Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທ່ອງທ່ຽວ

ສີສັນຂອງຄຸນໝິງ

posted by Champa Meuanglao
Sep 15, 2017 5252 4 0
Share

ຄຸນໝິງ ເປັນເມືອງທີ່ປິ້ນກັບສິ່ງທີ່ຫຼາຍຄົນຄາດຄິດ. ເມືອງທີ່ມີທຳມະຊາດສວຍງາມແຫ່ງນີ້ໃຜໄດ້ມາແລ້ວກໍ່ປະທັບໃຈບໍ່ຮູ້ລືມ.

ຂຽນໂດຍ: ມິກ ຊິບເພັນ

ຄຸນໝິງ ແມ່ນນະຄອນຫຼວງຂອງແຂວງຢຸນນານ, ປະເທດຈີນ. ດ້ວຍພູມສັນຖານທີ່ເປັນພູຜາ, ເມືອງນີ້ຈຶ່ງມີອາກາດເຢັນສະບາຍປະມານ 15 ອົງສາ, ຕະຫຼອດປີ ເໝາະສົມແກ່ພືດພັນນາໆຊະນິດເກີດດອກ ອອກຜົນສວຍງາມ ຈົນໄດ້ກາຍເປັນເມືອງທີ່ຖືວ່າເປັນມິດ ແລະເປັນຕາຢູ່ທີ່ສຸດແຫ່ງໜຶ່ງຂອງຈີນ.

Kunming Parks

ເພື່ອເປັນການສ້າງເມືອງ ສີຂຽວ, ຄຸນໝິງ ໄດ້ສະໜັບສະໜູນໃຫ້ຄົນໃຊ້ລົດຖີບ ແລະ ລົດຈັກທີ່ໃຊ້ໄຟຟ້າແທນນໍ້າມັນ ລວມທັງສ້າງສະຖານີລົດຖີບຢູ່ຫຼາຍບ່ອນໃຫ້ນັກທ່ອງທ່ຽວເຊົ່າ. ທ່ານພຽງແຕ່ດາວໂຫຼດແອັບພິເຄຊັ້ນໃນມືຖື, ລົງທະບຽນ, ສະແກນໂຄດ QR ເພື່ອຈ່າຍເງິນ ແລ້ວທ່ານກໍ່ ຈະໄດ້ລະຫັດເພື່ອປົດລັອກລົດໄປໃຊ້. ນອກນັ້ນ ແທັກຊີ ກໍ່ມີລາຄາຖືກ, ແລະຍັງມີລົດໄຟໃຕ້ດິນ ແລະ ລົດເມອີກດ້ວຍ. ສະນັ້ນແລ້ວ ການສັນຈອນໄປມາ ແມ່ນງ່າຍທີ່ສຸດ. ແຕ່ສ່ວນຫຼາຍແລ້ວ ຂ້ອຍມັກຍ່າງ ເລາະຊ໋ອກແຊ໋ກ ເພື່ອຄົ້ນພົບວິຖີຊີວິດການເປັນຢູ່ຂອງຄົນທ້ອງຖິ່ນຫຼາຍກວ່າ.

ເມືອງທີ່ມີປະຊາກອນ 6.5 ລ້ານຄົນນີ້ ມີຄວາມມຸ່ງໝັ້ນທີ່ຈະສ້າງອະນາຄົດສີຂຽວ ໂດຍການສ້າງໂຄງການທາງດ້ານ ເທັກໂນໂລຢີ ແລະຄວາມຍືນຍົງ, ແລະຍັງມີພື້ນທີ່ສາທາລະນະໃຫ້ປະຊາຊົນໃຊ້ສອຍຢ່າງພຽງພໍ. ສະຖານທີ່ທີ່ສວຍ ງາມທີ່ສຸດແຫ່ງໜຶ່ງຂອງເມືອງແມ່ນໜອງຂຽວ, ຫຼືທີ່ມີຊື່ທ້ອງຖິ່ນວ່າ ຊິວຫູ. ມັນເປັນສະຖານທີ່ທີ່ຄົນໃນເມືອງມັກມາຝຶກໄທເກັກ, ອອກກຳລັງກາຍ, ຊ້ອມດົນຕີ ແລະ ເປັນສະຖານທີ່ພົບປະສັງສັນ. ທ່ານສາມາດຢ່າງຜ່ານຂົວຫີນຕ່າງໆໄປຍັງປ່າໄຜ່ທີ່ຮົ່ມເຢັນ, ຢ່າງຜ່ານຕົ້ນຫຼິວໄປເຖິງສວນທີ່ງຽບສະຫງົບ ແລະ ວັດວາອາຮາມທີ່ສະທ້ອນພາບໃນພື້ນນໍ້າທີ່ປະດັບດ້ວຍດອກບົວຢ່າງສວຍງາມ.

