Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Art

ຫົວປິ່ນ

posted by Billy
May 17, 2022 1824 0 0
Share

ເຄື່ອນໄຫວຮ່າງກາຍໄປກັບຈັງຫວະຂອງສຽງເພງ ແລະ ຄວາມຮູ້ສຶກ

ນະຄອນຫຼວງວຽງຈັນ ເປັນສູນລວມໃນທຸກດ້ານຂອງລາວ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ຫຼື ສິລະປະ ແລະ ສຽງເພງໄດ້ເຮັດໃຫ້ເມືອງແຫ່ງນີ້ມີສີສັນ ແລະ ຄຶກຄື້ນຫຼາຍກວ່າເມື່ອກ່ອນຫຼາຍ. ຮ້ານອາຫານ ແລະ ບາຣ໌ຕ່າງໆໄດ້ນໍາເອົາວົງດົນຕີ ແລະ ນັກເຕັ້ນຮູບແບບຕ່າງໆ ມາສ້າງສຽງເພງ, ຄວາມເພີດເພີນ ແລະ ເພີ່ມບັນຍາກາດອັນມ່ວນຊື່ນໃຫ້ແກ່ລູກຄ້າຂອງຕົນ. ໜຶ່ງໃນກຸ່ມນັກເຕັ້ນທີ່ມາແຮງທີ່ສຸດໃນຕອນນີ້ແມ່ນກຸ່ມນັກເຕັ້ນ ຟັງລາວ. ຟັງລາວເປັນກຸ່ມນັກເຕັ້ນເບຣກແດ້ນຮ່ວມສະໄໝ ເຊິ່ງເລີ່ມຮ່ວມກຸ່ມກັນຕັ້ງແຕ່ປີ 2013 ໂດຍ ກາກ້າ ອຸ່ນລາ ຜາອຸດົມ ແລະ ນຸດ ນຸດນະພາ ສ້ອຍດາລາ.

ຟັງລາວເປັນກຸ່ມເຕັ້ນເບຣກແດ້ນ ທີ່ປະສົມປະສານການເຕັ້ນເບຣກແດ້ນທີ່ມີຄວາມຕື່ນຕາຕື່ນໃຈ, ສີກທຸກກົດການເຄື່ອນໄຫວຂອງມະນຸດ ປະສົມປະສານກັບການຟ້ອນຂອງລາວ ແລະ ການເຕັ້ນຮ່ວມສະໄໝ. ການເຕັ້ນໃນແຕ່ລະຄັ້ງແມ່ນມີເລື່ອງລາວເຊື່ອງຊ້ອນຢູ່ ໂດຍການເຄື່ອນໄຫວທ່ວງທ່າ ຮ່າງກາຍໄປຕາມຈັງຫວະ, ສຽງດົນຕີ ແລະ ຄວາມຮູ້ສຶກຂອງນັກເຕັ້ນ.
ພວກເຂົາໄດ້ສຶກສາວ່າມະນຸດເຮົາສາມາດເຄື່ອນໄຫວຮ່າງກາຍໄດ້ແນວໃດແນ່, ລອງບິດແຂນ ບິດຂາ ແລະ ສ່ວນຕ່າງໆໃນຮ່າງກາຍວ່າສາມາດເຄື່ອນໄຫວໄປໃນທາງໃດໄດ້ ເຮັດໃຫ້ເຂົາເຈົ້າສາມາດຄິດຄົ້ນທ່າເຕັ້ນໃໝ່ອອກມາໄດ້ ຈົນອາດເຮັດໃຫ້ທ່ານຄິດວ່າ ເຂົາເຈົ້າເຕັ້ນແບບນັ້ນໄດ້ແນວໃດ!? ໜຶ່ງໃນການສະແດງຂອງເຂົາເຈົ້າທີ່ຂ້າພະເຈົ້າໄດ້ໄປຮັບຊົມ ແມ່ນການສະແດງທີ່ສື່ເຖິງມິດຕະພາບຂອງເພື່ອນຊາຍ, ຮອຍຍິ້ມ, ການປົດປ່ອຍຕົນເອງອອກຈາກຄວາມເຄັ່ງຕຶງ, ຄວາມທະເຍີທະຍານຂອງມະນຸດ.
ພວກເຂົາບໍ່ໄດ້ເປັນພຽງກຸ່ມເຕັ້ນທີ່ມີເອກະລັກທີ່ໂດດເດັ່ນ, ຄວາມແຂງແຮງ ແລະ ຄວາມກ້າຫານເທົ່ານັ້ນ; ພວກເຂົາຍັງມີທັກສະທາງຮ່າງກາຍທີ່ຝຶກຝົນມາເປັນຢ່າງດີ. ຟັງລາວປະສົມປະສານການເຕັ້ນເບຣກແດ້ນກັບການຟ້ອນລາວ ດຶງເອົາຄວາມອ່ອນຊ້ອຍ, ຄວາມງາມຂອງການຟ້ອນພື້ນເມືອງກັບຄວາມຄ່ອງແຄ່ວ, ແຂງແຮງຂອງເບຣກແດ້ນ ເພື່ອສ້າງການສະແດງທີ່ເຮັດໃຫ້ທ່ານລະສາຍຕາອອກໄປບໍ່ໄດ້.

