Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ

Staycation ທາງເລືອກໃໝ່ ຂອງການພັກຜ່ອນ

posted by Champa Meuanglao
May 1, 2017 2094 1 0
Share

ຖ້າເວົ້າເຖິງການພັກຮ້ອນ ຫລື Vacation ຫລາຍຄົນອາດຈະຄິດເຖິງເລື່ອງການກຽມ ກະເປົ໋າເດີນທາງໜ່ວຍໃຫຍ່ ເພື່ອເດີນທາງໄປທ່ຽວ ທາງໄກ ແລະໃຊ້ເວລາຫລາຍມື້. ແຕ່ປັດຈຸບັນນີ້ມີ ການທ່ອງທ່ຽວຮູບແບບໃໝ່ ທີ່ກຳລັງເປັນທີ່ນິຍົມ ໃນຕ່າງປະເທດ ແລະ ຄິດວ່າຄົນລາວເຮົາສ່ວນໃຫຍ່ແມ່ນຍັງບໍ່ຄ່ອຍໄດ້ຍິນ ນັ້ນກໍຄື ການທ່ອງທ່ຽວແບບ Staycation ໂດຍຄຳສັບນີ້ ມາຈາກຄຳວ່າ Stay Home + Vacation ນັ້ນເອງ. ຮູບແບບຂອງການທ່ອງທ່ຽວແບບນີ້ແມ່ນ ການທ່ອງທ່ຽວໃນບໍລິເວນໃກ້ຄຽງ ໂດຍບໍ່ຈຳເປັນຕ້ອງໃຊ້ເວລາໃນການເດີນທາງ ໄກ ແລະ ໄດ້ໃຊ້ເວລາພັກຜ່ອນຢ່າງເຕັມທີ່ໃນສະຖານທີ່ໆຕົນເອງເລືອກ.

ສຳລັບຜູ້ຂຽນ, ໃນການສຳຜັດກັບການທ່ອງທ່ຽວແບບ Staycation ໃນຄັ້ງນີ້ແມ່ນເລືອກທີ່ຈະມາສໍາຜັດ ກັບຄວາມຫຼູຫຼາ ແບບເໜືອລະດັບກັບການມາພັກ Staycation ທີ່ໂຮງແຮມ Crowne Plaza ນະຄອນຫລວງວຽງຈັນ, ເຊິ່ງເປັນໂຮງແຮມທີ່ຫາກໍ່ສ້າງ ຂຶ້ນໃຫມ່ ຕັ້ງສູງສະຫງ່າຕະການຕາຢູ່ໃຈກາງເມືອງວຽງຈັນ ອ້ອມຮອບໄປດ້ວຍສະຖານທີ່ທ່ອງທ່ຽວຕ່າງໆ ທີ່ສາມາດເດີນທາງໄປໄດ້ດ້ວຍການຍ່າງ, ບໍ່ວ່າຈະເປັນ: ສວນສາທາລະນະເຈົ້າຟ້າງຸ່ມ, ສວນສາທາລະນະເຈົ້າ ອານຸວົງ, ວັດວາອາຮາມຕ່າງໆທີ່ຢູ່ອ້ອມຮອບ ແລະ ທີ່ສຳຄັນກວ່ານັ້ນກໍຄື ການບໍລິການ ແລະ ສິ່ງອໍານວຍ ຄວາມສະດວກຂອງໂຮງແຮມ ທີ່ມີຢ່າງຫຼາກ ຫຼາຍ ຈົນທ່ານອາດຈະບໍ່ຢາກອອກໄປຂ້າງນອກ ອີກເລີຍເມື່ອທ່ານ ເຂົ້າມາສຳຜັດກັບບັນຍາກາດໃນ ໂຮງແຮມແຫ່ງນີ້.

