Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Lasting Laos

ລາວຍືນຍາວ

posted by Billy
Mar 15, 2023 497 0 0
Share

ຊ່ວຍໃຫ້ການດໍາເນີນທຸລະກິດມີຄວາມຍືນຍົງ

ໂຄງການ SUSTOUR Laos ໄດ້ຮັບທຶນການສະໜັບສະໜູນຈາກ ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ ອົງການ ແພລນ ສາກົນ ປະຈໍາ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ (MoIC), ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ສູນການທ່ອງທ່ຽວແບບນິເວດ ແລະ ກະສິກໍາຂອງເອີຣົບ (ECEAT). ໂຄງການດັ່ງກ່າວໄດ້ດໍາເນີນການຈັດຕັ້ງປະຕິບັດງານໃນ 11 ຕົວເມືອງ ໃນແຂວງຫຼວງພະບາງ, ວຽງຈັນ, ແລະ ນະຄອນຫຼວງວຽງຈັນ ແລະ ສືບຕໍ່ດໍາເນີນງານຈົນເຖິງກາງປີ 2024. ຈຸດປະສົງຂອງໂຄງການກໍເພື່ອປັບປຸງຂະແໜງອຸດສາຫະກໍາການທ່ອງທ່ຽວລາວໃຫ້ມີຄວາມຍືນຍົງ ໂດຍການລວມເອົາວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ເຂົ້າໃນຕ່ອງໂສ້ການສະໜອງອຸດສາຫະກໍາການທ່ອງທ່ຽວ ຜ່ານການສົ່ງເສີມ ແລະ ການຢັ້ງຢືນການໃຊ້ບໍລິການແບບຍືນຍົງ ແລະ ແນວທາງປະຕິບັດໃນການຜະລິດຂອງ MSME ໃນທ້ອງຖິ່ນ, ໂດຍການໃຫ້ລາງວັນແກ່ທຸລະກິດທີ່ໄດ້ຮັບໃບຢັ້ງຢືນ ທຣາເວວໄລຟ໌ (Travellife) ແລະ ໃບຢັ້ງຢືນລາວຍືນຍາວ.
ພາຍຫຼັງສະພາບການລະບາດຂອງພະຍາດໂຄວິດຄ່ອຍທຸເລົາເບົາລົງ, ຂະແໜງການທ່ອງທ່ຽວກໍເລີ່ມມີການຟື້ນຕົວ, ເຊິ່ງຊ່ວຍໃຫ້ລາຍຮັບຂອງຊຸມຊົນໃນທ້ອງຖິ່ນເພີ່ມຂຶ້ນຢ່າງ​ຫຼວງ​ຫຼາຍ. ໃນຂະນະທີ່ການທ່ອງທ່ຽວຈັດເປັນໜຶ່ງພາກເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ແລະ ສ້າງວຽກເຮັດງານທໍາໄດ້ເປັນຈໍານວນຫຼາຍ, ແຕ່ກໍມີອັດຕາສ່ວນໃນການປ່ອຍອາຍ​ພິດ​ເຮືອນ​ແກ້ວ​ທົ່ວ​ໂລກເຖິງ 8%.
ຫຼັງໂຄວິດ-19 ເຮັດໃຫ້ພວກເຮົາມີໂອກາດໃນການເລີ່ມຕົ້ນແຫ່ງການປັບປຸງໃໝ່ ແລະ ຫັນປ່ຽນໄປສູ່ການທ່ອງທ່ຽວທີ່ຍືນຍົງຫຼາຍຂຶ້ນ. ພ້ອມກັນນັ້ນ, ຄວາມຕ້ອງການດ້ານຄວາມຍືນຍົງໃນຂະແໜງການທ່ອງທ່ຽວທົ່ວໂລກກໍເພີ່ມຫຼາຍຂຶ້ນເຊັ່ນກັນ. ບັນດາຜູ້ໃຊ້ບໍລິການ ແລະ ນັກທ່ອງທ່ຽວຈໍານວນຫຼາຍຕ່າງກໍຄາດຫວັງໃຫ້ທຸລະກິດຕ່າງໆມີການຈັດຕັ້ງດໍາເນີນງານຢ່າງມີຄວາມຮັບຜິດຊອບ. ດັ່ງນັ້ນ, ການຢັ້ງຢືນລາວຍືນຍາວ ແມ່ນຈະມີບົດບາດສໍາຄັນໃນການໃຫ້ການສະໜັບສະໜູນແກ່ບັນດາທຸລະກິດດັ່ງກ່າວເພື່ອຍົກລະດັບຄວາມຍືນຍົງ.

