ຕົວແທນຈຳໜ່າຍ ສິນຄ້າ Apple ຢ່າງເປັນທາງການ ໃນລາວ

Author:

Category:

spot_img

ຖ້າໃຫ້ເວົ້າເຖິງສັນຍະລັກທາງການຕະຫຼາດທີ່ໂດດເດັ່ນແລ້ວ, ຄົງຈະບໍ່ມີໃຜບໍ່ຮູ້ຈັກຍີ່ຫໍ້ Apple (ແອັບເປິ້ນ) ກັບຮູບກາໝາກແອັບເປິ້ນທີ່ຖືກ ກັດໄປສ່ວນໜຶ່ງ, ແນມເບິ່ງປຸ໋ບກໍ່ຮູ້ປັ໋ບ ເລີຍວ່າແມ່ນ ຍີ່ຫໍ້ Apple. ສຳລັບຜູ້ທີ່ກຳລັງຊອກຫາຜະລິດຕະພັນແອັບເປິ້ນມາຄອບຄອງ, ສິ່ງທຳອິດທີ່ຄຳນຶງເຖິງແມ່ນ ຈະຊື້ຢູ່ໃສຈຶ່ງຈະໄດ້ຂອງແທ້ ແລະໃນກໍລະນີເປ່ເພ ຈະເອົາໄປແປງ ຫຼື ປ່ຽນໄດ້ຢູ່ໃສ?

ຮ້ານຄ້າຫຼາຍແຫ່ງໃນວຽງຈັນຕ່າງກໍ່ມີກາໝາຍ ແອັບເປິ້ນ ຕິດຢູ່, ແຕ່ສ່ວນຫຼາຍຈະຂາຍເຄື່ອງທີ່ນຳ ເຂົ້າມາແຕ່ໄທ ຫຼືຮັບຕໍ່ມາຈາກພໍ່ຄ້າຄົນກາງ, ເຊິ່ງລ້ວນ ແລ້ວແຕ່ບໍ່ມີ ບໍລິການຫຼັງການ ຂາຍຈາກບໍລິສັດ Apple.

ປັດຈຸບັນຕົວແທນຈຳໜ່າຍຢ່າງເປັນທາງການຂອງແອັບເປິ້ນໃນລາວມີພຽງ ບໍລິສັດ LTH, ທີ່ເປັນ ຕົວແທນຈຳໜ່າຍ Samsung, Nokia, Toshiba, Phillips ແລະອືື່ນໆ. ແຕ່ການເຈລະຈາຂໍເປັນ ຕົວແທນຈຳໜ່າຍຜະລິດຕະພັນແອັບເປິ້ນ ບໍ່ແມ່ນເລື່ອງງ່າຍເລີຍ ຄາຣິນ ພຣິນສິດທິຣັດ ທາຍາດ ບໍລິສັດຍັກໃຫຍ່ ໃນວົງການເອເລັກໂທຣນິກລາວ ກ່າວ.

ຄາຣິນ ພຣິນສິດທິຣັດ

ຄາຣິນເກີດຢູ່ປະເທດຝຣັ່ງ ກ່ອນຈະຕິດຕາມພໍ່ແມ່ກັບມາລາວຕອນອາຍຸ 15 ປີ. ຫຼັງຈາກຈົບການສຶກສາດ້ານ ບໍລິຫານທຸລະກິດສາກົນ ທີ່ປະເທດໄທ ກໍ່ໄດ້ສານຕໍ່ທຸລະກິດຂອງຄອບຄົວ ໃນຖານະຜູ້ຈັດການຮ້ານ.

ຄາຣີນ ມີໂອກາດໄດ້ເຫັນການຈະເລີນ ເຕີບໂຕຂອງຕະຫຼາດ ໂທລະສັບມືຖື ໃນລາວ ເລີ່ມຕັ້ງແຕ່ຕອນ ໂນເກຍ ເຂົ້າມາລາວໃໝ່ໆໃນຊຸມປີ 2000 ກັບໂລໂກ້ ຂະໜາດໃຫຍ່ ຕັ້ງໂດດເດັ່ນຢູ່ສູນ ໂນເກຍ ດົງປ່າລານ, ເປັນຮ້ານຂາຍໂທລະສັບ ໂນເກຍຂອງ ແທ້ຈາກສູນ ທີ່ໃຜກໍ່ຮູ້ຈັກໃນສະໄໝນັ້ນ. ມາຮອດປັດຈຸບັນ, ຮ້ານໂນເກຍ ແມ່ນໄດ້ລວມເຂົ້າ ກັນກັບຮ້ານຫຼັກຂອງ LTH, ຮ້ານ Samsung ແລະ ຮ້ານ Apple ໃນບໍລິເວນນັ້ນກໍ່ແມ່ນຂອງ ບໍລິສັດດຽວກັນ.

ໃນຕອນຕົ້ນ, LTH ໄດ້ຮັບອະນຸຍາດໃຫ້ຂາຍ ຜະລິດຕະພັນ Apple ຢູ່ມູມໜຶ່ງ ຂອງຮ້ານເທົ່ານັ້ນ ເພື່ອທົດລອງເບິ່ງ ການຕອບຮັບຂອງຕະຫຼາດ. ປະສົບການຂອງບໍລິສັດ ໃນການຂາຍໂທລະສັບ ໂນເກຍ ແລະ ຊຳຊຸງ ມາກ່ອນກໍ່ເປັນປັດໃຈສຳຄັນທີ່ ສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ. ຄາຣິນກ່າວວ່າ ຄວາມຈິງແລ້ວ ຕົວແທນຈຳໜ່າຍ Apple ສ່ວນໃຫຍ່ກໍ່ຂາຍເຄື່ອງຊຳຊຸງນຳ ເຊັ່ນດຽວກັນ.

