ຫ້ອງພັກທີ່ມາພ້ອມກັບທິທັດຕະການຕາ

Author:

Category:

spot_img

ເມື່ອລົດຂອງຂ້ອຍຂີ່ຂຶ້ນເນີນພູໄປຍັງສະຖານທີ່ທີ່ເອີ້ນວ່າພູວ່າວ,ຂ້ອຍໄດ້ເດີນທາງມາເຖິງໂຮງແຮມທີ່ມີສະເໜ່ທີ່ສຸດໃນຫຼວງພະບາງ ຫຼື ໃນລາວເລີຍກໍ່ວ່າໄດ້. ການເຊັກອິນເຂົ້າພັກຢູ່ສະຖານທີ່ທີ່ເປັນດັ່ງວິຫານແຫ່ງຄວາມສະຫງົບສຸກ ແລະ ສະດວກສະບາຍຢ່າງຫຼູຫຼາແຫ່ງນີ້ ໄດ້ມອບຄວາມຮູ້ສຶກທີ່ປຽບສະເໝືອນດັ່ງກັບການກັບມາຮອດເຮືອນຂອງຕົນ.

ພໍແຕ່ລົງຈາກລົດ,ຂ້ອຍສັງເກດເຫັນໄດ້ໃນທັນທີເລີຍວ່າສະຖານທີ່ດັ່ງກ່າວມີມາດຕະຖານການໃຫ້ບໍລິການທີ່ດີຫຼາຍ. ບໍ່ທັນຮອດປະຕູູໂຮງແຮມ ພະນັກງານຕ້ອນຮັບກໍ່ໄດ້ເຂົ້າມາຊ່ວຍຈັດການຖືກະເປົາໃຫ້ຂ້ອຍແລ້ວ ພ້ອມທັງພາໄປທີ່ຈຸດທໍາຄວາມສະອາດມື, ກວດອຸນຫະພູມອັດຕະໂນມັດແລ້ວໄປທີ່ບາກາງແຈ້ງເພື່ອລໍຖ້າການເຊັກອິນ.

ໃນລະຫວ່າງທີ່ນັ່ງຖ້າຢ່າງສະບາຍຢູ່ເທິງໂຊຟາຕັ່ງຫວາຍທີ່ມີເບາະອ່ອນນຸ້ມທີ່ເຮັດຈາກຝ້າຍໃນທ້ອງຖິ່ນເຂດນັ້ນ, ສາຍຕາຂອງຂ້ອຍຖືກດຶງດູດໃຫ້ແນມໄປທີ່ສອງສິ່ງພ້ອມໆກັນ ກໍ່ຄືບາເຄື່ອງດື່ມແບບຈັດເຕັມໄວ້ໃຫ້ບໍລິການແບບທີ່ວ່າຕ້ອງຖືກໃຈ ທ່ານ ເອີເນສ ເຮມມິງເວ ນັກຂຽນຊື່ດັງຊາວອາເມລິກາທີ່ຫຼົງໄຫຼໃນການດື່ມຢ່າງແນ່ນອນ ແລະ ສະລອຍນໍ້າບໍ່ມີຂອບທີ່ສາມາດແນມເຫັນວິວສີທອງຄໍາຂອງພະທາດພູສີ ທີ່ຕັ້ງຢູ່ເທິງພູໃຈກາງເມືອງຫຼວງພະບາງ ເບິ່ງແລ້ວລະສາຍຕາຈາກໂຕໃດກໍ່ບໍ່ໄດ້ເລີຍ.

