Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
New, ທ່ອງທ່ຽວ

9 ມື້, 9 ແຂວງ, 2999ກມ

posted by Billy
Dec 15, 2021 1177 0 0
Share

ໃນຫວ່າງບໍ່ດົນມານີ້, ກຸ່ມຊ່າງຖ່າຍຮູບລາວ ໄດ້ເລີ່ມຕົ້ນອອກເດີນທາງຜະຈົນໄພການຂັບຂີ່ລົດຈັກ ແລະ ລົດ 4WD ຈາກແຂວງວຽງຈັນ ສູ່ ດອນຄອນ ແລະ ເດີນທາງກັບຄືນ ໂດຍຜ່ານເສັ້ນທາງທີ່ຫຍຸ້ງຍາກລໍາບາກໃນຊ່ວງລະດູຝົນ. ຈຸດມຸ້ງໝາຍ ແມ່ນເພື່ອສະແດງໃຫ້ເຫັນເຖິງການເດີນທາງພາຍໃນປະເທດໄປຍັງພາກໃຕ້ຂອງ ສປປ ລາວ ໃນຮູບແບບການເດີນທາງແບບໃໝ່ ແລະ ໜ້າຕື່ນເຕັ້ນປະທັບໃຈ, ໃນຂະນະດຽວກັນ,​ ກໍສະແດງໃຫ້ເຫັນຈຸດໝາຍປາຍທາງທີ່ຍັງບໍ່ເຄີຍພົບເຫັນມາກ່ອນ.

ໃນເບື້ອງຕ້ົນ ແມ່ນໄດ້ວາງແຜນການເດີນທາງ ໂດຍຜ່ານແຂວງວຽງຈັນ, ແຂວງ ໄຊສົມບູນ, ແຂວງ ຊຽງຂວາງ, ແຂວງ ບໍລິຄໍາໄຊ, ແຂວງ ຄໍາມ່ວນ, ແຂວງ ສະຫວັນນະເຂດ, ແຂວງ ສາລະວັນ, ແຂວງ ເຊກອງ, ແຂວງ ອັດຕະປື, ແລະ ແຂວງ ຈໍາປາສັກ, ແຕ່ເນື່ອງຈາກ ຂໍ້ຈໍາກັດໃນການເດີນທາງ, ຈຶ່ງໄດ້ມີການປັບປ່ຽນແຜນຄືນໃໝ່. ເສັ້ນທາງການເດີນທາງດັ່ງກ່າວນີ້ ໃຊ້ເວລາ 9 ວັນ, 9 ແຂວງ ຜ່ານໄລຍະທາງ 2999 ກມ. ຂໍໃຫ້ມີຄວາມສຸກກັບການຊົມຮູບພາບເຫຼົ່ານີ້ ແລະ ເປັນແຮງບັນດານໃຈເພື່ອເລີ່ມຕົ້ນການເດີນທາງທີ່ໜ້າຕື່ນເຕັ້ນດ້ວຍຕົວທ່ານເອງໃນ ສປປ ລາວ!

ມື້ທີ 1 : 220ກມ ວຽງຈັນ ຫາ ໄຊສົມບູນ

ມື້ທຳອິດ, ພວກເຮົາ ມາຮອດເມືອງອານຸວົງ ແຂວງໄຊສົມບູນ ແລະ ໄດ້ຊື່ນຊົມຍາກາດຕາເວັນຕົກດິນເທິງພູຫົວໂລ້ນ ກ່ອນພາກັນກາງເຕັ້ນ ແລະ ກິນເຂົ້າແລງໃນຄືນເດືອນແຈ້ງປານໄຟສະປອດໄລ້ໜ່ວຍໃຫຍ່.

ມື້ທີ 2 : 130ກມ ໄຊສົມບູນ ຫາ ຊຽງຂວາງ

ພາຍຫຼັງຕື່ນນອນແຕ່ເຊົ້າ, ພວກເຮົາໄດ້ເດີນທາງໄປຍັງ ຖໍ້າເຈົ້າອານຸວົງທີ່ສະຫງົບສວຍງາມ. ຖໍ້າ ແມ່ນບໍ່ເລິກປານໃດ, ແຕ່ເທືອກເຂົາໃນບໍລິເວນນີ້ແມ່ນເລິກຫຼາຍ ແລະ ເບິ່ງແລ້ວກໍງົດງາມຫຼາຍ.