ເລີ່ມຕົ້ນແຕ່ຫ້ອງຮັບແຂກຂອງໂຮງແຮມ ທີ່ມີການ ຕົບແຕ່ງແບບປະສົມປະສານຢ່າງລົງຕົວ ລະຫວ່າງ ວັດທະນະທຳຕາເວັນອອກກັບຕາເວັນຕົກ ແລະ ຜູ້ຂຽນກໍ່ໄດ້ຮັບ ການຕ້ອນຮັບແບບເປັນມິດທີ່ສຸດຈາກພະນັກງານຕ້ອນຮັບມືອາຊີບຂອງ ໂຮງແຮມ. ຫລັງຈາກນັ້ນ ຜູ້ຂຽນໄດ້ຖືກນໍາພາຂຶ້ນໄປຍັງຫ້ອງພັກ. ຈາກຫ້ອງພັກທີ່ຕັ້ງຢູ່ຊັ້ນທີ 9 ຂອງໂຮງແຮມເຮັດໃຫ້ສາມາດ ແນມເຫັນວິວຂອງ ນະຄອນຫລວງວຽງຈັນເກືອບ 360 ອົງສາເຊິ່ງເຮັດ ໃຫ້ຜູ້ມາພັກສາມາດ ຊື່ນຊົມກັບບັນຍາກາດທິວທັດ ຄວາມສວຍງາມຂອງ ເມືອງວຽງຈັນໄດ້ຢ່າງເຕັມທີ່, ພາຍໃນຫ້ອງ ພັກມີການຕົບແຕ່ງທີ່ສວຍງາມ ພ້ອມ ດ້ວຍສິ່ງອຳນວຍຄວາມສະດວກແບບຄົບຊຸດ ແລະ ອີກຈຸດໜຶ່ງທີ່ໂດດເດັ່ນກໍຄືເຄື່ອງ ໃຊ້ສອຍພາຍໃນ ນອກຈາກມີຢ່າງຄົບຖ້ວນແລ້ວ ຍັງເຕັມໄປດ້ວຍຂອງ ທີ່ມີຄຸນນະພາບດີ ແລະ ທັນສະໄໝ ເປັນຕົ້ນແມ່ນເສື່ອປູບ່ອນນອນ ທີ່ໃຫ້ຄວາມນຸ່ມນວນເປັນພິເສດ
ເຊິ່ງສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ໃນ ທຸກລາຍລະອຽດຂອງໂຮງແຮມ ທີ່ຄຳນຶງເຖິງຄວາມ ສະດວກສະບາຍຂອງຜູ້ມາພັກເປັນສິ່ງສຳຄັນ.

ຫລັງຈາກຊື່ນຊົມກັບຄວາມງົດງາມ ແລະ ຜ່ອນຄາຍ ພາຍໃນຫ້ອງແລ້ວ ຜູ້ຂຽນໄດ້ລົງມາຊັ້ນລຸ່ມຂອງ ໂຮງແຮມ ເພື່ອຊົມສວນດອກໄມ້ຂະໜາດນ້ອຍ ແລະ ສະນໍ້າທີ່ສ້າງຂຶ້ນໄວ້ລະຫວ່າງ ກາງຕຶກ ເຮັດຮູ້ສຶກ ໄດ້ເຖິງຄວາມບໍລິສຸດປອດໂປ່ງ ແລະ ຜ່ອນຄາຍ, ມີດອກໄມ້ຫຼາກຫຼາຍສີທີ່ກຳລັງເບັ່ງບານ ແລະ ສາຍນໍ້າຂະໜາດນ້ອຍທີ່ໄຫຼລິນງຽບໆ ປຽບສະເໝືອນ ສວນອຸທິຍານນ້ອຍໆ ໃນເທບນິຍາຍທີ່ເຮັດໃຫ້ຜູ້ພົບ ເຫັນໄດ້ຜ່ອນຄາຍສະບາຍໃຈໄປດ້ວຍ.

ນອກຈາກສວນ ຜູ້ຂຽນໄດ້ໄປທົດລອງໃຊ້ບໍລິການ ຫ້ອງອອກກຳລັງກາຍຂອງໂຮງແຮມ ທີ່ສ້າງໄວ້ສຳລັບ ແຂກທີ່ມາພັກໃຫ້ສາມາດນຳໃຊ້ໄດ້ຕະຫລອດ 24 ຊົ່ວໂມງ. ທັນທີທີ່ເຂົ້າໄປພາຍໃນຫ້ອງອອກກຳລັງກາຍກໍ່ໄດ້ຮັບການຕ້ອນຮັບຢ່າງເປັນກັນເອງ ຈາກພະນັກງານ ແລະ ໄດ້ເຫັນຄວາມຫລູຫລາ ແລະ ເປັນສ່ວນຕົວ, ມີເຄື່ອງມືອອກກຳລັງກາຍຢ່າງ
ຄົບຖ້ວນໃຫ້ເລືອກໃຊ້.

