ຊີວິດອັນງຽບສະຫງົບເທິງຈອມດອຍ

Author:

Category:

spot_img

ໜີຈາກຄວາມວຸ້ນວາຍເພື່ອຜ່ອນຄາຍທີ່ ຮິລໄຊດ໌ ເນເຈີ ໄລຟ໌ສໄຕລ໌ ລອດຈ໌ (Hillside Nature Lifestyle Lodge)

ບົດໂດຍ: ອານິຕາ ເພຣສຕັນ

ຮູບໂດຍ: ອານິຕາ ເພຣສຕັນ / ອີເວັນຊອງ ຟິມ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

 

ເມື່ອຂັບລົດອອກຈາກຕົວເມືອງຫຼວງພະບາງ ໂດຍຜ່ານບັນດາກຸ່ມບ້ານນ້ອຍໆກະແຈກກະຈາຍ ແລະ ປ່າໄມ້ອັນຕຶບໜາ ເພື່ອມຸ່ງໜ້າໄປຕາມເສັ້ນທາງອັນຄົດໂຄ້ງ ທີ່ສາມາດແນມເຫັນທິວທັດທ່າມກາງພູຜາສູງຊັນຕະການຕາຢູ່ອ້ອມຮອບຕົວເມືອງ ພຽງປະມານ 20 ນາທີ ທ່ານກໍຈະເຫັນປ້າຍບອກທາງໄປທີ່ ຮິລໄຊດ໌ ເນເຈີ ໄລຟ໌ສໄຕລ໌ ລອດຈ໌ (Hillside Nature Lifestyle Lodge) ເຊິ່ງເຊື່ອງຊ້ອນຢູ່ເທິງພູດອຍແຫ່ງໜຶ່ງ.  ບັງກະໂລທີ່ສ້າງດ້ວຍໄມ້ອັນມີສະເໜ່ຫຼາຍຫຼັງຕັ້ງຢູ່ທ່າມກາງປ່າດົງຕຶບໜາ ທີ່ກຶກກ້ອງເນືອງນັນໄປດ້ວຍສຽງຮ້ອງຂອງນົກນາໆພັນ ແລະ ເຕັມໄປດ້ວຍຄວາມມີຊີວິດຊີວາ, ສະຖານທີ່ແຫ່ງນີ້ຕັ້ງຢູ່ເທິງຈອມພູສີຂຽວອຸ່ມທຸ່ມ ສາມາດແນມເຫັນທິວທັດອັນງົດງາມ ແລະ ພືດພັນສີຂຽວສະອຸມ ໂດຍໂບກສະບັດປັດແກວ່ງຕາມແຮງໄຫວຂອງສາຍລົມພັດຜ່ານຕາມເນີນພູ. 

 

ດ້ວຍບັນຍາກາດອັນງຽບສະຫງົບ ແລະ ຄວາມເປັນສ່ວນຕົວພາຍໃນບັງກະໂລ ເຊິ່ງມີຫ້ອງພັກພຽງ 9 ຫ້ອງ ຈິ່ງສາມາດມອບໂອກາດຫຼາຍຢ່າງໃຫ້ແກ່ທ່ານ ເພື່ອຄົ້ນຫາພື້ນທີ່ສ່ວນຕົວ.  ບັງກະໂລແຫ່ງນີ້ມີພື້ນທີ່ກວ້າງຂວາງ ທັງຖືກຕົກແຕ່ງຢ່າງມີສະເໜ່ງົດງາມ ພ້ອມສີສັນສະບາຍຕາ ໂດຍໃຊ້ວັດສະດຸຈາກທໍາມະຊາດ ແລະ ແຜ່ນແພທີ່ຕໍ່າດ້ວຍມື. ມີຕຽງນອນຂະໜາດໃຫຍ່ ແລະ ຜ້າປູບ່ອນນອນກໍສະອາດຈົບງາມ. ມີໝໍ້ຕົ້ມນໍ້າສໍາລັບເຮັດເຄື່ອງດື່ມເພື່ອຈິບເບົາໆ

