ຈາກສວນສູ່ຈານ

Author:

Category:

spot_img

ເພີ່ມສຸນທະລີໃຫ້ມື້ອາຫານຂອງທ່ານກັບບັນຍາກາດແສນສົດຊື່ນທີ່ສວນພຶກສາຊາດທີ່ຜາຕັດແກ້

 

ນະຄອນຫຼວງພະບາງເປັນເມືອງທີ່ຂື້ນຊື່ໃນເລື່ອງຄວາມງາມທາງດ້ານວັດທະນະທຳ ແລະ ທັດສະນິຍະພາບຂອງເມືອງ. ມີຮ້ານອາຫານທີ່ມີຄວາມເປັນເອກະລັກຫຼາກຫຼາຍ ບໍ່ວ່າຈະເປັນຮ້ານອາຫານຕາມແບບສະບັບທ້ອງຖິ່ນ, ແບບຕາເວັນຕົກ ແລະ ແບບຟິວຊັນ ເພື່ອຕ້ອນຮັບທຸກກຸ່ມຄົນທັງນັກທ່ອງທ່ຽວຕ່າງຊາດ ແລະ ຜູ້ຄົນໃນທ້ອງຖິ່ນ. ໜຶ່ງໃນຮ້ານອາຫານທີ່ກຳລັງມາແຮງໃນຕອນນີ້ແມ່ນ ຮ້ານອາຫານ ສວນພຶກສາຊາດ ຜາຕັດແກ້. ວາລະສານ Forbes ຍັງໄດ້ຈັດອັນດັບໃຫ້ຮ້ານອາຫານ ສວນພຶກສາຊາດ ຜາຕັດແກ້ເປັນໜຶ່ງໃນສິບຮ້ານອາຫານສະໄຕລ໌ Farm to Table ທີ່ດີທີ່ສຸດ ເມື່ອບໍ່ດົນມານີ້.

Farm to Table (ຟາມທູເທໂບ້) ແມ່ນແນວຄວາມຄິດໃໝ່ທີ່ກຳລັງເປັນທີ່ນິຍົມໃນວົງການອາຫານໂລກ. ຟາມທູເທໂບ້ເປັນຮ້ານອາຫານທີ່ນໍາໃຊ້ວັດຖຸດິບທີ່ເກັບຈາກສວນຂອງຕົນເອງ, ສ່ວນປະກອບທີ່ ຊື້ຈາກສວນໃນທ້ອງຖິ່ນ ຫຼື ຈາກຕະຫຼາດປອດສານພິດ. ແນວຄວາມຄິດດັ່ງກ່າວໄດ້ມາຈາກການທີ່ຜູ້ຄົນຫັນມາໃສ່ໃຈໃນສຸຂະພາບຫຼາຍຂຶ້ນ ແລະ ສວນພຶກສາຊາດ ຜາຕັດແກ້ ກໍພະຍາຍາມຍົກໃຫ້ເຫັນຄວາມສຳຄັນຂອງແນວຄວາມຄິດດັ່ງກ່າວຜ່ານກິດຈະກຳດ້ານການສຶກສາຫຼາກຫຼາຍຮູບແບບ. ວັດຖຸດິບສ່ວນໃຫຍ່ທີ່ຮ້ານອາຫານນໍາມາປຸງແຕ່ງແມ່ນມາຈາກສວນປອດສານພິດ ແລະ ສວນສາທິດ ພາຍໃນສວນພຶກສາຊາດ ຜາຕັດແກ້ ເຊິ່ງນັກທ່ອງທ່ຽວກໍສາມາດເຂົ້າຊົມໄດ້ ໃນເວລາທີ່ມາຢ້ຽມຊົມສວນແຫ່ງນີ້.

