ຄົ້ນພົບ ດານັງ ແລະ ເຫວ້

Author:

Category:

spot_img

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ພູນຊັບ ເທວົງສາ ແລະ ເຈສັນ ໂຣລັນ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ແສງແດດຍາມເຊົ້າຄ່ອຍໆສ່ອງແສງປະກາຍອ່ອນໆຢູ່ເໜືອຊາຍຝັ່ງເມືອງດານັງ, ເຮັດໃຫ້ເສັ້ນແບ່ງລະຫວ່າງທ້ອງທະເລ ແລະ ທ້ອງຟ້າມີຄວາມມືດມົວບໍ່ຊັດເຈນ ຂະນະທີ່ເຮືອປະມົງຄ່ອຍໆເຄື່ອນຕົວລອຍລ່ອງອອກສູ່ໜ້ານໍ້າຢ່າງງຽບສະຫງົບ. ການເລີ່ມຕົ້ນຂອງມື້ໃໝ່ດໍາເນີນໄປຢ່າງຫຼ້າຊ້າຢູ່ບໍລິເວນຫາດຊາຍໝີເຄ (My Khe Beach) ອັນກວ້າງໃຫຍ່, ຜູ້ຄົນໃນທ້ອງຖິ່ນພາກັນຍ່າງຫຼິ້ນຕາມແຄມຫາດຊາຍ ໂດຍມີຜືນຊາຍທີ່ຍັງເຢັນສະບາຍເມື່ອສໍາຜັດກັບຕີນເປົ່າ. ຖັດຈາກຊາຍຝັ່ງບໍ່ໄກ, ແຜ່ນດິນຄ່ອຍໆຍົກຕົວສູ່ຄວາມສູງຂອງ ບານາຮິລ (Ba Na Hills) ທີ່ປົກຄຸມດ້ວຍໝອກຈາງໆ, ປັດຈຸບັນໄດ້ກາຍເປັນແຫຼ່ງທ່ອງທ່ຽວທີ່ໜ້າຫຼົງໄຫຼ ອີກແຫ່ງທີ່ເຊິ່ງຄັ້ງໜຶ່ງເຄີຍເປັນສະຖານທີ່ພັກຕາກອາກາດໃນຍຸກອານານິຄົມຝຣັ່ງ. 

ຢູ່ຫ່າງໄກອອກໄປທາງພາກເໜືອ, ກໍມີເມືອງເຫວ້ ບ່ອນເຊິ່ງເຜີຍໃຫ້ເຫັນປະຫວັດສາດ ທີ່ບໍ່ໄດ້ຖືກເກັບຮັກສາໄວ້ຫຼັງຕູ້ແວ່ນ, ແຕ່ຖືກຫຼອມລວມເຂົ້າໃນວິຖີຊີວິດປະຈໍາວັນຂອງຊາວເມືອງ. ພາຍໃນກໍາແພງພະຣາຊະວັງຫຼວງແຫ່ງເຫວ້, ຍັງມີຮ່ອງຮອຍຂອງລາຊະວົງຫງວຽນ ທີ່ຍັງຄົງປາກົດໃນຫີນເກົ່າ ແລະ ເດີ່ນບ້ານອັນງຽບສະຫງົບ. ບໍລິເວນແຄມຝັ່ງແມ່ນໍ້າຫອມ, ປາກົດມີເຮືອຂະໜາດນ້ອຍຫຼາຍລໍາ ພາກັນແລ່ນສວ່ານສົນໄປຕາມກະແສນໍ້າຢ່າງແຜ່ວເບົາ, ພ້ອມສຽງດົນຕີພື້ນເມືອງເສບບັນເລງລອຍລ່ອງໄປຕາມສາຍລົມໃນຍາມດວງຕາເວັນກຽມລາລັບຈາກຂອບຟ້າ. ຍ້ອນແນວນັ້ນເອງ, ເຮັດໃຫ້ທັງດານັງ ແລະ ເຫວ້ ຈຶ່ງບໍ່ໄດ້ເປັນພຽງຈຸດໝາຍປາຍທາງແຫ່ງການປ່ຽນບັນຍາກາດພຽງຢ່າງດຽວ; ແຕ່ຍັງເປັນເສັ້ນທາງນຳພາພວກເຮົາອອກເດີນທາງຜ່ານຈຸດໃຈກາງທາງດ້ານວັດທະນະທໍາ ແລະ ປະຫວັດສາດຂອງປະເທດຫວຽດນາມນໍາອີກ.

ວິທີເດີນທາງ:

ສາຍການບິນລາວ ໃຫ້ບໍລິການຖ້ຽວບິນໄປຍັງເມືອງດານັງເປັນປະຈໍາ.

Read More

Related Articles