ການທ່ອງໃນຍຸກກ່ອນຈະມີໂທລະສັບມືຖື ໃນປີ 2005, ຂ້ອຍໄດ້ມີໂອກາດເດີນທາງຈາກຫຼວງພະບາງໄປຍັງເມືອງງອຍຊຶ່ງໃຊ້ເວລາ 4 ຊົ່ວໂມງ ໂດຍທີ່ີຂ້ອຍນັ້ນໄດ້ເກາະຢູ່ດ້ານຫລັງລົດສອງແຖວທີ່ແອອັດ. ລົດສອງແຖວທີ່ຄຸມທາງຫຼັງດ້ວຍຫຼັງຄາແຜ່ນຢາງ​ໄດ້​ແລ່ນ​ຜ່ານ​ພູ​ເຂົາ, ລ້ຽວໂຄ້ງໄປຕາມທາງ ​ແລະ ຫັກລົດຫຼີກໜີ​ຝູງແບ້ທີ່​ຢູ່​ຕາມ​ຖະໜົນຫົນທາງ...