ຄວາມຊົງຈຳທີ່ເມືອງງອຍ

Author:

Category:

spot_img

ການທ່ອງໃນຍຸກກ່ອນຈະມີໂທລະສັບມືຖື

ໃນປີ 2005, ຂ້ອຍໄດ້ມີໂອກາດເດີນທາງຈາກຫຼວງພະບາງໄປຍັງເມືອງງອຍຊຶ່ງໃຊ້ເວລາ 4 ຊົ່ວໂມງ ໂດຍທີ່ີຂ້ອຍນັ້ນໄດ້ເກາະຢູ່ດ້ານຫລັງລົດສອງແຖວທີ່ແອອັດ. ລົດສອງແຖວທີ່ຄຸມທາງຫຼັງດ້ວຍຫຼັງຄາແຜ່ນຢາງ​ໄດ້​ແລ່ນ​ຜ່ານ​ພູ​ເຂົາ, ລ້ຽວໂຄ້ງໄປຕາມທາງ ​ແລະ ຫັກລົດຫຼີກໜີ​ຝູງແບ້ທີ່​ຢູ່​ຕາມ​ຖະໜົນຫົນທາງ ຈົນໂຕຂ້ອຍໃນຕອນນັ້ນ​ເກືອບຈະ​ລົ້ມ​ຫຼາຍ​ຄັ້ງ – ແຕ່​ປະ​ສົບ​ການ​ໃນຄັ້ງນີ້ແມ່ນ​ໄດ້ເປັນຶ່ງ​ໃນປະສົບການທີ່ຂ້ອຍນັ້ນ​ຍັງຈົດຈຳໄດ້ສະເໝີມາ.
​ລົດສອງແຖວ​ໄດ້ມາຮອດທີ່​ທ່າ​ເຮືອ​ໃນເມືອງໜອງ​ຂຽວ, ຊຶ່ງເປັນບ່ອນທີ່ຂ້ອຍສາມາດ​​ເດີນທາງ​ໄປທ່ຽວ​ທາງ​ພາກເໜືອຕໍ່ໄດ້ເລີຍ. ​ໃນ​ສະ​ໄໝ​ກ່ອນໜ້ານີ້​ແມ່ນບໍ່​ມີ​ເສັ້ນທາງ​ລົດທີ່​ຈະ​ໄປ​ຍັງ​ເມືອງງອຍ​ເກົ່າ​ ທາງດຽວທີ່ຈະໄປນັ້ນ ມີແຕ່ທາງ​ເຮືອເທົ່ານັ້ນ, ການລ່ອງເຮືອຕາມແມ່ນ້ຳອູຈະໃຊ້ເວລາຢູ່ 1 ຊົ່ວໂມງເຄິ່ງຊຶ່ງຈະລ່ອງຜ່ານຫຼາຍໝູ່ບ້ານ ແລະ ພູມສັນຖານທີ່ນ່າອັດສະຈັນຂອງປະເທດລາວ. ເຮືອທີ່ຂ້ອຍໃຊ້ໃນການເດີນທາງຄັ້ງນັ້ນແມ່ນເຕັມ ຂ້ອຍເລີຍຕ້ອງໄດ້ບຽດຢູ່ຂ້າງໆເຄື່ອງຈັກຂອງເຮືອ ແລະ ຢູ່ລະຫວ່າງກະຕ່າຜັກ. ບ່ອນນັ່ງທີ່ແສນຈະຄັບແຄບນັ້ນມັນເຮັດໃຫ້ຂາອັນແສນຈະຍາວຂອງຂ້ອຍນັ້ນເຈັບ, ແຕ່ຂ້ອຍກໍ່ຮູ້ສຶກດີຂື້ນຈາກການເດີນທາງຄັ້ງນັ້ນດ້ວຍການໂບກມືໃຫ້ກັບເດັກນ້ອຍທີ່ແລ່ນໄປມາຕາມແຄມແມ່ນ້ຳ ພ້ອມກັບຮ້ອງໃສ່ວ່າ “ສະບາຍດີ!”