ໃບຢັ້ງຢືນລາວຍືນຍາວ
ລາວຍືນຍາວ ແມ່ນການຢັ້ງຢືນຄວາມຍືນຍົງທີ່ດັດແປງມາຈາກການຢັ້ງຢືນຄວາມຍືນຍົງຂອງ ທຣາເວວໄລຟ໌ ເຊິ່ງມີຈຸດປະສົງເພື່ອໃຫ້ການສະໜັບສະໜູນ ໃນການປັບປຸງຄວາມຍືນຍົງແກ່ບັນດາທຸລະກິດທ່ອງທ່ຽວຕ່າງໆໃນທ້ອງຖິ່ນ. ການຢັ້ງຢືນດັ່ງກ່າວ, ໄດ້ຮັບການພັດທະນາໃຫ້ເປັນສ່ວນໜຶ່ງຂອງໂຄງການ SUSTOUR Laos (ໄດ້ຮັບທຶນການສະໜັບສະໜູນຈາກ ສະຫະພາບເອີຣົບ) ແລະ ຈັດຕັ້ງປະຕິບັດໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ທຸລະກິດທີ່ໄດ້ຮັບສິດດັ່ງກ່າວປະກອບມີທຸລະກິດໃນສີ່ຂະແໜງການຫຼັກຂອງພາກອຸດສາຫະກໍາການທ່ອງທ່ຽວລາວ ໄດ້ແກ່: (1) ການຄົມມະນາຄົມຂົນສົ່ງ; (2) ຜູ້ປະກອບການດ້ານອາຫານ & ເຄື່ອງດື່ມ; (3) ຫັດຖະກໍາ & ເຄື່ອງທີ່ລະນຶກ; ແລະ (4) ການທ່ອງທ່ຽວທາງວັດທະນະທໍາ.

ຜົນປະໂຫຍດຂອງໃບຢັ້ງຢືນ
ໂຄງການອອກໃບຢັ້ງຢືນ ຈະຊ່ວຍເຮັດໃຫ້ບັນດາທຸລະກິດຕ່າງໆທີ່ກ່ຽວຂ້ອງ ສາມາດປັບປຸງຄວາມຍືນຍົງໃນຕ່ອງໂສ້ການສະໜອງຂອງໜ່ວຍງານຕົນເອງໄດ້. ໂດຍຜ່ານເງື່ອນໄຂ ແລະ ທິດຊີ້ນໍາດ້ານຄວາມຍືນຍົງໃນການໝູນໃຊ້ໃຫ້ເຂົ້າກັບທ້ອງຖິ່ນ, ອີງຕາມແນວທາງປະຕິບັດທີ່ດີລະດັບສາກົນຈາກ ທຣາເວວໄລຟ໌, ທຸລະກິດຕ່າງໆສາມາດປະເມີນຜົນ ແລະ ປັບປຸງຄວາມຍືນຍົງຂອງຕົນໄດ້. ໂຄງການ SUSTOUR ຈະສະໜອງການຝຶກອົບຮົມ ແລະ ຝຶກສອນສິ່ງທີ່ເຫັນວ່າຈໍາເປັນໃຫ້ແກ່ຫົວໜ່ວຍທຸລະກິດ ເພື່ອຊ່ວຍໃຫ້ບັນດາທຸລະກິດເຫຼົ່ານັ້ນໄດ້ຮັບການຮັບຮອງ. ສ່ວນຜົນປະໂຫຍດອື່ນໆໃນການຖືກຮັບຮອງວ່າເປັນຜູ້ປະກອບການຊັ້ນນໍາດ້ານທຸລະກິດແບບຍືນຍົງ ໄດ້ແກ່:

