ໂອກາດ, ຄວາມທ້າທາຍ ແລະ ວິໄສທັດສູ່ອະນາຄົດຂອງຄຳລາວ
ທະນາຄານຄຳ ລາວ: ຂັບເຄື່ອນນະວັດຕະກຳ, ຂະຫຍາຍໂອກາດ ແລະ ສ້າງວິໄສທັດໃໝ່ໃຫ້ແກ່ອຸດສາຫະກຳຄຳຂອງ ສປປ ລາວ
ບົດ ແລະ ຮູບໂດຍ: ທະນາຄານຄໍາລາວ

ເທດສະການຄຳລາວ 2026
ສືບສານຄຸນຄ່າຄໍາ ສືບສານຕໍານານລາວ
ທະນາຄານຄຳ ລາວ (LBB) ຂໍເຊີນຊວນທຸກທ່ານເຂົ້າຮ່ວມງານ ເທດສະການຄຳລາວ 2026 ເຊິ່ງຈະຈັດຂຶ້ນລະຫວ່າງວັນທີກັນຍາ 2026 ທີ່ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ໃນຖານະເປັນງານສຳຄັນລະດັບຊາດ, ເທດສະການຄຳລາວຖືກຈັດຂຶ້ນເພື່ອຍົກລະດັບອຸດສາຫະກຳຄຳ, ລະບົບນິເວດການ ລົງທຶນ ແລະ ມໍລະດົກທາງວັດທະນະທຳຂອງລາວ ໃຫ້ໄດ້ຮັບການຮັບຮູ້ໃນລະດັບພາກພື້ນ ແລະ ສາກົນ.
ງານຄັ້ງນີ້ຈະຮວບຮວມການຄ້າຄໍາ, ການລົງທຶນ, ງານຝີມືີ, ວັດທະນະທຳ, ນະວັດຕະກຳ ແລະ ການສຶກສາ ໄວ້ໃນເວທີດຽວກັນ ເພື່ອສະທ້ອນເອກະລັກອັນໂດດເດັ່ນຂອງລາວ ຄຽງຄູ່ກັບການສ້າງຄວາມເຊື່ອມໂຍງສູ່ຫຼັກຄຳໂລກ.
ພາຍໃຕ້ແນວຄິດຫຼັກ: ເຊື່ອມໂຍງ ‘ ສ້າງຄວາມເຊື່ອໝັ້ນ ‘ ເຕີບໃຫຍ່ຮ່ວມກັນ

ສືບຕໍ່ຈາກຄວາມສຳເລັດຂອງເທດສະການຄຳລາວຄັ້ງທຳອິດ
ເທດສະການຄຳລາວຄັ້ງທຳອິດ ໃນປີ 2025 ໄດ້ຮັບຜົນຕອບຮັບຢ່າງດີຈາກຜູ້ເຂົ້າຮ່ວມຊົມທັງພາຍໃນ ແລະ ຕ່າງປະເທດ. ໃນຖານະເປັນງານຄຳຂະໜາດໃຫຍ່ຄັ້ງທຳອິດຂອງອຸດສາຫະກໍາຄຳລາວ, ງານດັ່ງກ່າວສາມາດດຶງດູດຜູ້ເຂົ້າຮ່ວມໄດ້ເຖິງ 30,000 ທ່ານ ແລະ ມີຮ້ານຄໍາ ຮ້ານຜ້າໄໝ ແລະ ຜູ້ປະກອບການ ເຂົ້າຮ່ວມວາງສະແດງຫຼາຍກວ່າ 60 ຮ້ານ.
ຈາກຄວາມສຳເລັດດັ່ງກ່າວ, ທະນາຄານຄຳ ລາວ ມີຄວາມພາກພູມໃຈທີ່ຈະນໍາສະເໜີ ເທດສະການຄຳລາວ ຄັ້ງທີ II ປີ 2026 ໃຫ້ມີຄວາມຍິ່ງໃຫຍ່, ຄົບວົງຈອນ ແລະ ມີມາດຕະຖານສູງຂຶ້ນ.
