ເສັ້ນທາງລົດໄຟແມ່ກອງ
ບົດໂດຍ: ອານິຕາ ເພຣສຕັນ
ຮູບໂດຍ: ອານິຕາ ເພຣສຕັນ / ອີເວັນຊອງ ຟິມ
ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ຜູ້ຄົນທີ່ເດີນທາງມາບາງກອກສ່ວນໃຫຍ່ກໍແມ່ນຍ້ອນເຫດຜົນອັນດຽວກັນ ໂດຍສະເພາະກໍແມ່ນຄວາມມີຊີວິດຊີວາຂອງຕົວເມືອງ ບໍ່ວ່າຈະເປັນການດໍາລົງຊີວິດທີ່ເລາະລຽບຕາມແຄມຖະໜົນ, ອາຫານການກິນ, ການຈະລາຈອນ, ຄວາມສາມາດໃນການທົນຢູ່ກັບອາກາດຮ້ອນໆ ແລະ ການເຄື່ອນໄຫວຢ່າງບໍ່ຢຸດນິ້ງ ທີ່ເປັນສ່ວນຫຼໍ່ລ້ຽງຊີບພະຈອນ ໂດຍເຮັດໃຫ້ຕົວເມືອງແຫ່ງນີ້ມີຊີວິດຊີວາ. ແຕ່ພໍເມື່ອຜ່ານໄປສອງສາມວັນ, ບັນຍາກາດເດີມໆນີ້ກໍອາດກັບກາຍມາເປັນຄວາມອຶດອັດໄດ້. ແລະ ເມື່ອຮອດຈຸດນັ້ນແລ້ວ, ໜຶ່ງໃນວິທິທີ່ງ່າຍທີ່ສຸດ ແລະ ຄຸ້ມຄ່າທີ່ສຸດກໍແມ່ນ ການປະຖິ້ມຄວາມວຸ້ນວາຍຂອງຕົວເມືອງໄວ້ເບື້ອງຫຼັງ ແລ້ວປ່ອຍໃຫ້ຂະບວນລົດໄຟເປັນເຄື່ອງນໍາໜ້າພາທາງເພື່ອກ້າວສູ່ພູມມີທັດທີ່ງຽບສະຫງົບຫຼາຍຂຶ້ນ ເປັນຕົ້ນແມ່ນ ດິນແດນເຂດຄອງນໍ້າ, ນາເກືອ, ຊຸມຊົນຄົນຫາປາ, ແລະ ຕະຫຼາດນໍ້າທີ່ຍັງຄົງຮັກສາວີຖີຊີວິດແບບດັ້ງເດີມເອົາໄວ້.
ໂດຍໄດ້ຮັບແຮງບັນດານໃຈຈາກປຶ້ມເຊິ່ງເປັນໜັງສືນໍາທ່ຽວໄທດ້ວຍລົດໄຟ ຂຽນໂດຍ Richard Barrow, ພວກເຮົາຈິ່ງພາກັນອອກເດີນທາງທ່ອງທ່ຽວແບບໄປເຊົ້າກັບແລງ ເທິງເສັ້ນທາງລົດໄຟທີ່ສ້າງຂຶ້ນຄັ້ງທໍາອິດໃນປີ 1904 ຜ່ານເຂດຊານເມືອງຂອງກຸງເທບ. ຈຸດໝາຍປາຍທາງຂອງພວກເຮົາແມ່ນ ຈັງຫວັດສະໝຸດສາຄອນ ເຊິ່ງເປັນດິນແດນທີ່ມີປະຫວັດສາດທາງດ້ານການຄ້າ ແລະ ການເດີນເຮືອມາເປັນເວລາດົນນານ ທັງຕັ້ງຢູ່ບໍ່ໄກຈາກເມືອງຫຼວງບາງກອກ. ການເດີນທາງຄັ້ງນີ້ ບໍ່ພຽງແຕ່ຈະໄດ້ສໍາຜັດກັບທິວທັດທີ່ແຕກຕ່າງເທ່ົານັ້ນ, ແຕ່ຍັງເປີດໂອກາດໃຫ້ພວກເຮົາໄດ້ສໍາຜັດກັບອີກມຸມໜຶ່ງຂອງພາກກາງຂອງປະເທດໄທ ທີ່ໃຫ້ຄວາມຮູ້ສຶກແຕກຕ່າງຈາກເມືອງຫຼວງ ເຖິງແມ່ນຈະຕັ້ງຢູ່ບໍ່ໄກຈົນສາມາດເດີນທາງໄປ-ກັບໄດ້ພາຍໃນເຊົ້າມື້ດຽວ.
