ຖ້ຳເລິກຜາຊັນ

Author:

Category:

spot_img

ສໍາຫຼວດທ່ຽວຊົມປາກອູ ແລ້ວເດີນທາງເລິກເຂົ້າໄປສູ່ອະດີດຕະການ
ຖ້ຳປາກອູ ເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທີ່ສຸດໃນປະເທດລາວ ເຊິ່ງຕັ້ງຢູ່ຈຸດທີ່ແມ່ນໍ້າອູ ໄຫຼລົງສູ່ແມ່ນໍ້າຂອງ ເຂດທາງທິດເໜືອຂອງ ແຂວງຫຼວງພະບາງ. ເຖິງວ່າການເດີນທາງໄປຫາສະຖານທີ່ດັ່ງກ່າວສາມາດໄປໄດ້ທັງທາງນໍ້າ ຫຼື ທາງບົກ, ແຕ່ການລ່ອງເຮືອຈະມອບປະສົບການພິເສດທີ່ນໍາພາໃຫ້ທ່ານຍ້ອນຍຸກກ້າວກັບຄືນໄປສູ່ຊີວິດໃນເມື່ອອະດີດຕະການ ຜ່ານເສັ້ນທາງເດີນເຮືອທີ່ນັກສໍາຫຼວດໃຊ້ໃນຊ່ວງທີ່ເຂົ້າມາລາວໃນສະຕະວັດທີ 19. ເຂດອ້ອມແອ້ມປາກອູບໍ່ໄດ້ມີພຽງແຕ່ຖໍ້າເທົ່ານັ້ນ ຍັງມີສະຖານທີ່ທ່ອງທ່ຽວອື່ນໆອີກທີ່ສາມາດໄປທ່ຽວຊົມໄດ້ຕະຫຼອດ ເຊິ່ງທ່ານອາດຈະຕ້ອງໄດ້ໃຊ້ເວລາທ່ຽວເພີ່ມຕື່ມອີກຈັກສອງສາມມື້ພຸ້ນເດີ້ເພື່ອທີ່ຈະທ່ຽວຊົມສຳຫຼວດພື້ນທີ່ແຫ່ງນີ້.
ໃນລະຫວ່າງການລ່ອງເຮືອ, ແນະນໍາໃຫ້ຢຸດແວ່ວັດທີ່ມີຊື່ວ່າ ວັດດອນຄູນ ທີ່ຕັ້ງຢູ່ເທິງດອນ. ນັບຕັ້ງແຕ່ເວລາທີ່ໄດ້ກ້າວຂາຂຶ້ນສູ່ຫາດ ທ່ານກໍ່ຈະໄດ້ພົບພໍ້ກັບວັດອັນມີສະເໜ່ທີ່ມາພ້ອມກັບພະພຸດທະຮູບທີ່ຢູ່ຂ້າງໃນ. ເຊິ່ງມີຄວາມເປັນໄປໄດ້ສູງທີ່ທ່ານອາດຈະເປັນນັກທ່ອງທ່ຽວພຽງຜູ້ດຽວທີ່ຢູ່ເທິງດອນນັ້ນ ເຊິ່ງຈະສາມາດດື່ມດໍ່າບັນຍາກາດໄປກັບການສໍາຫຼວດທ່ຽວຊົມໄດ້ຕາມສະບາຍເລີຍ. ວັດດັ່ງກ່າວມີຄວາມ​ງຽບ​ສະ​ຫງົບ​ ຈົນຈະໄດ້ຍິນ​ແຕ່​ສຽງ​ໃບ​ໄມ້​ພັດໄກວ​ໄປຕາມ ​ສາຍ​ລົມ ​ແລະ ​ສຽງ​ຂອງ​ແມງ​ໄມ້ເທົ່ານັ້ນ.

