Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

48 ຊົ່ວໂມງທີ່ຊຽງໄຮ້

posted by Mai
May 2, 2019 3736 0 0
Share

ສາຍສຳພັນອັນຍາວນານຂອງຕາເວັນອອກ ແລະ ຕາເວັນຕົກໄດ້ສ້າງໃຫ້ຊຽງໄຮ້ ເປັນສູນລວມແຫ່ງອະນາຄົດ ທີ່ຍັງຄົງເຊິ່ງວັດທະນະອັນດັ້ງເດີມຂອງຊາວຈີນ

 

ມື້ທີ 1:

ເດິບັນ (The Bund)

ສະຖານທີ່ແຄມແມ່ນໍ້າທີ່ໂດ່ງດັງ ງນການທ່ຽວຊົມແສງສີໃນຍາມກາງຄືນ ແລະ ຍັງເປັນບ່ອນຈັດງານ​ວາງ​ສະ​ແດງຂອງສະຖາປັດຕະຍະກຳ Beaux Arts ແລະ ບ່ອນ​ວາງ​ສະ​ແດງງານສິລະປະ​ຕ່າງໆ. ເຂດນີ້ເຄີຍຢູ່ພາຍໃຕ້ການ​ປົກ​ຄອງຂອງອັງກິດ ແລະ ອາເມລິກາ; ແລະ ເຄີຍເປັນແຫລ່ງຄ້າຂາຍ, ສະ​ຖານ​ບັນ​ເທີງ, ໂຮງແຮມ ແລະ ທະນາຄານ. ອາຄານຫລາຍຫລັງໄດ້ມີການປັບປ່ຽນພາຍໃນແຕ່ຍັງຄົງຮັກສາ​ລັກ​ສະ​ນະພາຍນອກແບບ​ດັ້ງ​ເດີມໄວ້.

 

ຈັດຕຸລັດປະຊາຊົນ ຊຽງໄຮ້ ແລະ ຫໍພິພິທະພັນ ຊຽງໄຮ້

ໃນ​ສະ​ໄໝ​ກ່ອນ ນະ​ຄອນ​ຊຽງ​ໄຮ້​ເຄີຍເປັນສູນລວມ​ທາງການຄ້າ​ຂອງອຳນາດອານານິຄົມເອີຣົບ  ແລະ ບໍລິເວນເຂດນີ້ຍັງເຄີຍຖືກສ້າງເປັນສະໜາມແຂ່ງມ້າມາກ່ອນ. ແຕ່ເມື່ອລັດຖະບານໄດ້ຫັນປ່ຽນແນວຄິດ ນໍາຜືນດິນດັ່ງກ່າວມາປະຕິຮູບໃໝ່ ລົບລ້າງເລື່ອງແຂ່ງຂັນເດີມພັນອອກໄປ ແລະ ໄດ້ສ້າງຊື່ໃໝ່ໃຫ້ບ່ອນດັ່ງກ່າວເປັນ “ຈັດຕຸລັດປະຊາຊົນ”. ປະຈຸບັນ, ສະຖານທີ່ດັ່ງກ່າວເປັນທີ່ຕັ້ງຂອງບັນດາຫໍພິພິທະພັນ ແລະ ສະ​ຖານ​ທີ່​ລາ​ຊະການຕ່າງໆ – ສຳຄັນທີ່ສຸດແມ່ນ​ມີຫໍພິພິທະພັນຊຽງໄຮ້ ເຊິ່ງທ່ານຈະໄດ້ຮຽນຮູ້ກ່ຽວກັບປະຫວັດສາດ​ອັນ​ຍາວ​ນານຂອງຈີນ ຜ່ານວັດຖຸບູຮານຕ່າງໆທີ່ວາງສະແດງພາຍໃນຫໍພິພິທະພັນ.