ການເດີນທາງເລີ່ມຕົ້ນທີ່ສະຖານີ ວົງວຽນໃຫຍ່, ໂດຍຂ້າມແມ່ນໍ້າເຈົ້າພະຍາທາງທິດຕາເວັນຕົກຂອງບາງກອກ. ທາງທີ່ດີຄວນອອກເດີນທາງແຕ່ເຊົ້າ ກ່ອນທີ່ຄວາມຮ້ອນຈະເລີ່ມກໍ່ຕົວຂຶ້ນ. ຢູ່ໃກ້ສະຖານີຈະມີວົງວຽນຂະໜາດໃຫຍ່, ປະດັບປະດາດ້ວຍ ອະນຸສາວະລີ ສົມເດັດພະເຈົ້າຕາກສິນ ມະຫາຣາຊ ທີ່ປະທັບເທິງຫຼັງມ້າຢ່າງສະຫງ່າຜ່າເຜີຍ. ກ່ອນຂຶ້ນລົດໄຟ, ບໍ່ຄວນພາດຕະຫຼາດໃກ້ສະຖານີ ເພາະເປັນບ່ອນສໍາລັບແວ່ລິ້ມລອງກັບອາຫານເຊົ້າ ຫຼື ອາຫານສວາຍແບບຮຽບງ່າຍ. ບັນດາແມ່ຄ້າຊາວຂາຍ ຕ່າງກໍກະກຽມອາຫານປະເພດແກງກະທິ, ເຂົ້າ, ອາຫານວ່າງ, ແລະ ເຄື່ອງດື່ມໄວ້ລໍຖ້າຕ້ອນຮັບຜູ້ເດີນທາງສັນຈອນໄປມາ, ສ້າງບັນຍາກາດໃຫ້ແກ່ມື້ເດີນທາງ ທີ່ອາຫານໄດ້ກາຍເປັນສ່ວນໜຶ່ງຂອງປະສົບການບໍ່ນ້ອຍໜ້າທິວທັດທີ່ເຊີຍຊົມ.
ສໍາລັບສະຖານີວົງວຽນໃຫຍ່ນັ້ນມີລັກສະນະຮຽບງ່າຍແບບທໍາມະດາ ໂດຍມີພຽງລາງດຽວ ແລະ ຊານຊາລາດຽວ ເຊິ່ງແນ່ນອນວ່າຖືກລຽນລາຍໄປດ້ວຍຮ້ານຂາຍອາຫານຂະໜາດນ້ອຍ. ປີ້ລົດໄຟໃນລາຄາພຽງ 10 ບາດ ທີ່ຊື້ຢູ່ເທິງຊານຊາລາ ສາມາດນໍາພາທ່ານມຸ່ງໜ້າໄປຍັງຈຸດໝາຍທໍາອິດນັ້ນກໍຄື ມະຫາໄຊ. ເສັ້ນທາງນີ້ ໃຫ້ບໍລິການລົດໄຟສໍາລັບຜູ້ໂດຍສານປະຈໍາ ທີ່ໃຊ້ເດີນທາງລະຫວ່າງຕົວເມືອງ ແລະ ຊານເມືອງ. ຈັງຫວະການເດີນທາງເປັນໄປດ້ວຍຄວາມເຊື່ອງຊ້າ ແລະ ຜ່ອນຄາຍ. ລົມຈາກປະຕູປ່ອງຢ້ຽມທີ່ເປີດໂລ່ງ ແລະ ພັດລົມໃນລົດໄຟ ສາມາດຊ່ວຍບັນເທົາຄວາມຮ້ອນໄດ້ ຂະນະທີ່ຂະບວນລົດເຄື່ອນຜ່ານຈາກເຂດຕົວເມືອງເພື່ອກ້າວສູ່ເຂດນອກເມືອງຢ່າງຄ່ອຍເປັນຄ່ອຍໄປ. ອີກບໍ່ດົນຕໍ່ມາ, ອາຄານຄອນກຣິດ ກໍເລື່ອນຫາຍໄປ ໂດຍຖືກແທນທີ່ດ້ວຍຄອງນໍ້ານ້ອຍ-ໃຫຍ່, ນາເກືອທົ່ງກວ້າງ, ຝູງນົກຍາງທີ່ພວມໂບຍບິນ ລວມທັງສວນກ້ວຍ ແລະ ສວນໝາກມ່ວງສີຂຽວອຸ່ມທຸ່ມ.

