ພູພຽງບໍລະເວນ

Author:

Category:

spot_img

ສະຖານທີ່ງົດງາມທີ່ສຸດໃນພາກໃຕ້ຂອງປະເທດລາວ

ບົດໂດຍ: ເຈສັນ ໂຣລັນ

ຮູບໂດຍ: ພູນຊັບ ເທວົງສາ

ແປ ແລະ ຮຽບຮຽງໂດຍ: ໄພບູນ ທະນະບົວສີ

ເມື່ອເດີນທາງອອກຈາກນະຄອນປາກເຊໄປທາງທິດຕາເວັນອອກປະມານ 1 ຊົ່ວໂມງ, ເສັ້ນທາງຈະຄ່ອຍໆໄຕ່ລະດັບສູງຂຶ້ນ, ອາກາດເລີ່ມເບົາບາງລົງເລັກໜ້ອຍ, ຂະນະທີ່ອຸນຫະພູມກໍລົດລົງໃນລະດັບຕໍ່າຢ່າງໜ້າປະຫຼາດໃຈ. ທີ່ພູພຽງບໍລະເວນ ເຊິ່ງຕັ້ງຢູ່ເໜືອລະດັບໜ້ານໍ້າທະເລປະມານ 1,000 ແມັດ, ຄວາມສູງໃນລະດັບນີ້ຖືວ່າພຽງພໍທີ່ຈະເຮັດໃຫ້ເຂດດັ່ງກ່າວກາຍເປັນໜຶ່ງໃນພື້ນທີ່ທີ່ມີອາກາດເຢັນສະບາຍ ແລະ ອຸດົມສົມບູນທີ່ສຸດໃນພາກໃຕ້ຂອງລາວ. ໃນຊ່ວງໜຶ່ງສະຕະວັດກ່ອນໜ້ານີ້, ນັກລ່າອານານິຄົມຊາວຝຣັ່ງ ໄດ້ເລັງເຫັນຄວາມສົມບູນນີ້ ແລະ ເລີ່ມລົງມືປູກກາເຟ; ສາຍພັນອາຣາບິກາ ແລະ ໂຣບັສຕາທີ່ນໍາເຂົ້າມາໃນຍຸກນັ້ນຍັງຄົງເປັນພື້ນຖານສໍາຄັນຂອງອຸດສາຫະກໍາກາເຟລາວຈົນຮອດປັດຈຸບັນ, ສົ່ງຜົນໃຫ້ກາເຟຈາກພູພຽງບໍລະເວນກາຍເປັນໜຶ່ງໃນສິນຄ້າສົ່ງອອກທີ່ມີຊື່ສຽງທີ່ສຸດຂອງປະເທດ ເຊັ່ນດຽວກັບໝາກແໜ່ງ, ຊາ, ບລູເບີຣີ, ຖົ່ວລຽນ ແລະ ຢາງພາລາ. 

ດິນພູເຂົາໄຟອັນອຸດົມສົມບູນທີ່ເໝາະແກ່ການປູກກາເຟ ຍັງເປັນປັດໄຈສໍາຄັນທີ່ກໍ່ໃຫ້ເກີດມີນໍ້າຕົກຕາດຂະໜາດນ້ອຍ-ໃຫຍ່ຫຼາຍແຫ່ງ. ໜຶ່ງໃນສະຖານທີ່ທີ່ມີຊື່ສຽງທີ່ສຸດກໍແມ່ນ ນໍ້າຕົກຕາດຟານ ເຊິ່ງເປັນນໍ້າຕົກຝາແຝດອັນຍິ່ງໃຫຍ່ທີ່ແມ່ນໍ້າທັງສອງສາຍໄຫຼຕົກຈາກໜ້າຜາສູງກວ່າ 100 ແມັດ ກາຍເປັນທັດສະນີຍະພາບອັນໂດດເດັ່ນຂອງພູພຽງແຫ່ງນີ້ ແລະ ປັດຈຸບັນນອກຈາກເປັນຈຸດຊົມວິວທີ່ງົດງາມແລ້ວ ຍັງເປັນສະຖານທີ່ທ່ອງທ່ຽວພະຈົນໄພທີ່ໄດ້ຮັບຄວາມນິຍົມ ໂດຍມີເສັ້ນທາງຊິບໄລນ໌ເນັ່ງຜ່ານຮ່ອມພູ ເຊິ່ງເປີດໂອກາດໃຫ້ນັກທ່ອງທ່ຽວສາມາດສໍາຜັດຄວາມຍິ່ງໃຫຍ່ອະລັງການຂອງນໍ້າຕົກຕາດໃນອີກມຸມໜຶ່ງ. ສ່ວນນໍ້າຕົກຕາດເຍືອງ ແລະ ຕາດຈໍາປີ ກໍເປັນທາງເລືອກໜຶ່ງທີ່ມອບບັນຍາກາດອັນງຽບສະຫງົບກວ່າ ແຖມດ້ວຍອ່າງນໍ້າທໍາມະຊາດທີ່ສາມາດລົງຫຼິ້ນນໍ້າໄດ້, ເນື່ອງຈາກນໍ້າຕົກຕາດແຕ່ລະແຫ່ງຕັ້ງຢູ່ຂ້ອນຂ້າງໃກ້ກັນ ຈຶ່ງເຮັດໃຫ້ສາມາດເດີນທາງທ່ອງທ່ຽວແບບໄປເຊົ້າ-ແລງກັບໄດ້ຢ່າງສະດວກສະບາຍ.

