ມໍລະດົກໄຕລື້

Author:

Category:

spot_img

ຢ່າ​ລືມໄປທ່ຽວ​ຊົມບ້ານ ນາຍາງ

ບ້ານ ນາຍາງ ເປັນບ້ານຂອງຊົນເຜົ່າໄຕລື້ (ໄທລື້) ເຊິ່ງເປັນໜຶ່ງໃນບັນດາ 50​ ຊົນເຜົ່າຂອງລາວ. ບ້ານ ນາຍາງຖືກກໍ່ຕັ້ງໂດຍຊົນເຜົ່າໄຕລື້ມາເປັນເວລາຫຼາຍສະຕະວັດແລ້ວ ຕັ້ງຢູ່ທາງທິດເໜືອຂອງແຂວງ ຫຼວງພະບາງ . ຍ້ອນມີຄວາມເຫຼື້ອມໃສສັດທາໃນສາສະໜາພຸດ ​ແລະ ການເປັນຢູ່ທີ່ສັນໂດດຂອງຊາວບ້ານ ນາຍາງມາຕັ້ງແຕ່ອາດີດຕະການ ເຮັດໃຫ້ມາຮອດປັດຈຸບັນ ບ້ານ ນາຍາງກາຍເປັນມໍລະດົກທາງວັດທະນະທຳທີ່ຍັງມີຊີວິດຢູ່ ເຊິ່ງຊາວບ້ານນາຍາງຍັງຄົງສືບຕໍ່ອະນຸລັກມູນເຊື້ອການ​ດໍາລົງຊີວິດທີ່ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານ. ຢ່າ​ລໍ​ຊ້າ! ຖ້າ​ທ່ານບໍ່​ຢາກ​ພາດ​ໂອ​ກາດ​ໄປຊື່ນຊົມບັນຍາກາດວິຖີຊີວິດແບບດັ້ງເດີມ ທີ່ທ່ານບໍ່ເຄີຍ ເຫັນຢູ່ໃສມາກ່ອນ.

ທ່ານຈະມີ​ໂອ​ກາດ​ໄດ້​ເຫັນສະຖາປັດຕະຍະກຳເຮືອນໄມ້ແບບດັ້ງເດີມ ແລະ ຄວາມງົດ​ງາມ​ຂອງລວດລາຍ​ເຄື່ອງ​ນຸ່ງ​ຂອງ​ຖື ທີ່​ຊາວໄຕ​ລື້​ສວມ​ໃສ່. ວັດທະນະທໍາທີ່ໜ້າດຶງດູດຂອງພວກເຂົາໄດ້ຖືກຈາ​ລຶກ​ໄວ້ ໂດຍສະເພາະແມ່ນ ດ້ານສີໄມ້ລາຍມືທາງດ້ານຫັດຖະກຳທີ່ສື່ໃຫ້ເຫັນເຖິງ​ຮີດຄອງປະເພນີ ແລະ ຄວາມເປັນເອກະລັກຂອງຊາວໄຕລື້. ເມື່ອທ່ານຍ່າງເຂົ້າໄປໃນບ້ານ, ທ່ານມັກຈະໄດ້ພົບເຫັນແມ່ຍິງໄຕລື້ນັ່ງຢູ່ໃນກີ່ຕໍ່າຫູກ ເຊິ່ງແມ່ຍິງເຫຼົ່ານັ້ນລ້ວນເປັນແມ່ຍິງທີ່ມີຄວາມຊໍານານໃນການຕໍ່າແຜ່ນແພ ແລະ ຍ້ອມແພຝ້າຍຈາກສີທຳມະຊາດ. ເນື່ອງຈາກວ່າພວກເຂົາເປັນຜູ້ສະໜອງສິນຄ້າໃຫ້ຮ້ານຄ້າທີ່ຂຶ້ນຊື່ຫຼາຍແຫ່ງໃນຫຼວງພະບາງ, ພວກເຂົາໄດ້ນໍາໃຊ້ກາໝາຍ “ຫັດຖະກຳຫຼວງພະບາງ” (Handmade in Luang Prabang) ເຊິ່ງເປັນໜຶ່ງໃນໂຄງການຂອງສະມາຄົມຫັດຖະກຳຫຼວງພະບາງ ເພື່ອຊ່ວຍສົ່ງເສີມຜະລິດຕະພັນເຮັດດ້ວຍມືຂອງຄົນໃນທ້ອງຖິ່ນ. ສິ່ງດັ່ງກ່າວຊ່ວຍ ໃຫ້ພວກເຂົາສາມາດມີ​ລາຍ​ຮັບ​ທີ່​ຍືນ​ຍົງ​ດ້ວຍການເຮັດຫັດຖະກຳສີໄມ້ລາຍມື ເຊິ່ງເປັນການຊ່ວຍ ເຮັດໃຫ້ຊຸມຊົນສາມາດດຳລົງຊີວິດໄດ້ຢ່າງໝັ້ນຄົງ. ຢາກໃຫ້ທ່ານລອງໃຊ້ເວລາຍ່າງສໍາຫຼວດເບິ່ງໝູ່ບ້ານ ເພື່ອຊົມງານຫັດຖະກຳປະ​ເພດອື່ນໆ​ຂອງຊາວບ້ານ ນາຍາງເຊັ່ນ ການນໍາໄມ້ໄຜ່ມາສານເປັນປະລິດຕະພັນຮັບໃຊ້ຊີວິດປະຈໍາວັນຕ່າງໆເຊັ່ນ: ​ສຸ່ມເພື່ອຈັບປາ, ກະຕ່າໄວ້ເກັບຜັກ ຫຼື ຫວດໄວ້ໜຶ້ງເຂົ້າ. ທີ່​ຊຸມ​ຊົນແຫ່ງນີ້, ສຽງຜູ້ຄົນເຮັດແມ່ນປະສານໄປກັບສຽງທຳມະຊາດ ແລະ ບາງຄັ້ງກໍໄດ້ຍິນສຽງຄູບາເທດຈາກວັດໃກ້ຄຽງ.