ຢູ່​ເຂດ​ກົງ​ກັນ​ຂ້າມ​ກັບ​ດອນ​ແມ່ນມີ ພະທາດພູກ້ຽວອັນ​ລຶກ​ລັບຕັ້ງຢູ່ເທິງ​ພູ​​ ທີ່ປາກ​ແມ່​ນ້ຳ​ເຊືອງ. ຫາກຈະຂຶ້ນໄປວັດພູກ້ຽວ ຕ້ອງໄດ້ປີນຂຶ້ນທາງເນີນຊັນຜ່ານຕົ້ນໄມ້ຂຶ້ນໄປເທິງຍອດສຸດ ເຊິ່ງທ່ານຈະໄດ້ພົບກັບພະທາດທີ່ຖືກກໍ່ສ້າງດ້ວຍ​ດິນ​ຈີ່​ໃຫຍ່ທີ່ມີຮູບຊົງເປ່ເພ. ຕາມ​ນິທານ​ເລົ່າຂານ, ​ທາດ​ດັ່ງກ່າວ​ໄດ້​ຖືກສ້າງຂຶ້ນ​ໃນຊ່ວງ​ເວລາ​ໄລ່ເລ່ຍ​ກັນ​ກັບ ພະທາດ​ຈອມ​ສີທີ່ຢູ່ເທິງ​ ​ພູ​ສີ ​​ຫຼວງ​ພະ​ບາງ ເຊິ່ງຫາກທາດໃດ​ຖືກສ້າງ​ສຳ​ເລັດ​ກ່ອນທາດນັ້ນ​ຈະ​ກາຍ​ເປັນ​ຈຸດ​ສູນ​ກາງ​ຂອງອໍານາດ. ເມື່ອພະທາດຈອມສີຖືກສ້າງສຳເລັດກ່ອນ ການກໍ່ສ້າງເທິງພູກ້ຽວຈຶ່ງໄດ້ຖືກຢຸດສະງັກລົງ.
ໃກ້ກັບ ປາກອູ ແມ່ນ ບ້ານຊ່າງໄຫ ໝູ່​ບ້ານ​ທີ່ຂຶ້ນຊື່ໃນການເຮັດ​ເຫຼົ້າ​ຂາວ. ລອງມາຈິບເຫຼົ້າອຸ່ນໆເບິ່ງເດີ ກ່ອນທີ່ຈະໄປທ່ຽວຊົມການຕໍ່າຫູກແບບບູຮານດັ້ງເດີມ ແລະ ການຜະລິດແຜ່ນແພ.