ເມືອງງອຍເປັນໝູ່ບ້ານທີ່ສະບາຍໆດ້ວຍຫົນທາງດິນແດງເສັ້ນດຽວທີ່ເປັນທາງຍາວ ຊຶ່ງເປັນເສັ້ນທາງສາຍໃຫຍ່ຂອງເມືອງ ແລະ ເປັນບ່ອນເຕົ້າໂຮມຂອງຊຸມຊົນ, ຕະຫຼອດສອງຂ້າງທາງກໍ່ຈະເຕັມໄປດ້ວຍເຮືອນບູຮານຂອງປະຊາຊົນທ້ອງຖິ່ນທີ່ປ່ຽນເປັນຮ້ານອາຫານ ແລະ ເຮືອນພັກເພື່ອຮອງຮັບນັກທ່ອງທ່ຽວ. ​ໃນ​ສະ​ໄໝ​ນັ້ນ, ຕົວ​ເມືອງ​ແມ່ນບໍ່​ມີ​ສັນຍານ​ໂທລະສັບ​. ໄຟຟ້າກໍ່ແມ່ນໃຊ້ເຄື່ອງປັ່ນໄຟຈາກນໍ້າມັນກາຊວນໃນເມືອງ ແລະ ໃຊ້ໄດ້ພຽງແຕ່ 2 – 3 ຊົ່ວໂມງໃນທຸກໆຕອນແລງເທົ່ານັ້ນ. ປັດຈຸ​ບັນ, ຍ້ອນ​ມີການ​ພັດທະນາເມືອງງອຍເຮັດໃຫ້ປັດຈຸບັນນີ້ມີໄຟຟ້າທີ່ສາມາດ​ໃຊ້​ໄດ້​ໝົດ​ມື້ ​ແລະ ​ສັນຍານໂທລະສັບ​​ກໍ່ສາມາດໃຊ້ໄດ້ໃນທົ່ວ​ທຸກ​ແຫ່ງພາຍໃນເມືອງ.
ໃກ້ໆກັບເມືອງງອຍນີ້ກໍ່ຈະມີຖ້ຳຫຼາຍແຫ່ງທີ່າທ່ຽວຊົມ, ການລ່ອງເຮືອ, ປີນຜາ ລວມເຖິງການທ່ຽວຊົມໝູ່ບ້ານຕ່າງໆ, ແລະ ສະຖານທີ່ແຫ່ງນີ້ແລະທີ່ເປັນສະຖານທີ່ສຳລັບການພັກຜ່ອນທີ່ແທ້ຈິງ. ປົກກະຕິແລ້ວວິຖີຊີວິດຂອງຄົນລາວກໍ່ແມ່ນລຽບງ່າຍສະບາຍໆ, ແຕ່ວິຖີຊີວິດຂອງຊາວເມືອງງອຍນີ້ແມ່ນລຽບງ່າຍກວ່າອີກ.

ຫຼັງ​ຈາກ​ເດີນ​ທາງ​ມາຍັງເຮືອນ​ພັກແລ້ວ​, ມັນກໍ່​ເປັນ​ເວ​ລາ​ທີ່​ຈະອາບນໍ້າແລ້ວ​. ຂ້ອຍຍັງຮູ້ສຶກ​ສັ່ນ​ທຸກຄັ້ງເມື່ອ​ຄິດ​ຮອດຕອນທີ່ອາບ​ນ້ຳ​ເຢັນ​ຢູ່​ເຮືອນ​ພັກນັ້ນ, ຊຶ່ງມັນກໍ່ປະສົມກັນລະຫວ່າງຄວາມ​ໜາວ ແລະ ສົດ​ຊື່ນ, ຊຶ່ງນີ້ອາດ​ຈະ​ເປັນ​ການ​ອາບ​ນ້ຳ​ທີ່​ໄວ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້ອຍແລ້ວ.
ຈາກນັ້ນບໍ່ດົນ, ຂ້ອຍກໍ່ໄດ້ມາຢູ່ທີ່ຮ້ານອາຫານແຄມແມ່ນໍ້ານັ່ງດື່ມເບຍລາວ ໃສ່ນໍ້າກ້ອນເຢັນ. ການເດີນທາງທີ່ແສນຈະຍາກລຳບາກ ແລະ ຍາວນານນັ້ນແມ່ນຄຸ້ມຄ່າທີ່ສຸດ, ເພາະຂ້ອຍໄດ້ຊົມພາບຕາເວັນຕົກດິນທີ່ງົດງາມທີ່ສຸດແຫ່ງໜຶ່ງໃນປະເທດລາວ.

ການເດີນທາງ
ການບິນລາວມີຖ້ຽວບິນປົກກະຕິໄປຫຼວງພະບາງ ແລະ ເຜອເດີນທາງຕໄປສູ່ເມືອງງອຍ.

ແປ ແລະ ຮຽບຮຽງໂດຍ ແອ໋ນດີ໋ ຄຳສິງ
ຮູບໂດຍ ພູນຊັບ ເທວົງສາ / Jochen Moravek / Jason Rolan

Read More

Related Articles