Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ

ບັນຍາກາດ ອົບອຸ່ມຍາມແລງ ທີ່ Walking Street

posted by Champa Meuanglao
May 1, 2017 2662 1 0
Share

ຖ້າໃຜມີໂອກາດໄດ້ຍ່າງເລາະກາຍໄປແຖວ ແຄມຂອງ ຕອນແລງ ບໍລິເວນຕຶກໃໝ່ ວຽງຈັນນິວເວີນ (ແຖວຮ້ານອາຫານຊັນທາຣາ) ອາດຈະສັງເກດເຫັນ ໄຟສີເຫຼືອງນວນ ປະດັບປະດາ ຢ່າງສວຍງາມ, ແລະ ເມື່ອຍ່າງເຂົ້າໄປທາງໃນຕາມແຕ່ ລະຮ່ອມ ກໍ່ຈະພົບເຫັນຊຸ້ມຫ້າງຮ້ານຂະໜາດນ້ອຍ ຕັ້ງຢັ່ງຢາຍກັນໄປຢູ່ຕາມທາງ ໃນຮູບແບບແປກໃໝ່ ທີ່ບໍ່ຄ່ອຍພົບເຫັນໃນວຽງຈັນ; ຈະວ່າເປັນງານ ເທດສະການກໍ່ບໍ່ແມ່ນ, ເພາະຢູ່ນີ້ ເຂົາເຈົ້າຈັດຂຶ້ນທຸກໆ ແລງ, ແລະ ກໍ່ເປັນຮູບແບບທີ່ແຕກຕ່າງຈາກ ຕະຫຼາດມືດແຄມຂອງແຖວສວນເຈົ້າອານຸວົງຫຼາຍ.

ສະຖານທີ່ພັກຜ່ອນຢ່ອນໃຈແຫ່ງໃໝ່ ທີ່ກຳລັງເປັນທີ່ນິຍົມໃນກຸ່ມໄວໜຸ່ມໃນປັດຈຸບັນນີ້ ມີຊື່ວ່າ Walking Street (ວອກຄິ້ງ ສຕຣີດ) ເຊິ່ງມີຄວາມໝາຍວ່າ ຖະໜົນຄົນຍ່າງ, ເປັນລານກາງແຈ້ງ ທີ່ລວມມີຫ້າງຮ້ານຫຼາກຫຼາຍປະເພດ ເປັນຕົ້ນແມ່ນ ຊຸ້ມຂາຍ ອາຫານ, ຊຸ້ມຂາຍເຄື່ອງດື່ມ ແລະ ຮ້ານຂາຍເສື້ອຜ້າ ມືສອງ, ທັງຍັງມີສຽງເພງມ່ວນໆໃຫ້ໄດ້ຟັງ ໃນແບບ ທີ່ບໍ່ຟົດແຊວຫຼາຍ. ທຸກໆແລງ ຈະມີໄວໜຸ່ມລາວ ຈຳນວນຫຼາຍ ເຂົ້າມາຍ່າງເລາະ ພົບປະສັງສັນ ພ້ອມ ດ້ວຍນັກທ່ອງທ່ຽວຈຳນວນໜຶ່ງ ທີ່ເຂົ້າມາສຳຜັດກັບ ບັນຍາກາດອັນແປກໃໝ່ໃນວຽງຈັນ.

