ແລ່ນເພື່ອເດັກນ້ອຍ

Author:

Category:

spot_img

ທຸກບາດກ້າວທີ່ທ່ານແລ່ນ ສາມາດຊ່ວຍຕໍ່ຊີວິດແກ່ເດັກນ້ອຍຜູ້ເຈັບປ່ວຍໄດ້

ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ມີຄວາມຮູ້ສຶກຍິນດີທີ່ຈະປະກາດຢ່າງເປັນທາງການວ່າ ງານແລ່ນເພື່ອເດັກນ້ອຍປະຈໍາປີນີ້ຈະຈັດຂຶ້ນໃນວັນທີ 28 ຕຸລາ 2023 ທີ່ເມືອງຫຼວງພະບາງ. ງານປີນີ້ຈະມີຄວາມຍິ່ງໃຫຍ່ ແລະ ຄຶກຄື້ນກວ່າປີຜ່ານມາ ໂດຍຄາດວ່າຈະມີນັກແລ່ນເຂົ້າຮ່ວມງານປະມານ 2,000 ກວ່າຄົນ! ງານແລ່ນເພື່ອເດັກນ້ອຍປະຈໍາປີນີ້ ແມ່ນກົງກັບວັນພັກເຊິ່ງເປັນທ້າຍອາທິດດຽວກັນກັບງານສະຫຼອງບຸນໄຫຼເຮືອໄຟທີ່ເຕັມໄປດ້ວຍໂຄມໄຟອັນສະຫວ່າງສະໄຫວຢ່າງໜ້າອັດສະຈັນ! ໃນຍາມກາງຄືນ, ຕາມບໍລິເວນວັດວາອາຮາມ, ເຮືອນຊານບ້ານຊ່ອງ, ຕະຫຼອດຮອດຖະໜົນຫົນທາງສາຍຕ່າງໆໃນເມືອງຫຼວງພະບາງ ຈະສ່ອງແສງສະຫວ່າງສະໄຫວດ້ວຍໂຄມໄຟໄຕ້ແສງທຽນ, ເຮັດໃຫ້ງານບຸນປະຈໍາປີນີ້ເປັນໜຶ່ງງານບຸນທີ່ມີຄວາມງົດງາມທີ່ສຸດໃນປະຕິທິນລາວ.

ການແຂ່ງຂັນທີ່ປະສົມປະສານກັບຄວາມງາມຂອງທິວທັດເມືອງຫຼວງພະບາງບວກເຂົ້າໃສ່ຄວາມມຸ່ງຫວັງອັນດີງາມ. ລາຍໄດ້ທັງໝົດທີ່ລະດົມໄດ້ຈາກງານແລ່ນເພື່ອເດັກນ້ອຍຄັ້ງນີ້ ແມ່ນຈະນໍາໄປຊ່ວຍເຫຼືອໂຮງໝໍເພື່ອນລາວສໍາລັບເດັກນ້ອຍ (LFHC). ເຊິ່ງ LFHC ເປັນໂຮງໝໍທີ່ໃຫ້ບໍລິການປິ່ນປົວຟຣີແກ່ເດັກນ້ອຍພຽງແຫ່ງດຽວໃນພາກເໜືອຂອງລາວ. ໂຮງໝໍແຫ່ງນີ້ ໄດ້ສຸມໃສ່ການປິ່ນປົວສຸຂະພາບເດັກທີ່ມີຄຸນນະພາບ ທັງໄດ້ຮັບການເອົາໃຈໃສ່ໃນການປິ່ນປົວດ້ວຍຄວາມເມດຕາກະລຸນາຕໍ່ເດັກນ້ອຍໃນຈໍານວນຫຼາຍກວ່າ 35,000 ຄົນໃນແຕ່ລະປີ. ເດັກນ້ອຍເຫຼົ່ານີ້ສ່ວນໃຫຍ່ມາຈາກຄອບຄົວທີ່ທຸກຍາກ ທັງອາໄສຢູ່ຫ່າງໄກສອກຫຼີກທີ່ສຸດໃນພາກເໜືອຂອງລາວ.