ລໍ້າສຸດ! ຕູ້ຝາກຄຳອັດຕະໂນມັດ:
ນະວັດຕະກຳໃໝ່ໃນ ສປປ ລາວ
ຄວາມລໍ້າສະໄໝ ແລະ ຄວາມສະດວກສະບາຍທີ່ມາຄູ່ກັນ – ທະນາຄານຄຳ ລາວ ພ້ອມນຳສະເໜີ ຕູ້ຝາກຄຳຮູບແບບໃໝ່ ທີ່ມອບປະສົບການໃໝ່ໃຫ້ແກ່ຜູ້ຝາກຄຳ ແລະ ຈະເປີດຕົວຢ່າງເປັນທາງການໃນການເທດສະການຄຳລາວ ຄັ້ງທີ II 2026.
ຍົກລະດັບປະສົບການການລົງທຶນຄໍາສູ່ຍຸກດິຈິຕອນ
Digital Gold Certificate ແມ່ນໃບຢັ້ງຢືນຖານະທາງການຄໍາໃນຮູບແບບດິຈິຕອນທີ່ຊ່ວຍໃຫ້ລູກຄ້າສາມາດກວດສອບ ແລະ ຢືນຢັນການນໍາໃຊ້ໄດ້ທຸກບ່ອນ ທຸກເວລາ ຜ່ານລະບົບດິຈິຕອນ ເພີ່ມຄວາມສະດວກ, ປອດໄພ ແລະ ທັນສະໄໝຫຼາຍກວ່າທີ່ທ່ານຄິດ.
Gold Paper Trade ເປັນແພລດຟອມຊື້-ຂາຍຄໍາແບບທັນທີ (Real-Time Trading) ທີ່ເຊື່ອມໂຍງກັບລາຄາຄໍາໂລກແບບທັນທີ ເຮັດໃຫ້ນັກລົງທຶນສາມາດຕິດຕາມລາຄາ, ວິເຄາະຕະຫຼາດ ແລະ ຊື້-ຂາຍຄໍາໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ.
ໄວໆນີ້: LBB VISA Credit Card
ເພື່ອເພີ່ມຄວາມສະດວກສະບາຍ ແລະ ຕໍ່ຍອດປະສິດທິພາບທາງການເງິນ, ທະນາຄານຄຳ ລາວ ຈະເປີດຕົວ ບັດ LBB VISA Credit Card ໃນໄວໆນີ້. ບັດດັ່ງກ່າວຈະມອບສິດທິປະໂຫຍດພິເສດ, ຄວາມຄຸ້ມຄ່າ ແລະ ຄວາມສະດວກໃນການເຂົ້າເຖິງບໍລິການທາງການເງິນໃຫ້ແກ່ລູກຄ້າ.

ຜະລິດຕະພັນຂອງ ທະນາຄານຄຳ ລາວ
ເປີດບັນຊີງ່າຍ ວ່ອງໄວ ປອດໄພ ດ້ວຍ E-KYC
ລູກຄ້າສາມາດລົງທະບຽນເປີດບັນຊີກັບທະນາຄານຄຳ ລາວ ໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ ຜ່ານຂະບວນການລົງທະບຽນແບບດິຈິຕອນດ້ວຍເຕັກໂນໂລຊີ E-KYC.
ໃບຢັ້ງຢືນຖານະທາງການຄໍາ (Gold Certificate)
ໃບຢັ້ງຢືນຖານະທາງການຄຳ ແມ່ນເອກະສານທາງການເງິນທີ່ອອກໂດຍອ້າງອີງຕາມຈຳນວນຄຳຝາກ ແລະ ສາມາດນຳໃຊ້ເປັນຫຼັກຊັບຄ້ຳປະກັນໃນການກູ້ຢືມກັບທະນາຄານ ຫຼື ສະຖາບັນການເງິນທີ່ເປັນຄູ່ຮ່ວມຂອງທະນາຄານຄຳ ລາວ.
‘ ລູກຄ້າສາມາດກູ້ຢືມໄດ້ສູງສຸດ 90% ຂອງມູນຄ່າຄຳທີ່ຝາກ ໂດຍຂຶ້ນກັບນະໂຍບາຍສິນເຊື່ອຂອງແຕ່ລະສະຖາບັນ.
‘ ລູກຄ້າທີ່ຝາກຄຳກັບທະນາຄານຄຳ ລາວ ຢ່າງໜ້ອຍ 15 ກຣາມ ມີສິດຂໍອອກໃບຢັ້ງຢືນດັ່ງກ່າວ.
