Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ຖໍ້າຈອມອອງ

posted by Billy
Sep 7, 2022 1038 0 0
Share

ຕິດຕາມໂຕຕໍ່ໄປສູ່ຖໍ້າທີ່ມີຄວາມມະຫັດສະຈັນ
ໃນຊີວິດຄົນເຮົາບາງຄັ້ງ, ວຽກງານທີ່ລຽບງ່າຍຢ່າງໜຶ່ງອາດຈະນຳໄປສູ່ບາງສິ່ງບາງຢ່າງທີ່ໜ້າຕື່ນເຕັ້ນ ແລະ ປະທັບໃຈຢ່າງແທ້ຈິງ. ໃນອະດີດທີ່ຜ່ານມາ ເປັນເວລາຫຼາຍກ່ວາ 100 ປີ ເຂດພູດອຍທີ່ປົກຄຸມໄປດ້ວຍເມກໝອກໃນພື້ນທີ່ຊົນນະບົດຂອງ ແຂວງອຸດົມໄຊ, ປະຊາຊົນເຜົ່າກຶມມຸ ຜູ້ທີ່ມີນາມວ່າ ຈວງ ໄດ້ເຂົ້າໄປໃນປ່າເພື່ອຕາມລ່າຫາອາຫານ. ລາວໄດ້ຈັບເອົາຕໍ່ໂຕໜຶ່ງ ແລະ ໄດ້ເອົາຍວງຝ້າຍເສັ້ນນ້ອຍໆມັດໃສ່ຂາຂອງຕໍ່ ແລ້ວກໍ່ປ່ອຍຕໍ່ໂຕນັ້ນບິນກັບໄປຍັງຮັງ ເຮັດໃຫ້ລາວສາມາດຕິດຕາມຕໍ່ໂຕດັ່ງກ່າວໄປຍັງຮັງຂອງພວກມັນທີ່ເຕັມໄປດ້ວຍດ້ວງຕໍ່. ເມື່ອລາວໄປເຖິງຮັງຕໍ່, ລາວກໍ່ໄດ້ຄົ້ນພົບກັບສິ່ງທີ່ມີຄວາມຍິ່ງໃຫຍ່ອະລັງການກວ່ານັ້ນ – ເຊິ່ງສິ່ງດັ່ງກ່າວນັ້ນແມ່ນ ຖໍ້າທີ່ມີຂະໜາດໃຫຍ່ໃນບໍລິເວນໃກ້ຄຽງກັນ. ທີ່ດິນໃນເຂດພື້ນທີ່ດັ່ງກ່າວ ແມ່ນເປັນເຂດທີ່ມີຄວາມອຸດົມສົມບູນ ເໝາະສົມສຳລັບການຜະລິດກະສິກຳ, ປູກຝັງ ແລະ ລ້ຽງສັດ. ດັ່ງນັ້ນ ລາວຈຶ່ງໄດ້ຊັກຊວນຜູ້ຄົນໃນໝູ່ບ້ານຂອງລາວໃຫ້ພ້ອມພາກັນຍົກຍ້າຍມາຕັ້ງຖິ່ນຖານຢູ່ໃນບໍລິເວນດັ່ງກ່າວນີ້. ໂດຍທີ່ພວກເຂົາເຈົ້າໄດ້ພາກັນເອີ້ນຖໍ້າດັ່ງກ່າວນີ້ວ່າ: “ຈອມອອງ” ເຊິ່ງໃນພາສາກຶມມຸ ແມ່ນໝາຍເຖີງ “ຕິດຕາມໂຕຕໍ່”.