ເທິງລະບຽງສ່ວນຕົວ ພ້ອມດ້ວຍພັດລົມທີ່ຊ່ວຍລະບາຍຄວາມຮ້ອນ ແລະ ເມກໝອກໃນຍາມເຊົ້າກໍຊ່ວຍເພີ່ມຄວາມສຸກສະຫງົບຫຼາຍຂຶ້ນ. ມ້າສາຍພັນມົ້ງສອງໂຕ ຊື່ ເຈັກ (Jake) ແລະ ເອລວູດ (Elwood) ຜູ້ເຝົ້າເລັມຫຍ້າໃຫ້ສວຍງາມ ແລະ ສ້າງຄວາມສຸກໃຫ້ແກ່ແຂກໂດຍສະເພາະເດັກນ້ອຍທີ່ເດີນທາງຮ່ວມກັບຄອບຄົວ. ສະຖານທີ່ພັກຜ່ອນອັນກວ້າງຂວາງແຫ່ງນີ້ ປະກອບມີພືດພື້ນເມືອງ ແລະ ພືດພັນນາໆຊະນິດທີ່ຫາໄດ້ຍາກໃນເຂດທົ່ງພຽງ ເຊິ່ງເໝາະສົມເປັນພິເສດສໍາລັບຜູ້ທີ່ມັກຕົ້ນໄມ້ໃບຫຍ້າເປັນຊີວິດຈິດໃຈ. ພ້ອມກັນນັ້ນກໍມີສະນໍ້າຂະໜາດໃຫຍ່ ທີ່ປະດັບເອ້ດ້ວຍດອກບົວສີບົວອ່ອນ ຊ່ວຍເພີ່ມສີສັນໃຫ້ກັບຄົນຮັກແມງໄມ້ນານາພັນ ໄດ້ມີໂອກາດເພີດເພີນຕະຫຼອດມື້. ເນື່ອງຈາກມີປາ, ກົບ, ແມງກະບີ້ສີເຂັ້ມ, ແລະ ແມງກະເບື້ອສີສັນສົດໃສທິ່ໃຫ້ຄວາມສຸກຫາອັນປຽບບໍ່ໄດ້.  

ທ່າມກາງແສງແດດຍາມເຊົ້າທີ່ສາດສ່ອງເຂົ້າມາໃນຕູບນ້ອຍໆເທິງພູດອຍ ໃນເວລານັ້ນກໍຈະມີອາຫານເຊົ້າທີ່ຄອຍເສີບຈົນເຖິງລະບຽງໃຫຍ່ ບ່ອນເຊິ່ງສາມາດແນມເຫັນທິວທັດຕົ້ນໄມ້ ແລະ ສະລອຍນໍ້າອັນງົດງາມ. ສໍາລັບອາຫານກໍມີຕົວເລືອກຫຼາກຫຼາຍລາຍການ ມີທັງອາຫານແບບຕາເວັນຕົກ ເປັນຕົ້ນແມ່ນ ເບຄອນ ແລະ ໄຂ່, ແພນເຄັກກ້ວຍຫອມ ແລະ ແຍມໂຮມເມດ, ທັນຍາພືດ ພ້ອມກັບອາຫານອາຊີຕາເວັນອອກສ່ຽງໃຕ້ທີ່ມີລົດຊາດແຊບຊ້ອຍ ເຊັ່ນ ເຂົ້າປຽກໄກ່ຕົກແຕ່ງໜ້າດ້ວຍໄຂ່ລວກນຸ້ມໆ ແລະ ກະທຽມຈຽວຫອມໆ. ສໍາລັບອາຫານອາຊີ ແມ່ນໄດ້ມາຈາກສູດອາຫານດັ້ງເດີມຂອງຄອບຄົວເຈົ້າຂອງບັງກະໂລນັ້ນເອງ. ສ່ວນກາເຟລາວກໍນໍາມາຂົ້ວໃຫ້ຫອມ ແລ້ວບົດແບບສົດໃໝ່ປະສົມຟອງນົມທີ່ຖືກຕີຈົນເປັນຟອງລະອຽດ ພ້ອມເສີບແກ່ທ່ານເພື່ອຕື່ມພະລັງອັນສົດໃສໃນມື້ໃໝ່. 