ນອກຈາກສວນກາເຟ ແລະ ຈຸດຊົມວິວອັນງົດງາມແລ້ວ, ພູພຽງບໍລະເວນຍັງເປັນສະຖານທີ່ຢູ່ອາໄສຂອງກຸ່ມຊົນເຜົ່າຫຼາຍກຸ່ມ ເປັນຕົ້ນແມ່ນ ຊົນເຜົ່າກະຕູ, ອາລັກ ແລະ ຕະໂອຍ, ເຊິ່ງວິຖີຊີວິດ ແລະ ວັດທະນະທໍາຂອງພວກເຂົາໄດ້ຫຼໍ່ຫຼອມໃຫ້ພື້ນທີ່ແຫ່ງນີ້ມີເອກະລັກບໍ່ຕ່າງຈາກຜົນຜະລິດດ້ານກະສິກໍາ. ປັດຈຸບັນມີເຮືອນພັກໂຮມສະເຕ ແລະ ເສັ້ນທາງຍ່າງປ່າ ທີ່ດໍາເນີນງານໂດຍຊຸມຊົນທ້ອງຖິ່ນ, ຊ່ວຍເປີດໂອກາດໃຫ້ນັກທ່ອງທ່ຽວສາມາດສໍາຜັດວິຖີຊີວິດຂອງປະຊາຊົນໄດ້ຢ່າງໃກ້ຊິດ ພ້ອມທັງຮຽນຮູ້ກ່ຽວກັບທໍາມະຊາດ ແລະ ປ່າໄມ້ອ້ອມຂ້າງ ດ້ວຍຈັງຫວະທີ່ຮຽບງ່າຍ ຕ່າງຈາກການເດີນທາງພຽງເພື່ອທ່ຽວຊົມນໍ້າຕົກຕາດແຕ່ລະແຫ່ງແບບໄປເຊົ້າ-ແລງກັບ.

ເມື່ອອົງປະກອບທັງໝົດມາລວມຕົວກັນ, ບໍ່ວ່າຈະເປັນສວນກາເຟ, ນໍ້າຕົກຕາດອັນງົດງາມ, ອາກາດເຢັນສະບາຍ ຫຼື ບັນດາບ້ານຊົນເຜົ່າຕ່າງໆ ເຮັດໃຫ້ພູພຽງບໍລະເວນກາຍເປັນຈຸດໝາຍປາຍທາງທີ່ເໝາະສົມຢ່າງຍິ່ງສໍາລັບຜູ້ທີ່ຕ້ອງການຫຼີກໜີຈາກອາກາດຮ້ອນເອົ້າທີ່ເຂດລຸ່ມແມ່ນໍ້າຂອງ. ນັກທ່ອງທ່ຽວສ່ວນໃຫຍ່ນິຍົມເດີນທາງຕາມເສັ້ນທາງວົງມົນອັນຄົດໂຄ້ງ ຜ່ານປາກຊ່ອງ, ຕາດເລາະ ແລະ ຕົວເມືອງຕ່າງໆອ້ອມຮອບ ໂດຍໃຊ້ເວລາປະມານ 3 ຫາ 5 ວັນ ເຊິ່ງສາມາດເດີນທາງດ້ວຍລົດຈັກ ຫຼື ລົດຍົນກໍໄດ້ ແລະ ເສັ້ນທາງສາຍນີ້ຈະພານັກທ່ອງທ່ຽວເດີນທາງຜ່ານສວນກາເຟ, ນໍ້າຕົກຕາດ ແລະ ບ້ານຊົນເຜົ່າຕ່າງໆຢ່າງຕໍ່ເນື່ອງ. ສາມາດເວົ້າໄດ້ວ່າ ພູພຽງບໍລະເວນຖືເປັນໜຶ່ງໃນພູພຽງສອງສາມແຫ່ງຂອງລາວ ບ່ອນເຊິ່ງພື້ນທີ່ສູງບໍ່ໄດ້ໝາຍເຖິງພູມມີປະເທດອັນງົດງາມພຽງຢ່າງດຽວເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງສະພາບພູມອາກາດ, ວິຖີຊີວິດ ແລະ ວັດທະນະທໍາທີ່ແຕກຕ່າງຈາກເຂດທົ່ງພຽງຢ່າງເຫັນໄດ້ຊັດເຈນ. 

ການເດີນທາງ:

ສາຍການບິນລາວໃຫ້ບໍລິການຖ້ຽວບິນໄປເມືອງປາກເຊເປັນປະຈໍາ ໂດຍມີປາຍທາງຈາກນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ.

 

 

Read More

Related Articles