ສະຖານທີ່ແວ່ພັກຈຸດທໍາອິດ ພາຍຫຼັງໃຊ້ເວລາເດີນທາງປະມານ 1 ຊົ່ວໂມງກໍແມ່ນ ມະຫາໄຊ. ເຊິ່ງເປັນເມືອງທີ່ຕັ້ງຢູ່ແຄມຝັ່ງແມ່ນໍ້າທ່າຈີນ ແລະ ຢູ່ໃກ້ກັບອ່າວໄທ. ເມືອງດັ່ງກ່າວມີຊື່ສຽງດ້ານອາຫານທະເລ, ເນື່ອງຈາກມີແມ່ນໍ້າລໍາຄອງຫຼາຍສາຍໄຫຼຜ່ານ ທັງອຸດົມສົມບູນໄປດ້ວຍສານອາຫານ ແລະ ແພລງຕອນ. ໂດຍສະເພາະກໍແມ່ນ ປາທູ ທີ່ຂຶ້ນຊື່ເລື່ອງຄວາມຕື່ງເຕັມ ແລະ ຄວາມອຸດົມສົມບູນຂອງຊີ້ນປາ. ຕົວເມືອງມີຄວາມຄຶກຄື້ນໃນຮູບແບບຂອງພື້ນທີ່ທີ່ຖືກຫຼໍ່ຫຼອມດ້ວຍການປະມົງ, ການຊື້-ຂາຍ ແລະ ການຄົມມະນາຄົມຂົນສົ່ງ. ຕະຫຼາດຫຼາຍແຫ່ງ ມີການແຜ່ຂະຫຍາຍອອກສູ່ຖະໜົນອ້ອມຮອບ ເຊິ່ງເຕັມໄປດ້ວຍປາສົດ, ປາມຶກ, ຫອຍຫຼາຍຊະນິດ, ໝາກໄມ້ ແລະ ອາຫານວ່າງພ້ອມຮັບປະທານ. ກິ່ນອາຍຂອງແມ່ນໍ້າ, ຄວັນຖ່ານ, ແລະ ອາຫານທະເລທີ່ກໍາລັງປຸງຢູ່ ຕ່າງກໍລ່ອງລອຍປະປົນກັນຢູ່ເທິງອາກາດ.
ການຮັບປະທານອາຫານທ່ຽງຢູ່ທີ່ນີ້ ຖືເປັນຈຸດເດັ່ນໜຶ່ງຂອງການເດີນທາງ. ພວກເຮົາເລືອກຮ້ານອາຫານເປີດໂລ່ງທີ່ສາມາດແນມເຫັນທ່າເຮືອຂ້າມຟາກ, ພ້ອມດ້ວຍວິວທິວທັດອັນກວ້າງໄກຂອງສາຍນໍ້າ ແລະ ການສັນຈອນຂອງເຮືອທີ່ແລ່ນໄປມາຢ່າງບໍ່ຂາດສາຍ. ເຂົ້າຜັດກຸ້ງ, ກຸ້ງຜັດໝາກພ້າວອ່ອນ, ແລະ ປູຜັດຜົງກະລີ່ລົດຊາດເຂັ້ມຂຸ້ນ ລ້ວນແຕ່ກາຍເປັນຄາບເຂົ້າທ່ຽງທີ່ໜ້າຈົດຈໍາ, ທັງປະລິມານກໍຫຼາຍ ແລະ ຍັງມີຄວາມສົດໃໝ່ຕາມແບບສະບັບຂອງທ້ອງຖິ່ນນີ້. ພາຍຫຼັງຮັບປະທານອາຫານທ່ຽງແລ້ວ, ການໄດ້ນັ່ງພັກຜ່ອນເພື່ອຊົມການຈະລາຈອນທາງນໍ້າ ແລະ ເບິ່ງຝູງນົກຍາງຈໍານວນຫຼາຍ ພວມພາກັນຢືນເກາະຢູ່ເທິງແຜ່ນຜັກຕົບຂະໜາດໃຫຍ່ທີ່ລອຍລ່ອງໄປມາຢ່າງຊ້າໆ ກໍເປັນຄວາມສຸກອີກຮູບແບບໜຶ່ງ.
