Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, ອາຫານ

ນັ່ງຊິວໆທີ່ Ray’s Capitol Grille

posted by Thanouphet
Feb 4, 2020 2474 0 0
Share

ຮ້ານອາຫານທີ່ສູງທີ່ສຸດໃນນະຄອນຫລວງວຽງຈັນ.

ເທິງຊັ້ນສິບຂອງໂຮງແຮມ Capitol Residence ເປັນທີ່ຕັ້ງຂອງຮ້ານອາຫານທີ່ສູງທີ່ສຸດໃນເມືອງ ແລະ ຕອນນີ້ ອາຫານເຊົ້າໄດ້ພ້ອມເສີບໃຫ້ທ່ານແລ້ວ. ສຽງຂອງຕະຫລິວກັບກະທະກະທົບກັນເບົາໆ ແລະ ສຽງຂອງນມັນທອດເບຄອນກອບໆບວກກັບກິ່ນຫອມຫວານທີ່ປະສົມປະສານກັນລະຫວ່າງແພນເຄັກ ແລະ ກາເຟຮ້ອນໆໄດ້ພັດຜ່ານມາພ້ອມກັບສາຍລົມເບົາໆ. ກິ່ນຫອມທີ່ມາຈາກຫ້ອງຄົວຈະສ້າງຄວາມປະທັບໃຈບໍ່ໜ້ອຍໄປກວ່າວິວງາມໆທີ່ຢູ່ຕໍ່ໜ້າຂອງທ່ານຢ່າງແນ່ນອນ.

Ray’s Capitol Grille ເປັນຮ້ານອາຫານຂຶ້ນຊື່ຫລັກໆຂອງ Daniel Buchanan, ຊາຍທີ່ບໍ່ເຫລືອໃຜໃຫ້ເອົາຊະນະນອກຈາກຕົວລາວເອງ. Daniel ປະສົບຜົນສຳເລັດໃນການເປີດຮ້ານອາຫານສະໄຕລ໌ອາເມລິກາແບບດັ້ງເດີມໃນລາວໄດ້ ໃນເມືອງຫລວງນ້ອຍໆແຫ່ງນີ້.

Daniel ຕ້ອງການສະຖານທີ່ຕັ້ງຮ້ານອາຫານທີ່ສາມາດໃຫ້ປະສົບການການຮັບປະທານອາຫານສະໄຕລ໌ອາເມລິກາ, ແລະແນ່ນອນ ພ້ອມກັບທິວທັດທີ່ງົດງາມ, ເພື່ອໃຫ້ບໍລິການອາຫານເຊົ້າຕິດລະບຽງ ແລະ ບາຣ໌ກິນດື່ມຕອນແລງ. ອາຫານເຊົ້າທີ່ເປັນເອກະລັກຂອງຮ້ານໄດ້ແກ່ບລູເບີລີ້ແພນເຄັກເສີບພ້ອມກັບມາກສຄາໂປນຊີສ  ແລະ  ນໍ້າບລູເບີລີ້ເຊື່ອມເຮັດເອງ, ແລະ ໄຂ່ເບເນດິກ ກິນກັບແຊວມອນ ຫລື ແຮມຮົມຄວັນ. ນອກຈາກນັ້ນ, ຍັງມີອາຫານເຊົ້າແບບອາເມລິກາອີກຫລາກຫລາຍລາຍການເຊັ່ນ: ເວໂວສແຣນເຊໂຣ (huevos rancheros)ກິນກັບໄສ້ກອກໂຊຣິໂຊທີ່ເຮັດເອງຢູ່ຮ້ານ,  ຫລື  ສະເຕັກໝູຈືນແບບໄກ່ພ້ອມກັບຊອສຄຣີມສີຂາວແບບທາງໃຕ້ຂອງອາເມລິກາ. 

ຈຸດພິເສດອີກຢ່າງໜຶ່ງຂອງກໍຄືວິວທີ່ສາມາດເຫັນຕາເວັນຂຶ້ນແລະຕາເວັນຕົກດິນທີ່ລາລັບໄປກັບທິວທັດແມ່ນໍ້າຂອງໄດ້. ສຳລັບອາຫານແລງນັ້ນ, ທາງຮ້ານມີເມນູພິເສດໃຫ້ບໍລິການເຊັ່ນ: ເບີເກີທີ່ເປັນເມນູຂຶ້ນຊື່ຂອງ Daniel, ເຊີບແອນເທີບ(ສະເຕັກເສີບພ້ອມກັບອາຫານທະເລ), ສະຫລັດຜັກປອດສານຜິດທີ່ມີໃຫ້ທ່ານເລືອກຢ່າງຈຸໃຈ, ແລະ
ລາຍການອາຫານສະໄຕລ໌ເທັກຊັດ-ເມັກຊິກັນທີ່ຫລາກຫລາຍ.