ສິນເຊື່ອກູ້ຢືມຄໍາ (Gold Metal Loan)
ສິນເຊື່ອກູ້ຢືມຄໍາ ຫຼື Gold Metal Loan ແມ່ນບໍລິການສິນເຊື່ອໃນຮູບແບບຄໍາຈາກທະນາຄານຄໍາ ລາວ ເພື່ອຊ່ວຍເສີມ ສະພາບຄ່ອງໃຫ້ແກ່ຮ້ານຄໍາ ໂດຍສາມາດນຳຄໍາແທ່ງໄປຈຳໜ່າຍ, ຜະລິດເປັນຄຳຮູບປະພັນ ແລະ ຂະຫຍາຍທຸລະກິດຮ້ານຄໍາ ໄດ້ ດ້ວຍອັດຕາດອກເບ້ຍເລີ່ມຕົ້ນພຽງ 7% ຕໍ່ປີ.
ການເຊົ່າເຄື່ອງປະດັບຄໍາ (Gold Rental)
ການເຊົ່າເຄື່ອງປະດັບຄໍາ ຫຼື Gold Rental ເປັນບໍລິການໃໝ່ຈາກທະນາຄານຄໍາ ລາວ ສຳລັບລູກຄ້າທີ່ຝາກຄໍາ ແລະ ອອກ ໃບຢັ້ງຢືນຖານະທາງການຄໍາກັບທະນາຄານ.
ບໍລິການນີ້ເປັນຄວາມຮ່ວມມືກັບ ຮ້ານຄໍາແມ່ສຳລານ ໂດຍລູກຄ້າສາມາດເຊົ່າເຄື່ອງປະດັບຄໍາເພື່ອໃຊ້ໃນງານ ຫຼື ໂອກາດສຳ ຄັນຕ່າງໆ ພາຍໃຕ້ແນວຄິດ: ຮັກສາຄໍາຝາກຄົງເດີມ ຮັບດອກເບ້ຍຕໍ່ເນື່ອງ ເພີ່ມຕື່ມຄືສາມາດເຊົ່າເຄື່ອງປະດັບຄໍາໃຊ້ໄດ້ທຸກໂອກາດ.

ສົມສ້າງຄວາມເຊື່ອໝັ້ນ ຂັບເຄື່ອນການເຕີບໂຕ
ສ້າງຄວາມເຊື່ອໝັ້ນກັບຄູ່ຮ່ວມທຸລະກິດທັງພາຍໃນ ແລະ ຕ່າງປະເທດ
ທະນາຄານຄຳ ລາວ ມຸ່ງໝັ້ນພັດທະນາມາດຕະຖານການບໍລິການ, ຄວາມໂປ່ງໃສ, ຄວາມປອດໄພ ແລະ ລະບົບການດຳເນີນງານໃຫ້ສອດຄ່ອງກັບມາດຕະຖານສາກົນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ, ຄູ່ຮ່ວມທຸລະກິດ ແລະ ນັກລົງທຶນ.
ພ້ອມກັນນັ້ນ, ທະນາຄານຍັງໃຫ້ຄວາມສຳຄັນກັບການສ້າງຄວາມສຳພັນໄລຍະຍາວ ໂດຍຜ່ານການແລກປ່ຽນຄວາມຮູ້, ການ ຂະຫຍາຍໂອກາດທາງທຸລະກິດ, ການສ້າງເຄືອຂ່າຍຄວາມຮ່ວມມື ແລະ ການພັດທະນາຜະລິດຕະພັນທາງການເງິນຮ່ວມກັນ ເພື່ອການເຕີບໂຕຢ່າງຍືນຍົງໃນຕະຫຼາດການເງິນ ແລະ ຕະຫຼາດຄຳລະດັບພາກພື້ນ ແລະ ສາກົນ.