ເມື່ອອອກຈາກມະຫາໄຊ, ກໍຈະພົບກັບການເດີນທາງທີ່ມີຄວາມຫຼາກຫຼາຍຂຶ້ນ. ເຊິ່ງການເດີນທາງເລີ່ມຕົ້ນຈາກການນັ່ງເຮືອຂ້າມແມ່ນໍ້າທ່າຈີນ ໄປຍັງທ່າສະຫຼອມ, ຈາກນັ້ນກໍຕໍ່ລົດສອງແຖວໄປຫາສະຖານີບ້ານແຫຼມ. ການປ່ຽນຮູບແບບການເດີນທາງໃນລັກສະນະນີ້ເຮັດໃຫ້ຮູ້ສຶກວ່າ ການເດີນທາງປຽບເໝືອນການສໍາຫຼວດ. ໂດຍມີການແບ່ງຊ່ວງເວລາຂອງວັນນັ້ນໆ ແລະ ເຮັດໃຫ້ແຕ່ລະຊ່ວງຂອງເສັ້ນທາງມີເອກະລັກເປັນຂອງຕົນເອງ. ສະຖານີບ້ານແຫຼມ ມີບັນຍາກາດທີ່ງຽບສະຫງົບຫຼາຍຂຶ້ນ; ແລະ ສໍາລັບນັກທ່ອງທ່ຽວທີ່ມີຄວາມຫຼົງໄຫຼໃນລົດໄຟ, ຢູ່ໃກ້ກັບສະຖານີດັ່ງກ່າວຍັງມີພິພິທະພັນຂະໜາດນ້ອຍ ເຊິ່ງຈັດວາງສະແດງຫົວຈັກລົດໄຟອາຍນໍ້າເກົ່າແກ່ໃຫ້ທ່ຽວຊົມນໍາອີກ.

ການນັ່ງລົດໄຟຖ້ຽວທີສອງ ໃຊ້ເວລາປະມານ 1 ຊົ່ວໂມງ ເຊິ່ງເປັນຖ້ຽວລົດໄຟທີ່ນໍາພາພວກເຮົາມຸ່ງໜ້າສູ່ໜຶ່ງໃນສະຖານທີ່ທ່ອງທ່ຽວທາງລົດໄຟທີ່ໂດ່ງດັງທີ່ສຸດຂອງປະເທດໄທ ນັ້ນກໍຄື ຕະຫຼາດລົດໄຟແມ່ກອງ ຫຼື ຕະຫຼາດຄັນຮົ່ມຫຸບ. ຕະຫຼາດແຫ່ງນີ້ມີຊື່ສຽງຈາກການທີ່ພວກແມ່ຄ້າຊາວຂາຍພາກັນມາຕັ້ງຮ້ານຂາຍເຄື່ອງຢູ່ຂ້າງລາງລົດໄຟ, ແລ້ວຮີບຮ້ອນພາກັນຫຸບຄັນຮົ່ມ ແລະ ເກັບສິນຄ້າໃນຊ່ວງເວລາສັ້ນໆ ກ່ອນທີ່ຂະບວນລົດໄຟຈະແລ່ນຜ່ານ. ເມື່ອລົດໄຟຜ່ານໄປແລ້ວ, ທຸກຢ່າງກໍກັບຄືນສູ່ສະພາບເດີມເກືອບທັນທີ ຄ້າຍກັບວ່າບໍ່ເຄີຍມີຫຍັງເກີດຂຶ້ນ. ເຖິງຈະເປັນພາບທີ່ໜ້າຕື່ນຕາຕື່ນໃຈ, ແຕ່ສໍາລັບຜູ້ຄົນໃນທ້ອງຖິ່ນ, ພາບດັ່ງກ່າວຖືເປັນຈັງຫວະຊີວິດປະຈໍາວັນຂອງເມືອງນ້ອຍໆແຫ່ງນີ້. ເມື່ອຂະບວນລົດໄຟກ້າວເຂົ້າສູ່ແມ່ກອງ, ນັກເດີນທາງຈະຮູ້ສຶກຄືໄດ້ຮັບການຕ້ອນຮັບຢ່າງຍິ່ງໃຫຍ່ ທ່າມກາງສຽງຮ້ອງໂຮ, ການໂບກມື, ການຖ່າຍຮູບເຊວຟີ ແລະ ຜູ້ຄົນທີ່ຢືນໃກ້ລາງລົດໄຟທີ່ແລ່ນຜ່ານຢ່າງກ້າຫານ.