ຜູ້ທີ່ຢູ່ເບື້ອງຫຼັງ ການກໍ່ຕັ້ງສະຖານທີ່ພົບປະສັງສັນ ແຫ່ງໃໝ່ນີ້ ແມ່ນນັກທຸລະກິດໄວໜຸ່ມລາວ ອານຸຊາ ໂພທິສານ ຫຼື AJ ທີ່ຢາກຈະຈັດບ່ອນພັກຜ່ອນ ແຫ່ງໃໝ່ ໃຫ້ຄົນໄດ້ມາພົບປະສັງສັນ ໃນຮູບແບບທີ່ ບໍ່ຫຼູຫຼາຈົນເກີນໄປ. AJ ມີໂອກາດໄດ້ທ່ອງທ່ຽວໄປ ຫຼາຍໆບ່ອນໃນພາກພື້ນນີ້ ຈຶ່ງໄດ້ພົບເຫັນງານເທດ ສະການກາງແຈ້ງຕ່າງໆ ທີ່ຈັດຂຶ້ນໃນຍາມຄ່ຳຄືນຕາມ ແຕ່ລະແຫ່ງ ເຊິ່ງເປັນການນຳໃຊ້ພື້ນທີ່ໃນເມືອງໃຫ້ເກີດປະໂຫຍດ. AJ ກ່າວວ່າ ຄົນລາວຫຼາຍຄົນເດີນ ທາງໄປຕ່າງປະເທດ ເຊັ່ນ ປະເທດໄທ, ສິງກະໂປ ແລະ ຫວຽດນາມ ເພື່ອຢາກໄດ້ປະສົບການແບບນີ້ ແລ້ວເປັນຫຍັງເຮົາຄືບໍ່ຈັດແບບນີ້ຢູ່ປະເທດລາວ,ຄົນລາວ ຈຶ່ງບໍ່ຈຳເປັນຕ້ອງໄປປະເທດອື່ນ. AJ ເອງກໍ່ ມີພື້ນຖານ ການຈັດງານຢູ່ແລ້ວເຊິ່ງລາວເປັນຜູ້ບໍລິຫານ ບໍລິສັດຈັດງານ ລາວ-ພຣາຍ ແລະ ທີມເຕັ້ນ ລາວບັ້ງໄຟ ຈຶ່ງເຮັດໃຫ້ AJ ເລີ່ມຊອກຫາສະຖານທີ່ທີ່ເໝາະສົມ ພາຍຫຼັງທີ່ປະສົບຜົນສຳເລັດ ໃນການຈັດງານທົດລອງຢູ່ວຽງຈັນ ເຊັນເຕີ້ ປີກາຍນີ້. ເມື່ອລາວມາເຫັນບໍລິເວນ ວຽງຈັນ ນິວເວີນ, ລາວກໍ່ຮູ້ເລີຍວ່າ ສະຖານທີ່ນີ້ເໝາະ ສົມທີ່ສຸດ, ທັງຍັງຕັ້ງຢູ່ໃກ້ແຄມຂອງ, ລາວຈຶ່ງຢາກລອງລົງມືເຮັດເບິ່ງ. ທຳອິດເຈົ້າຂອງ ສະຖານທີ່ກໍ່ຍັງບໍ່ຄ່ອຍໝັ້ນໃຈ, ແຕ່ເມື່ອເຫັນງານທີ່ເປີດຂຶ້ນໃນໄລຍະທຳອິດແລ້ວ, ຄວາມລົງຕົວຂອງແສງໄຟ, ສຽງເພງ ແລະ ຫ້າງຮ້ານທີ່ຖືກຄັດສັນ ມາ ກໍ່ເຮັດໃຫ້ເຂົາເຈົ້າເຊື່ອໝັ້ນ, ແລະ ຈາກທີ່ເຄີຍຈັດຢູ່ແຕ່ເດີ່ນດຽວ, ມາຮອດປັດຈຸບັນ ກໍ່ໄດ້ ຂະຫຍາຍໄປ ຫຼາຍໆເດີ່ນຕາມແຕ່ລະຮ່ອມຢູ່ບໍລິເວນດັ່ງກ່າວ.

ເຖິງແມ່ນວ່າ AJ ຈະເຮັດທຸລະກິດຈັດງານ, ແຕ່ລາວ ກ່າວວ່າ ສິ່ງສໍາຄັນ ແມ່ນການດຶງດູດເອົາກຸ່ມໄວໜຸ່ມ ທີ່ມີຄວາມກະຕືລືລົ້ນ ເຂົ້າມາຕັ້ງຊຸ້ມຮ້ານອາຫານ ແລະ ເຄື່ອງດື່ມ. AJ ກ່າວວ່າ ສ່ວນໃຫຍ່ແລ້ວ ເຮົາສົ່ງເສີມນັກທຸລະກິດ ໄວໜຸ່ມ, ແລະ 70% ຂອງ ເຈົ້າຂອງຮ້ານຢູ່ນີ້ ກໍ່ແມ່ນ ບັນດານັກທຸລະກິດໄວໜຸ່ມ ແລະ ນັກສຶກສາທີ່ມາ ເປີດຮ້ານເປັນວຽກເສີມ.

