Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ວິຖີຊີວິດ

ຍ້ອນອະດີດໃນພິພິທະພັນ

posted by Mai
Mar 1, 2019 2255 0 0
Share

ສະຖານທີ່ທີ່ຈະພາທ່ານຍ້ອນອະດີດໄປຮູ້ຈັກກັບແຂວງ ຊຽງຂວາງຕັ້ງແຕ່ອະດີດຕະການ

 

ຫໍພິພິທະພັນມູນເຊື້ອແຂວງຊຽງຂວາງໄດ້ຖືກຈັດໃຫ້ເປັນໜຶ່ງໃນຫໍພິພິທະພັນທີ່ດີທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ຫຼັງຈາກເປີດໃຫ້ເຂົ້າຊົມຢ່າງເປັນທາງການໃນທ້າຍປີ 2018. ສະຖານທີ່ແຫ່ງນີ້ເຕັມໄປດ້ວຍເລື່ອງລາວ, ສິ່ງປະດິດສະຖານ,​ ຮູບເງົາສັ້ນ ແລະ ເຄື່ອງວາງສະແດງອື່ນໆທີ່ຈະເຮັດໃຫ້ທ່ານຮູ້ສຶກຕື່ນຕາຕື່ນໃຈ ເຊິ່ງບໍ່ແປກໃຈເລີຍທີ່ສະຖານທີ່ແຫ່ງນີ້ໄດ້ຮັບຊື່ສຽງກ່າວຂານດັ່ງກ່າວ.

ສະຖານທີ່ແຫ່ງນີ້ບອກເລົ່າຄວາມເປັນມາຂອງແຂວງ ຊຽງຂວາງໃນແຕ່ລະຍຸກສະໄໝ, ໂດຍສະເພາະສະໄໝສົງຄາມທີ່ເກືອບບໍ່ມີວັນສິ້ນສຸດຂອງອະນາຈັກ ພວນ ທີ່ຄັ້ງໜຶ່ງໃນອະດີດເຄີຍເປັນອະນາຈັກທີ່ອຸດົມຮັ່ງມີເທິງພູພຽງຊຽງຂວາງແຫ່ງນີ້, ໃນຍຸກທີ່ຜູ້ຄົນຈາກຈີນ, ຫວຽດນາມແລະໄທອົບພະຍົບເຂົ້າມາລາວຜ່ານເສັ້ນທາງການຄ້າຕາມພູພຽງແລະຄວາມລຶກລັບຕ່າງໆຂອງແຂວງເຊັ່ນທົ່ງໄຫຫີນ ເຊິ່ງກຳລັງຖືກຂໍບັນຈຸເຂົ້າໃນລາຍການມໍລະດົກໂລກຂອງໂຄງການອຸຍເນສໂກ.

ຫໍພິພິທະພັນແຫ່ງນີ້ເປັນເຮືອນຊົງລາວສອງຊັ້ນ ຕັ້ງບໍ່ຫ່າງຈາກໃຈກາງເມືອງໂພນສະຫວັນຫຼາຍ. ສະຖານທີ່ແຫ່ງນີ້ຖືກສ້າງຂຶ້ນເພື່ອເປັນຈຸດໃຈກາງທາງດ້ານວັດທະນະທຳສຳລັບປະຊາຊົນໃນແຂວງ ຊຽງຂວາງ, ນັກຮຽນ-ນັກສຶກສາ,ນັກທ່ອງທ່ຽວ ແລະ ນັກບູຮານນະຄະດີຈາກຕ່າງປະເທດ ສາມາດເຂົ້າຊົມ,ສຶກສາຄວາມເປັນມາ ແລະ ເລື່ອງລາວຂອງແຂວງ ຊຽງຂວາງໄດ້ຢ່າງງ່າຍດາຍແລະ ສະດວກກວ່າແຕ່ກ່ອນທີ່ການເຂົ້າເຖິງຂໍ້ມູນທາງດ້ານປະຫວັດສາດແມ່ນຈໍາກັດ.

ເມື່ອກ້າວເຂົ້າມາໃນພິພິທະພັນ, ທ່ານຈະໄດ້ພົບກັບພະນັກງານຕ້ອນຮັບທີ່ຈະທັກທາຍທ່ານດ້ວຍຮອຍຍິ້ມ ແລະ ພ້ອມອຳນວຍຄວາມສະດວກທ່ານໃນການເລາະຊົມຫໍພິພິທະພັນແຫ່ງນີ້. ຊັ້ນໜຶ່ງຂອງພິພິທະພັນແມ່ນວາງສະແດງກ່ຽວກັບຄວາມເປັນມາຂອງແຂວງ ຊຽງຂວາງ, ຄວາມລຶກລັບທີ່ໜ້າຄົ້ນຫາຂອງທົ່ງໄຫຫີນ, ແລະ ຄວາມອຸດົມຮັ່ງມີຂອງ ອະນາຈັກພວນ ເຊິ່ງເຄີຍປົກຄອງພູພຽງແຫ່ງນີ້ໃນເມື່ອກ່ອນ.

