Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ, Social Enterprise

ນໍາໂຮມຣັນມາສູ່ລາວ

posted by Mai
Jan 3, 2019 4922 0 0
Share

ເຈ ຊັງອຸກ ຊາຍທີ່ໃຫ້ກຳເນີດກິລາເບສບອນໃນລາວ

ໃນປີ 2012 ທີ່ ເຈ ຊັງອຸກ (Je Sung-uk) ເດີນທາງມາລາວຄັ້ງທໍາອິດ, ກິລາເບສບອນຍັງບໍ່ເປັນທີ່ນິຍົມຫຼາຍ. ເຈໄດ້ຊັກຊວນໝູ່ຄູ່ຂອງລາວທີ່ມີຄວາມສົນໃນໃນກິລາປະເພດນີ້ ປະມານ 10 ຄົນມາຕັ້ງເປັນທີມເບສບອນທີມທຳອິດໃນລາວໃນປີ 2013 ໂດຍພວກເຂົາໄດ້ເລີ່ມຝຶກຊ້ອມໃນສະຖານທີ່ຈອດລົດແຫ່ງໜຶ່ງໃນຕົວເມືອງນະຄອນຫຼວງວຽງຈັນ.

ເຖິງວ່າປະຫວັດຄວາມເປັນມາຂອງກິລາເບສບອນໃນລາວຈະບໍ່ຍາວນານຫຼາຍ, ແຕ່ຜົນງານ ແລະ ຄວາມກ້າວໜ້າຂອງກິລາປະເພດນີ້ກໍາລັງເປັນທີ່ໜ້າຈັບຕາເບິ່ງ.

ຕອນນີ້ມີຄົນສົນໃຈໃນກິລາຊະນິດນີ້ຫຼາຍກວ່າ 100 ຄົນແລ້ວ ຈາກທີ່ແຕ່ກ່ອນທີ່ອາດບໍ່ມີໃຜ້ຮູ້ຈັກ ຫຼື ສົນໃຈເລີຍ. ພ້ອມນັ້ນ, ໃນຊຸມປີຜ່ານມາ ທາງລັດຖະບານກໍໄດ້ໃຫ້ການສະໜັບສະໜຸນ ໂດຍການສ້າງຕັ້ງສະຫະພັນເບສບອນແຫ່ງຊາດລາວເພື່ອຊຸກຍູ້ວຽກງານຕ່າງໆ; ປະຈຸບັນສະຫະພັນມີທີມເບສບອນທັງໝົດສາມທີມ ແລະ ໄດ້ເຂົ້າຮ່ວມການແຂ່ງຂັນພາຍໃນເຂດແຂວງຕ່າງໆໃນປະເທດ.

ນອກຈາກນີ້, ສປປ ລາວ ໄດ້ຄັດເລືອກເອົານັກກິລາເບສບອນທີມຊາດເພື່ອເຂົ້າຮ່ວມງານມະຫະກໍາກິລາອາຊຽນເກມໃນເດືອນສິງຫາປີ 2018 ທີ່ຜ່ານມາ. ການເຂົ້າຮ່ວມການແຂ່ງຂັນຄັ້ງນີ້ເປັນຄັ້ງທໍາອິດທີ່ທີມຊາດເບສບອນລາວໄດ້ເຂົ້າຮ່ວມໃນເວທີສາກົນ.

ນອກຈາກເຈ ຈະປະຕິບັດໜ້າທີ່ເປັນຜູ້ຄັດເລືອກແລະຄູຝຶກໃຫ້ນັກກິລາເບສບອນລາວແລ້ວ, ລາວຍັງເປັນນັກກິລາໂຕເກັງຂອງທີມ; ເຈ ໄດ້ເອົາໃຈໃສ່ໃນການລະດົມທຶນ,ການຊ່ວຍເຫຼືອຕ່າງໆຈາກທັງພາຍໃນແລະຕ່າງປະເທດ. ປະຈຸບັນເຈດໍາລົງຕໍາແໜ່ງເປັນປະທານການພົວພັນຕ່າງປະເທດເຊິ່ງຕາງໜ້າໃຫ້ທີມຊາດເບສບອນຂອງສະຫະພັນເບສບອນແຫ່ງຊາດລາວ.

ເຈ ຍັງຈື່ໄດ້ດີເຖິງຈຸດປ່ຽນຂອງວົງການເບສບອນໃນລາວໃນປີ 2014. ມັນເປັນເວລາທີ່ ລີ ມັນຊູ (Lee Man-soo) ອະດີດຄູຝຶກສອນ ແລະ ນັກກິລາເບສບອນທີມ SK Wyverns ຈາກ ສ ເກົາຫຼີ ຮ່ວມກັນກັບເຈໃນການສ້າງສະມາຄົມເບສບອນຂຶ້ນ ເພື່ອຊຸກຍູ້ ແລະ ສະໜັບສະໜູນ ກິລາເບສບອນໃນລາວ.