ເມນູຕ່າງໃນຮ້ານແມ່ນຖືກສັນສ້າງຂຶ້ນມາໂດຍ ເຊບຈັນ ຫົວໜ້າຄົວຜູ້ຊໍານານຂອງຮ້ານ ຮ່ວມກັນກັບ ຣິກ ກາເດລາ ເຈົ້າຂອງສວນພຶກສາຊາດ ຜາຕັດແກ້ ໃນການຄັດເລືອກເມນູອາຫານທີ່ດີທີ່ສຸດເພື່ອເສີບໃນຮ້ານ. ອາຫານຫຼັກໃນຮ້ານແມ່ນຈະເປັນອາຫານລາວເຊັ່ນວ່າ: ລາບ (ລາບປາ,​ ລາບໄກ່ ແລະ ລາບເຕົາຮູ້), ຍໍາສົ້ມໂອ (ຍໍາໝາກກ້ຽງໃຫຍ່ກັບປາທອດກອບ), ແໜມເຂົ້າ (ເສີບພ້ອມກັບແຈ່ວໝາກຂາມ ແລະ ລູກຊີ້ນ). ທ່ານສາມາດເລືອກໃຫ້ອາຫານປຸງແຕ່ງແບບມັງສາວິລັດໄດ້ ແລະ ສາມາດເລືອກລະດັບຄວາມເຜັດຂອງອາຫານ ສຳລັບທ່ານທີ່ຍັງບໍ່ລຶ້ງກິນອາຫານລົດຈັດແບບຄົນທ້ອງຖິ່ນ. ເມນູແນະນໍາຂອງທາງຮ້ານແມ່ນໄກ່ຂີ້ຫຼດ (ໄກ່ຜັດໃບຂີ້ຫູດ) ກັບ ຍໍາສົ້ມໂອ.

ລາບເຕົາຮູ້

ຄອບຄົວຂອງເຊບຈັນມີທຸລະກິດຮ້ານອາຫານທ່າເຮືອທີ່ແຂວງຫຼວງນໍ້າທາ ແລະ ລາວກໍມີໂອກາດໄດ້ມາປັບປຸງສີມືການປຸງແຕ່ງອາຫານຢູ່ທີ່ສວນແຫ່ງນີ້. ເຊບຈັນໄດ້ສ້າງສູດອາຫານຂຶ້ນມາໃໝ່ສຳລັບຮ້ານອາຫານ ສວນພຶກສາຊາດ ຜາຕັດແກ້ ຂຶ້ນມາຈາກປະສົບການໃນການເຮັດອາຫານກັບທຸລະກິດຄອບຄົວ ແລະ ປະສົບການທີ່ໄດ້ເຮັດຮ່ວມກັບທາງຮ້ານ. ທາງຮ້ານອາຫານໄດ້ມີໂອກາດຕ້ອນຮັບ ເຊບ ແສງ ຫຼວງລາດ ຈາກຮ້ານອາຫານ ຕິບເຂົ້າລາວ ຮ້ານອາຫານລາວທີ່ມີຊື່ສຽງໃນລັດ ວໍຊິງຕັນ ດີຊີ, ສະຫະລັດອາເມລິກາ. ຕອນທີ່ ເຊບແສງ ໄດ້ມາຢ້ຽມຢາມຜາຕັດແກ້, ລາວໄດ້ແນະນຳ ເຊບ ຈັນ ກ່ຽວກັບວິທີການນໍາສະເໜີອາຫານ ກໍຄືການຈັດແຕ່ງຈານອາຫານ ເພື່ອຮັບປະກັນວ່າ ບໍ່ພຽງແຕ່ອາຫານຈະມີລົດຊາດແຊບເທົ່ານັ້ນ ແຕ່ຍັງມີໜ້າຕາທີ່ດູດີພ້ອມ.

Yam Som Oh

 

ວິທີເດີນທາງ:​

ສຳລັບປີ້ເຂົ້າຊົມສວນແມ່ນສາມາດຫາຊື້ໄດ້ທີ່ ຈຸດໃຫ້ຂໍ້ມູນຂອງຜາຕັດແກ້

ເຊິ່ງຕັ້ງຢູ່ໃນເມືອງຫຼວງພະບາງ ທີ່ບ້ານ ວັດທາດ. ລາຄາປີ້ດັ່ງກ່າວ ຈະລວມມີ

ຄ່າເຂົ້າຊົມສວນ ແລະ ຄ່າລ່ອງເຮືອ 15 ນາທີ. ນັກທ່ອງທ່ຽວສາມາດຊື້ອາຫານ

ລວມໃນປີ້ ຫຼື ສາມາດເລືອກອາຫານເອງໄດ້ທີ່ຮ້ານອາຫານຂອງເພິ່ນ.

ລາຄາອາຫານສ່ວນໃຫຍ່ແມ່ນຢູ່ທີ່ປະມານ ຈານລະ 50,000 ກີບ.

 

 

 

 

ຂຽນໂດຍ: DAVID ORMSBY

ຮູບພາບ: VYRIL EBERLE & DAVID ORMSBY

ແປ ແລະ ຮຽບຮຽງໂດຍ: ວິໄລສອນ ເຫຼື້ອງ

Read More

Related Articles