 

ລ່ອງເຮືອທີ່ແມ່ນໍ້າຫວງຜູ່

ການລ່ອງເຮືອທີ່ແມ່ນໍ້າຫວງຜູ່ໃຊ້ເວລາປະມານ 45 ນາທີ. ທ່ານຈະໄດ້ເຫັນພາບທິວທັດສອງຝັ່ງແມ່ນໍ້າ ແລະ ລອງຈິນຕະນາການເຖິງພາບແຄມຝັ່ງສອງແມ່ນໍ້າໃນສະໄໝກ່ອນ. ເມື່ອທ່ານລ່ອງເຮືອໂຄ້ງໄປຫາປາກແມ່ນໍ້າ, ທ່ານຈະຮູ້ສຶກວ່າຕຶກອາຄານຕ່າງເບິ່ງຄືນ້ອຍລົງ ສະແດງໃຫ້ເຫັນວ່າເມືອງໃຫຍ່ແຫ່ງນີ້ຍັງເຫລືອພື້ນທີ່ໃຫ້ພັດທະນາຕໍ່ໄປອີກ!

 

ມື້ທີ 2

ສວນ ຢູຢວນ

ສວນແຫ່ງນີ້ ຖືກຄົ້ນພົບໂດຍຄອບຄົວຜູ້ຮັ່ງມີໃນສະຕະວັດທີ 16. ສວນຢູຢວນເປັນສະຖານທີ່ທີ່ສາມາດສະທ້ອນໃຫ້ເຫັນເຖິງການອອກແບບ​ທີ່​ມີ​ລັກ​ສະ​ນະດັ້ງເດີມຂອງ​ຊາວຈີນ. ຕົບແຕ່ງດ້ວຍຕົ້ນໄມ້ທີ່ສວຍສົດງົດງາມ ແລະ ມີສາລາ ແລະ ເຮືອນຊົງຈີນພາຍໃນສວນກວ້າງ, ມີກ້ອນຫິນນ້ອຍໃຫຍ່ຈັດລຽງໄວ້ຢ່າງສວຍງາມ ແລະ ​ຍັງມີອ່າງປາຄາບ ໄວ້​ໃຫ້​ແຂກ​ໄດ້​ຊື່ນ​ຊົມ. ​ທ່ານອາດ​ຈະຮູ້ສຶກດັ່ງວ່າໄດ້ຍ້ອນໄປຫາອີກຍຸກສະໄໝໜຶ່ງກໍ່ເປັນໄດ້. ນອກ​ນັ້ນ ຍັງ​ມີຕະຫລາດນັດຢູ່ໃກ້ໆສວນ ທີ່ທ່ານສາມາດເລາະກິນ-ທ່ຽວ ແລະ ຊ໋ອບປິ້ງນຳອີກ.

 

ຫລູເຈຍຊຸຍ ແລະ ຫໍໄຂ່ມຸກແຫ່ງເມືອງຊຽງໄຮ້ (Oriental Pearl Tower)

ຫລູເຈຍຊຸຍ ຕັ້ງຢູ່ແຄມຝັ່ງຕາເວັນອອກຂອງແມ່ນໍ້າ ຫວງປູ, ເຊິ່ງ​ເປັນພື້ນທີ່ປູກຝັງຂະໜາດໃຫຍ່ເມື່ອ 25 ປີກ່ອນ. ປະຈຸບັນ, ຫລູເຈຍຊຸຍກາຍເປັນເມືອງທີ່ເປັນສູນກາງດ້ານການເງິນຂອງຈີນ. ຕຶກສູງ​ທີ່​ນັບ​ມື້​ນັບ​​ແຜ່ຂະ​ຫ​ຍາຍ​​ອອກ ໄດ້​ເຮັດ​ໃຫ້​ເມືອງ​ດັ່ງ​ກ່າວ ມີ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ. ຫໍໄຂ່ມຸກແຫ່ງເມືອງຊຽງໄຮ້ ເປັນໜຶ່ງໃນສະຖານທີ່ສຳຄັນທີ່ມີຊື່ສຽງຂອງຊຽງໄຮ້ ແລະ ເປັນບ່ອນທີ່ທ່​ານສາມາດເຫັນວິວແມ່ນໍ້າຈາກຈຸດຊົມວິວ ແລະ ຮ້ານອາຫານອ້ອມຮອບ ຢ່າງ​ສວຍ​ງາມ.