​ເມື່ອ​ເວົ້າ​ເຖິງການສົ່ງເສີມການທ່ອງທ່ຽວແບບຊຸມຊົນໃນລາວ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໂຄງການໃສ່ໃຈຫຼວງພະບາງຂອງ EU Switch Asia ຫຼວງພະບາງໄດ້ຮ່ວມກັນຈັດ​ຝຶກອົບຮົມ ແລະ ການປຶກສາຫາລື ເພື່ອຊ່ວຍພັດທະນາຊຸມຊົນບ້ານ ນາຍາງໃນໄລຍະຍາວ ທັງໃນດ້ານຊັບສົມບັດທີ່ເປັນຮູບປະທຳ ແລະ ນາມມະທໍາ ໃຫ້ບັນລຸໄດ້ຕາມມາດຕະຖານການທ່ອງທ່ຽວແບບຊຸມຊົນຂອງອາຊຽນ ແລະ ມາດຕະຖານການທ່ອງທ່ຽວແບບໂຮມສະເຕຂອງອາຊຽນ. ປັດຈຸບັນ, ນັກທ່ອງທ່ຽວກໍເລີ່ມຫຼັ່ງໄຫຼເຂົ້າມາເທື່ອລະໜ້ອຍ ເພື່ອມາຢ້ຽມຊົມ ແລະ ທ່ອງທ່ຽວເບິ່ງວິຖີຊີວິດຂອງຊາວບ້ານນາຍາງ, ທີ່ອ້ອມຮອບໄປດ້ວຍທິວທັດອັນເປັນເອກະລັກ. ປັດຈຸບັນ, ທ່ານສາມາດນອນຄ້າງຄືນໃນເຮືອນໄມ້ໃດໜຶ່ງຂອງຊຸມຊົນນັ້ນໄດ້ ຫຼື ທ່ານສາມາດທ່ອງທ່ຽວແບບ​ໝົດມື້ ເພື່ອເລາະຊົມເບິ່ງການເຮັດງານສີມືຫັດຖະກຳ, ເຂົ້າໄປມີສ່ວນຮ່ວມຊ່ວຍເກັບກ່ຽວຜົນລະປູກສົດໆຈາກສວນ ເພື່ອນຳເອົາໄປປຸງແຕ່ງອາຫານ ແລະ ຊົມເບິ່ງຂະບວນການຜະລິດຕ່າງໆ.

ທ່ານຈະໄດ້ເຫັນຊັບສົມບັດທາງວິຖີຊີວິດ, ​ທາງວັດທະນະທຳ ແລະ ຮີດຄອງປະເພນີຂອງຊາວໄຕລື້, ສິ່ງທີ່ທ່ານບໍ່ສາມາດຈັບຕ້ອງໄດ້ ແຕ່ທ່ານສາມາດຮູ້ສຶກໄດ້ດ້ວຍປະສາດສຳພັດທັງໝົດ. ປະສົບການທີ່ດີ ແລະ ລໍ້າຄ່ານີ້ຈະ ຢູ່ໃນ ຄວາມຊົງ ຈຳຂອງທ່ານຕະຫຼອດໄປ.

ວິທີການໄປ:

ເດີນທາງດ້ວຍລົດປະມານ 3–4 ຊົ່ວໂມງຈາກຕົວເມືອງຫຼວງພະບາງ,

ຫຼື ຈາກບ້ານໜອງຂຽວປະມານໜຶ່ງຊົ່ວໂມງ. ທາງເລືອກທີ່ສະດວກທີ່

ສຸດແມ່ນໃຫ້ທ່ານຕິດຕໍ່ຫາບໍລິສັດນຳທ່ຽວຂອງຫຼວງພະບາງ ເຊິ່ງພວກ

ເຂົາສາມາດຈັດໂປແກຣມທ່ອງທ່ຽວໃຫ້ທ່ານໄດ້.

 

 

 

ຂຽນໂດຍ: GERRY PASTER

ແປ ແລະ ຮຽບຮຽງໂດຍ: ວິໄລສອນ ເຫຼື້ອງ

ຮູບໂດຍ: SIMON COTE

Read More

Related Articles