  • ສາມາດເຂົ້າເຖິງຕະຫຼາດ ແລະ ລູກຄ້າໃໝ່ ທີ່ໃຫ້ບູລິມະສິດດ້ານຄວາມຍືນຍົງ, ລວມທັງທຸລະກິດທີ່ໄດ້ຮັບການຮັບຮອງຈາກ ທຣາເວວໄລຟ໌ ໃນລາວ (ຜູ້ໃຫ້ບໍລິການດ້ານສະຖານທີ່ພັກແຮມ, ບໍລິສັດຕົວແທນການທ່ອງທ່ຽວ, ແລະ ບໍລິສັດທ່ອງທ່ຽວ) ແລະ ນັກທ່ອງທ່ຽວ.
  • ສາມາດສະແດງລາຍຊື່ທຸລະກິດໃນຖານຂໍ້ມູນຜູ້ສະໜອງໃນເວັບໄຊຂອງໂຄງການ ທຣາເວວໄລຟ໌ ເຊິ່ງທຸລະກິດທີ່ໄດ້ຮັບໃບຢັ້ງຢືນຈາກ ທຣາເວວໄລຟ໌ ສາມາດເຂົ້າເຖິງໄດ້ ທັງໃນລາວ ແລະ ທົ່ວໂລກ.
  • ໄດ້ຮັບການຍອມຮັບ ແລະ ສົ່ງເສີມໃນການດໍາເນີນທຸລະກິດຜ່ານການຕະຫຼາດອອນລາຍ ແລະ ການຕະຫຼາດແບບອອຟລາຍ, ພິທີມອບຮັບລາງວັນ, ແລະ ກິດຈະກໍາສົ່ງເສີມການຂາຍອື່ນໆ ທີ່ໂຄງການ SUSTOUR ເປັນຜູ້ໃຫ້ການສະໜັບສະໜູນ.
  • ຄໍານຶງເຖິງການປະຢັດດ້ານຕົ້ນທຶນ ໂດຍອາໄສວິທີການປະຕິບັດງານທີ່ຍືນຍົງໃນການຄຸ້ມຄອງພະລັງງານ, ນໍ້າ, ແລະ ຂີ້ເຫຍື້ອ.

ສິດທີ່ໄດ້ຮັບ
ທຸລະກິດທີ່ມີສິດໄດ້ຮັບການຮັບຮອງລວມມີ ວິສາຫະກິດລາຍຍ່ອຍ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການຄົມມະນາຄົມຂົນສົ່ງ, ຜູ້ປະກອບການດ້ານອາຫານ & ເຄື່ອງດື່ມ, ການທ່ອງທ່ຽວທາງວັດທະນະທໍາ, ແລະ ຂະແໜງຫັດຖະກໍາ & ເຄື່ອງລະນຶກ. ບັນດາທຸລະກິດດັ່ງກ່າວຕ້ອງມີທີ່ຢູ່ໃນເຂດພື້ນທີ່ຂອງໂຄງການ SUSTOUR ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແລະ ຫຼວງພະບາງ.

ການເປັນສະມາຊິກ
ໃນຊ່ວງເວລາຂອງການຈັດຕັ້ງປະຕິບັດໂຄງການ SUSTOUR Laos (ເຖິງເດືອນກໍລະກົດ 2024) ບັນດາທຸລະກິດທີ່ຕ້ອງການຂໍໃບຢັ້ງຢືນແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ. ເຊິ່ງໃບຢັ້ງຢືນມີອາຍຸ 2 ປີ ແລະ ທຸລະກິດທີ່ໄດ້ຮັບໃບຢັ້ງຢືນຈະຕ້ອງໄດ້ຜ່ານການປະເມີນທຸກໆ 2 ປີ ເພື່ອຮັກສາສະຖານະຂອງໃບຢັ້ງຢືນດັ່ງກ່າວ.

