນ ເຊິ່ງເອີ້ນອີກຢ່າງໜຶ່ງວ່າ ພິໂຣ ຫຼື ຄຸດຊູເຂດຮ້ອນ. ພືດຊະນິດນີ້ສາມາດເຕີບໂຕໄດ້ດີໂດຍສະເພາະໃນເຂດພູດອຍທາງພາກເໜືອຂອງລາວ ເຊັ່ນດຽວກັບທາງພາກເໜືອຂອງໄທ ແລະ ພາກໃຕ້ຂອງຈີນ. ພືດດັ່ງກ່າວເປັນເຄືອເລືອຍາວ ຫຼື ລຳເຄືອຂອງມັນມີຄວາມຍາວເຖິງ 10 ແມັດ. ເນື່ອງຈາກວ່າ ຮາກຂອງມັນສາມາດຄວບຄຸມນໍ້າໄດ້ດີ ທັງປ້ອງກັນການເຊາະເຈື່ອນຂອງໜ້າດິນ, ເຄືອປຽດຈິ່ງມີຄວາມທົນທານ ແມ່ນແຕ່ຊາວນາຊາວສວນກໍຍັງໃຫ້ຄວາມນິຍົມກັບພືດຊະນິດນີ້.

ບ້ານມາງ ເຊິ່ງເປັນບ້ານນ້ອຍໆທີ່ລີ້ຊ້ອນໃນຮ່ອມພູແຄບໆ ຂອງເມືອງແບງ, ແຂວງ ອຸດົມໄຊ ພາກເໜືອຂອງລາວ, ຖືເປັນສູນກາງຂອງການຖັກຖົງປຽດໃນລາວ. ແມ່ຍິງສ່ວນໃຫຍ່ໃນບ້ານແຫ່ງນີ້ ຍັງຢຶດຖືອາຊີບຖັກຖົງປຽດ ລວມທັງເຄື່ອງປະດັບສໍາລັບໃຊ້ສ່ວນຕົວ ແລະ ເພື່ອຈໍາໜ່າຍ.

ໃນການເດີນທາງໄປສູ່ບ້ານມາງນີ້ຂໍບອກເລີຍວ່າ ບໍ່ເໝາະສໍາລັບຄົນໃຈອ່ອນ. ບ້ານແຫ່ງນີ້ຕັ້ງຢູ່ຫ່າງຈາກຫຼວງພະບາງໄປທາງທິດຕາເວັນຕົກສ່ຽງເໜືອ 300 ກິໂລແມັດ, ບ້ານມາງຖືເປັນທີ່ຢູ່ອາໄສຂອງຊົນເຜົ່າຂະມຸປະມານ 150 ຄອບຄົວ, ເຊິ່ງສ່ວນໃຫຍ່ຢຶດຖືອາຊີບເຮັດໄຮ່-ນາ ແລະ ຊ່າງຫັດຖະກໍາຖັກຖົງປຽດ. ກ່ອນເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ (LCR), ການເດີນທາງດ້ວຍລົດຈາກຫຼວງພະບາງຫາອຸດົມໄຊແມ່ນຈະໃຊ້ເວລາປະມານຫົກຊົ່ວໂມງ ໂດຍສ່ວນໃຫຍ່ຈະເປັນຖະໜົນອັນຂະລຸຂະລະທີ່ຄົດໂຄ້ງ ທັງລ້ຽວຜ່ານບ້ານຕ່າງໆທີ່ຕັ້ງຢູ່ເທິງພູ ແລະ ຮ່ອມພູແຄບໆ ແຕ່ກໍມີຄວາມງົດງາມຄືກັບພາບວາດ. ປັດຈຸບັນນີ້ ສາມາດເດີນທາງໂດຍ LCR ໂດຍມຸ່ງໜ້າຈາກຫຼວງພະບາງໄປຍັງເມືອງໄຊ, ແຂວງອຸດົມໄຊ ເຊິ່ງໃຊ້ເວລາພຽງ 45 ນາທີ ກ່ອນສືບຕໍ່ເດີນທາງຈາກເມືອງໄຊໄປບ້ານມາງ ໂດຍໃຊ້ເວລາປະມານ 2 ຊົ່ວໂມງ.