ປະຊາຊົນ ມັກຈະພາກັນເຂົ້າໄປໃນຖໍ້າພຽງເພື່ອເກັບຂີ້ເຈຍ ຫຼື ລ່າໂຕເຈຍເທົ່ານັ້ນ. ດັ່ງນັ້ນ, ຖໍ້າຈອມອອງ ຈຶ່ງຍັງຄົງບໍ່ໄດ້ຮັບການສຳຫຼວດ. ໃນປີ 2009, ໄດ້ມີກຸ່ມນັກວິທະຍາສາດຈາກຕ່າງປະເທດ ໄດ້ລິເລີ່ມໂຄງການ ເພື່ອກຳນົດຄວາມຍາວຂອງຖໍ້າ. ພວກເຂົາເຈົ້າໄດ້ພາກັນເດີນປ່າ, ຕັ້ງຄ້າຍ ແລະ ສຳຫຼວດຖໍ້າທີ່ມີຄວາມຍາວຫຼາຍກວ່າ 16 ກິໂລແມັດ, ເຊິ່ງໄດ້ກາຍເປັນຖໍ້າທີ່ມີຄວາມຍາວທີ່ສຸດໃນພາກເໜືອຂອງປະເທດລາວ! ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ໄດ້ມີການປັບປຸງບັນດາສິ່ງອຳນວຍຄວາມສະດວກຕ່າງໆ ແລະ ໄດ້ມີການປູທາງເຂົ້າຖໍ້າ 800 ແມັດທຳອິດ ແລະ ໄດ້ປະດັບປະດາດ້ວຍໄຟສ່ອງສະຫວ່າງທີ່ມີຄວາມສວຍສົດງົດງາມ.
ເມື່ອບໍ່ດົນມານີ້, ດ້ວຍການສະໜັບສະໜູນທາງດ້ານການເງິນຈາກທະນາຄານພັດທະນາອາຊີ (ເອດີບີ), ໄດ້ມີການປູເສັ້ນທາງໄລຍະທາງ 60 ກິໂລແມັດທີ່ເຊື່ອມຕໍ່ຕົວເມືອງອຸດົມໄຊກັບຖໍ້າຈອມອອງ ແລະ ຈາກນັ້ນເຊື່ອມຕໍ່ໄປຍັງຖະໜົນເລກທີ 13. ໃນປະຈຸບັນ, ນັກທ່ອງທ່ຽວສາມາດທ່ຽວຊົມໄດ້ຢ່າງງ່າຍດາຍ ເມື່ອພວກເຂົາເດີນທາງຜ່ານຈາກຫຼວງນໍ້າທາ ຫຼື ທ່ອງທ່ຽວແບບໜຶ່ງວັນຈາກອຸດົມໄຊ.

ເພື່ອໄດ້ຮັບຄວາມຮູ້, ປົກປ້ອງສິ່ງແວດລ້ອມທາງທຳມະຊາດ ແລະ ຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ນັກທ່ອງທ່ຽວຈະສາມາດເຂົ້າໄປທ່ອງທ່ຽວໄດ້ແມ່ນຕ້ອງມີໄກ້ນຳທາງເທົ່ານັ້ນ. ໄກ້ນຳທາງແມ່ນພ້ອມໃຫ້ບໍລິການແກ່ນັກທ່ອງທ່ຽວທີ່ທາງເຂົ້າສວນອຸທິຍານ ແລະ ໃຫ້ຄຳແນະນຳທີ່ມີປະໂຫຍດກ່ຽວກັບການປະກອບສ້າງທີ່ເກົ່າແກ່ ຕະຫຼອດເສັ້ນທາງ. ພ້ອມດຽວກັນນັ້ນ, ແມ່ນຊີ້ໃຫ້ເຫັນອະນານິຄົມຂອງໂຕເຈຍທີ່ຕັ້ງຢູ່ເທິງເພດານຖໍ້າ.
ນັກທ່ອງທ່ຽວສາມາດເບີ່ງເຫັນ ຫີນຍ້ອຍ, ຫີນນົມຜາ ແລະ ຫີນງອກ ໄດ້ຢ່າງງ່າຍດາຍ, ແຕ່ວ່າຍັງຄົງມີຮູບຊົງທີ່ແປກຕາ ເຊິ່ງມີຄວາມໝາຍຄວາມສຳຄັນສຳລັບປະຊາຊົນໃນທ້ອງຖິ່ນ. ທີ່ຈຸດໆໜຶ່ງ, ຫີນທີ່ມີຮູບຊົງຄ້າຍຄືກັນກັບງູ ຫຼື ພະຍານາກ ເຊິ່ງເປັນຜູ້ພິທັກໂລກບາດານ, ໄດ້ຊູຫົວຂຶ້ນຈາກພື້ນດິນ. ໂງ່ນຫີນອີກສອງສາມກ້ອນ ທີ່ເບິ່ງຄ້າຍຄືກັນກັບພະລືສີ ນັ່ງສະມາທິ ແລະ ທາດສີຂາວ. ອີກຮູບແບບອື່ນຂອງຫີນ ແມ່ນຄ້າຍຄືກັນກັບງວງຊ້າງ ເຊິ່ງເປັນສັນຍາລັກບູຮານຂອງປະເທດລາວ.

