ຍໍາສະລັດ ແລະ ສາຍສໍາພັນ ລາວ-ຝຣັ່ງ

Author:

Category:

spot_img

ບົດ ແລະ ຮູບໂດຍ: ມິກ ຊິບເພັນ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ກະເບື້ອງໂມເສກແກ້ວທີ່ສ່ອງປະກາຍແວວວາວຢູ່ເທິງຝາສີແດງໃນວັດຊຽງທອງ ຂອງຫຼວງພະບາງ ໄດ້ຖ່າຍທອດໃຫ້ເຫັນພາບວິຖີຊີວິດປະຈໍາວັນຂອງປະຊາຊົນທາງພາກເໜືອຂອງລາວຢ່າງຊັດເຈນ. ເຖິງແມ່ນຜົນງານເຫຼົ່ານີ້ຈະຖືກສ້າງຂຶ້ນໃນຊ່ວງຊຸມປີ 1960, ແຕ່ພາບທີ່ປາກົດຍັງຄົງໃຫ້ຄວາມຮູ້ສຶກຄຸ້ນເຄີຍ ແລະ ມີລັກສະນະຮ່ວມສະໄໝ. ເນື່ອງຈາກພາບດັ່ງກ່າວສະທ້ອນຊີວິດຂອງປະຊາຊົນພາຍໃນບ້ານ ໂດຍສະເພາະກໍແມ່ນວິຖີການດໍາລົງຊີວິດຂອງຊຸມຊົນທີ່ຖືກຫຼໍ່ຫຼອມດ້ວຍຮີດຄອງປະເພນີທາງພຸດທະສາສະໜາ ແລະ ການປ່ຽນແປງຂອງລະດູການໃນທ້ອງທົ່ງນາ, ລວມທັງອາຫານທີ່ເປັນອົງປະກອບສໍາຄັນທີ່ປາກົດຢູ່ໃນຜົນງານສິລະປະ ນັບແຕ່ການເພາະປູກ ໄປຈົນຮອດການເກັບກ່ຽວວັດຖຸດິບ, ການລ້ຽງສັດ, ການຫາປາ ຕະຫຼອດການກະກຽມອາຫານ ແລະ ການແຕ່ງຢູ່ຄົວກິນ.

ເມື່ອຫຼາຍຮ້ອຍປີກ່ອນທີ່ຜົນງານສິລະປະແກ້ວໂມເສກເຫຼົ່ານີ້ຈະຖືກໍາເນີດຂຶ້ນ, ຫຼວງພະບາງກໍມີຊື່ສຽງຮຽງນາມໃນດ້ານອາຫານທີ່ເປັນເອກະລັກສະເພາະຢູ່ແລ້ວ, ຕໍ່ມາຊື່ສຽງດ້ານອາຫານຂອງເມືອງແຫ່ງນີ້ກໍກາຍເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງຜ່ານປຶ້ມຄົວກິນລາວເຊິ່ງຮວບຮວມສູດອາຫານໂດຍເພຍສິງພໍ່ຄົວປະຈໍາພະລາຊະວັງຫຼວງພະບາງ.