ຂະຫຍາຍໜ່ວຍບໍລິການໃໝ່
2 ແຫ່ງ ພາຍໃນປີ 2026
ເປີດຕົວໜ່ວຍບໍລິການ LBB PLUS ໃນນະຄອນຫຼວງວຽງຈັນ
ທະນາຄານຄຳ ລາວ ຈະເປີດຕົວໜ່ວຍບໍລິການ LBB PLUS ໃນນະຄອນຫຼວງວຽງຈັນໃນໄວໆນີ້. ສູນບໍລິການດັ່ງກ່າວຈະ ໃຫ້ຄຳປຶກສາດ້ານການນຳໃຊ້ແອັບ LBB PLUS ແລະ ການເຂົ້າເຖິງບໍລິການອື່ນໆ ທີ່ກ່ຽວຂ້ອງ ຄຽງຄູ່ກັບການຍົກລະດັບຄວາມສະດວກສະບາຍ ແລະ ປະສົບການໃໝ່ໃຫ້ແກ່ລູກຄ້າ.
ການລິເລີ່ມດັ່ງກ່າວສະທ້ອນເຖິງວິໄສທັດຂອງທະນາຄານຄຳ ລາວ ໃນການພັດທະນາບໍລິການທີ່ທັນສະໄໝ, ຕອບສະໜອງ ພຶດຕິກຳລູກຄ້າທີ່ປ່ຽນແປງໃນຍຸກດີຈິຕອນ ແລະ ຂະຫຍາຍຊ່ອງທາງການເຂົ້າເຖິງບໍລິການໃຫ້ງ່າຍຂຶ້ນ.
ເປີດໜ່ວຍບໍລິການ ທີ່ ນະຄອນປາກເຊ ແຂວງຈຳປາສັກ
ທະນາຄານຄຳ ລາວ ຈະເປີດໜ່ວຍບໍລິການຢ່າງເປັນທາງການ ທີ່ນະຄອນປາກເຊ ແຂວງຈຳປາສັກ ໃນປີ 2026. ໜ່ວຍ ບໍລິການໃໝ່ນີ້ຈະຊ່ວຍຂະຫຍາຍການໃຫ້ບໍລິການ ແລະ ຮອງຮັບຖານລູກຄ້າໃນພາກໃຕ້ຂອງ ສປປ ລາວ.
ການເປີດໜ່ວຍບໍລິການໃໝ່ໃນຄັ້ງນີ້ ຈະຊ່ວຍເພີ່ມຄວາມສະດວກ, ຂະຫຍາຍໂອກາດ ແລະ ຊ່ວຍໃຫ້ລູກຄ້າໃນ 4 ແຂວງພາກໃຕ້ ສາມາດເຂົ້າເຖິງຜະລິດຕະພັນ ແລະ ບໍລິການຂອງທະນາຄານຄຳ ລາວ ໄດ້ງ່າຍ, ສະດວກ ແລະ ວ່ອງໄວຍິ່ງຂຶ້ນ.
ເປີດໂຕໂຮງງານກັ່ນຫຼອມວັດຖຸມີຄ່າລາວ-ສາກົນ (LIPMER)
ໃນວັນທີ 28 ມີນາ 2026, ໂຮງງານກັ່ນຫຼອມວັດຖຸມີຄ່າລາວ-ສາກົນ (LIPMER) ເຊິ່ງເປັນໜຶ່ງໃນໂຮງງານກັ່ນຫຼອມຂະໜາດໃຫຍ່ຂອງ ສປປ ລາວ ໄດ້ເລີ່ມດຳເນີນການຢ່າງເປັນທາງການ.
‘ ຮອງຮັບການກັ່ນຫຼອມຄຳໄດ້ເຖິງ 150 ໂຕນຕໍ່ປີ;
‘ ສະໜັບສະໜູນການພັດທະນາອຸດສາຫະກຳຄໍາຂອງລາວ ແລະ ຮອງຮັບການເຕີບໂຕຂອງຕະຫຼາດຄຳໃນພາກພື້ນ;
‘ ພັດທະນາດ້ວຍເຕັກໂນໂລຊີ ແລະ ລະບົບຜະລິດທີ່ທັນສະໄໝ ພ້ອມມາດຕະຖານຄວາມປອດໄພ ແລະ ການຄວບຄຸມຄຸນນະພາບຢ່າງເຂັ້ມງວດ;
‘ ຜະລິດຄຳທີ່ມີຄວາມບໍລິສຸດ 99.99% ຕາມມາດຕະຖານການກັ່ນຫຼອມຄຳສາກົນ.
ຫາກຕ້ອງການຂໍ້ມູນເພີ່ມຕື່ມ, ສາມາດເຂົ້າເບິ່ງທີ່
laobullionbank.com



English