ແຕ່ກ່ອນທີ່ຈະມາຮອດຈຸດນີ້ໄດ້ນັ້ນ Daniel ກໍຜ່ານຄວາມຍາກລຳບາກມາບໍ່ໜ້ອຍ. ກ່ອນທີ່ຈະມາອາໄສຢູ່ລາວ, Daniel ອາໄສຢູ່ບາງກອກມາກ່ອນ. Daniel ມັກ ແລະ ມີຄວາມປະທັບໃຈທຸກຄັ້ງທີ່ມາຢ້ຽມຢາມທ່ຽວຊົມລາວ. ຈົນທ້າຍທີ່ສຸດກໍໄດ້ຕັດສິນໃຈຍ້າຍມາອາໄສຢູ່ປະເທດລາວ ຫລັງຈາກທີ່ປະສົບກັບເຫດການນໍ້າຖ້ວມໃນປະເທດໄທ ໃນປີ 2010.

“ເຮືອນຂອງພວກເຮົາຖືກນຳ້ຖ້ວມ ແລະ ຈົມຢູ່ໃນນໍ້າມັນເປັນຊ່ວງເວລາທີ່ຍາກລຳບາກສຳລັບທຸກໆຄົນ ແລະ ພວກເຮົາມີແຕ່ຄິດວ່າເຮົາຕ້ອງລົງມືປ່ຽນແປງບາງຢ່າງ” ກ່າວໂດຍ Daniel.

ເມື່ອຍ້າຍມາຢູ່ປະເທດລາວ, ລາວກໍ່ສັງເກດເຫັນທັນທີເຖິງຊ່ອງວ່າງໃນຕະຫລາດຂອງທຸລະກິດຮ້ານອາຫານໃນລາວ ເຊິ່ງສ່ວນໃຫຍ່ຈະມີແຕ່ຮ້ານອາຫານແບບຝຣັ່ງເຕັມໄປໝົດ ແລະ ເມນູສ່ວນຫລາຍທີ່ພົບເຫັນແມ່ນ ພິດຊ່າ ແລະ ພາສຕ້າ. ມີພຽງຮ້ານສ່ວນໜ້ອຍທີ່ໃຫ້ການບໍລິການອາຫານແບບອາເມລິກັນແທ້ໆ. Daniel ເລີຍເລີ່ມເປີດຮ້ານນ້ອຍໆໃຈກາງເມືອງ ຂາຍແຮມເບີເກີ ແລະ ຊີສສະເຕັກ ໂດຍມີພັນລະຍາ ແລະ ລູກຂອງລາວຊ່ວຍແລະ ຜົນຕອບຮັບກໍຖືວ່າດີເກີນຄາດ.

“ຄຳແນະນຳປາກຕໍ່ປາກແຜ່ກະຈາຍໄປຢ່າງໄວວາ. ຂ້ອຍມີທັງບັນດາລູກຄ້າຄົນຕ່າງປະເທດທີ່ອາໄສໃນລາວ ທີ່ຢາກກິນອາຫານອາເມລິກາແບບດັ້ງເດີມ ແລະ ມີທັງເດັກນ້ອຍໄວໜຸ່ມລາວທີ່ຕ້ອງການລອງສິ່ງໃໝ່ໆ” ກ່າວໂດຍ Daniel. 

ປະຈຸບັນ, Danielເປັນເຈົ້າຂອງທຸລະກິດຮ້ານອາຫານທັງໝົດຫລາຍແຫ່ງ ລວມທັງໂຮງອາຫານຂອງໂຮງຮຽນແຫ່ງໜຶ່ງ ແລະ ມີພະນັກງານທັງໝົດ30 ຄົນ. ລາວເວົ້າວ່າ ພາລະກິດຂອງລາວແມ່ນເພື່ອຊ່ວຍສ້າງຄວາມເຂົ້າໃຈໃໝ່ໆໃນທຸລະກິດການບໍລິການໃນລາວໃຫ້ຫລາຍຂຶ້ນ, ໃຫ້ຄວາມຮູ້ແກ່ຜູ້ຄົນ ແລະ ຊ່ວຍໃຫ້ພວກເຂົາຮູ້ວ່າ ນີ້ກໍແມ່ນອີກໜຶ່ງທາງເລືອກສຳລັບການສ້າງອາຊີບໃນອະນາຄົດ. ລາວເອົາໃຈໃສ່ໃນການສະໜອງວຽກເຮັດງານທຳໃຫ້ກັບແມ່ຍິງລາວຜູ້ດ້ອຍໂອກາດໃນເຂດຊົນນະບົດ. ລາວໄດ້ສາງເສັ້ນທາງເພື່ອໃຫ້ພວກເຂົາໄດ້ເຕີບໂຕໂດຍເລີ່ມຈາກການເຮັດວຽກເປັນພໍ່ຄົວແມ່ຄົວ ຫລື ພະນັກງານເສີບຈົນກ້າວໄປເປັນຜູ້ຈັດການຮ້ານອາຫານ.