ໂຮງແຮມດັ່ງກ່າວມີຫ້ອງພັກ 34 ຫ້ອງທີ່ສວຍງາມຕົບແຕ່ງດ້ວຍແຜ່ນແພລາວ, ພື້ນໄມ້ດູ່, ສິ່ງອຳນວຍຄວາມສະດວກທີ່ທັນສະໄໝ ແລະ ລະບຽງຫ້ອງທີ່ໃຫ້ຄວາມຮູ້ສຶກສະຫງົບສຸກ ລົງໂຕໄປກັບຕຽງທີ່ສາມາດນອນແຊ່ຢູ່ໝົດມື້ ເພື່ອເບິ່ງຕົວເມືອງທີ່ໄດ້ຮັບການປົກປັກຮັກສາຈາກອົງການ UNESCO. ຂ້ອຍໄດ້ເລືອກຫ້ອງຕາມທີ່ຖືກແນະນໍາມາວ່າໃຫ້ຈອງ ຫ້ອງເມົາເທັ້ນ ພູລ ວິວ ຈູເນຍ ຊູຫວີດ ທີ່ມີວິວທິວທັດຕະການຕາສາມາດເຫັນທັງສະລອຍນໍ້າ ແລະ ພະທາດພູສີໄປພ້ອມໆກັນຢ່າງບໍ່ໜ້າເຊື່ອ.

ເຖິງວ່ານໍ້າຈະເຢັນ, ແຕ່ສຸດທ້າຍຂ້ອຍກໍ່ຕັດສິນໃຈລົງໄປຫຼ້ນສະນໍ້າທີ່ບໍ່ມີຂອບທີ່ມີສີສັນສວຍງາມດັ່ງກັບຂົນນົກຍູງ, ໃນຂະນະດຽວກັນນັ້ນ ພະນັກງານປະຈໍາສະໄດ້ເອົາຜ້າເຊັດໂຕ ແລະ ເຄື່ອງດື່ມເຢັນໆມາບໍລິການໃຫ້ຂ້ອຍຢ່າງວ່ອງໄວ. ໂຮງແຮມແຫ່ງນີ້ມີທິວທັດສວຍງາມ, ມີການຈັດການວາງແຜນເປັນຢ່າງດີ ແລະ ມີຄວາມຫຼູຫຼາໃນໂຕໂດຍທີ່ບໍ່ຕ້ອງພະຍາຍາມອວດອ້າງອັນເປັນເອກະລັກສະເພາະອີ່ຫຼີ.

ດອກໄມ້ ແລະ ຕົ້ນໄມ້ທີ່ໂດດເດັ່ນລຽນກັນໄປຕາມທາງຍ່າງບົດບັງບັນດາຕຶກອາຄານໄວ້ໃຫ້ຄວາມເປັນສ່ວນຕົວ ຈົນຂ້ອຍເກືອບລືມໄປວ່າມີຄົນອື່ນພັກຢູ່ບ່ອນນີ້ເຊັ່ນກັນ. ຢູ່ສວນດອກໄມ້ໃກ້ກັບບາຣ໌ເຄື່ອງດື່ມກໍ່ຍັງມີຈຸດສໍາລັບເຕົ້າໂຮມສັງສັນໃກ້ກອງໄຟໄວ້ໃຫ້ນໍາໃຊ້ໃນຕອນຄໍ່າ ເຊິ່ງເໝາະສຳລັບດື່ມດໍ່າບັນຍາກາດ ຄືນລະດູໜາວທີ່ອາກາດເຢັນໆ ຄຽງຄູ່ກັບການແລກປ່ຽນເລື່ອງລາວກັບນັກທ່ອງທ່ຽວຄົນອື່ນທີ່ໄດ້ເຂົ້າມາພັກໃນສະຖານທີ່ອັນພິເສດນີ້. ຢູ່ອີກສ່ວນໜຶ່ງຂອງພື້ນທີ່ສວນດອກໄມ້, ພະນັກງານເສີບຫຼາຍຄົນໄດ້ພາກັນຈັດສັນໂຕະອາຫານຄໍ່າສຸດພິເສດໃຕ້ແສງທຽນ 500 ເຫຼັ້ມອັນມີຊື່ສຽງຂອງໂຮງແຮມແກ່ຄູ່ແຕ່ງງານໃໝ່ທີ່ ເດີນທາງມາຮັນນີມູນທີ່ປະເທດລາວ. ເພີດເພີນໄປກັບການຮັບປະທານອາຫານທີ່ແຊບຊ້ອຍພາຍໃຕ້ດວງດາວ ປະກອບກັບຄວາມສະຫວ່າງສະໄຫວຂອງແສງທຽນໄດ້ສ້າງປະສົບການອັນແສນໂຣແມນຕິກຢ່າງແທ້ຈິງທີ່ຫາບ່ອນອື່ນບໍ່ໄດ້ອີກແລ້ວ.