Kunming

ນອກນັ້ນ ຄຸນໝິງຍັງມີຕະຫຼາດສົດສວນຊິນ ທີ່ຢູ່ດ້ານຫຼັງຖະໜົນຊິນເຫວິນ, ທີ່ເປີດຕັ້ງແຕ່ 9 ໂມງເຊົ້າຈົນຮອດແລງໃນແຕ່ລະມື້. ບັນດາພໍ່ຄ້າແມ່ຂາຍໄດ້ນໍາຜະລິດຕະພັນສົດຈາກສວນຂອງເຂົາເຈົ້າມາວາງຂາຍ. ບາງຄັ້ງກໍມີໝາກໄມ້ ແລະ ຜັກທີ່ແປກຕາມາຂາຍ, ຂອງດອງຕາມແບບສະບັບຢຸນນານ, ແຈ່ວໝາກເຜັດ ແລະ ຂອງກິນແປກຕາ. ຢູ່ບ່ອນນີ້, ເຂົາເຈົ້າບໍ່ໃຊ້ພາສາອັງກິດ ແຕ່ກໍ່ບໍ່ເປັນບັນຫາ, ພຽງແຕ່ຊີ້ວ່າຈະເອົາຫຍັງ, ຈ່າຍເງິນ ແລ້ວກໍນັ່ງລໍຖ້າອາຫານໄດ້ເລີຍ. ພໍ່ຄ້າແມ່ຄ້າຮ້ານມັກຈະໃຊ້ເນື້ອທີ່ໜ້າເຮືອນຂອງຕົນເອງເປີດເປັນຮ້ານຂາຍອາຫານໃນຕະຫຼາດ ເປີດເຕົາຂາຍກາລະເປົາ, ໝີ່ທີ່ຫາກໍເຮັດສົດໆ, ປີ້ງເຕົາຮູ້ເທິງເຕົາຖ່ານຈົນເປັນສີເຫຼືອງທອງ ແລະ ເຮັດໄສ້ກອກທີ່ແຊບບໍ່ຕ່າງຈາກໄສ້ກອກຝຣັ່ງເລີຍ. ໃນເດືອນກໍລະກົດ ແລະສິງຫາ ຈະມີເຫັດລາຄາແພງອອກມາໃຫ້ຄົນຍາດກັນຊື້ ກັນຢ່າງເນືອງນັນໃນຕະຫຼາດທຸກແຫ່ງຂອງຄຸນໝິງ.

ໃນເມືອງຈະມີກິ່ນໄອຂອງປະຫວັດສາດຫຼົງເຫຼືອຢູ່. ຖະໜົນເກົ່າຄຸນໝິງແຕ່ລະເສັ້ນມີຕຶກເກົ່າ ຢັ່ງຢາຍຢູ່ຕາມແຄມທາງ, ຫຼາຍບ່ອນມີອາຍຸຫຼາຍກວ່າ 200​ ປີ. ເຖິງແມ່ນວ່າມໍລະດົກທາງສະຖາປັດ ຕະຍາກຳອັນສວຍງາມຂອງຄຸນໝິງ ຈະໄດ້ຖືກທຳລາຍໄປຫຼາຍແລ້ວ, ແຕ່ສ່ວນທີ່ເຫຼືອແມ່ນໄດ້ຖືກຈັດເຂົ້າໃນ ໂຄງການປົກປັກຮັກສາ ແລະ ບູລະນະ ໃນປີ 2004, ແລະໜ້າດີໃຈທີ່ຄົນຈີນໄດ້ພະຍາຍາມບູລະນະຮັກສາມັນໄວ້.

kunming-green-space

ການສືບຕໍ່ບູລະນະ, ສ້າງສາ, ສ້ອມແປງ, ແລະ ປະສົມການອອກແບບສະໄໝໃໝ່ເຂົ້າໄປໃນອາຄານມໍລະດົກເຫຼົ່ານີ້ ແມ່ນເພື່ອກະຕຸ້ນໃຫ້ຄົນທ້ອງຖິ່ນມີຄວາມພາກພູມໃຈໃນວັດທະນະທຳ ແລະ ປະຫວັດສາດຂອງຕົນເອງ. ແຕ່ສະຖາປັດຕະຍະກຳສະໄໝໃໝ່ກໍຍັງປະກົດໃຫ້ເຫັນຢູ່ເຊັ່ນ ຮ້ານກາເຟ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານເສື້ອຜ້າ ແລະ  ໂຮງແຮມຕ່າງໆ. ຖະໜົນນີ້ສະແດງໃຫ້ເຫັນວ່າປະເທດຈີນບໍ່ໄດ້ມຸ່ງໝັ້ນແຕ່ການສ້າງອະນາຄົດເທົ່ານັ້ນ, ແຕ່ຍັງຕ້ອງການຮັກສາປະວັດສາດຂອງຄົນຮຸ່ນກ່ອນໄວ້ເຊັ່ນກັນ.

ຄຸນໝິງເປັນເມືອງທີ່ເຕັມໄປດ້ວຍສີສັນ ແລະ ມີຄວາມອັດສະຈັນເຊື່ອງຊ້ອນໄວ້ຢູ່. ການເດີນທາງຈາກ ນະຄອນຫຼວງວຽງຈັນ ຫາ ຄຸນໝິງໃຊ້ເວລາພຽງແຕ່ 90 ນາທີ ດ້ວຍເຮືອບິນຂອງການບິນລາວ ເຊິ່ງໃຫ້ບໍລິການທຸກມື້.

chinakunmingການບິນລາວsofitelYunan
Share

Previous

[:en]A bite on the wild side[:]

Next

[:en]The Best of Laos [:la]ລາວສຸດຍອດ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

New, ທ່ອງທ່ຽວ
Nov 25, 2020

ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ

ເພີດເພີນໄປກັບທຳມະຊາດອັນບໍລິສຸດ! ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ (NEPL) ເຊິ່ງເປັນເຂດປ່າສະຫງວນທີ່ໃຫຍ່ທີ່ສຸດ ແລະ...

Read More
0 0
New, ທ່ອງທ່ຽວ
Feb 1, 2021

(English) Sacred Stones of the South

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top