Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, Café

ສູດອາກາດບໍລິສຸດໃຈກາງເມືອງ

posted by Billy
May 4, 2023 693 0 0
Share

ຜ່ອນຄາຍຢູ່ຮ້ານກາເຟຢູ່ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ, ເມືອງຫຼວງຂອງ ສປປ ລາວ, ເມືອງທີ່ຂຶ້ນຊື່ເລື່ອງການທ່ອງທ່ຽວທັງທາງວັດທະນະທຳ ແລະ ປະຫວັດສາດທີ່ເຕັມໄປດ້ວຍຄວາມງົດງາມອັນແສນລ້ຳຄ່າຕໍ່ກັບປະເທດລາວບໍ່ວ່າຈະແມ່ນ ປະຕູໄຊ ອານຸສາວະລີ ທີ່ແມ່ນສິ່ງກໍ່ສ້າງ ເພື່ອເປັນອານຸສອນ ແກ່ການປະກາດເອກະລາດຈາກການປົກຄອງຂອງປະເທດຝຣັ່ງ, ທາດຫຼວງ ຫຼື ພະທາດຫຼວງ ຊຶ່ງເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວຊາວພຸດທັງສອງຟາກຝັ່ງແມ່ນ້ຳຂອງເປັນຕົ້ນແລ້ວ ແຕ່ນອກຈາກນັ້ນແລ້ວ ນະຄອນຫຼວງວຽງຈັນກໍ່ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ງົດງາມບໍ່ນ້ອຍໜ້າໄປກວ່າແຂວງອື່ນໃນ ສປປ ລາວ ອີກດ້ວຍ.
ແຕ່ມື້ນີ້ເຮົາຈະມາຍົກເລື່ອງທຳມະຊາດທີ່ທ່ານສາມາດເຂົ້າເຖິງໄດ້ໂດຍທີ່ບໍ່ຈຳເປັນທີ່ຈະຕ້ອງອອກຈາກໄປໄກຈາກນະຄອນຫຼວງເລີຍ ກໍ່ສາມາດຫາຍໃຈຮັບເອົາອາກາດທີ່ບໍລິສຸດເຂົ້າເຕັມປອດ ແລ້ວປ່ອຍໃຫ້ທຳມະຊາດໄດ້ຟື້ນຟູ ແລະ ໂອບກອດຕົວທ່ານຈາກຄວາມເມື່ອຍລ້າຈາກການຮຽນ, ການເຮັດວຽກ ຫຼື ການໃຊ້ຊີວິດ.

Aiden’s by Manee Cafe
ຖ້າທ່ານກຳລັງຊອກຫາສະຖານທີ່ທີ່ຈະນັ່ງອ່ານໜັງສືເຫຼັ້ມທີ່ທ່ານມັກພ້ອມກັບຟັງສຽງນ້ຳພຸທີ່ຈະຊ່ວຍໃຫ້ຈິດໃຈທ່ານສະຫງົບ ບວກກັບວິວຕົ້ນໄມ້ໃບຫຍ້າຂຽວງາມທີ່ໂອບອ້ອມທ່ານໄວ້ ແລ້ວຍັງມີອາຫານທັງຂອງຄາວທັງຂອງຫວານໃຫ້ທ່ານໄດ້ເລືອກຊິມ ທ່ານຕ້ອງໄດ້ລອງໄປ ໄອເດັນ ບາຍ ມະນີຄາເຟ່ ຈັກຄັ້ງແລ້ວ ເພາະສະຖານທີ່ແຫ່ງນີ້ມີຄົບທຸກຢ່າງທີ່ກ່າວມາຂ້າງເທິງນີ້ເລີຍ ຍັງບໍ່ພໍເທົ່ານັ້ນ ຄາເຟ່ນີ້ຍັງມີເອກະລັກພຽງ 1 ດຽວໃນລາວກໍ່ຄືຕົ້ນໝາກກອກ (ຕົ້ນໂອລີຟ) ອາຍຸເກືອບຮ້ອຍປີ ທີ່ຕັ້ງຢູ່ໜ້າຮ້ານໃຫ້ທ່ານໄດ້ຊື່ນຊົມຄວາມງົດງາມທີ່ແສນຈະມີສະເໜ່ນີ້ ແລະ ຍັງມີເດີນຫຼິ້ນສຳລັບເດັກນ້ອຍທີ່ຜູ້ໃຫຍ່ກໍ່ສາມາດຫຼິ້ນນຳກໍໄດ້ເດີ້.
– ສະຖານທີ່: ຮ່ອມ 42 ບ້ານ ໂພນປາເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
– ເວລາເປີດຮ້ານ: 8 ໂມງເຊົ້າ ຫາ 9 ໂມງແລງ (ປິດທຸກໆ ວັນຈັນ)
– Facebook: Manee Cafe