ພວກເຮົານັ່ງລົດສອງແຖວຈາກແມ່ກອງມຸ່ງໜ້າໄປຍັງຕະຫຼາດນໍ້າອໍາພະວາ, ເຊິ່ງເປັນຈຸດໝາຍປາຍທາງສຸດທ້າຍຂອງວັນ. ທີ່ອ້ອມຮອບບາງກອກ ຈະປາກົດເຫັນຕະຫຼາດນໍ້າຫຼາຍແຫ່ງ, ແລະ ບາງຄັ້ງກໍມີລັກສະນະຄ້າຍຄືກັນເກືອບທັງໝົດ, ແຕ່ຕະຫຼາດນໍ້າອໍາພະວາ ຊໍ້າພັດມີສະເໜ່ສະເພາະບໍ່ຄືໃຜ ແລະ ມີຄວາມເປັນທ້ອງຖິ່ນ ໂດຍສະເພາະໃນຊ່ວງຕອນແລງ. ອາຄານຮ້ານຄ້າທີ່ສ້າງດ້ວຍໄມ້ເກົ່າແກ່ ຕັ້ງລຽນລາຍຕາມແຄມຄອງນໍ້າ. ມີເຮືອພາຍເຄື່ອນທີ່ຢ່າງເຊື່ອງຊ້າລອຍລ່ອງໄປມາ ພ້ອມອາຫານທະເລທີ່ພວມປີ້ງຢ້າງເທິງເຕົາຖ່ານ. ນັກທ່ອງທ່ຽວພາກັນຍ່າງເລືອກຊື້ເຂົ້າໜົມຫວານ, ກາເຟ, ກະແລັມ, ແລະ ຂອງທີ່ລະນຶກ, ຂະນະທີ່ຜູ້ຄົນໃນທ້ອງຖິ່ນຕ່າງກໍພາກັນຍ່າງຫຼິ້ນ, ຮັບປະທານອາຫານ ແລະ ຈໍານວນໜຶ່ງກໍພາກັນພັກຄ້າງຄືນເພື່ອລໍຖ້າຊົມແມງຫິງຫ້ອຍທີ່ສ່ອງແສງເຫຼື້ອມລະຍິບລະຍັບໃນຍາມຄ້ອຍຄໍ່າ.
ສໍາລັບນັກທ່ອງທ່ຽວທີ່ຕ້ອງການພັກຜ່ອນໂດຍຫຼີກໜີຈາກຄວາມວຸ້ນວາຍຂອງບາງກອກໂດຍບໍ່ຈໍາເປັນຕ້ອງເດີນທາງໄກ, ການເດີນທາງສາຍນີ້ຖືເປັນຄໍາຕອບທີ່ເໝາະສົມ. ເນື່ອງຈາກຊ່ວຍປະຢັດເງິນ-ເວລາ, ໄດ້ບັນຍາກາດ ແລະ ປ່ຽມລົ້ນໄປດ້ວຍຄວາມຫຼາກຫຼາຍ ຕັ້ງແຕ່ເຂດຕົວເມືອງໄປສູ່ພື້ນທີ່ຊຸ່ມນໍ້າ, ຈາກຕົວເມືອງອາຫານທະເລໄປສູ່ຕະຫຼາດລົດໄຟ ແລະ ຈົບລົງດ້ວຍການພັກຜ່ອນຍາມຄໍ່າຄືນທີ່ແຄມຄອງນໍ້າ. ການເດີນທາງລັກສະນະນີ້ບໍ່ໄດ້ເປັນພຽງການທ່ອງທ່ຽວແບບໄປເຊົ້າກັບແລງເທົ່ານັ້ນ, ແຕ່ເປັນການພະຈົນໄພຂະໜາດນ້ອຍ ທີ່ຄ່ອຍໆເປີດເຜີຍໃຫ້ເຫັນວ່າ ຄວາມງົດງາມຂອງປະເທດໄທຍັງມີອີກຫຼາຍຢ່າງ ທີ່ເຊື່ອງຊ້ອນຢູ່ບໍ່ໄກຈາກເມືອງຫຼວງຂອງປະເທດ.


ຂໍ້ມູນເພີ່ມຕື່ມ
ສາມາດອ່ານຄູ່ມືການເດີນທາງດ້ວຍລົດໄຟໃນປະເທດໄທຂອງ Richard Barrow ໄດ້ທີ່
www.thaitrainguide.com.
ວິທີເດີນທາງ:
ສາຍການບິນລາວໃຫ້ບໍລິການຖ້ຽວບິນ ຈາກນະຄອນຫຼວງວຽງຈັນໄປຍັງບາງກອກ ເປັນປະຈໍາທຸກວັນ.



English