 

ສະຖານທີ່ພັກແຫ່ງນີ້ ໄດ້ຮັບການບໍລິຫານຈັດການໂດຍຄູ່ຜົວເມຍ ເຊື້ອສາຍເຢຍລະມັນ-ລາວ ແລະໄດ້ເກີດມາຈາກທຣິບການເດີນທາງດ້ວຍລົດຖີບໃນຊ່ວງທົດສະວັດຜ່ານມາ ຜູ້ທີ່ເປັນສາມີໄດ້ຄົ້ນພົບສະຖານທີ່ແຫ່ງນີ້. ວິໄສທັດທີ່ຄິດໄວ້ໃນອະນາຄົດຂອງຜູ້ເປັນສາມີແມ່ນການສ້າງຣີສອດທີ່ຜູ້ຄົນສາມາດເດີນທາງມາຜ່ອນຄາຍທ່າມກາງທໍາມະຊາດອັນງົດງາມ ແຕ່ຍັງຄົງມີຄວາມໃກ້ຊິດກັບຕົວເມືອງ. ການເຄົາລົບທໍາມະຊາດ ແລະ ສິ່ງແວດລ້ອມກໍຖືເປັນປັດໃຈສໍາຄັນເຊັ່ນກັນ. ໃນພື້ນທີ່ແຫ່ງນີ້ບໍ່ມີການນໍາໃຊ້ຢາຂ້າແມງໄມ້, ລວມທັງຈໍາກັດປະລິມານການຊົມໃຊ້ພລາສຕິກ ແລະ ນໍ້າໃຊ້ກໍນໍາມາຈາກແຫຼ່ງນໍ້າທໍາມະຊາດ. ເມື່ອສອບຖາມເຈົ້າຂອງຣີສອດກໍໄດ້ຄໍາຕອບວ່າ ພວກເຂົາໄດ້ທຸ່ມເທຢົດເຫື່ອແຮງງານໃນການສ້າງລີສອດນີ້ ລວມເຖິງການສ້າງສະລອຍນໍ້າ ແລະ ຫ້ອງຮົມຢາດ້ວຍຕົນເອງ ໂດຍໃຊ້ວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ.  

 

ສໍາລັບພະນັກງານແມ່ນມາຈາກບັນດາບ້ານໃກ້ເຮືອນຄຽງ, ເຊິ່ງໄດ້ຮັບການຝຶກອົບຮົມດ້ານການຈ້າງງານ ແລະ ການຕ້ອນຮັບແຂກ. ນອກຈາກນີ້, ທາງຣີສອດຍັງໃຫ້ການສະໜັບສະໜູນຊຸມຊົນໃນທ້ອງຖິ່ນ ດ້ວຍການບໍລິຈາກຊ່ວຍເຫຼືອດ້ານທຶນຮອນໃຫ້ແກ່ໂຮງຮຽນພາຍໃນເຂດກຸ່ມບ້ານ ແລະ ຈັດການໃຫ້ແຂກທີ່ມີຄວາມສົນໃຈສາມາດເຂົ້າຢ້ຽມຊົມໄດ້.

 

ບໍ່ວ່າທ່ານຈະເລືອກພັກຜ່ອນຢູ່ແຄມສະລອຍນໍ້າ, ເພີດເພີນກັບການນວດແຜນໄທ ຫຼື ຍ່າງປ່າກໍຕາມ, ທາງຣີສອດຮິລໄຊດ໌ສາມາດມອບບໍລິການທຸກຢ່າງໃຫ້ແຂກທຸກຄົນໄດ້. ທ່ານຍັງສາມາດນັ່ງຈິບເຄື່ອງດື່ມຢູ່ລະບຽງ ຫຼື ຜ່ອນຄາຍຢູ່ຫ້ອງຮົມຢາເພື່ອສໍາຜັດກັບກິ່ນສະໝຸນໄພພື້ນບ້ານ ເຊັ່ນ ຫົວສີໄຄ ແລະ ໃບຫອມລາບ. ສ່ວນອາຫານຄໍ່າກໍມີອາຫານແຊບໆຫຼາຍເມນູໃຫ້ເລືອກ ນັບແຕ່ແຮມເບີເກີໂຮມເມດລົດຊາດຊັ້ນເລີດ ໄປຈົນຮອດແກງກະລີ່ເຂັ້ມຂຸ້ນ ແລະ ອາຫານທ້ອງຖິ່ນ ເຊັ່ນ ລາບ ແລະ ຕົວເລືອກອາຫານເຈແຊບໆ. 