ນອກນັ້ນ, ກຸ່ມລູກຄ້າເປົ້າໝາຍຂອງ Apple ກໍ່ຕ່າງຈາກ ຕະຫຼາດອື່ນໆ. ລາວກ່າວຕື່ມວ່າ: “ສຳລັບຜະລິດຕະພັນ ຊຳຊຸງແລ້ວ, ມີໃຫ້ເລືອກຫຼາຍ ລຸ້ນ ເພື່ອຕອບສະໜອງຄວາມຕ້ອງການ ຂອງລູກຄ້າ ຫຼາຍລະດັບ. ອີກຢ່າງໜຶ່ງ, ໂທລະສັບຊຳຊຸງໃຊ້ລະບົບ ແອນດຣອຍ ແຕ່ໄອໂຟນໃຊ້ລະບົບ iOS ສຳລັບຜູ້ໃດ ທີ່ເຄີຍໃຊ້ iOS ແລ້ວຈະບໍ່ຄ່ອຍຢາກປ່ຽນໃຊ້ ລະບົບອື່ນ”.

ພາຍຫຼັງທີ່ເຫັນໄດ້ແຈ້ງວ່າ ຕະຫຼາດຢູ່ລາວ ມີຄວາມ ເຂັ້ມແຂງ ແລະ ມີລູກຄ້າທີ່ມີກຳລັງຊື້ພຽງພໍ, LTH ຈຶ່ງໄດ້ຮັບອະນຸຍາດໃຫ້ເປີດຮ້ານ ທີ່ວາງຂາຍພຽງແຕ່ຜະລິດຕະພັນ Apple ໂດຍສະເພາະ ຢູ່ວຽງຈັນ ເຊັນເຕີ້ ເຊິ່ງມີປ້າຍເຄື່ອງໝາຍ Apple ຢ່າງເປັນ ທາງການ.

ເມື່ອໄດ້ເປັນຕົວແທນຈຳໜ່າຍ ເຮົາກໍ່ສາມາດໃຫ້ບໍລິການຫຼັງການຂາຍແກ່ລູກຄ້າໄດ້. ຄາຣິນເອງ ກໍ່ປະທັບໃຈຫຼາຍກັບຄຸນນະພາບ ແລະ ການບໍລິການ ຂອງສູນ Apple ໂດຍສະເພາະ ກໍລະນີທີ່ຕ້ອງໄດ້ສົ່ງ ເຄື່ອງໄປແປງ ຫຼື ປ່ຽນໜ່ວຍໃໝ່. ຄາຣິນກ່າວວ່າ: “ລະບົບຂອງເຂົາເຈົ້າດີຫຼາຍ ແລະ ທາງ Apple ກໍ່ສະໜອງໃຫ້ເຮົາທຸກຢ່າງ. ຫຼັງຈາກທີ່ໂທລະສັບ ຖືກເປີດນຳໃຊ້ແລ້ວ, ເຮົາສາມາດສະແດງ ໃຫ້ລູກຄ້າເບິ່ງ ອອນລາຍໄດ້ວ່າ ການຮັບປະກັນເຄື່ອງ ເລີ່ມຂຶ້ນຕອນໃດ. ໃນກໍລະນີທີ່ຕ້ອງໄດ້ແປງ ຫຼື ປ່ຽນ ໂທລະສັບ ຫຼື ຄອມພິວເຕີ້, ທາງ DHL ຈະມາຮັບເອົາເຄື່ອງຮອດໜ້າຮ້ານເຮົາ ພາຍໃນມື້ນັ້ນ ແລະ ຫຼັງຈາກ 3-5 ມື້ເຂົ້າການ, ທ່ານກໍ່ຈະໄດ້ ຮັບໂທລະສັບໜ່ວຍໃໝ່ເລີຍ, ເຊິ່ງຖືວ່າໄວຫຼາຍ ຖ້າສົມທຽບກັບການບໍລິການ ຫຼັງການຂາຍຂອງຍີ່ຫໍ້ອື່ນ”.

ລາວເວົ້າວ່າ ໃນນາມທີ່ເປັນຄົນລາວແລ້ວ, ການເປີດ ຮ້ານ Apple ແມ່ນປຽບເໝືອນຄວາມຝັນທີ່ກາຍ ເປັນຈິງ ແລະ ຄາຣິນເອງກໍ່ມີອາຍຸພຽງ 24 ປີ ຈຶ່ງມີຄວາມເຂົ້າໃຈກະແສໄອໂຟນຕໍ່ໄວໜຸ່ມ ໄດ້ເປັນຢ່າງດີ.ເປົ້າໝາຍຕໍ່ໜ້າຂອງລາວ ແມ່ນຢາກກາຍເປັນຕົວແທນ ຈຳໜ່າຍ ຜະລິດຕະພັນ ພິເສດຂອງ Apple ເຊິ່ງ ໝາຍຄວາມວ່າ ຮ້ານຈະສາມາດວາງຂາຍຜະລິດຕະພັນ ໃໝ່ຫຼ້າສຸດ ລວມໄປເຖິງໂມງ Apple Watch ທີ່ກຳລັງເປັນທີ່ນິຍົມອີກດ້ວຍ.

 

facebook.com/Jstudiobylth

lth.com.la

 

ບົດໂດຍ: Latsamy Phonevilay

Read More

Related Articles