ສິ່ງທໍາອິດທີ່ລີໄດ້ເຮັດແມ່ນປັບປຸງ ແລະ ຍົກລະດັບທັກສະຂອງນັກກິລາລາວ, ພ້ອມທັງມອບອຸປະກອນກິລາຕ່າງໆລວມທັງ ເຄື່ອງແບບ, ໄມ້ເບສບອນ, ໝາກບານເບສບອນ, ແລະ ເກີບເຊິ່ງມີມູນຄ່າລວມທັງໝົດປະມານ 10 ລ້ານວອນ (8,800 ໂດລາສະຫະລັດ).

ພ້ອມດຽວກັນ, Lee ກໍ່ຍັງຄັດເລືອກ ແລະ ນໍາເອົາພະນັກງານ ແລະ ຄູຝຶກຈາກສ ເກົາຫຼີເພື່ອມາຝຶກສອນໃຫ້ນັກກິລາລາວ. ນອກນັ້ນຍັງມີອົງການຈັດຕັ້ງຫຼາຍໆພາກສ່ວນເປັນຕົ້ນແມ່ນ Korea International Cooperation Agency (KOICA) ໃຫ້ການສະໜັບສະໜຸນ ແລະ ຊຸກຍູ້ຕື່ມອີກ.

ຄວາມຕັ້ງໃຈແລະຄວາມພະຍາຍາມທັງໝົດຂອງເຈ ແລະ ລີ ໄດ້ເຮັດໃຫ້ທັງສອງພ້ອມທັງກິລາເບສບອນເປັນທີ່ຮູ້ຈັກ ແລະ ເປັນທີ່ສົນໃຈຫຼາຍຂຶ້ນພາຍໃນປະເທດ.

ລັດຖະບານແຫ່ງສປປ ລາວກໍ່ໄດ້ເອົາໃຈໃສ່ໃນການອໍານວຍຄວາມສະດວກທາງດ້ານການຈັດການຕ່າງໆ. ພ້ອມດຽວກັນ, ສື່ຫຼາຍໆແຫ່ງກໍ່ໃຫ້ຄວາມສົນໃຈ, ຕິດຕາມການເຄື່ອນໄຫວ, ກິດຈະກໍາ ແລະ ຂ່າວສານຕ່າງໆຂອງສະຫະພັນຢູ່ເລື້ອຍໆ. ນອກຈາກນັ້ນ, ພະນັກງານຈາກທັງພາກລັດ ແລະ ບັນດາສະຖານທູດຕ່າງໆໃນນະຄອນຫຼວງວຽງຈັນກໍ່ໃຫ້ການສະໜັບສະໜຸນ ໂດຍການເຂົ້າຮ່ວມຊົມພິທີເປີດການແຂ່ງຂັນເກືອບທຸກຄັ້ງ.

ແນ່ນອນວ່າຫົນທາງສູ່ຄວາມສໍາເລັດຂອງວົງການເບສບອນໃນລາວຍັງອີກຍາວໄກ. ເຈໄດ້ກ່າວວ່າ ເບສບອນໃນລາວຍັງຂາດປັດໄຈອຳນວຍຄວາມສະດວກຫຼາຍຢ່າງ ເປັນຕົ້ນແມ່ນສະໜາມກິລາເບສບອນ ເຊິ່ງປະຈຸບັນ ນັກກິລາຍັງຕ້ອງໄດ້ໃຊ້ສະຖານທີ່ຈອດລົດ ແລະ ເດີ່ນກິລາຂອງມະຫາວິທະຍາໄລເພື່ອຝຶກຊ້ອມຢູ່.

ສະຫະພັນເບສບອນແຫ່ງຊາດລາວໄດ້ສະເໜີໄປຍັງລັດຖະບານກ່ຽວກັບບັນຫານີ້, ແລະ ຄາດວ່າສະໜາມເບສບອນແຫ່ງທຳອິດໃນລາວຈະໄດ້ຖືກສ້າງຂຶ້ນທີ່ນະຄອນຫຼວງວຽງຈັນ ແຕ່ຍັງບໍ່ສາມາດລະບຸເວລາທີ່ແນ່ນອນໄດ້ເທື່ອວ່າຈະເລີ່ມສ້າງມື້ໃດ.

ເຈໄດ້ວາງແຜນສົ່ງນັກກິລາເບສບອນລາວເຂົ້າຮ່ວມການແຂ່ງຂັນກັບນັກກິລາຕ່າງຊາດ ເພື່ອເກັບກ່ຽວປະສົບການໃຫ້ຫຼາຍຂຶ້ນ. ນັດການແຂ່ງຂັນທີ່ຈະເກີດຂຶ້ນໄວໆນີ້ ແມ່ນການແຂ່ງຂັນກິລາເບສບອນສາກົນປະຈໍາປີລະຫວ່າງເກົາຫຼີ- ລາວເຊິ່ງຈະຈັດຂຶ້ນເດືອນມັງກອນຂອງປີນີ້.ນອກຈາກນີ້, ທີມຊາດລາວຍັງໄດ້ວາງແຜນທີ່ຈະເຂົ້າຮ່ວມການແຂ່ງຂັນທີ່ຈະຈັດຢູ່ປະເທດຟີລີບປິນໃນເດືອນສິງຫານີ້ອີກດ້ວຍ.