Backyard Cafe & Playground
ຫາກທ່ານຕ້ອງການສູດອາກາດບໍລິສຸດເຂົ້າເຕັມປອດພ້ອມຊົມວິວທຳມະຊາດທີ່ມີທັງລານກວ້າງ, ໜອງປາພ້ອມກັບມີອາຫານຄາວ – ຫວານໄວ້ຄອຍບໍລິການທ່ານ (ຂໍແອບກະຊິບວ່າມີກະແລັມ ແລະ ບາບີຄິວ ເປັນເອກະລັກຂອງຮ້ານເພິ່ນເດີ) ແລະ ກໍມີບ່ອນຫຼິ້ນຕະລູດ ຫຼື ສະໄລເດີ້ ສຳລັບລູກຫຼານຂອງທ່ານນຳ. ທ່ານຕ້ອງໄດ້ລອງມາ ເດິ ແບັກຢາດ ຄາເຟ່ ແລະ ເພລຍ໌ກຣາວ ແລ້ວເດີ ເພາະຄາເຟ່ແຫ່ງນີ້ແມ່ນໄດ້ລວມທຸກຢ່າງແລ້ວ ທັງໂຊນສາລາເບິ່ງວິວໜອງ, ໂຊນຄາເຟ່, ໂຊນ White House, ໂຊນບ່ອນຫຼີ້ນສຳລັບເດັກນ້ອຍ.
ແລ້ວຍັງບໍ່ໝົດແຕ່ເທົ່ານັ້ນທ່ານຍັງຈະໄດ້ເບິ່ງວິຖີຊີວິດຂອງແກະ, ກະຕ່າຍ, ແບ້ ແລະ ງົວ ທີ່ເພິ່ນລ້ຽງໄວ້ນຳອີກດ້ວຍ. ສະນັ້ນ, ຖ້າທ່ານໄດ້ມີໂອກາດມາແວ່ຄາເຟ່ແຫ່ງນີ້ແລ້ວ ຢ່າລືມໄປໃຫ້ອາຫານໂຕແກະທີ່ອາໄສຢູ່ນຳກັນເປັນຝູງໃຫຍ່ດ້ວຍຜັກກາດທີ່ເພ່ິນມີຂາຍໃຫ້ຢູ່ໃນຄາເຟ່ນັ້ນນຳເດີ. ໂຕແກະນ່າຮັກ ແລະ ໃຫ້ເຮົາຈັບໄດ້ນຳ ແຕ່ຢ່າລູບບ່ອນເຂົາແກະເດີ ເພາະແກະອາດຈະເອົາຫົວແລ່ນຊົນທ່ານໄດ້.
– ສະຖານທີ່: ບ້ານ ດົງຄຳຊ້າງ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ
– ເວລາເປີດຮ້ານ: ວັນອັງຄານ ຫາ ວັນອາທິດ
– Facebook: Backyard Cafe&Playground

Vientiane Garden Restaurant
ຈະເປັນແນວໃດຖ້າທ່ານໄດ້ນັ່ງຫາຍໃຈເອົາອາກາດບໍລິສຸດພ້ອມກັບເບິ່ງຝູງປາຄາບລອຍໄປມາໃນອ່າງນ້ຳຕົກ ແລ້ວຍັງມີບັນດາພືດນາໆພັນໃຫ້ທ່ານໄດ້ສຳຫຼວດໄປນຳ. ເດົາໄດ້ບໍ່ຍາກເລີຍວ່າຕ້ອງເປັນອີ່ຫຍັງທີ່ແສນຈະສຸກໃຈທີ່ສຸດ. ແຕ່ຍັງບໍ່ໝົດພຽງເທົ່ານັ້ນ ເພາະຖ້າຫາກຍັງມີອາຫານແຊບໆໄດ້ກິນເຂົ້າທ່າມກາງບັນຍາກາດແບບນີ້ກໍຄືສິເປັນຄາບເຂົ້າທີ່ຈະຕິດຢູ່ໃນຄວາມຊົງຈຳທີ່ດີທີ່ສຸດໄປອີກຫຼາຍປີເລີຍ.
ເພາະສະນັ້ນ, ຖ້າທ່ານຕ້ອງການມີປະສົບການດັ່ງທີ່ກ່າວມາຂ້າງເທິງນັ້ນແລ້ວກໍຈະຕ້ອງໄດ້ເຂົ້າໄປລອງທີ່ ສວນອາຫານວຽງຈັນຈັກຄັ້ງແລ້ວ ເພາະເພິ່ນມີບໍລິການໃຫ້ຄົບໂດຍທີ່ບໍ່ຕ້ອງອອກໄປໃສໄກເລີຍ.
– ສະຖານທີ່: ບ້ານ ພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
– ເວລາເປີດຮ້ານ: ເປີດໃຫ້ບໍລິການທຸກມື້ຕັ້ງແຕ່ເວລາ 10:30 ເຊົ້າ ຫາ 11:00 ໂມງແລງ
– Facebook: ສວນອາຫານວຽງຈັນ-Vientiane Garden