 ທ່ານ ອະລັນ ເດວິດສັນ (Alan Davidson), ເອກອັກຄະຣາຊະທູດອັງກິດປະຈໍາລາວ ໃນຊ່ວງປີ 1973-1975 ເຊິ່ງຕໍ່ມາໄດ້ກາຍເປັນນັກຂຽນກ່ຽວກັບອາຫານທີ່ໄດ້ຮັບການຍອມຮັບ ເຊິ່ງໄດ້ປະກອບສ່ວນສໍາຄັນໃນການເກັບກໍາຂໍ້ມູນ ແລະ ຂຽນປຶ້ມສູດອາຫານເຫຼັ້ມນີ້. ໃນລະຫວ່າງການເຂົ້າເຝົ້າເຈົ້າຊີວິດ, ທ່ານເດວິດສັນກໍໄດ້ຮັບປຶ້ມບັນທຶກກ່ຽວກັບສູດຕໍາລາຄົວກິນຂອງເພຍສິງ, ອະດີດຫົວໜ້າພໍ່ຄົວປະຈໍາພະລາຊະວັງ (ປີເຊິ່ງໄດ້ບັນທຶກລາຍລະອຽດກ່ຽວກັບສູດອາຫານໄວ້ຫຼາກຫຼາຍລາຍການ, ໜຶ່ງໃນນັ້ນກໍແມ່ນອາຫານທີ່ຫາໄດ້ຍາກ ເຊັ່ນ ຫຼົນສົ້ມ ເຊິ່ງເປັນແກງທີ່ປະກອບດ້ວຍຊີ້ນໝູ, ໝາກເຂືອ, ໝາກຖົ່ວຍາວ, ຂີງ ແລະ ສົ້ມໄຂ່ປາ ໂດຍຂ້ຽວດ້ວຍໄຟອ່ອນໆໃນນໍ້າແກງກະທິຫອມໆ.

ປັດຈຸບັນມີພໍ່ຄົວ ແລະ ຮ້ານອາຫານຈໍານວນໜຶ່ງ ເລີ່ມໃຫ້ຄວາມສົນໃຈອາຫານຊາວວັງຫຼາຍຂຶ້ນ. ຢ່າງໃດກໍຕາມ, ປະຊາຊົນທ້ອງຖິ່ນສ່ວນໃຫຍ່ຍັງພາກັນນິຍົມອາຫານພື້ນບ້ານທີ່ມີລົດຊາດຮຽບງ່າຍ ແລະ ເປັນສ່ວນໜຶ່ງທີ່ຕິດພັນກັບວິຖີຊີວິດປະຈໍາວັນມາແຕ່ດົນນານ.

ໜຶ່ງໃນລາຍການອາຫານທີ່ມີຊື່ສຽງຫຼາຍທີ່ສຸດກໍແມ່ນເອາະຫຼາມເຊິ່ງເປັນແກງເຂັ້ມຂຸ້ນທີ່ປະກອບດ້ວຍຊີ້ນສັດ ແລະ ຜັກຫຼາຍຊະນິດ ປຸງລົດຊາດດ້ວຍໄມ່ສະຄ່ານສ່ວນເມນູຍອດນິຍົມອື່ນໆກໍມີ ໄສ້ອົ່ວແຜ່ນ ໂດຍໃຊ້ຊີ້ນງົວ ຫຼື ຊີ້ນໝູຟັກໃຫ້ມຸ່ນກ່ອນປຸງລົດຊາດໃຫ້ແຊບນົວແລ້ວນໍາໄປປີ້ງເປັນແຜ່ນ, ນອກນັ້ນກໍມີແຈ່ວບອງ, ເປັນແຈ່ວສູດເດັດລົດຊາດເຜັດຮ້ອນໃນແບບພາກເໜືອ ແລະ ເຂົ້າຊອຍ, ເມນູເສັ້ນທີ່ໃຫ້ລົດຊາດກົມກ່ອມ ໂຮຍໜ້າດ້ວຍຊອສທີ່ປຸງຈາກຊີ້ນໝູ, ໝາກເລັ່ນ ແລະ ໝາກຖົ່ວເນົ່າ. 

ອາຫານເຫຼົ່ານີ້ ລວມທັງເມນູພື້ນບ້ານອື່ນໆອີກຫຼາກຫຼາຍ ຍັງຄົງສາມາດຊອກຊີມໄດ້ຕາມຮ້ານຂາຍອາຫານສຸກ ແລະ ຮ້ານເຂົ້າປຽກ-ເຝີໃນຕະຫຼາດເຊົ້າຫຼວງພະບາງ.