ໃນບໍລິເວນໃກ້ຄຽງກັນນັ້ນ, ພວກເຮົາກໍຂັບໄປແວ່ສະຖານທີ່ສວຍງາມແຫ່ງໜຶ່ງ ເອີ້ນວ່າວັງນໍ້າຂຽວ ໂດຍມີສາຍນໍ້າໃສໄຫຼຈາກພູ ແລະ ເບື້ອງຫຼັງເປັນພູຜາທີ່ສວຍງາມ, ກ່ອນທີ່ພວກເຮົາ ຈະສືບຕໍ່ໄປຕາມເສັ້ນທາງຮົກເຮື້ອ ຜ່ານນໍ້າຕົກຕາດ ເພື່ອໄປຍັງຈຸດຕັ້ງຄ້າຍຕໍ່ໄປຂອງພວກເຮົາໃນເມືອງ ຄູນ, ແຂວງ ຊຽງຂວາງ.

ມື້ທີ 3 : 350ກມ ເມືອງຄູນ ຫາ ນາກາຍ (ຄຳມ່ວນ)

ເປັນອີກມື້ໜຶ່ງທີ່ໃຊ້ເວລາດົນໃນການຂັບລົດຜ່ານ ເມືອງ ໝອກ ສູ່ ນາກາຍ. ສະພາບເສັ້ນທາງນີ້ຍາກບໍ່ໃຫ້ເວົ້າເລີຍ ປານກັບຂີ່ລົງແກ້ງນຕົກເວລາມັນແຫ້ງ ທັງຫີນ, ທັງຝຸ່ນ, ທັງຊັນ, ແຕ່ຄວາມປະທັບໃຈຂອງມື້ນີ້ແມ່ນໄດ້ຂີ່ຜ່ານພູສາມຊຸມເຊິ່ງມີຄວາມສູງ 2,100 ແມັດຈາກລະດັບນຳ້ທະເລ ພ້ອມວິວທີ່ອະລັງການ ແລະ ອາກາດທີ່ເຢັນສຸດຂົ້ວ.

ມື້ທີ 4 : 460ກມ ນາການ (ຄຳມ່ວນ) ຫາ ຖ້ຳພູຜາສຸກ (ສາລະວັນ)

ຖືວ່າເປັນມື້ທີ່ຂັບລົດໄກສຸດໄລຍະທາງ 420 ກມ ຈາກນາກາຍເພື່ອມາແຄ້ມຢູ່ຖຳ້ພູຜາສຸກ ເມືອງ ສາລະວັນ ແຂວງສາລະວັນ. ສຳລັບມື້ນີ້ແມ່ນບໍ່ຄ່ອຍໄດ້ຖ່າຍຮູບປານໃດເພາະວ່າໃຊ້ເວລາໃນການຂັບລົດຈົນຕາເວັນຕົກດິນ.

ມື້ທີ 5 : 90ກມ ສາລະວັນ ຫາ ເຊກອງ (ເມືອງກະລືມ)

ຕື່ນນອນແຕ່ເຊົ້າ, ພວກເຮົາ ກໍໄດ້ໄປຊົມຖາທີ່ໜ້າອັດສະຈັນໃຈຫຼາຍ ແລະ ເຫັນການກໍ່ຕົວຂອງກຸ່ມກ້ອນຫີນຕະຫຼອດຫຼາຍສັດຕະວັດທີ່ເຫຼື້ອມຍິບຍັບສະທ້ອນແສງ. ພ້ອມນັ້ນ, ກໍຍັງມີເວລາໄດ້ແວ່ຊົມຫໍໄຕປີດົກທີ່ໂດດເດັ່ນຢ່າງໜ້າງຶດງໍ້ອັດສະຈັນໃຈທີ່ ວັດກາງ ຢູ່ແຂວງສາລະວັນ.

ມື້ທີ 6 : 150ກມ ເຊກອງ (ເມືອງກະລືມ) ຫາ ສວນກາເຟເທິງພູພຽງ (ປາກຊ່ອງ, ແຂວງຈຳປາສັກ)

ມື້ນີ້ ເປັນການຂັບຂີ່ທີ່ດີຫຼາຍ ໂດຍເດີນທາງໄປຍັງພູພຽງບໍລະເວນ ຈົນຮອດສວນກາເຟເທິງພູພຽງທີ່ມີມ ສະນັ້ນ, ດິນໃນເຂດນີ້ ຈຶ່ງອຸດົມສົມບູນໄປດ້ວຍແຮ່ທາດທີ່ເໝາະສົມກັບການປູກກາເຟ. ທັດສະນີຍະພາບກໍງົດງາມເຊັ່ນກັນ!