ມີໄກ້ນຳທາງເປັນຈຳນວນຫຼາຍທີ່ຄອຍໃຫ້ບໍລິການ. ເສັ້ນທາງທີ່ງ່າຍທີ່ສຸດແມ່ນຍ່າງລັດຜ່ານໄປຕາມເສັ້ນທາງປູຍາງທີ່ມີແສງໄຟສ່ອງສະຫວ່າງໃກ້ກັບທາງເຂົ້າ ແລະ ດ້ານຫຼັງ ແລະ ໃຊ້ເວລາປະມານຊົ່ວໂມງໜຶ່ງ. ນັກສຳຫຼວດຖໍ້າທີ່ກ້າຫານສາມາດເລືອກທີ່ຜະຈົນໄພເປັນເວລາດົນກວ່າ 2 ມື້ື້ / 1 ຄືນ ໂດຍທີ່ຕ້ອງໃຊ້ໄຟສາຍ ແລະ ຕັ້ງຄ້າຍພາຍໃນຖໍ້າໃນລະຫວ່າງການເດີນປ່າໄລຍະທາງ 16 ກິໂລແມັດໄປຍັງອີກດ້ານຂອງຖໍ້າ. ການທ່ອງທ່ຽວທີ່ຍາວນານນີ້ ຈະຕ້ອງໄດ້ມີການຈອງໄວ້ລ່ວງໜ້າກັບຫ້ອງການຂໍ້ມູນຂ່າວສານການທ່ອງທ່ຽວໃນຕົວເມືອງອຸດົມໄຊ. ນອກຈາກນີ້, ຫ້ອງການດັ່ງກ່າວ ແມ່ນຍັງສາມາດໃຫ້ຄວາມຊ່ວຍເຫຼືອໃນການນຳນັກທ່ອງທ່ຽວໄປຍັງຖໍ້າອີກດ້ວຍ.
ແລະ ມາເຖິງປັດຈຸບັນ, ເປັນເວລາຫຼາຍກວ່າສັດຕະວັດທີ່ຜ່ານມາ, ການເສາະສະແຫວງຫາອາຫານຂອງ ຈວງ ໄດ້ນຳໄປສູ່ການຄົ້ນພົບສະຖານທີ່ພັກອາໄສແຫ່ງໃໝ່ສຳລັບໝູ່ບ້ານຂອງລາວ ແລະ ການຄົ້ນພົບຖໍ້າທີ່ມີຄວາມຍາວທີ່ສຸດແຫ່ງໜຶ່ງຂອງປະເທດລາວ ເຊິ່ງຈະເປັນການດຶງດູດບັນດານັກຜະຈົນໄພຫຼາຍຍິ່ງຂຶ້ນໃນອະນາຄົດທີ່ຈະມາເຖີງ.

 

ການເດີນທາງ
ສາຍການບິນລາວ ມີຖ້ຽວບິນລະຫວ່າງ ນະຄອນຫຼວງວຽງຈັນ ແລະ ແຂວງອຸດົມໄຊທຸກໆວັນ. ຖໍ້າຈອມອອງ ແມ່ນຕັ້ງຢູ່ຫ່າງຈາກຕົວເມືອງອຸດົມໄຊໄປທາງທິດຕາເວັນອອກ ປະມານ 45 ກິໂລແມັດ.

ແປ ແລະ ຮຽບຮຽງໂດຍ ຈັດຕະວາ ມາດມະນີສອນ
ຮູບໂດຍ Jason Rolan

Caves of LaosLaos
Share

Previous

[:en]Shimmering Boats of Light[:la]ເຮືອໄຟສ່ອງແສງລະຍິບລະຍັບ[:]

Next

[:en]Fortune Flavors The Bold[:la]ລົດຊາດແຫ່ງໂຊກລາບ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເມືອງແຫ່ງສີສັນ, ເມືອງແຫ່ງຄວາມສັດທາ
  • (English) SAYABOURY’S ELEVEN DISTRICT
  • ສະຖານທີ່ໂດດເດັ່ນຂອງ ໄຊຍະບູລີ
  • ບຸນປະເພນີ ປີໃໝ່ລາວ
  • ລາວຍືນຍາວ

ບົດຄວາມ

  • Art
  • ທຸລະກິດ
  • Café
  • Culture
  • Environment
  • Festival
  • ອາຫານ
  • ການບິນລາວ
  • Lasting Laos
  • ວິຖີຊີວິດ
  • Outdoors
  • Social Enterprise
  • Stay
  • Style
  • ທ່ອງທ່ຽວ

ສະບັບ

  • March 2023
  • January 2023
  • November 2022
  • September 2022
  • July 2022
  • May 2022
  • March 2022
  • January 2022
  • December 2021
  • September 2021
  • April 2021
  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

Contact Form 7

Error: Contact form not found.

You Might Also Like

ທ່ອງທ່ຽວ
Mar 9, 2018

(English) Sunny side up

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
17 0
ທຸລະກິດ, ອາຫານ, ທ່ອງທ່ຽວ
May 1, 2020

(English) Bring in the Laos, Bring in the Funk

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top