ອິດທິພົນຈາກຝຣັ່ງເສດ

 ເຖິງແມ່ນອາຫານຫຼວງພະບາງຈະຖືກຝັງແໜ້ນຢູ່ໃນຂະນົບທໍານຽມແບບດັ້ງເດີມ, ແຕ່ໃນຂະນະດຽວກັນກໍໄດ້ຮັບອິດທິພົນຈາກວັດທະນະທໍາພາຍນອກຢ່າງບໍ່ສາມາດຫຼີກລ່ຽງໄດ້. ອາຫານຍອດນິຍົມຫຼາຍລາຍການມີຕົ້ນກໍາເນີດ ຫຼື ໄດ້ຮັບແຮງບັນດານໃຈຈາກຍຸກອານານິຄົມຝຣັ່ງ ກ່ອນຈະຖືກປັບປ່ຽນໃຫ້ເຂົ້າກັບລົດນິຍົມຂອງຄົນລາວຈົນກາຍເປັນເອກະລັກສະເພາະ.

ຕົວຢ່າງທີ່ເຫັນໄດ້ຊັດເຈນທີ່ສຸດກໍແມ່ນເຂົ້າຈີ່ເຊິ່ງແມ່ນເຂົ້າໜົມປັງຝຣັ່ງທີ່ລາວຮັບມາປັບຮູບໂສມຈົນກາຍເປັນເຂົ້າຈີ່ປາເຕໜຶ່ງໃນແຊນວິດຍອດນິຍົມຂອງປະເທດ. ເຂົ້າຈີ່ຈະຖືກນໍາໄປປີ້ງໃຫ້ກອບເທິງເຕົາຖ່ານທີ່ມີໄຟອ່ອນໆ ກ່ອນຈະນໍາມາຜ່າຕາມລວງຍາວແລ້ວທາດ້ວຍຕັບໝູບົດ ພ້ອມສອດໄສ້ດ້ວຍເຄື່ອງຄຽງຕ່າງໆ ເຊັ່ນ ຫູໝູ, ໝູຫຍອງ, ຜັກດອງ ແລະ ແຈ່ວໝາກເຜັດ.

ອີກໜຶ່ງເມນູກໍແມ່ນລາກູ້ອາຫານທີ່ຜ່ານການຂ້ຽວຈົນຊີ້ນເປື່ອຍນຸ້ມ ໂດຍມັກເສີບໃນງານແຕ່ງດອງ ຫຼື ງານພົບປະສັງສັນລະຫວ່າງຍາດພີ່ນ້ອງໃນຄອບຄົວ. ອາຫານຊະນິດນີ້ ໄດ້ຮັບແຮງບັນດານໃຈມາຈາກລາກູ້ງົວແບບຝຣັ່ງ ແຕ່ສະບັບຂອງລາວແມ່ນຈະນໍາເຄື່ອງປຸງ ແລະ ລົດຊາດແບບອາຊີເຂົ້າມາປະສົມປະສານ ຈົນກາຍເປັນອາຫານທີ່ມີເອກະລັກແຕກຕ່າງຈາກຕົ້ນສະບັບຝຣັ່ງເສດຢ່າງເຫັນໄດ້ຊັດເຈນ.

ໜຶ່ງໃນເມນູອາຫານລາວ-ຝຣັ່ງທີ່ມີຊື່ສຽງທີ່ສຸດຂອງຫຼວງພະບາງກໍແມ່ນຍໍາສະລັດຫຼວງພະບາງເຊິ່ງເປັນສະລັດທີ່ຕັ້ງຊື່ຕາມເມືອງແຫ່ງນີ້ໂດຍກົງ. ເປັນຍໍາທີ່ປະກອບດ້ວຍຜັກສົດຫຼາຍຊະນິດ ໂດຍປະສົມກັບນໍ້າຍໍາສະລັດເຂັ້ມຂຸ້ນທີ່ມີລັກສະນະຄ້າຍມາຍອງເນັສ.