ຂ້ອຍໄດ້ດາວໂຫຼດແອັບຂອງ ໂຮງແຮມ ເບວມອງ ຕາມຄໍາແນະນໍາຂອງພະນັກງານໂຮງແຮມໃສ່ໃນໂທລະສັບຂອງຂ້ອຍ. ແອັບດັ່ງກ່າວເປັນດັ່ງຂຸມຊັບຂອງຂໍ້ມູນຂ່າວສານ ແລະ ຟັງຊັ້ນການເຮັດວຽກທີ່ຫຼາກຫຼາຍ. ຂ້ອຍສາມາດຈອງເວລານວດສະປາ, ສົນທະນາກັບພະນັກງານຕ້ອນຮັບ, ຈອງທົວ ຫຼື ສັ່ງອາຫານມາກິນຢູ່ຫ້ອງຜ່ານແອັບນີ້ໄດ້. ແອັບດັ່ງກ່າວເປັນຜູ້ນໍາດ້ານການໃຫ້ບໍລິການໂຮງແຮມໃນລາວຢ່າງແທ້ຈິງ.

ຫຼວງພະບາງ ເປັນໜຶ່ງໃນສະຖານທີ່ທີ່ດີທີ່ສຸດຂອງໂລກໃນການພັກຜ່ອນ ແລະ ມາພັກຜ່ອນສະບາຍໆແບບບໍ່ເຮັດຫຍັງເລີຍ. ແຕ່ເມື່ອຄວາມກະຕືລືລົ້ນໃນການເລາະຫຼິ້ນບັງເກີດຂຶ້ນ, ໂຮງແຮມແຫ່ງນີ້ກໍ່ມີປະສົບການທີ່ສົມບູນແບບໃຫ້ທ່ານໄດ້ລອງສໍາຜັດ.

ທ່ານອາດຈະເພີດເພີນໄປກັບການຄົ້ນຫາສູດລັບຂອງອາຫານລາວ ແລະ ຮຽນຮູ້ວິທີການປຸງແຕ່ງພາຍໃຕ້ການສິດສອນນໍາພາຂອງພໍ່ຄົວຜູ້ຊໍານິຊໍານານ ຫຼື ຖ້າທ່ານຢາກທ່ອງທ່ຽວແບບຊ້າໆໄປຕາມຈັງຫວະທີ່ທ່ານມັກ, ການລ່ອງເຮືອຍາມຕາເວັນຕົກດິນທີ່ຜ່ອນຄາຍຈະເຮັດໃຫ້ທ່ານສາມາດຊື່ນຊົມໄປກັບຄວາມສຸກທີ່ງຽບສະຫງົບຂອງແມ່ນໍ້າຂອງ. ແລ້ວໃນຂະນະທີ່ທ້ອງຟ້າປ່ຽນສີ ຈາກສີຟ້າສົດໃສມາເປັນສີແດງດັ່ງແປວໄຟໃນຍາມແລງຄ້ອຍຄໍ່າ, ຂ້ອຍກໍ່ຄິດພິຈາລະນາຢູ່ວ່າ ຂ້ອຍຈະຕັດສິນໃຈຢູ່ບ່ອນນີ້ຕະຫຼອດຊີວິດດີບ.

ເບວມອງ ພິສູດໃຫ້ເຫັນວ່າເປັນໂຮງແຮມທີ່ຂຶ້ນຊື່ຕະຫຼອດການຂອງຫຼວງພະບາງ

ຂໍ້ມູນເພີ່ມເຕີມ:
ສໍາລັບການຈອງປີ້ ແລະ ຊອກຫາຂໍ້ມູນເພີ່ມເຕີມໄດ້ທີ່ belmond.com.

ວິທີເດີນທາງໄປ:
ການບິນລາວ ມີຖ້ຽວບິນປະຈໍາຈາກ ນະຄອນຫຼວງວຽງຈັນ ໄປຫາ ຫຼວງພະບາງ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ເບວມອງ ລາ ເຣເຊດອງສ໌ ພູວ່າວ

Read More

Related Articles