ມີການເກັບກ່ຽວເຄືອປຽດໃນຊ່ວງລະດູຝົນ. ສຸລິນດາ ພິລິມິນດາ, ຫົວໜ້າຝ່າຍຜະລິດ ແລະ ອອກແບບຢູ່ ອອກພົບຕົກ, ສູນຫັດຖະກຳ ແລະ ຮ້ານບູຕິກໃນຫຼວງພະບາງ ອະທິບາຍວ່າ “ໃນຊ່ວງຕົ້ນລະດູຝົນ ຊາວບ້ານຈະພາກັນສັກເຂົ້າໄຮ່ຂອງໃຜລາວ.” ພາຍຫຼັງສັກເຂົ້າໄຮ່ແລ້ວ, ທັງຜູ້ຊາຍ ແລະ ແມ່ຍິງຈະພາກັນນອນເຝົ້າໄຮ່ປະມານສອງສາມວັນ ເພື່ອປົກປ້ອງເມັດເຂົ້າທີ່ຫາກໍສັກໃໝ່, ໃນຊ່ວງເວລານີ້ ແມ່ຍິງຈະທໍາການເກັບກ່ຽວເຄືອປຽດປ່າທີ່ເກີດຂຶ້ນເອງແຖວບໍລິເວນໄຮ່ຂອງຕົນ ຫຼື ໃນປ່າໃກ້ຄຽງ.

ພາຍຫຼັງເກັບກ່ຽວແລ້ວ ກໍຈະນໍາເອົາເຄືອປຽດມາຕາກແດດໃຫ້ແຫ້ງ ແລ້ວແຊ່ໄວ້ໃນໜອງນໍ້າເພື່ອລອກເປືອກອອກ ເມື່ອແລ້ວໆກໍນໍາເອົາເຄືອປຽດນັ້ນເຂົ້າໄປໃນບ້ານ. ແມ່ຍິງຊົນເຜົ່າຂະມຸຈະເຮັດວຽກຮ່ວມກັນເປັນກຸ່ມ ໃນການດຶງເອົາເສັ້ນໃຍອອກຈາກເຄືອປຽດພ້ອມມ້ວນໄປຕາມບີແຂ່ງ, ປາຍເສັ້ນໃຍຈະຖືກມ້ວນເຂົ້າໃສ່ກັນເພື່ອເຮັດເປັນເສັ້ນໄໝໃນລັກສະນະທີ່ຍາວຂຶ້ນ. ເມື່ອເຮັດເປັນເສັ້ນໄໝແລ້ວໆ ກໍຈະເລີ່ມຖັກດ້ວຍມື! ຂະບວນການນີ້ມີລັກສະນະຄ້າຍຄືກັບຖັກໄໝພົມ ຂະນະທີ່ຮອຍຖັກແມ່ນຈະຄ້າຍຄືກັບສະຫວິງສ້ອນປາ.

ໃນອະດີດ, ຊົມຊົນຂະມຸຈະມີການຊື້ຂາຍຖົງປຽດກັບຊົນເຜົ່າໄທລື້, ອາຂ່າ ແລະ ແລນແຕນ ແລະ ຊົນເຜົ່າອື່ນໆ ເພື່ອແລກປ່ຽນກັບເຂົ້າ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ຕ່າງໆ. ຖົງປຽດສາມາດພົບເຫັນທາງພາກເໜືອຂອງລາວທີ່ຍັງນິຍົມໃຊ້ກັນຢ່າງແຜ່ຫຼາຍ. ເມື່ອຄວາມຕ້ອງການສິນຄ້າກະສິກໍາເພີ່ມຂຶ້ນ ເຊັ່ນ ຊາ, ໝາກກ້ວຍ ແລະ ສາລີ ບວກກັບແຮງກົດດັນໃຫ້ຕັດສິນໃຈຍ້າຍຖິ່ນຖານໄປອາໄສຢູ່ຕາມຕົວເມືອງຕ່າງໆ ສົ່ງຜົນໃຫ້ການຖັກຖົງປຽດຄ່ອຍໆຫຼຸດໜ້ອຍຖອຍລົງ.