ສຳລັບການເຕັ້ນເບຣກແດ້ນໂດຍທົ່ວໄປ, ນັກເຕັ້ນຈະຢືນເປັນວົງມົນ ແລະ ເອີ້ນແຕ່ລະຄົນອອກມາເຕັ້ນກາງວົງເພື່ອ ສະແດງສັກກະຍາພາບຂອງເຂົາເຈົ້າ. ແຕ່ຟັງລາວໄດ້ນໍາເອົາພຽງແຕ່ລັກສະນະການເຕັ້ນຂອງເບຣກແດ້ນມາເທົ່ານັ້ນ, ບໍ່ໄດ້ນໍາຮູບແບບທັງໝົດມາໃຊ້. ທ້າວ ກຳບໍ ໜຶ່ງໃນນັກເຕັ້ນຂອງຟັງລາວໄດ້ອະທິບາຍວ່າ: ທ່າເຕັ້ນເບຣກແດ້ນ ແມ່ນການເອົາໃຊ້ມືຂ້າງດຽວໝຸນຮ່າງກາຍ ແລະ ຟັງລາວໄດ້ເພີ່ມການເຕັ້ນແບບຮ່ວມສະໄໝເຂົ້າໄປເພື່ອເຮັດໃຫ້ການເຄື່ອນໄຫວມີຄວາມຄ່ອງແຄວ ແລະ ທ່າທາງທີ່ແຕກຕ່າງອອກໄປຈາກການເຕັ້ນເບຣກແດ້ນທຳມະດາ. ໃນຊ່ວງສຸດທ້າຍຂອງແຕ່ລະການສະແດງມັກຈະເປັນຊ່ວງທີ່ເຮັດໃຫ້ຜູ້ຊົມທີ່ນັ່ງເບິ່ງເກືອບລືມຫາຍໃຈ ແລະ ຕື່ນເຕັ້ນໄປກັບການເຄື່ອນໄຫວທີ່ຕື່ນຕາຕື່ນໃຈ ແລະ ທ່າທາງທີ່ຊວນໃຫ້ຫົວໃຈເຕັ້ນບໍ່ເປັນຈັງຫວະ.
“ຂ້ອຍຮູ້ສຶກດີ ເວລາທີ່ຂ້ອຍເຕັ້ນ” ກ່າວໂດຍ ໂອເລ້ ຄໍາຈັນລາ, ໜຶ່ງໃນຜູ້ຝຶກສອນ ແລະ ນັກອອກແບບທ່າເຕັ້ນ. “ພວກເຮົາຢາກໃຫ້ການເຕັ້ນສາມາດເປັນອາຊີບຂອງຄົນລາວຮຸ່ນໃໝ່ໄດ້. ສອນເຂົາເຈົ້າໃຫ້ຮູ້ຈັກການເຮັດວຽກເປັນກຸ່ມ, ຄວາມຫຼາກຫຼາຍ ແລະ ຄຸນຄ່າຂອງຄວາມຄິດສ້າງສັນ ທີ່ບໍ່ແມ່ນພຽງມີເງິນ ກໍສາມາດຊື້ໄດ້.”

“ພວກເຮົາຢາກໃຫ້ການເຕັ້ນສາມາດເປັນອາຊີບຂອງຄົນລາວຮຸ່ນໃໝ່ໄດ້.”

ຂໍ້ມູນເພີ່ມເຕີມ
ຟັງລາວເຮັດສະແດງເປັນປະຈໍາທີ່ໂຮງລະຄອນ BlackBox ເຊິ່ງຕັ້ງຢູ່ບ້ານ ຮ່ອງຄ້າ. ທ່ານສາມາດຕິດຕາມແຜນການສະແດງ ແລະ ຈອງບ່ອນນັ່ງໄດ້ທີ່ເຟສບຸກຂອງຟັງລາວ facebook.com/Fanglaodancecompany

ແປ ແລະ ຮຽບຮຽງໂດຍ ເດືອນສະຫວັນ ມະຫາໄຊ
ຮູບໂດຍ Van Hai

DanceFanglao
Share

Previous

[:en]Memories of Meuang Ngoi[:la]ຄວາມຊົງຈຳທີ່ເມືອງງອຍ[:]

Next

[:en]Searching for Manola[:la]ຕາມຫານາງມະໂນລາ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ນໍ້າກັດຢໍລະປ່າ
  • ສູດອາກາດບໍລິສຸດໃຈກາງເມືອງ
  • ທ່ຽວຊົມທິວທັດຝັ່ງນໍ້າຄານ
  • ງານສິລະປະຂ້າງຖະໜົນເພີ່ມສີສັນໃຫ້ຕົວເມືອງ ສະຫວັນນະເຂດ
  • ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

Art, ທ່ອງທ່ຽວ
May 31, 2019

(English) The Hidden Gems of Pakse

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Art, Culture
Mar 16, 2023

ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ

ເລື່ອງລາວກ່ຽວກັບພະສົງ-ສຳມະເນນໃນແຂວງຫຼວງພະບາງ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top