ເຈົ້າແຫ່ງຄວາມທ້າທາຍ

Author:

Category:

spot_img

ເລີ່ມຕົ້ນຈາກຈຸດເລີ່ມຕົ້ນນ້ອຍໆ ຈົນປະຈຸບັນກາຍເປັນລາຊາແຫ່ງອຸດສະຫະກຳການທ່ອງທ່ຽວ ໃນຖານະຜູ້ກໍ່ຕັ້ງບໍລິສັດທ່ອງທ່ຽວຊັ້ນນໍາຂອງລາວ ແລະ ຜູ້ນໍາກຸ່ມບໍລິສັດອິນທິຣາ. ທ່ານ ອິນທີ ເດືອນສະຫວັນ, ເຊິ່ງປະຈຸບັນເປັນຜູ້ອຳນວຍການກຸ່ມອິນທິຣາ ແລະ ບໍລິສັດທ່ອງທ່ຽວ ກຣີນ ດີສໂຄເວີລີ້, ແຕ່ເພິ່ນບໍ່ເຄີຍຄິດເລີຍວ່າເພິ່ນຈະກ້າວເຂົ້າມາເຮັດວຽກໃນສາຍການທ່ອງທ່ຽວເລີຍ. ເພິ່ນຮຽນຈົບຈາກປະເທດຣັດເຊຍ ແລະ ເຮັດວຽກເປັນພະນັກງານຂາຍໃນລາວ. ແຕ່ໃນປີ 1998, ຄອບຄົວຂອງເພິ່ນໄດ້ເລີ່ມເປີດຮ້ານອາຫານນ້ອຍໆ ໃນເຮືອນຮູບແບບໂຄໂລນຽວຂອງເພິ່ນ. “ໃນຕອນນັ້ນ ບ້ານເຮົາຫາກໍເປີດປະເທດ ແລະ ນັກທ່ອງທ່ຽວກໍບໍ່ມີຫຼາຍ. ພວກເຮົາເສີບແຕ່ອາຫານລາວ ແລະ ເນື່ອງຈາກວ່າຮ້ານເຮົາຕັ້ງໃກ້ກັບນໍ້າພຸ ເຮັດໃຫ້ເຮົາເລີ່ມມີລູກຄ້າຄົນຕ່າງປະເທດຫຼາຍຂຶ້ນ.” ກ່າວໂດຍ ທ່ານ ອິນທີ.

ຮ້ານອາຫານນ້ອຍໆນີ້ປັດຈຸບັນກາຍເປັນຮ້ານອາຫານທີ່ຂຶ້ນຊື່ໄດ້ວ່າເປັນຮ້ານອາຫານລະດັບຕົ້ນໃນນະຄອນຫຼວງກໍວ່າໄດ້, ຮ້ານອາຫານ ຂອບໃຈເດີ້  ຈາກທີ່ມີບ່ອນນັ່ງໃນຮ້ານພຽງແຕ່ 36 ບ່ອນ ຕອນນີ້ແມ່ນມີຫຼາຍກວ່າ 300 ບ່ອນນັ່ງ. ຕຶກຂອງຮ້ານອາຫານຕັ້ງແຕ່ປີ 1923 ໄດ້ຖືກບູລະນະ ປັບປຸງໃໝ່. “ການຕົບແຕ່ງຕຶກແມ່ນມີຄອນເສັບດຽວກັນກັບເມນູຂອງເຮົາ ຄືການຮັບເອົາອິດທິພົນຈາກຕ່າງຊາດ ດ້ວຍການຕົບແຕ່ງ ແລະ ການນໍາສະເໜີ ແຕ່ຄວາມເປັນລາວຄືຫົວໃຈສຳຄັນຂອງເຮົາ.” ຮ້ານອາຫານ ຂອບໃຈເດີ້ກາຍເປັນຮາກຖານຂອງກຸ່ມອິນທິຣາ, ກຸ່ມບໍລິສັດໃຫ້ບໍລິການດ້ານຮ້ານອາຫານ ແລະ ໂຮງແຮມ ເຊິ່ງມີຮ້ານອາຫານໃນກຸ່ມ 3 ຮ້ານ ແລະ ໂຮງແຮມອີກ 2 ແຫ່ງ.