 

ຖະໜົນ ນານຈິງ ຕາເວັນອອກ

ຖະໜົນດັ່ງກ່າວເຄີຍເປັນແຫລ່ງຊອບປິ້ງຊັ້ນນຳຂອງຈີນ ໃນສະໄໝທີ່ຫ້າງສັບພະສິນຄ້າແຫ່ງທຳອິດຂອງປະເທດ​ຈີນໄດ້ເປີດ​ໃຫ້ບໍລິການ ແລະ ປັດຈຸບັນໄດ້ກາຍເປັນຖະໜົນ​ຄົນ​ຍ່າງ ທີ່ນັກ​ທ່ອງ​ທ່ຽວສາມາດຍ່າງເລາະ ແລະ ຊື້ເຄື່ອງ​ໄດ້. ເປັນສະຖານທີ່ທີ່ເຕັມໄປດ້ວຍເຄື່ອງແບຣນ​ຍີ່​ຫໍ້ຕ່າງໆ ຈາກຫລາຍໆປະເທດເຂົ້າມາລວມໄວ້ນຳກັນ.

 

ຖະໜົນ ຖຽນຈີຟາງ (Tianzifang)

ເປັນຊຸມຊົນໜຶ່ງທີ່ປະ​ກອບດ້ວຍອາຄານທີ່ເກົ່າແກ່ ແລະ ຮ່ອມຊອກຊອຍຕ່າງໆໃນເຂດສຳປະທານຂອງຝຣັ່ງໃນສະໄໝກ່ອນ, ເຊິ່ງປັດຈຸບັນກາຍເປັນຮ້ານຄ້າ, ຮ້ານຂາຍເສື້ອຜ້າ, ຮ້ານຄາເຟ່ ແລະ ຮ້ານອາຫານ. ຖ້າຫາກທ່ານຄິດເຖິງບ່ອນຊື້ຂອງທີ່ລະນຶກທີ່ເປັນເອກະລັກ ແລະ ຕ້ອງການຊຸກຍູ້ຜົນງານສິລະປິນຊາວຈີນ, ທ່ານສາມາດມາເລືອກຊື້ຂອງຝາກຂອງຕ້ອນຢູ່ທີ່ນີ້ໄດ້ເລີຍ.

 

 

 

 

ຂຽນໂດຍ: JASON ROLAN

ຮູບໂດຍ: JASON ROLAN, ພູນຊັບ ເທວົງສາ

ແປ ແລະ ຮຽບຮຽງໂດຍ: ວິໄລສອນ ເຫລື້ອງ

48 Hours48 hours in ShanghaiJason RolanPhoonsab ThevongsaWhat to do in Shanghai
Share

Previous

[:en]The Treasures of the Tai Leu[:la]ມໍລະດົກໄຕລື້[:]

Next

[:en]Southern Confluences[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

Festival, ທ່ອງທ່ຽວ
Jan 3, 2019

(English) Boun Wat Phou – An Experience like no other

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
ວິຖີຊີວິດ, ທ່ອງທ່ຽວ
Nov 14, 2022

ຄວາມຊົງຈຳທີ່ຍັງຄົງສຳຜັດໄດ້

ຄຳແນະນຳການຊອກຊື້ຊອກຫາຂອງຝາກທີ່ລະນຶກຈາກແຂວງຫຼວງພະບາງ ທ່ານກຳລັງຊອກຫາຂອງຝາກທີ່ລະນຶກບໍ່?...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top