ມື້ທີ 7 : 60ກມ ສວນກາເຟເທິງພູພຽງ (ປາກຊ່ອງ, ແຂວງຈຳປາສັກ) ຫາ ອັດຕະປື

ພວກເຮົາວາງແຜນ ເພື່ອຕັ້ງແຄ້ມໃກ້ກັບນໍ້າຕົກຕາດ ຢູ່ແຂວງອັດຕະປື, ແຕ່ເນື່ອງຈາກສະພາບການລັອກດາວຂອງແຂວງ, ພວກເຮົາຕ້ອງໄດ້ປ່ຽນແຜນ ໂດຍພວກເຮົາໄດ້ເດີນທາງເລິກເຂົ້າໄປໃນເຂດພູພຽງບໍລະເວນແທນ ແລະ ກໍໄດ້ໄປຢ້ຽມຊົມນໍ້າຕົກຕາດທີ່ສວຍສົດງົດງາມໜ້າປະທັບໃຈກ່ອນຈະຕັ້ງແຄ້ມອີກຄັ້ງໜຶ່ງ.

ມື້ທີ 8 ແລະ 9 : ສອງມື້ສຸດທ້າຍ ແມ່ນມື້ທີ່ພວກເຮົາໄດ້ໄປເລາະເບິ່ງນໍ້າຕົກຕາດ ແລະ ບ່ອນອື່ນໆ ກ່ອນຈະເດີນທາງກັບຄືນສູ່ນະຄອນຫຼວງວຽງຈັນ. ການເດີນທາງຄັ້ງນີ້ມັນຊ່າງເປັນການຂັບຂີ່ທີ່ໜ້າປະທັບໃຈ ຜ່ານຫຼາກຫຼາຍບ່ອນທີ່ບໍ່ເຄີຍເຫັນມາກ່ອນ. ແນ່ນອນວ່າ ພວກເຮົາຈະວາງແຜນໄປທ່ຽວຄືແນວນີ້ອີກໃນອະນາຄົດ. ມັນເປັນການເດີນທາງແບບໃໝ່ ເພື່ອຄົ້ນຫາປະສົບການໃນການທ່ອງທ່ຽວລາວ!

ແປ ແລະ ຮຽບຮຽງໂດຍ ສັນຕິສຸກ ພູນສະຫວັດ
ຮູບໂດຍ ພູນຊັບ ເທວົງສາ

LaosTravel Laos
Share

Previous

[:en]A ROOM with A VIEW[:la]ຫ້ອງພັກທີ່ມາພ້ອມກັບທິທັດຕະການຕາ[:]

Next

[:en]A New Future for Ancient Heritage[:la]ອະນາຄົດໃໝ່ທີ່ມອບໃຫ້ແກ່ມໍລະດົກອັນເກົ່າແກ່[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ຄວາມສຸດຍອດຂອງທຳມະຊາດ
  • ຕາມຫານາງມະໂນລາ
  • ຫົວປິ່ນ
  • ຄວາມຊົງຈຳທີ່ເມືອງງອຍ
  • ແຂວງຫົວພັນໃນມຸມທີ່ທ່ານບໍ່ເຄີຍເຫັນ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

New, Stay
Nov 5, 2018

ເມຊົງ ດາລາບົວ

ເມຊົງ ດາລາບົວ ຖືເປັນສະຖານທີ່ ທີ່ຖືກກ່າວຂານຫຼາຍທີ່ສຸດໃນກຸ່ມນັກທ່ອງທ່ຽວທີ່ມາ ແຂວງຫຼວງ ພະບາງ; ອົງການອຸຍແນສໂກ...

Read More
1 0
ທຸລະກິດ, New
Feb 3, 2021

ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ

ບ່ອນທີ່ເຕັກໂນໂລຢີ, ສະມັດທະນະ ແລະ ຄວາມຫຼູຫຼາມາປະຈົບພົບພໍ້ກັນ. ຍານພາຫະນະຂອງ Jaguar ແລະ Land Rover...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top