ແຕ່ໃນຖານະທີ່ທ່ານເປັນນັກເດີນທາງທ່ອງທ່ຽວ ບໍ່ວ່າໃນ ປະເທດລາວ ຫຼື ຢູ່ທົ່ວທຸກແຫ່ງໃນໂລກ, ສິ່ງທີ່ມີຄວາມສຳຄັນແມ່ນທ່ານຈະຕ້ອງຄຳນຶງເຖິງບົດບາດຂອງຕົວເອງທີ່ມີຕໍ່ລະບົບນິເວດ. ຕໍ່ການເປັນນັກເດີນທາງທ່ອງທຽວຢ່າງມີຄວາມຮັບຜິດຊອບ, ພວກເຮົາຈະຕ້ອງມີຄວາມເຂົ້າໃຈເຖິງບັນຫາດ້ານຄວາມສ່ຽງ ແລະ ວິທີການໃນການປ້ອງກັນບັນຫາດັ່ງກ່າວ ເພື່ອຫຼຸດຜ່ອນການຖິ້ມຮ່ອງຮອຍຂອງພວກເຮົາໄວ້.
ນອກຈາກນີ້ ແມ່ນຍັງພົວພັນເຖິງ ຄວາມມີສະຕິວ່າການກະທຳຂອງພວກເຮົາ ອາດຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ອື່ນ, ພືດ, ສັດສາວາສິ່ງ ແລະ ສິ່ງແວດລ້ອມ ທີ່ພວກເຮົາຮ່ວມອາໄສຢູ່ ຄືແນວໃດ.
ດ້ວຍການຄິດຕຶກຕອງພຽງແຕ່ເລັກນ້ອຍ, ກໍ່ຈະເປັນສິ່ງທີ່ງ່າຍທີ່ຈະຫຼຸດຜ່ອນຮ່ອງຮອຍການເດີນທາງຂອງທ່ານ ແລະ ຄຳນຶງເຖິງສະຖານທີ່ທີ່ທ່ານກຳລັງຢ້ຽມຊົມ. ຈົ່ງຊ່ວຍກັນຮັກສາສິ່ງແວດລ້ອມ, ຜູ້ຄົນ ແລະ ສັດສາວາສິ່ງຂອງປະເທດລາວ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີສຸຂະພາບທີ່ດີ ແລະ ມີຄວາມປອດໄພໃນອານາຄົດ.

ການເດີນທາງ
ການບິນລາວມີຖ້ຽວບິນຈາກ ນະຄອນຫຼວງວຽງຈັນ ໄປຍັງ ບາງກອກ, ຮາໂນ່ຍ, ເຊອຸນ ແລະ ຕົວເມືອງຕ່າງໆໃນລາວທຸກມື້.

ຮຽບຮຽງໂດຍ ແອ໋ນດີ໋ ຄຳສິງ
ຮູບໂດຍ ພູນຊັບ ເທວົງສາ

Cafe
Share

Previous

[:en]A Stroll on the Right Bank[:la]ທ່ຽວຊົມທິວທັດຝັ່ງນໍ້າຄານ[:]

Next

[:en]Nam Kat Yorla Pa[:la]ນໍ້າກັດຢໍລະປ່າ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ແລ່ນເພື່ອເດັກນ້ອຍ
  • ເລາະຊິມອາຫານພື້ນເມືອງຂອງຊາວ ຫຼວງພະບາງ
  • ຄວາມງາມຂອງ ວັດສີສະເກດ
  • ເມືອງສີຫານຸວິນ
  • ລົດຊາດອາຫານ ກັບປະສົບການຊີວິດ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • August 2023
  • May 2023
  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທຸລະກິດ
Mar 15, 2018

ດັ່ງເພັດໃນກອງເມັດຊາຍ

ເມື່ອນຶກເຖີງການຂັບລົດໄປທ່ຽວເມືອງວັງວຽງໃນຊ່ວງລະດູຝົນ, ທ່ານກໍຈະມັກພົບກັບທົ່ງນາຂຽວຊຸ່ມຕະການຕາຕັດກັບທັດສະນີຍະພາບທ້ອງຟ້າ...

Read More
51 0
ທຸລະກິດ
Feb 3, 2021

ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ

ວຽກງານການປັບປຸງຍົກລະດັບຊຸມຊົນຈາກຂັ້ນພື້ນຖານຂຶ້ນມາ. ຕົ້ນໃບຢາສູບ ແມ່ນພືດທີ່ມີຄວາມຊັບຊ້ອນແຕ່ໃຫ້ຜົນຕອບແທນທີ່ດີໃນການປູກ....

Read More
2 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top