LFHC ປະກອບມີ 12 ພະແນກ ໃນນັ້ນລວມມີພະແນກຄົນເຈັບໃນ ຂະໜາດ 42 ຕຽງ, ພະແນກຄົນເຈັບນອກທີ່ໃຫ້ບໍລິການປິ່ນປົວສຸຂະພາບແກ່ເດັກນ້ອຍໃນຈໍານວນ 150 ຄົນຕໍ່ວັນ, ພະແນກບໍລິການເດັກເກີດໃໝ່ທີ່ທັນສະໄໝ ທີ່ໃຫ້ການດູແລເດັກເກີດໃໝ່ທີ່ມີນໍ້າໜັກພຽງ 700 ກຼາມ, ພ້ອມກັນນັ້ນກໍຍັງມີພະແນກບໍລິການສະເພາະ ເຊິ່ງພະນັກງານແພດໝໍຕ້ອງໄດ້ອອກເດີນທາງໄກຫຼາຍຮ້ອຍກິໂລແມັດໃນແຕ່ລະປີ ເພື່ອໃຫ້ການປິ່ນປົວຄົນເຈັບໃນເຂດຫ່າງໄກສອກຫຼີກທີ່ປະສົບກັບຄວາມຫຍຸ້ງຍາກໃນການເດີນທາງໄປປິ່ນປົວທີ່ LFHC ດ້ວຍຕົນເອງ ເຮັດໃຫ້ພວກເຂົາເຈົ້າໄດ້ຮັບການເບິ່ງແຍງສຸຂະພາບຕາມທີ່ຕ້ອງການ ແລະ ທາງໂຮງໝໍຍັງມີໜ່ວຍງານດູແລປິ່ນປົວທີ່ມີປະສິດທິພາບສູງ (HAU) ທີ່ໃຫ້ບໍລິການປິ່ນປົວຟຣີແກ່ເດັກນ້ອຍທີ່ມີອາການເຈັບປ່ວຍຮຸນແຮງທີ່ສຸດໃນພາກເໜືອຂອງລາວ.

ພາວະຂາດສານອາຫານ ຖືເປັນສາເຫດຂອງການເສຍຊີວິດເກືອບເຄິ່ງໜຶ່ງໃນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີໃນລາວ. 33% ຂອງເດັກນ້ອຍລາວ ປະສົບປັນຫາການຈະເລີນເຕີບໂຕຊ້າກວ່າປົກກະຕິ ເຊິ່ງເຮັດໃຫ້ສະໝອງພັດທະນາຊ້າ ແລະ ນານໃຫຍ່. ຜົນກະທົບເຫຼົ່ານີ້ບໍ່ພຽງແຕ່ສົ່ງຜົນຕໍ່ຄອບຄົວເທົ່ານັ້ນ ແຕ່ຍັງສົ່ງຜົນຕໍ່ອະນາຄົດຂອງຊາດນໍາອີກ.

ສໍາລັບປີນີ້, ໂຮງໝໍເພື່ອນລາວສໍາລັບເດັກນ້ອຍໄດ້ຖືກຄັດເລືອກໃຫ້ເປັນຜູ້ໃຫ້ບໍລິການດ້ານການຄຸ້ມຄອງ ແລະ ເບິ່ງແຍງເດັກນ້ອຍທີ່ຂາດສານອາຫານດີທີ່ສຸດໃນທົ່ວປະເທດ. ອົງການ UNICEF ລວມທັງກະຊວງສາທາລະນະສຸກ ໄດ້ມີການສະເໜີຂໍໃຫ້ທີມງານ LFHC ດໍາເນີນການແບ່ງປັນຄວາມຮູ້ ແລະ ຄວາມຊໍານານໃນໜ້າທີ່ວຽກງານໃຫ້ກັບໂຮງໝໍແຂວງຕ່າງໆທັງ 18 ແຫ່ງໃນທົ່ວປະເທດ. ການຝຶກອົບຮົມດັ່ງກ່າວຖືໄດ້ວ່າປະສົບຄວາມສໍາເລັດຫຼາຍສົມຄວນ ທັງເລີ່ມສະແດງຜົນໄດ້ຮັບໃນບາງສ່ວນ. ໃນໄລຍະເວລາພຽງແປດປີນັບແຕ່ LFHC ໄດ້ເປີດໃຫ້ບໍລິການປິ່ນປົວສຸຂະພາບເດັກນ້ອຍ ເຫັນໄດ້ວ່າ ໂຮງໝໍແຫ່ງນີ້ໄດ້ປ່ຽນຈາກຄວາມຝັນກ້າວສູ່ການເປັນຜູ້ໃຫ້ບໍລິການດ້ານການປິ່ນປົວສຸຂະພາບໃນລະດັບແຖວໜ້າ ໂດຍບໍ່ຄິດໄລ່ຄ່າໃຊ້ຈ່າຍໃດໆ. ສິ່ງທັງໝົດເຫຼົ່ານີ້ຈະບໍ່ສາມາດເກີດຂຶ້ນໄດ້ ຖ້າຂາດການສະໜັບສະໜູນ ແລະ ການຊ່ວຍເຫຼືອອູ້ມຊູຈາກບັນດາຜູ້ບໍລິຈາກທີ່ມີຄວາມປາຖະໜາຢາກຊ່ວຍຊີວິດເດັກນ້ອຍ ທ່າມກາງຄວາມເມດຕາກະລຸນາຂອງຜູ້ຄົນເຫຼົ່ານີ້.