ເຖິງແມ່ນຄວາມຕ້ອງການຖົງປຽດຈະເພີ່ມຂຶ້ນໃນຍຸກປັດຈຸບັນ, ແຕ່ກໍຍັງມີຄວາມທ້າທາຍຢ່າງເຫັນໄດ້ຊັດເຈນ. ການປ່ຽນແປງຂອງສະພາບດິນຟ້າອາກາດ ໄດ້ເປັນຕົວການຂັດຂວາງການຈະເຈີນເຕີບໂຕ ແລະ ຄວາມພ້ອມໃນການໃຊ້ງານຂອງເຄືອປຽດ. ນອກຈາກນີ້, ແຮງກົດດັນໃນການເພາະປູກສິນຄ້າກະສິກໍາ ເຊັ່ນ ໝາກກ້ວຍ, ສາລີ ແລະ ຊາ ເພື່ອສົ່ງອອກໄປຍັງຕະຫຼາດຈີນ ກໍໄດ້ສົ່ງຜົນໃຫ້ມີການປ່ຽນອາຊີບການຖັກຖົງປຽດ.

“ໂອກາດໃນການຫາລາຍໄດ້ສໍາລັບຊຸມຊົນເຫຼົ່ານີ້ຍັງມີຈໍາກັດ,”ທ່ານ ທອງຄູນ ສຸດທິວິໄລ ຜູ້ອໍານວຍການຮ່ວມຂອງສູນສິລະປະ ແລະ ຊົນເຜົ່າວິທະຍາ (TAEC) ກ່າວ, ທ່ານກ່າວຕໍ່ວ່າ “ຖົງປຽດ ສາມາດຊ່ວຍສ້າງລາຍໄດ້ແກ່ແມ່ຍິງ ໃນຂະນະທີ່ໃຊ້ເວລາວ່າງຈາກການເຮັດໄຮ່ນາ ແລະ ເຮັດວຽກເຮືອນ.”

ໃນຊ່ວງສາມປີທີ່ຜ່ານມາ, ອອກພົບຕົກ (OPT) ໄດ້ຮ່ວມມືກັບກອງທຶນລວມ (EIF) ໃນເຈນນິວາ ເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ຜະລິດຖົງປຽດ ດ້ວຍການອອກແບບ ແລະ ການຕະຫຼາດ. ຜະລິດຕະພັນຖົງປຽດແບບໃໝ່ທີ່ເກີດຈາກການຮ່ວມມືນີ້ ສາມາດພົບເຫັນໄດ້ທີ່ຮ້ານບູຕິກຂອງ OPT ໃນຫຼວງພະບາງ ແລະ ໃນເວັບໄຊຂອງພວກເຂົາ.

ໃນຂະນະດຽວກັນ ກໍມີຮ້ານ TAEC ບູຕິກ ແລະ ຮ້ານ Museum ໃນຫຼວງພະບາງ, ໄທບ້ານ ໃນນະຄອນຫຼວງວຽງຈັນ, ແລະ ຮ້ານ Tikkiwallah ໃນຊຽງໃໝ່ ໂດຍມີຈໍາໜ່າຍຖົງປຽດທີ່ອອກແບບຮ່ວມກັບຊ່າງຫັດຖະກໍາຊົນເຜົ່າຂະມຸໃນບ້ານມາງ.

ສາມາດຊື້ໄດ້ທີ່

ຫຼວງພະບາງ
ພິພິທະພັນ & ບູຕິກ TAEC | ບ້ານວັດໜອງ | taeclaos.org
Ock Pop Tok ບູຕິກ | ບ້ານວັດແສນ | ockpoptok.com
ຕະຫຼາດກາງຄືນ ຫຼວງພະບາງ | ບ້ານປາກຂາມ

ນະຄອນຫຼວງວຽງຈັນ
ໄທບ້ານ | ບ້ານວັດຈັນ | taibaancrafts.com

ຊຽງໃໝ່
Tikkiwallah | tikkiwallah.com

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Aaron Joel Santos

Read More

Related Articles