ໄປພ້ອມໆກັນກັບການຂະຫຍາຍຕົວຂອງກຸ່ມອິນທິຣາ, ທ່ານ ອິນທີຍັງໄດ້ເປີດບໍລິສັດທ່ອງທ່ຽວ ກຣີນ ດີສໂຄເວີຣີ ຂຶ້ນໃນປີ 2000. ປະຈຸບັນ, ບໍລິສັດນີ້ໄດ້ຂະຫຍາຍການບໍລິການໄປທົ່ວທຸກພາກໃນລາວ ແລະ ມີທັງໝົດ 7 ຫ້ອງການ. ກຣີນ ດີສໂຄເວີຣີໃຫ້ບໍລິການຈອງແພັກເກັດການທ່ອງທ່ຽວ ແລະ ການປະຈົນໄພທີ່ດີທີ່ສຸດໃນລາວ ລວມມີ ການຍ່າງປ່າ, ການຂີ່ເຮືອຄາຢັກ, ການຂີ່ລົດຖີບ, ການປີນພູ ແລະ ການຂີ່ຊິບລາຍ. ໂປຣແກຣມຕ່າງໆແມ່ນເນັ້ນໃສ່ການທ່ອງທ່ຽວແບບຍືນຍົງ ຕາມຄວາມເຊື່ອໝັ້ນຂອງທ່ານ ອິນທີ ທີ່ວ່າ “ການໄປທ່ຽວຈະສ້າງຄວາມໝາຍ ຄວາມຮູ້ສຶກດີໃຫ້ແກ່ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວເອງໄດ້, ເຂົາເຈົ້າຕ້ອງອານຸລັກສະພາບແວດລ້ອມ ແລະ ວັດທະນະທຳພາຍໃນທ້ອງຖິ່ນ, ແລະ ຕ້ອງສ້າງປະໂຫຍດໃຫ້ແກ່ຊຸມຊົນໄດ້.”

ເມື່ອເບິ່ງຍ້ອນກັບໄປໃນສອງທົດສະວັດທີ່ຢູ່ໃນວົງການການທ່ອງທ່ຽວ, ທ່ານ ອິນທີ ເຫັນຄວາມປ່ຽນແປງຫຼາຍຢ່າງ ແລະ ໄດ້ແນະນໍາວ່າ “ເມື່ອມີນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍຂຶ້ນ, ສະຖານທີ່ທ່ອງທ່ຽວຕ່າງໆໃນບ້ານເຮົາຕ້ອງໄດ້ຮັບການປົກປັກຮັກສາໃຫ້ຍັງຄົງສວຍງາມ ແລະ ປ້ອງກັນບໍ່ໃຫ້ມັນຖືກທຳລາຍລົງ ເພື່ອພ້ອມຮັບນັກທ່ອງທ່ຽວໃນພາຍພາກໜ້າ.” ແລະ ທ່ານໄດ້ກ່າວຕື່ມອີກວ່າ ຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວໃນປະຈຸບັນ ຈະສາມາດສ້າງລາຍຮັບໃຫ້ລາວໄດ້ຫຼາຍຂຶ້ນຖ້າຫາກເຮົາສາມາດເຈາະກຸ່ມນັກທ່ອງທ່ຽວທີ່ເຂົ້າມາພັກເປັນເວລາດົນ ແລະ ນັກທ່ອງທ່ຽວທີ່ມີຄວາມສາມາດຈ່າຍສູງໄດ້. ຖ້າຫາກສິ່ງທີ່ທ່ານ ອິນທີ ຄາດຫວັງປະສົບຜົນເປັນຈິງ, ປະເທດລາວ ແລະ ຮ້ານ ຂອບໃຈເດີ້ ອາດເປັນບ່ອນທີ່ “ໂລກໄດ້ພົບກັນ” ໃນອະນາຄົດກໍເປັນໄດ້.

 

 

 

ຂຽນໂດຍ JASON ROLAN

ແປ ແລະ ຮຽບຮຽງໂດຍ ລັດສະໝີ ພອນວິໄລ

ຮູບໂດຍ ພູນຊັບ ເທວົງສາ ແລະ ອິນທິຣາ ກຣຸບ

Read More

Related Articles