ຈະເລີ່ມຕົ້ນຈາກໃສ?
ຂັ້ນຕອນການອອກໃບຢັ້ງຢືນລາວຍືນຍາວ ປະກອບມີການຝຶກອົບຮົມ, ແລະ ການຝຶກສອນ ທີ່ສະໜັບສະໜູນໃຫ້ທຸລະກິດປະຕິບັດຕາມເງື່ອນໄຂຢ່າງຄົບຖ້ວນ ຈົນກວ່າຈະໄດ້ຮັບໃບຢັ້ງຢືນ. ຂັ້ນຕອນການອອກໃບຢັ້ງຢືນເຫຼົ່ານີ້ລວມມີ:
1. ເລີ່ມຕົ້ນດ້ວຍການມີສ່ວນຮ່ວມກັບທຸລະກິດ ໂດຍຜ່ານການສະໝັກທາງອອນລາຍ ເຊັ່ນ https://bit.ly/LLapplicationform ຫຼື ສະແກນຄິວອາໂຄ໊ດ (QR code) ຫຼື ປະກອບເອກະສານເຊິ່ງສາມາດຂໍໄດ້ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາ ໃນທ້ອງຖິ່ນ.
2. ຫຼັງຈາກສົ່ງໃບຄໍາຮ້ອງເປັນທີ່ຮຽບຮ້ອຍແລ້ວ, ຈະມີການກໍານົດເວລາໃຫ້ແກ່ທຸລະກິດຕ່າງໆໃນການຝຶກອົບຮົມເພີ່ມເຕີມກັບ LNCCI, ບໍ່ວ່າຈະເປັນການຝຶກອົບຮົມທາງອອນລາຍ ຫຼື ແບບເຊິ່ງໜ້າ ກ່ຽວກັບມາດຕະຖານຂອງແຜນງານ ລາວຍືນຍາວ, ພາຍໃຕ້ການສະໜັບສະໜູນໂດຍ ໂຄງການ SUSTOUR.
3. ນອກຈາກການຝຶກອົບຮົມເບື້ອງຕົ້ນແລ້ວ, ທຸລະກິດສາມາດຂໍໃຫ້ມີການຝຶກສອນແບບຕົວຕໍ່ຕົວ ເຊິ່ງສາມາດສະໜອງໃຫ້ຕາມຄວາມຕ້ອງການໄດ້. ຄູຝຶກ ຈະໄດ້ຮັບການມອບໝາຍໃຫ້ດໍາເນີນການຝຶກສອນແກ່ບັນດາຜູ້ປະກອບການທຸລະກິດດັ່ງກ່າວ ພ້ອມໃຫ້ບໍລິການຕະຫຼອດຂະບວນການຮັບຮອງ.
4. ຜູ້ປະກອບການທຸລະກິດຕ້ອງໄດ້ດໍາເນີນຂະບວນການລາຍງານພາຍໃນໃຫ້ສໍາເລັດ ແລະ ກະກຽມເອກະສານສະໜັບສະໜູນທີ່ກ່ຽວຂ້ອງ ເພື່ອສະແດງໃຫ້ເຫັນເຖິງການປະຕິບັດຕາມເງື່ອນໄຂຄວາມຍືນຍົງ.
5. ເມື່ອທຸລະກິດມີຄວາມພ້ອມແລ້ວ, ໃຫ້ຍື່ນຄໍາຮ້ອງເພື່ອຂໍການປະເມີນ ເຊິ່ງດໍາເນີນການໂດຍຜູ້ປະເມີນ ທີ່ໄດ້ຮັບການຝຶກອົບຮົມຈາກ LNCCI ແລະ ຈະໄດ້ດໍາເນີນການປະເມີນຜົນຢູ່ສະຖານທີ່ປະກອບທຸລະກິດນັ້ນໆ.
6. ພາຍຫຼັງທີ່ຜູ້ປະກອບການທຸລະກິດສາມາດສະແດງໃຫ້ເຫັນເຖິງຜົນງານການປະຕິບັດຕາມເງື່ອນໄຂຄວາມຍືນຍົງທີ່ຈໍາເປັນໄດ້ 100%, ທຸລະກິດດັ່ງກ່າວກໍຈະໄດ້ຮັບລາງວັນເປັນການຢັ້ງຢືນ. ຖ້າບໍ່ດັ່ງນັ້ນ, ຫົວໜ່ວຍທຸລະກິດຈະໄດ້ຮັບການຂະຫຍາຍເວລາ ໂດຍໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກ LNCCI ແລະ ໂຄງການ SUSTOUR, ເພື່ອຊ່ວຍໃນການຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມເງື່ອນໄຂ 100%.

Facebook.com/lastinglao

Lasting Laos Application Form

ຂໍ້ມູນເພີ່ມເຕີມ
ຫ້ອງການໂຄງການ SUSTOUR Laos (ອາຄານ LNCCI) ຖະໜົນໄກສອນ ພົມວິຫານ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ ຕູ້ໄປສະນີ: 4596

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ເນື້ອໃນ ແລະ ຮູບໂດຍ ໂຄງການ SUSTOUR Laos / ອົງການ ແພລນ ສາກົນ ປະຈໍາ ສ ປ ປ ລາວ

 

Lasting Laos
Share

Previous

[:en]Welcome back to Laos![:]

Next

[:en]New Year Lao Style[:la]ບຸນປະເພນີ ປີໃໝ່ລາວ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ນໍ້າກັດຢໍລະປ່າ
  • ສູດອາກາດບໍລິສຸດໃຈກາງເມືອງ
  • ທ່ຽວຊົມທິວທັດຝັ່ງນໍ້າຄານ
  • ງານສິລະປະຂ້າງຖະໜົນເພີ່ມສີສັນໃຫ້ຕົວເມືອງ ສະຫວັນນະເຂດ
  • ກັບຄືນມາຟັງສຽງ ທໍາມະຊາດທີ່ຈຸດຊົມວິວ ພູຜາມ່ານ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top