 

ຫາກທ່ານຕ້ອງການເລາະທ່ຽວຊົມດ້ານນອກຣີສອດ, ບໍ່ຄວນພາດທ່ຽວຊົມບ້ານຊຽງມວກ ເຊິ່ງເປັນບ້ານໃກ້ຄຽງ ເນື່ອງຈາກເປັນແຫຼ່ງປູກຜັກນໍ້າຈໍານວນຫຼາຍ. ຂະນະທີ່ສວນນໍ້າດົງ ກໍຕັ້ງຢູ່ບໍ່ໄກ, ທ່ານສາມາດລອງຂີ່ສະລິງຫຼິ້ນໄດ້. ຢູ່ເທິງຈອມພູດ້ານຫຼັງລີສອດກໍມີຈຸດຊົມວິວເຊິ່ງເຈົ້າຂອງທີ່ພັກສ້າງຂຶ້ນເອງ ເພື່ອໃຊ້ເປັນເສັ້ນທາງຍ່າງປ່າໄລຍະສັ້ນໂດຍ ຜ່ານປ່າໄຜ່ອັນຮົ່ມເຢັນ ເຊິ່ງສາມາດແນມເຫັນທິວທັດອັນງົດງາມຂອງຮ່ອມພູຫຼວງພະບາງ ທີ່ເນັ່ງເປັນສາຍຍາວຢູ່ດ້ານໜ້າ. ສ່ວນຈຸດຊົມວິວດັ່ງກ່າວ ກໍມອບທັດສະນີຍະພາບອັນກວ້າງໄກຂອງຫຼວງພະບາງ, ແລະ ແຂກທີ່ມັກການພະຈົນໄພກໍສາມາດຍ່າງປ່າດ້ວຍຕົນເອງໄດ້ ໂດຍໃຊ້ແຜນທີ່ຜ່ານ QR Code ຫຼື ສາມາດຍ່າງປ່າມຸ່ງໜ້າສູ່ນໍ້າຕົກຕາດກວາງຊີກໍໄດ້. ນອກຈາກນີ້, ຍັງມີບໍລິການເຊົ່າລົດຈັກ ແຕ່ກໍລະນີຫາກທ່ານຕ້ອງການທ່ຽວຊົມຕົວເມືອງ ກໍມີລົດບໍລິການຮັບ-ສົ່ງ 2 ຖ້ຽວຕໍ່ມື້. ທີ່ຣີສອດຍັງມີປຶ້ມອ່ານຫຼາຍເຫຼັ້ມ ແລະ ເກມກະດານໃຫ້ເລືອກຫຼິ້ນສໍາລັບຄອບຄົວໃນຄໍ່າຄືນອັນງຽບສະຫງົບ ແລະ ຮ້ານບາທີ່ພ້ອມເສີບເຄື່ອງດື່ມເຢັນໆເພື່ອຜ່ອນຄາຍຍາມຄໍ່າຄືນ. 

ການເຂົ້າພັກຄ້າງຄືນທີ່ Hillside Nature Lifestyle Lodge ປຽບເໝືອນຄໍາເຊື້ອເຊີນເພື່ອຄວາມຜ່ອນຄາຍ, ເພື່ອສູດອາກາດສົດໆເຂົ້າເຕັມປອດ, ແລະ ດື່ມດໍາກັບຄວາມງົດງາມເທິງພູຜາຂອງຫຼວງພະບາງ. ດ້ວຍການຕ້ອນຮັບອັນອົບອຸ່ນ, ບັນຍາກາດອັນງຽບສະຫງົບ ແລະ ຍັງມີວິທີການຜ່ອນຄາຍ ຫຼື ອອກສໍາຫຼວດຈຸດທ່ຽວຊົມຕ່າງໆຫຼາຍແຫ່ງ, ສາມາດເວົ້າໄດ້ວ່າ ສະຖານທີ່ແຫ່ງນີ້ ເໝາະສໍາລັບການສົ່ງມອບປະສົບການໃນການພັກຜ່ອນທ່າມກາງບັນຍາກາດອັນມີຊີວິດຊີວາ ແລະ ໜ້າຈົດຈໍາ.

ການເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປຫຼວງພະບາງທຸກວັນ ໂດຍມີປາຍທາງຈາກກຸງເທບ,  ນະຄອນຫຼວງວຽງຈັນ, ຊຽງໃໝ່, ແລະ ຮາໂນ່ຍ.

ຫາກຕ້ອງການຈອງ ຫຼື ເບິ່ງຂໍ້ມູນເພີ່ມຕື່ມ, 

ສາມາດເຂົ້າເບິ່ງທີ່ເວັບໄຊ hillsidelaos.com.

Read More

Related Articles