ມີປ້າຍຄໍາຂວັນຕິດໄວ້ຢູ່ດ້ານເທິງຂອງທາງເຂົ້າໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ເຊິ່ງຂຽນໄວ້ວ່າ. “ປະຕິບັດຕໍ່ເດັກນ້ອຍທຸກຄົນ ຄືກັບວ່າພວກເຂົາແມ່ນລູກຫຼານຂອງທ່ານເອງ.” ຄໍາຂວັນເຫຼົ່ານີ້ແມ່ນຄັດກອງຈາກຄໍາເວົ້າຂອງທ່ານ Kenro Izu, ຊ່າງພາບຊາວຍີ່ປຸ່ນ ຜູ້ທີ່ມີຄວາມຄິດໃນການສ້າງໂຮງໝໍແຫ່ງນີ້ເປັນຄົນທໍາອິດ ເນື່ອງຈາກເພິ່ນໄດ້ເຫັນພໍ່ຄົນໜຶ່ງທີ່ສູນເສຍລູກຊາຍສຸດທີ່ຮັກຂອງຕົນ ຍ້ອນຜູ້ກ່ຽວບໍ່ສາມາດຈ່າຍຄ່າປິ່ນປົວໃນລາຄາພຽງ 2 ໂດລາສະຫະລັດໄດ້. ທີມງານ LFHC ມີຄວາມມຸ່ງໝັ້ນໃນການເຮັດວຽກຢ່າງຫ້າວຫັນໃນແຕ່ລະວັນ ໂດຍໃຫ້ບໍລິການປິ່ນປົວສຸຂະພາບ ທັງສະແດງຄວາມເຫັນອົກເຫັນໃຈຕໍ່ເດັກນ້ອຍທີ່ຕ້ອງການປິ່ນປົວ ເພື່ອເຮັດໃຫ້ຄໍາຂວັນເຫຼົ່ານີ້ເປັນຮູບປະທໍາ.

ງານແລ່ນເພື່ອເດັກນ້ອຍ ຖືເປັນໂອກາດພິເສດທີ່ທ່ານຈະໄດ້ປະກອບສ່ວນສະໜັບສະໜູນການຈັດຕັ້ງປະຕິບັດງານຂອງ LFHC ແລະ ລາຍຮັບທັງໝົດແມ່ນຈະນໍາໄປມອບໃຫ້ໂດຍກົງແກ່ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ. ທ່ານຍັງຈະໄດ້ເປັນສ່ວນໜຶ່ງໃນການເຂົ້າຮ່ວມກິດຈະກໍາອັນອົບອຸ່ນໃຈທ່າມກາງຜູ້ຄົນທີ່ເຂົ້າຮ່ວມຈໍານວນຫຼາຍພັນຄົນ ໂດຍລວມຕົວກັນເປັນຊຸມຊົນເພື່ອແຂ່ງຂັນກັນແລ່ນຜ່ານຖະໜົນທີ່ມີທິວທັດອັນສວຍງານຂອງເມືອງຫຼວງພະບາງ.

ພວກເຮົາຫວັງວ່າຈະໄດ້ພົບກັບບັນດາທ່ານ ທີ່ຫຼວງພະບາງໃນວັນທີ 28 ຕຸລາທີ່ຈະມາເຖິງນີ້!

ການເດີນທາງ
ສາມາດເດີນທາງດ້ວຍສາຍການບິນລາວ ທີ່ໃຫ້ບໍລິການຖ້ຽວບິນທຸກວັນຈາກນະຄອນຫຼວງວຽງຈັນ, ກຸງເທບ, ຮາໂນ່ຍ ແລະ ຊຽງໃໝ່ ເພື່ອມຸ່ງໜ້າໄປຍັງຫຼວງພະບາງ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ

Read More

Related Articles