ເຖິງແມ່ນວ່າລາວຈະປະສົບຜົນສຳເລັດແລ້ວກໍ່ຕາມ, Daniel ຍັງບໍ່ພ້ອມທີ່ຈະວາງມືຈາກການເຮັດອາຫານເທື່ອ. ລາວມີແຜນການສ້າງທຸລະກິດໃໝ່ທີ່ກຳລັງດຳເນີນການຢູ່ ເຊິ່ງໝັ້ນໃຈໄດ້ເລີຍວ່າສິ່ງໃດກໍ່ຕາມທີ່  Daniel ກຳລັງຈະເຮັດນັ້ນ ເປັນແນວຄິດທີ່ແຊບສຸດໆແນ່ນອນ.

 

ຂໍ້ມູນເພີ່ມເຕີມ 

ຮ້ານ Ray’s Capitol Grille ຕັ້ງຢູ່ເທິງຊັ້ນ10 ຂອງໂຮງແຮມ Capitol Residence ແລະ ເປີດໃຫ້ບໍລິການອາຫານເຊົ້າ ແລະ ບຣັນສ ຕັ້ງແຕ່ 7 ຫາ14 ໂມງໃນວັນທ້າຍອາທິດ (ເສົາ-ອາທິດ) ແລະ ໃນ ຕອນແລງແມ່ນຈະໃຫ້ບໍລິການ ທາປາສ, ຄອກເທວ ແລະ ອາຫານຄໍ່າເຊິ່ງໄດ້ແກ່ເມນູເບີເກີ, ສະຫລັດຜັກປອດສານພິດ ແລະ ສະເຕັກທີ່ຫລາກຫລາຍໃຫ້ເລືອກ. ນອກນີ້, ທາງຮ້ານຍັງມີພຶ້ນທີ່ສຳລັບຈັດງານລ້ຽງສ່ວນຕົວ ແລະ ມີບາຣ໌ເທັນເດີມືອາຊີບໄວ້ໃຫ້ບໍລິການ.

 

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ ພູນຊັບ ເທວົງສາ

foodRay's Capitol GrilleRestaurant
Share

Previous

Southern Hospitality

Next

[:en]The Lao Conservation Trust for Wildlife[:la]ອະນຸລັກສັດປ່າແຫ່ງຊາດລາວ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ຂົວເຊື່ອມຕໍ່ບັນດາປະເທດ, ການສ້າງຝັນຮ່ວມກັນ
  • ຖ້ຳເລິກຜາຊັນ
  • ກ້າວໄປເທື່ອລະກ້າວສູ່ລາວຍືນຍາວ
  • ຊ່ວຍສັດປ່າເທົ່າກັບຊ່ວຍຊີວິດຂອງພວກເຮົາ
  • ຍິນດີຕ້ອນຮັບກັບຄືນສູ່ປະເທດລາວ!

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Save Wildlife
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ອາຫານ, New
Sep 4, 2020

ອາຫານລາວ – ອາຫານເພື່ອສຸຂະພາບ

ວິຖີການກິນຂອງບ້ານເຮົາຍັງຕິດພັນກັບທຳມະຊາດ, ອາຫານທົ່ວທຸກພາກແມ່ນນຳໃຊ້ຜັກຫຼາກຫຼາຍຊະນິດຕາມລະດູການ, ລວມທັງສະໝຸນໄພພື້ນບ້ານ...

Read More
1 0
ທຸລະກິດ, New
Nov 5, 2018

ແຕ່ງແຕ້ມຄວາມຝັນເທິງຜຶນຜ້າ

ຈາກການເຕີບໂຕໂດຍເຫັນການຕໍ່າຫູກທໍຜ້າໃນເຮືອນແຕ່ນ້ອຍເຮັດໃຫ້ ມາລາທິບ ແພງສຸວັນ...

Read More
1 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top