ອະນາຄົດໃໝ່ທີ່ມອບໃຫ້ແກ່ມໍລະດົກອັນເກົ່າແກ່

Author:

Category:

spot_img

ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ຊ່ວຍອະນຸລັກຮັກສາທົ່ງໄຫຫີນ

ໃນສາຍພູທີ່ປົກຄຸມດ້ວຍເມກໝອກທາງທິດຕາເວັນອອກສຽງເໜືອປະເທດລາວ ແມ່ນຈະມີພູພຽງທີ່ມີອາກາດແຫ້ງແລ້ງ ແລະ ເຢືອກເຢັນ ແຕກຕ່າງຈາກບ່ອນອື່ນໆໃນປະເທດ. ບໍ່ພຽງແຕ່ສະພາບອາກາດເທົ່ານັ້ນທີ່ເປັນລັກສະນະພິເສດສະເພາະຂອງແຂວງຊຽງຂວາງ; ແຂວງດັ່ງກ່າວຍັງເປັນທີ່ຕັ້ງຂອງທົ່ງໄຫຫີນອັນລຶກລັບ ທີ່ຖືກສ້າງຂຶ້ນໂດຍອາລິຍະທໍາບູຮານເພື່ອເປົ້າໝາຍທີ່ບໍ່ທັນຄົ້ນພົບເທື່ອ.

ຈາກການສຶກສາຄັ້ງທໍາອິດໂດຍ ມາເດເລນ ໂຄລານີ(Madeleine Colani) ໃນຊຸມປີ 1930 ສະຫຼຸບໄດ້ວ່າຕົ້ນກໍາເນີດຂອງໄຫຫີນຍັງເປັນຄວາມລຶກລັບຢູ່. ໄຫຫີນກະແຈກກະຈາຍຢູ່ທົ່ວບໍລິເວນຫຼາຍບ່ອນ ເຊິ່ງມີຂະໜາດ ແລະ ຮູບຮ່າງທີ່ແຕກຕ່າງກັນໄປ ຈາກຄວາມກວ້າງ 1 ແມັດຫາ 3 ແມັດທີ່ມີຂະໜາດໃຫຍ່. ພູເກັງທີ່ຢູ່ໃກ້ຄຽງນັ້ນຄ້າຍຄືວ່າເປັນບ່ອນຂຸດຄົ້ນໄຫຫີນເກືອບທັງໝົດ, ແຕ່ໄຫຫີນເຫຼົ່ານີ້ໄດ້ຖືກແກະສະຫຼັກ ແລະ ຂົນສົ່ງເປັນໄລຍະ 10-20 ກິໂລແມັດມາຮອດຈຸດທີ່ຕັ້ງປະຈຸບັນນີ້ໄດ້ແນວໃດ? ໄປຢ້ຽມຢາມແຂວງຊຽງຂວາງ ແລະ ສະຫຼຸບດ້ວຍຕົນເອງ.

ເຖິງວ່າໃນປີ 2019, ທົ່ງໄຫຫີນຈະໄດ້ຮັບການສະຖາປະນາ ແລະ ປົກປັກຮັກສາໃຫ້ເປັນມໍລະດົກໂລກໂດຍອົງການ UNESCO, ແຕ່ຍ້ອນຜ່ານສົງຄາມມາຫຼາຍສິບປີລວມເຖິງຜົນກະທົບຈາກການປ່ຽນແປງເຊາະເຈື່ອນຂອງຜືນດິນນັບຫຼາຍສັດຕະວັດ ຈຶ່ງສົ່ງຜົນໃຫ້ເກີດມີການເສື່ອມໂຊມຂອງພື້ນທີ່ດັ່ງກ່າວຂຶ້ນ. ແຕ່ໂຊກດີທີ່ໄດ້ມີການສະໜັບສະໜູນຈາກ ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ທີ່ຍື່ນມືເຂົ້າມາຊ່ວຍອະນຸລັກຮັກສາພື້ນທີ່ສໍາຄັນແຫ່ງນີ້ໄວ້ໃຫ້ຄົນລຸ້ນຫຼັງ.

ໃນການຢ້ຽມຢາມທົ່ງໄຫຫີນໃນຄັ້ງນີ້, ທ່ານ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ໄດ້ປະກາດມອບທຶນຊ່ວຍເຫຼືອຈໍານວນ 129,000 ໂດລາສະຫະລັດ ຢ່າງເປັນທາງການໃນພິທີດັ່ງກ່າວ ເຊິ່ງຮັບກຽດເຂົ້າຮ່ວມໂດຍ ທ່ານ ສິວິໄລ ແສງຈະເລີນ, ຮອງເຈົ້າແຂວງຊຽງຂວາງ ແລະ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍ ຜູ້ຕາງໜ້າ ຈາກກະຊວງການຕ່າງປະເທດ ແລະ ພາກສ່ວນອື່ນໆກ່ຽວຂ້ອງ.