ພາຍໃນຊັ້ນສອງຂອງພິພິທະພັນ, ທ່ານຈະໄດ້ຊົມການວາງສະແດງຕ່າງໆໃນສະໄໝສົງຄາມອິນໂດຈີນແບບເຈາະເລິກແລະຄົບຖ້ວນ. ພ້ອມດຽວກັນນັ້ນ, ຍັງມີການວາງສະແດງແຜ່ນຜ້າ,ມີຫຸ່ນວາງສະແດງຮູບແບບການແຕ່ງກາຍ, ເຄື່ອງດົນຕີແລະສິ່ງປະດິດຈາກຊົນເຜົ່າຫຼັກທັງ6 ຊົນເຜົ່າໃນຊຽງຂວາງ. ນອກຈາກນັ້ນ, ຍັງມີການວາງສະແດງພາບເຫດການ ແລະ ຄວາມຫຍຸ້ງຍາກຕ່າງໆ ໃນໄລຍະກ່ອນການຍຶດອໍານາດ ຂອງ ສປປ ລາວ ແລະ ມີການສາຍຮູບເງົາສັ້ນກ່ຽວກັບຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວຕ່າງໆຂອງຊຽງຂວາງ ເຊິ່ງສາຍແບບຕໍ່ເນື່ອງ ເພື່ອໃຫ້ທ່ານໄດ້ຮັບຊົມຄວາມງາມຂອງແຂວງຊຽງຂວາງໄດ້ຢ່າງເພີດເພີນອີກດ້ວຍ.

ຫໍພິພິທະພັນແຫ່ງນີ້ເໝາະສົມສໍາລັບຜູ້ເຂົ້າຊົມທຸກເພດ, ທຸກໄວ; ມີຮ້ານຂາຍເຄື່ອງທີ່ລະນຶກ, ຫ້ອງຮຽນ, ຫ້ອງປະຊຸມ ແລະ ຫ້ອງຄົ້ນຄວ້າສໍາລັບການສຶກສາແລະ ວິໄຈວັດຖຸບູຮານ ຫຼື ສິ່ງປະດິດຕ່າງໆ.

ຫໍພິພິທະພັນແຂວງຊຽງຂວາງ ເໝາະສົມສໍາລັບນັກທ່ອງທ່ຽວທີ່ຕ້ອງການຄົ້ນຄວ້າ ແລະ ຮຽນຮູ້ກ່ຽວກັບມໍລະດົກຂອງລາວ ຫຼື ຄວາມເປັນມາຂອງແຂວງຊຽງຂວາງໄດ້ເປັນຢ່າງດີ.ສາມາດເວົ້າໄດ້ວ່າພິພິທະພັນແຫ່ງນີ້ແມ່ນໜຶ່ງໃນສະຖານທີ່ທາງດ້ານວັດທະນະທຳທີ່ດີທີ່ສຸດຂອງ ສປປ ລາວ ກໍ່ວ່າໄດ້.

 

ຂໍ້ມູນເພີ່ມຕື່ມ:

ຫໍພິພິທະພັນຕັ້ງຢູ່ຖະໜົນມິດຕະພາບຊຽງຂວາງ-ເຫງະອານ, ບ້ານ ໂພນສະຫວັນ

ເປີດວັນຈັນ-ສຸກ, ເວລາ 9:00 – 4:00

 

 

ຂຽນໂດຍ: ROSS CORBETT

ແປ ແລະ ຮຽບຮຽງໂດຍ: ອານິຕາ ສຸພະເຂດ

ຮູບຈາກ: ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຊຽງຂວາງ

HertageHistoryMuseumtravelWhat to do in XiengkhouangXiengkhouang
Share

Previous

[:en]Let’s Meet Lao Elephants![:]

Next

[:en]Beat the Heat[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • 4000 ດອນ, 4000 ຄວາມຊົງຈໍາ
  • ກັບສູ່ທຳມະຊາດ
  • ທີ່ພັກທີ່ຍົກລະດັບຄຸນນະພາບຊີວິດ ເເລະ ຄວາມຫຼູຫຼາຢ່າງມີລະດັບ
  • ຄຳມ່ວນ
  • ການພະຍາກອນ ຄວາມສໍາເລັດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ວິຖີຊີວິດ
Jan 8, 2018

ແຕ່ງແຕ້ມຄວາມຝັນຜ່ານສອງຝາມື

ສຽງຈາກສິລະປິນຍິງລາວ ສິລະປິນຍິງລາວທ່ານທຳອິດ ທີ່ເຮົາມີໂອກາດໄດ້ໂອ້ລົມໃນມື້ນີ້ ແມ່ນ ໂອ່ເລ້ ວິຣະວົງ ສະໂກວິວ ເຊິ່ງໂອ່ເລ້...

Read More
87 0
ວິຖີຊີວິດ
Jul 5, 2018

ຄວາມສວຍງາມຂອງຊີວິດຜ່ານສິລະປະ

ມາເຣຍ ຊາຊາ ຄານ ເຕີບໃຫຍ່ຢູ່ເມືອງຊາວກະສິກຳນ້ອຍໆໃນເຂດຊົນນະບົດ, ແຕ່ລາວກໍ່ມີຄວາມໄຝ່ຝັນ...

Read More
2 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top