ນອກນັ້ນ, ໂຮງແຮມຍັງມີສະລອຍນໍ້າ ຂະໜາດກາງໄວ້ຄອຍບໍລິການໃຫ້ກັບແຂກທີ່ມາພັກ ເຊິ່ງຄວາມພິເສດຂອງສະລອຍນໍ້າກໍຄື ເປັນສະລອຍນໍ້າແບບເປີດ ໂດຍມີແກ້ວໃສອ້ອມຮອບ ເຮັດໃຫ້ສາມາດຊົມທິວທັດ ແລະ ຖະໜົນຫົນທາງໃນຂະນະທີ່ລອຍນໍ້າ, ຖັດໄປຈາກຫ້ອງລອຍນໍ້າແມ່ນຫ້ອງອົບອາຍນຳ້ທີ່ມີສະນໍ້າວົນ ຂະໜາດນ້ອຍຕັ້ງຢູ່ເຄິ່ງກາງເພື່ອໃຫ້ແຂກ
ໄດ້ຜ່ອນຄາຍຄວາມປວດເມື່ອຍ.

ພາຍຫລັງສຳຜັດກັບສິ່ງອຳນວຍຄວາມສະດວກຕ່າງໆ ນັ້ນກໍເປັນເວລາຄ້າຍແລງພໍດີ, ແນ່ນອນ ອີກສິ່ງໜຶ່ງ ທີ່ທາງໂຮງແຮມມີໄວ້ສະໜອງໃຫ້ກັບແຂກທຸກຄົນ ທີ່ມາພັກກໍຄືຫ້ອງອາຫານຄໍ່າ ທີ່ເຕັມໄປດ້ວຍອາຫານ ອັນຫລາກຫລາຍປະເພດໃຫ້ເລືອກ ຈົນຜູ້ຂຽນ ຕາລາຍ ບໍ່ຮູ້ວ່າຊິເລືອກກິນເມນູໃດ ເພາະສັງເກດເບິ່ງ ເມນູໃດກໍໜ້າຊີມໄປໝົດ, ນອກຈາກອາຫານອັນ ຫຼາກຫຼາຍປະເພດແລ້ວຍັງມີເຄື່ອງດື່ມທຸກຊະນິດ ໄວ້ຄອຍບໍລິການອີກດ້ວຍ.

ບັນຍາກາດອັນສຸດແສນໂຣແມນຕິກ ແລະ ອາຫານລົດຊາດເປັນເລີດ ບວກກັບການບໍລິການ ທີ່ຫາບ່ອນຕິບໍ່ໄດ້ ເຮັດໃຫ້ອາຫານຄໍ່າມື້ນີ້ກາຍເປັນຄໍ່າຄືນທີ່ສຸດ ແສນພິເສດ. ປິດທ້າຍການພັກຜ່ອນ ທ້າຍອາທິດແບບ Staycation ທີ່ສະດວກສະບາຍ ແລະ ຜ່ອນຄາຍທີ່ໄດ້ຫຼີກອອກຈາກຄວາມເຄັ່ງຮ້ອນຂອງວຽກງານ.

ຜູ້ຂຽນຢາກໃຫ້ທ່ານຜູ້ອ່ານທຸກຄົນໄດ້ລອງເບິ່ງແລ້ວຈະຮູ້ວ່າການພັກຜ່ອນພຽງເວລາສັ້ນໆຕອນທ້າຍອາທິດ ໃນຕົວເມືອງແບບ Staycation ນັ້ນໃຫ້ ຄວາມສຸກດີເກີນຄາດໂດຍສະເພາະແມ່ນການເລືອກທີ່ພັກໄດ້ສົມບູນແບບໂຮງແຮມ Crowne Plaza ແຫ່ງນີ້.

 

facebook.com/crowneplazavientiane

crowneplaza.com/vientiane

 

ບົດໂດຍ: Ouphachay Thongsamouth

Share

Previous

[:en]Waterfalls worth chasing[:]

Next

[:en]Fun after dark: Walking Street is bringing a quiet part of the Mekong riverbank to life[:la]ບັນຍາກາດ ອົບອຸ່ມຍາມແລງ ທີ່ Walking Street[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ວິຖີຊີວິດ, ທ່ອງທ່ຽວ
Feb 3, 2020

Southern Hospitality

The people of Southern Laos are well known for their positive energy, big hearts, and close family ties. This...

Read More
0 0
ອາຫານ, ວິຖີຊີວິດ
Mar 16, 2018

(English) Music, dance and authentic Lao food

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
46 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top