ເຖິງວ່າວົງການກິລາເບສບອນຂອງລາວຈະປະສົບຜົນສໍາເລັດໃນລະດັບໜຶ່ງໃນໄລຍະທີ່ຜ່ານມາ, ແຕ່ກໍ່ເຫັນໄດ້ວ່າສປປ ລາວຍັງເປັນມືໃໝ່ສໍາລັບກິລາປະເພດນີ້ຢູ່. ນັກກິລາເບສບອນສ່ວນໃຫຍ່ແມ່ນນັກກິລາທີ່ຫຼິ້ນບໍ່ເຕັມເວລາຍ້ອນວ່າກິລາປະເພດນີ້ຍັງບໍ່ຢູ່ໃນບາດກ້າວທີ່ນັກກິລາສາມາດໄຕ່ຂ້າມໄປເຖິງຈຸດທີ່ສູງກວ່ານີ້; ອີກຄວາມໝາຍໜື່ງແມ່ນມັນຄ່ອນຂ້າງໄວເກີນໄປທີ່ຈະຄາດຫວັງວ່າກິລາປະເພດນີ້ຈະສາມາດນໍາພານັກກິລາເບສບອນໃຫ້ກ້າວໄປສູ່ການເປັນນັກກິລາອາຊີບໄດ້.

ເຖິງຢ່າງໃດກໍ່ຕາມ, ເຈ ຍັງເຊື່ອໝັ້ນໃນຄວາມສາມາດຂອງທີມ ແລະ ການເຕີບໂຕຂອງກິລາເບສບອນໃນລາວ.

“ເຫັນໄດ້ວ່າມີຫຼາຍໆຄົນທີ່ໃຫ້ຄວາມສົນໃຈໃນກິລາເບສບອນ ແລະ ຫວັງທີ່ຈະເຂົ້າຮ່ວມທີມ ຫຼື  ຫັນມາສົນໃຈຫຼິ້ນເບສບອນຫຼາຍຂື້ນ ຫຼັງຈາກທີ່ທີມຊາດລາວໄດ້ເຂົ້າຮ່ວມການແຂ່ງຂັນອາຊຽນເກມ” ກ່າວໂດຍ ເຈ.

ດັ່ງບົດກະວີຊື່ດັງໄດ້ກ່າວວ່າ: ກ່ອນຕົ້ນໄມ້ທຸກຕົ້ນຈະເຕີບໃຫຍ່,ຕົ້ນໄມ້ເຫຼົ່ານັ້ນຕ້ອງຜ່ານການເປັນຕົ້ນກ້າມາກ່ອນສະເໝີ.”

 

ຕິດຕາມສະຫະພັນເບສບອນທາງເຟສບຸກເພື່ອຮັບຮູ້ຂ່າວສານ

ແລະ ນັດການແຂ່ງຂັນຕ່າງໆໄດ້ທີ່:

facebook.com/Lao-Baseball-Federation-1602170943177047

 

 

ຂຽນໂດຍ: TAE-JUN KANG

ແປ ແລະ ຮຽບຮຽງໂດຍ: ອານິຕາ ສຸພະເຂດ

ຮູບໂດຍ: INASGOC / ສະຫະພັນເບສບອນແຫ່ງອາຊີ

Baseball in LaosSportTae-jun Kang
Share

Previous

[:en]Joop Phak[:]

Next

[:en]Pullman Pulls Out the Stops[:la]ພູແມນຕອບສະໜອງທຸກຄວາມຕ້ອງການ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ແລ່ນເພື່ອເດັກນ້ອຍ
  • ເລາະຊິມອາຫານພື້ນເມືອງຂອງຊາວ ຫຼວງພະບາງ
  • ຄວາມງາມຂອງ ວັດສີສະເກດ
  • ເມືອງສີຫານຸວິນ
  • ລົດຊາດອາຫານ ກັບປະສົບການຊີວິດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ວິຖີຊີວິດ, ທ່ອງທ່ຽວ
Nov 14, 2022

ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ຄຳແນະນຳການຊອກຊື້ຊອກຫາຂອງຝາກທີ່ລະນຶກຈາກແຂວງຫຼວງພະບາງ ທ່ານກຳລັງຊອກຫາຂອງຝາກທີ່ລະນຶກບໍ່?...

Read More
0 0
ວິຖີຊີວິດ
Sep 19, 2017

ລິຂິດມາເພື່ອຄວາມຍິ່ງໃຫຍ່: ລົດຈາກົວ ຄັນທຳອິດຂອງລາວ

ຫຼາຍຄົນອາດເຄີຍເຫັນລົດຈາກົວ ລຸ້ນເກົ່າ ສີຂາວນວນ ທີ່ຈອດຢູ່ຢ່າງສະຫງ່າຜ່າເຜີຍ ທາງດ້ານໜ້າຂອງຮ້ານ ອາຫານຄົວລາວ...

Read More
1 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top