ບ້ານ ປາກອູ, ກົງກັນຂ້າມກັບຖໍ້າ, ກໍ່ເປັນບ່ອນໜຶ່ງທີ່ຄວນຈະແວ່ເຂົ້າໄປເບິ່ງວັດທີ່ມີມົນສະເໜ່ ເຊິ່ງມຸງດ້ວຍຫຼັງຄາສີແດງ ແລະ ມີງານແກະສະຫຼັກຮູບຊ້າງທີ່ອາລັກຂາເຝົ້າຍາມທາງເຂົ້າວັດ ເຊິ່ງຖືໄດ້ວ່າເປັນວັດໜຶ່ງທີ່ເກົ່າແກ່ທີ່ສຸດໃນປະເທດລາວ.
ເມື່ອເຂົ້າໄປໃກ້ໆ ທ່ານກໍ່ຈະ​ຫຼຽວ​ເຫັນຫີນ​ຢ່ອນ​ຢູ່​ປາກ​ຖ້ຳ ແລະ ຮາວ​ຂັ້ນໄດ​ສີຂາວລຽນ​ລັ່ນ​ຂຶ້ນ​ໄປ​ຕາມ​ຫວ່າງ​ຫີນ​ໄປ​ຮອດ​ຖ້ຳ​ລຸ່ມ​ (ຖ້ຳຕິ່ງ) ແລະ ຖ້ຳ​ເທິງ. ສະຖານທີ່ແຫ່ງນີ້ມີຄວາມສໍາຄັນເປັນຢ່າງຍິ່ງທາງດ້ານພຸດທະສາສະໜາ ໂດຍສະເພາະຕໍ່ປະຊາຊົນທີ່ອາໄສຢູ່ເຂດໃກ້ຄຽງ ນັບຕັ້ງແຕ່ສະຕະວັດທີ 15 ເປັນຕົ້ນມາ, ຮູບແຕ້ມໃນຖໍ້າຊີ້ໃຫ້ເຫັນວ່າສະຖານທີ່ດັ່ງກ່າວໄດ້ມີມານັບຕັ້ງແຕ່ຍຸກສະໄໝຫຼັງຍຸກຫີນ ແລະ ເຊື່ອກັນວ່າຖ້ຳດັ່ງກ່າວມີວິນຍານຂອງຜູ້ຄຸ້ມຄອງ ສືບເນື່ອງກ່ຽວພັນກັບພິທີການຂອງລາຊະວົງສະໄໝກ່ອນ.ຖ້ຳລຸ່ມແມ່ນບ່ອນທີ່ຜູ້ຄົນມາປະທັບພະພຸດທະຮູບໄວ້ນັບເປັນເວລາຫຼາຍສະຕະວັດເພື່ອເອົາໂຊກເອົາໄຊ, ໂດຍສະເພາະໃນຊ່ວງປີໃໝ່ລາວ. ປັດຈຸ​ບັນ, ມີ​ພະພຸດທະຮູບ​ປະມານ 1 ພັນ​ອົງ ​ໃນຮູບ​ແບບ​ຕ່າງໆ​ນັບ​ແຕ່ແບບ​ບູຮານປະຖົມປະຖານ​ໄປຈົນ​ເຖິງແບບທີ່ມີ​ການ​ປະດັບ​ປະດາ ວາງຢູ່​ເທິງ​ຊັ້ນ​ຫີນເປັນສາຍໄປຕາມ​ຖ້ຳ. ຫາກລອງແນມເບິ່ງດ້ານຂວາຂອງທາງເຂົ້າທ່ານກໍ່ຈະເຫັນຮ່ອງຮອຍຄາບນໍ້າທີ່ຂຶ້ນສູງຢູ່ເທິງພື້ນຜິວຂອງຖ້ຳ ອັນເກີດມາຈາກເຫດການນໍ້າຖ້ວມໃນປີ 1966 ແລະ 2008.
ຜາຂະໜາດໃຫຍ່ທີ່ຢູ່ຕິດກັບບ້ານປາກອູ ເປັນບ່ອນທີ່ໄດ້ຮັບຄວາມນິຍົມຫຼາຍເມື່ອບໍ່ດົນມານີ້ເປັນທີ່ຮູ້ຈັກກັນດີໃນທ້ອງຖນວ່າ ຜາແອ່ນ. ຖ້າທ່ານຮູ້ສຶກມີເຫື່ອມີແຮງເຫຼືອ ທ່ານສາມາດຈ້າງຜູ້ນໍາທ່ຽວຈາກທ້ອງຖິ່ນໃຫ້ພາທ່ານປີນຂຶ້ນໄປເທິງໜ້າຜາເພື່ອຖ່າຍຮູບເຊວຟີແບບສຸດຍອດໄດ້. ຖ້າວ່າທ່ານບໍ່ມັກບ່ອນສູງ ຢາກເຮັດກິດຈະກໍາຢູ່ພື້ນ ແມ່ນໃຫ້ລອງຂີ່ເຮືອຄາຍັກລ່ອງໄປຕາມແມ່ນ້ຳອູ ຫຼື ແມ່ນ້ຳຂອງ ແທນເບິ່ງ. ນອກນີ້, ຍັງມີຣີສອດ ທີ່ມີຫ້ອງພັກແບບບັງກະໂລລອຍເທິງໜ້ານໍ້າໄວ້ໃຫ້ບໍລິການພັກເຊົາແກ່ທ່ານ ເຊິ່ງສາມາດນອນພັກຢູ່ເທິງແມ່ນໍ້າຫັ້ນໄດ້ເລີຍ. ທີ່ພັກດັ່ງກ່າວເປັນທີ່ນິຍົມຫຼາຍສໍາລັບນັກທ່ອງທ່ຽວພາຍໃນປະເທດທີ່ມັກຈະເພີດເພີນໄປກັບການກິນຈຸ່ມໃນຕອນແລງໆ ແລ້ວຕື່ນແຕ່ເຊົ້າໆເພື່ອມາເບິ່ງຕາເວັນຂຶ້ນຈາກໜ້າຜາ.

ການເດີນທາງ
ການບິນລາວ ມີຖ້ຽວບິນລາຍວັນທີ່ບິນໄປຫຼວງພະບາງໄວ້ໃຫ້ບໍລິການທ່ານ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ ອານິຕາ ເພຣສຕັ້ນ / Evensong Film (ອີເວັນຊອງຟິມ)

Read More

Related Articles