ຜ່ອນກາຍຄາຍໃຈທີ່ ອາ​ວາ​ນີ + ຫຼວງພະບາງ

Author:

Category:

spot_img

ສະຖານທີ່ທີ່ລວມທຸກຄວາມງາມຂອງຫລວງພະບາງພຽງແຕ່ໜຶ່ງກ້າວຍ່າງ

ສະຖານທີ່ແຫ່ງນີ້ເຄີຍເປັນສຳ​ນັກ​ງານ​ຣາ​ຊະ​ການຂອງຝຣັ່ງໃນສະໄໝກ່ອນ, ຈົນມາຮອດປະຈຸບັນ, ສະຖານທີ່ແຫ່ງນີ້ໄດ້ຖືກປ່ຽນຜ່ານ, ປັບປຸງ, ບູລະນະຈົນກາຍເປັນໂຮງແຮມ ອາ​ວາ​ນີ ພ​ລັ​ສ.

ຫລວງພະບາງໃນຕອນນີ້. ໂຮງແຮມແຫ່ງນີ້ຕັ້ງຢູ່ຫົວມຸມຂອງຕົວເມືອງຫລວງພະບາງ, ຢູ່ກົງກັນຂ້າມກັບຕະຫລາດກາງຄືນ ແລະ ຫ້ອງການທ່ອງທ່ຽວຫລວງ​ພະ​ບາງ, ໃຊ້ເວລາປະມານ3 ນາທີ ໄປຫາແຄມແມ່ນໍ້າຂອງ. ແຂກທີ່ມາພັກຢູ່ໂຮງແຮມ ອາ​ວາ​ນີ ພ​ລັ​ສ ຈະມີຄວາມສຸກທີ່ໄດ້ພັກຢູ່ໃຈກາງເມືອງຫລວງພະບາງ ເຊິ່ງເປັນຈຸດເດັ່ນ​ທີ່ສວຍ​ງາມຂອງແຂວງຫລວງພະບາງ ທີ່ສາມາດຍ່າງເລາະໄດ້ ພ້ອມທັງມີບາຣ໌ ແ​ລະ ຮ້ານອາຫານທີ່ດີທີ່ສຸດຢູ່ໃກ້ໆ ​ກັບໂຮງແຮມ.

ໂຮງແຮມດັ່ງກ່າວຕົບແຕ່ງແບບສະ​ໄຕລ໌​ຄລາ​ສ​ສິກ​ຮ່ວມ​ສະ​ໄໝ ດ້ວຍ​ໂທນສີເທົາອ່ອນ, ສີນໍ້າຕານມົ່ນ ແລະ ສີຂາວງາຊ້າງ— ຈຸດເດັ່ນຂອງໂຮງແຮມແຫ່ງນີ້ ກໍ​ຄື​ຜູ້​ມາ​ພັກ​ຈະ​ໄດ້ຄວາມຮູ້ສຶກທີ່ຜ່ອນຄາຍ,ຫ້ອງພັກທຸກຫ້ອງແມ່ນ​ອ້ອ​ມ​ຮອບສະລອຍນໍ້າທີ່ຢູ່ໃຈກາງໂຮງແຮມ, ​ມີຕົ້ນປາມ ແລະ ສວນ​ດອກ​ໄມ້ທີ່ຊ່ວຍໃຫ້ບັນຍາກາດສົດຊື່ນ ເຊິ່ງການ​ຕົບ​ແຕ່ງ​ດັ່ງ​ກ່າວຈະຊ່ວຍເກັບສຽງ​ການສັນຈອນຕາມ​ຖະ​ໜົນຫົນທາງໃນຕົວເມືອງ​ໄດ້​ດີ.

ຫ້ອງພັກທັງ​ໝົດ 53 ຫ້ອງຂອງອາ​ວາ​ນີ ພ​ລັ​ສ ມີບັນຍາກາດທີ່ຮຽບງ່າຍດ້ວຍ​ໂທນສີທຳມະຊາດເຊັ່ນ: ສີລີນິນຂາວ, ​ຕົບ​ແຕ່ງ​ດ້ວຍເຟີນີເຈີໄມ້, ພື້ນໄມ້ສັກ, ບວກກັບ ມີອ່າງລ້າງຫນ້າ, ຫ້ອງອາບນໍ້າ ແລະ ຫ້ອງນໍ້າ​ແບບແຍກ ທີ່​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ສະ​ດວກ​ສະ​ບາຍ. ໂຮງແຮມແຫ່ງນີ້​ຍັງ​ໄດ້ຈັດອາຫານວ່າງໄວ້ ເກືອບຕະຫລອດເວລາ​​ເຊັ່ນ ຄຸກກີ້ ແລະ ກ້ວຍຈືນ ເພື່ອບໍ​ລິ​ການ​ແຂກ ຫລັງຈາກທີ່​ແຂກ​ອິດ​ເມື່ອຍ​ຈາກ​ການໄປເລາະຕະຫລາດກາງ​ຄືນເພື່ອຫາຊື້ເຄື່ອງຫັດຖະກຳ ແລະ ຂອງຕ້ອນຂອງຝາກອີກດ້ວຍ.

ຖ້າທ່ານຍັງບໍ່ທັນຮູ້ສຶກຜ່ອນຄາຍພໍ, ທ່ານຍັງສາມາດຈອງຫ້ອງສະປາ ແລະ ມ່ວນຊື່ນໄປກັບການຮຽນໂຢຄະໃນວັນອາທິດທີ່ທາງໂຮງແຮມໄດ້ຈັດໄວ້ອີກ​ດ້ວຍ.

 

ວິທີການເດີນທາງ:

ທ່ານສາມາດເດີນທາງດ້ວຍສາຍການບິນລາວ ​ເຊິ່ງ​ມີ​ຖ້ຽວ​ບິນຈາກບາງກອກ,

ນະຄອນຫລວງວຽງຈັນ, ຮ່າໂນ້ຍ, ສຽມຣຽບ ແລະ ຊຽງໃໝ່ ໄປຫລວງພະບາງທຸກມື້.

ສອບຖາມຈອງທີ່ພັກໄດ້ທີ່ເວັບໄຊ້:avanihotels.com/en/luang-prabang.

 

 

 

ຂຽນໂດຍ Claire Boobbyer

ຮູບໂດຍ Avani+ Luang Prabang

ແປ ແລະ ຮຽບຮຽງໂດຍ: ວິໄລສອນ ເຫລື້ອງ

Read More

Related Articles