ປັດຈຸບັນ, ສະລັດປະເພດນີ້ແມ່ນມີຄວາມຜູກພັນຢ່າງເລິກເຊິ່ງກັບວັດທະນະທໍາອາຫານທ້ອງຖິ່ນ ຈົນຫຼາຍຄົນຄິດວ່າເປັນອາຫານພື້ນເມືອງດັ້ງເດີມຂອງຫຼວງພະບາງແລ້ວ. ບໍ່ພຽງແຕ່ເທົ່ານັ້ນ, ເມນູດັ່ງກ່າວຍັງປາກົດຢູ່ໃນພິທີບາສີ-ສູ່ຂວັນ ເຊິ່ງເປັນພິທີກໍາຕາມປະເພນີລາວທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງໂອກາດສໍາຄັນຂອງຊີວິດ, ຟື້ນຟູຄວາມສົມດຸນທາງຈິດວິນຍານ ແລະ ນໍາພາໂຊກລາບແຫ່ງຄວາມເປັນສີລິມຸງຄຸນ.

ເມນູຍອດນິຍົມຂອງຫຼວງພະບາງ

 ຍໍາສະລັດຫຼວງພະບາງ ຍັງເປັນໜຶ່ງເມນູປະຈໍາຮ້ານ Main Street Bar & Grill, ເຊິ່ງເປັນຮ້ານອາຫານຂອງໂຮງແຮມອາວານີພລັສຫຼວງພະບາງ (Avani+ Luang Prabang). ຍໍາສະລັດຫຼວງພະບາງຍັງເປັນເມນູຍອດນິຍົມຂອງເຊຟໃຫຍ່ດາວອນ ຜູ້ເຊິ່ງມີຄວາມຊ່ຽວຊານດ້ານອາຫານສາກົນຫຼາຍປະເພດ ແຕ່ມີຄວາມຫຼົງໄຫຼເປັນພິເສດກັບອາຫານຫຼວງພະບາງ ລວມທັງອິດທິພົນຈາກວັດທະນະທໍາຝຣັ່ງເສດທີ່ຊ່ວຍຫຼໍ່ຫຼອມອາຫານທ້ອງຖິ່ນແຫ່ງນີ້. 

 ຄວາມຈິງແລ້ວນໍ້າຍໍາສະລັດສູດນີ້ຈະມີ 2 ແບບເຊຟດາວອນອະທິບາຍຄືມີແບບຮ້ອນກັບເຢັນ, ເຖິງແມ່ນຄວາມຈິງແລ້ວທັງສອງແບບນັ້ນຈະເສີບໃນແບບເຢັນຄືກັນຄວາມແຕກຕ່າງຄືແບບຮ້ອນ ຈະໃຊ້ວັດຖຸດິບບາງສ່ວນທີ່ຜ່ານການປຸງສຸກມາແລ້ວ.

ມາຢອງເນັສ ໃນແບບຂອງລາວ

 ຫົວໃຈສໍາຄັນຂອງນໍ້າຍໍາສະລັດກໍແມ່ນ ມາຢອງເນັສ ແຕ່ຖືກນໍາມາປັບໃຫ້ມີເອກະລັກໃນແບບຂອງລາວຢ່າງເຫັນໄດ້ຊັດເຈນ. ແທນທີ່ຈະໃຊ້ໄຂ່ແດງດິບຄືກັບມາຢອງເນັສແບບດັ້ງເດີມຂອງຝຣັ່ງ, ແຕ່ສູດມາຢອງເນັສຫຼວງພະບາງຊໍ້າພັດໃຊ້ໄຂ່ແດງຈາກໄຂ່ຕົ້ມສຸກແລ້ວ ໂດຍແຍກໄຂ່ຂາວເກັບໄວ້ຕ່າງຫາກ ແລ້ວຈິ່ງນໍາມາໂຮຍໜ້າສະລັດໃນພາຍຫຼັງ.