“ຂ້າພະເຈົ້າມີຄວາມຮູ້ສຶກດີໃຈທີ່ສຸດ ທີ່ໄດ້ເປັນສ່ວນໜຶ່ງໃນການສືບຕໍ່ປົກປັກຮັກສາແຫຼ່ງວັດທະນະທໍາ ທາງດ້ານປະຫວັດສາດ ທີ່ໜ້າປະທັບໃຈນີ້,” ກ່າວໂດຍ ທ່ານ ທູດ ປີເຕີ ເຮມ໋ອນ. “ໄຫຫີນໃຫຍ່ນີ້ເປັນສິ່ງທີ່ອ້າງອີງເຖິງຮີດຄອງປະເພນີ ຂອງ ສປປ ລາວ ເຊິ່ງນັບຫວນຄືນຫຼັງຫຼາຍພັນປີ. ໃນຂະນະທີ່ພວກເຮົາພວມສະເຫຼີມສະຫຼອງ ຄົບຮອບ 5 ປີ ສາຍພົວພັນແບບກວມລວມ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ ແລະ ການສະເຫຼີມສະຫຼອງ ຄົບຮອບ 20 ປີ ຂອງ ໂຄງການ AFCP ໃນ ສປປ ລາວ, ພວກເຮົາມີຄວາມໝາຍໝັ້ນທີ່ຈະເຮັດວຽກຮ່ວມກັບ ປະຊາຊົນ ແລະ ລັດຖະບານ ສປປ ລາວ ໃນທຸກດ້ານໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ ແລະ ສັງຄົມ.”

ໂຄງການ AFCP ທີ່ທົ່ງໄຫຫີນນີ້ແມ່ນມີສາມອົງປະກອບຫຼັກ ຄື: ການສ້າງຖານຂໍ້ມູນໄຫຫີນ ແລະ ລະບົບ GIS ເພື່ອຮັກສາບັນຊີລາຍຊື່ໄຫຫີນ ແລະ ແຫຼ່ງໄຫຫີນ, ການອະນລັກຮັກສາ ແລະ ບູລະນະຄຸ້ມຄອງໄຫຫີນ ທີ່ມີຄວາມເສຍຫາຍ. ນອກນັ້ນ ຍັງຈະໄດ້ມີການສ້າງຄວາມອາດສາມາດໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ຫ້ອງການມໍລະດົກໂລກທີ່ຮັບຜິດຊອບໃນເຂດມໍລະດົກແຫ່ງນີ້.

ດ້ວຍການສະໜັບສະໜູນ ແລະ ການປົກປັກຮັກສາດັ່ງກ່າວ, ສະຖານທີ່ທາງບູຮານຄະດີເຫຼົ່ານີ້ຈະບໍ່ຖືກສູນຫາຍໄປຍ້ອນສະພາບແວດລ້ອມທາງທໍາມະຊາດ ຫຼື ກາລະເວລາ. ຄົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດຈະສາມາດໄປຢ້ຽມຊົມພູພຽງອັນເປັນຕໍານານເລົ່າຂານເພື່ອເບິ່ງທົ່ງໄຫຫີນແຫ່ງນີ້ໄດ້ ແລະ ບໍ່ແນ່ທ່ານອາດຈະສາມາດເຜີຍຄວາມລັບຂອງຕົ້ນກໍາເນີດ ແລະ ຄວາມໝາຍຂອງໄຫຫີນນີ້ໄດ້.

ຂໍ້ມູນເພີ່ມເຕີມ:

ປີນີ້ເປັນປີແຫ່ງການສະເຫຼີມສະຫຼອງ ຄົບຮອບ 20 ປີ ຂອງໂຄງການ AFCP ໃນທົ່ວໂລກກໍ່ຄືໃນ ສປປ ລາວ. ທຶນທ່ານເອກອັກຄະລັດຖະທູດ ໄດ້ໃຫ້ການສົ່ງເສີມສະໜັບສະໜູນໂຄງການຕ່າງໆໃນທົ່ວໂລກເພື່ອອະນຸລັກຮັກສາຄວາມຫຼາກຫຼາຍ ຂອງມໍລະດົກທາງວັດທະນະທຳແຫ່ງຊາດໃນຫຼາຍຂອບເຂດ, ໃນບັນດາປະເທດທີ່ດ້ອຍພັດທະນາເຊິ່ງລວມມີ ການປົກປັກຮັກສາ ຕຶກອາຄານທາງດ້ານປະຫວັດສາດ, ແຫຼ່ງບູຮານຄະດີ, ວັດຖຸທາງວັດທະນະທຳຂອງຊົນເຜົ່າ, ຮູບແຕ້ມ, ໜັງສືໃບລານ, ພາສາພື້ນເມືອງດັ້ງເດີມ ແລະ ສິ່ງສະແດງອອກທາງດ້ານວັດທະນະທໍາຮີດຄອງປະເພນີໃນຮູບແບບຕ່າໆ.

ວິທີເດີນທາງໄປ:
ສາຍການບິນລາວ ມີຖ້ຽວບິນເປັນປະຈໍາ ທີ່ເດີນທາງຈາກ ນະຄອນຫຼວງວຽງຈັນ ໄປ ແຂວງຊຽງຂວາງ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ສະຖານທູດ ສະຫະລັດອາ​ເມ​ລິ​ກາ ປະ​ຈຳ ສປປ ລາວ ແລະ ພູນຊັບ ເທວົງສາ

Read More

Related Articles