ເຖິງແມ່ນວ່າບໍລິເວນ Walking Street ຈະບໍ່ໄດ້ຢູ່ໃຈກາງແຫຼ່ງທ່ອງທ່ຽວ, ແຕ່ປັດຈຸບັນ AJ ກໍ່ດີໃຈ ທີ່ໄດ້ ເຫັນນັກທ່ອງທ່ຽວ ແລະ ຄົນຕ່າງປະເທດທີ່ ອາໄສຢູ່ໃນລາວ ເຂົ້າມາຍ່າງເລາະຢູ່ບໍລິເວນດັ່ງກ່າວຫຼາຍຂຶ້ນ. AJ ມີແຜນທີ່ຈະເປີດຕະຫຼອດປີ ໂດຍຈະກະກຽມເຕັ້ນໄວ້ ໃຫ້ທົ່ວເຖິງທຸກຮ້ານ ສຳລັບລະດູຝົນທີ່ກໍາລັງໃກ້ເຂົ້າມາ .

ສຳລັບຜູ້ໃດທີ່ຢາກໄປພັກຜ່ອນຢ່ອນໃຈໃນຍາມແລງ ພາຍຫຼັງເຮັດວຽກມາເມື່ອຍໆ ກໍ່ສາມາດໄປລອງເບິ່ງສະຖານທີ່ພົບປະສັງສັນແຫ່ງໃໝ່ນີ້ໄດ້ ທີ່ Walking Street, ໄປຍ່າງເລາະເບິ່ງເຄື່ອງຂອງທີ່ວາງຂາຍ, ພົບປະກັບໝູ່ເພື່ອນ, ແລະ ນັ່ງກິນຂອງແກ້ມແຊບໆ ຄຽງຄູ່ກັບເຄື່ອງດື່ມຫຼາກຫຼາຍຮູບແບບ. Walking Street ເປີດໃຫ້ບໍລິການທຸກໆມື້ ເລີ່ມແຕ່ເວລາ 6 ໂມງແລງເປັນຕົ້ນໄປ ຢູ່ບໍລິເວນ ວຽງຈັນ ນິວເວີນ.

 

facebook.com/walkingstreetlao

 

ບົດຄວາມໂດຍ: Sally Pryor
ຮູບໂດຍ: Sithideth Ounkhamvorachith, Xayyaphone Thammavongsa, Saphaongern Vongthavilay

Share

Previous

[:en]Nothing like a staycation[:la]Staycation ທາງເລືອກໃໝ່ ຂອງການພັກຜ່ອນ[:]

Next

[:en]Commanding the sky[:la]ເປົ້າໝາຍ ສຸດຂອບຟ້າ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ວິຖີຊີວິດ
Mar 1, 2019

ຍ້ອນອະດີດໃນພິພິທະພັນ

ສະຖານທີ່ທີ່ຈະພາທ່ານຍ້ອນອະດີດໄປຮູ້ຈັກກັບແຂວງ ຊຽງຂວາງຕັ້ງແຕ່ອະດີດຕະການ  ...

Read More
0 0
ວິຖີຊີວິດ
May 1, 2017

Staycation ທາງເລືອກໃໝ່ ຂອງການພັກຜ່ອນ

ຖ້າເວົ້າເຖິງການພັກຮ້ອນ ຫລື Vacation ຫລາຍຄົນອາດຈະຄິດເຖິງເລື່ອງການກຽມ ກະເປົ໋າເດີນທາງໜ່ວຍໃຫຍ່ ເພື່ອເດີນທາງໄປທ່ຽວ ທາງໄກ...

Read More
1 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top