ການໃຊ້ໄຂ່ແດງທີ່ຜ່ານການຕົ້ມໃຫ້ສຸກແລ້ວ ອາດຖືກຄິດຄົ້ນຂຶ້ນຈາກວິທີການກະກຽມມາຍອງເນັສທີ່ເໝາະສົມກັບສະພາບອາກາດຮ້ອນຂອງລາວ. ເຊຟດາວອນກ່າວວ່າ: ພວກເຮົາຍັງນິຍົມໃຊ້ນໍ້າມັນພືດຫຼາຍກວ່ານໍ້າມັນໝາກກອກນໍາອີກ. ລາວຍັງກ່າວຕື່ມວ່າຄົນລາວສ່ວນຫຼາຍເຫັນວ່າ ນໍ້າມັນໝາກກອກມີລົດຊາດຂົມເກີນໄປນອກຈາກນີ້, ລົດສໍາຜັດ ແລະ ລະດັບຄວາມສົ້ມຂອງນໍ້າຍໍາກໍແຕກຕ່າງກັນນໍາອີກ. ແທນທີ່ຈະໃຊ້ນໍາ້ໝາກນາວສໍາເລັດຮູບ ຫຼື ນໍ້າສົ້ມສາຍຊູທີ່ໝັກຈາກໄວນ໌ຂາວ, ນໍ້າຍໍາສະລັດສູດນີ້ຊໍ້າພັດໃຊ້ນໍ້າໝາກນາວຄັ້ນສົດ ເຊິ່ງເປັນວັດຖຸດິບທີ່ພົບເຫັນໄດ້ທົ່ວໄປໃນສະລັດແບບດັ້ງເດີມຂອງລາວ.

ທ່ານ ອໍກຸສ ເອສຄອຟຟີເຍ (Auguste Escoffier) ພໍ່ຄົວຊາວຝຣັ່ງເສດຜູ້ມີຊື່ສຽງ, ທັງເປັນເຈົ້າຂອງຮ້ານອາຫານ ແລະ ນັກຂຽນດ້ານອາຫານ ອາດຮູ້ສຶກແປກໃຈກັບແນວຄິດການປຸງມາຢອງເນັສຈາກໄຂ່ແດງຕົ້ມສຸກ. ແຕ່ກໍລະນີວິທີການນີ້ຊໍ້າພັດມີຄວາມຮຽບງ່າຍຢ່າງໜ້າອັດສະຈັນ ໂດຍບໍ່ຈໍາເປັນຕ້ອງລະມັດລະວັງໃນການລິນນໍ້າມັນລົງໃສ່ໄຂ່ແດງ ພ້ອມກັງວົນບໍ່ໃຫ້ສ່ວນປະສົມແຍກໂຕອອກຈາກກັນ.

ເຮົາພຽງແຕ່ບົດໄຂ່ແດງຕົ້ມໃຫ້ລະອຽດ ແລ້ວຄ່ອຍໆເທນໍ້າມັນລົງພ້ອມຕີໃຫ້ເຂົ້າກັນເຊຟດາວອນອະທິບາຍ.ຈາກນັ້ນກໍປຸງລົດຊາດໃຫ້ແຊບນົວດ້ວຍນໍ້າຕານ, ເກືອ, ນໍ້າປາ ແລະ ນໍ້າໝາກນາວ ເຊິ່ງບາງຄັ້ງກໍສາມາດຕື່ມນໍ້າຕົ້ມໄກ່ໃສ່ເລັກໜ້ອຍໄດ້ຜົນໄດ້ຮັບກໍຄື ນໍ້າຍໍາສະລັດທີ່ເຂັ້ມຂຸ້ນ ແລະ ອັດແໜ້ນດ້ວຍລົດຊາດຫວານ, ເຄັມ, ສົ້ມ ແລະ ກົມກ່ອມຢ່າງລົງໂຕ.

ເຊຟດາວອນໄດ້ນໍາເອົາມາຢອງເນັສສູດນີ້ມາປະສົມເຂົ້າກັບຜັກສະລັດ, ລວມທັງຜັກນໍ້າທີ່ປູກໃນທ້ອງຖິ່ນ, ຜັກຫອມບົ່ວຊອຍ, ຫອມປ້ອມ, ແລະ ຫອມປົນສົດ. ສ່ວນໄຂ່ຂາວ, ໝາກເລັ່ນ ແລະ ໝາກແຕງຈະຕັດເປັນຕ່ອນນ້ອຍໆໄວ້ຕ່າງຫາກ ກ່ອນນໍາມາວາງໄວ້ດ້ານເທິງຜັກທັງໝົດ ຈາກນັ້ນໂຮຍໜ້າສະລັດດ້ວຍຖົ່ວດິນ, ຜັກທຽມຈຽວ ແລະ ຫອມບົ່ວຈຽວໃນປະລິມານຕາມໃຈມັກ. 

ສໍາລັບຍໍາສະລັດສູດຮ້ອນ ຈະເຕີມດ້ວຍຊີ້ນໝູທີ່ຟັກໃຫ້ມຸ່ນລະອຽດໂດຍຂົ້ວໃສ່ໝາກເລັ່ນໃຫ້ສຸກດີກ່ອນຈະນໍາມາປະສົມກັບນໍ້າຍໍາສະລັດ. ສ່ວນປະສົມເຫຼົ່ານີ້ຈະຊ່ວຍເພີ່ມລົດຊາດຫວານກົມກ່ອມແບບອາຫານຄາວ ພ້ອມປ່ຽນສີຂອງມາຢອງເນັສໃຫ້ກາຍເປັນສີສົ້ມອ່ອນໆ.

ເມື່ອປຸງແຕ່ງຢ່າງພິຖີພິຖັນ ເຊັ່ນດຽວກັບທີ່ເຊຟດາວອນເຮັດທີ່ໂຮງແຮມອາວານີພລັສຫຼວງພະບາງ, ສະລັດຈານນີ້ຈິ່ງກາຍເປັນເມນູທີ່ໜ້າຈົດຈໍາ ດ້ວຍການປະສົມປະສານວິທີການປຸງແຕ່ງອາຫານແບບຝຣັ່ງເສດເຂົ້າກັບວັດຖຸດິບຂອງລາວໄດ້ຢ່າງກົມກືນ.

ດ້ວຍລົດຊາດອັນເປັນເອກະລັກຂອງສະລັດຈານນີ້, ການເລືອກລາຍການອາຫານທີ່ຈະຮັບປະທານຄູ່ກັນຈິ່ງມີຄວາມສໍາຄັນ ເປັນຕົ້ນແມ່ນ ໄສ້ອົ່ວແຜ່ນ, ຂົ້ວໄຂ່ໃສ່ໝາກເຜັດ ແລະ ເຂົ້າຈີ່ລາວເນື້ອນຸ້ມເບົາບາງ ລ້ວນແຕ່ເປັນເມນູທີ່ເຂົ້າກັນໄດ້ດີ.

ຂໍ້ມູນເພີ່ມຕື່ມ:

ສໍາລັບຜູ້ທີ່ສົນໃຈຮຽນເຮັດຍໍາສະລັດຫຼວງພະບາງ ແລະ ເມນູທ້ອງຖິ່ນອື່ນໆ ທາງເຊຟດາວອນ ກໍເປີດສອນວິທີປຸງແຕ່ງອາຫານທີ່ຮ້ານ Main Street Bar & Grill. ສາມາດເບິ່ງລາຍລະອຽດເພີ່ມຕື່ມທີ່ເວັບໄຊຂອງໂຮງແຮມ Avani+ Luang Prabang.

ການເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປເມືອງຫຼວງພະບາງເປັນປະຈໍາ ໂດຍມີປາຍທາງຈາກນະຄອນຫຼວງວຽງຈັນ, ກຸງເທບ, ຮາໂນ່ຍ, ຊຽງໃໝ່ ແລະ ປາກເຊ.

Read More

Related Articles