ງານສະແດງສິນຄ້າຫັດຖະກໍາພ້ອມສີສັນທາງສິລະປະທີ່ຊຽງໃໝ່

Author:

Category:

spot_img

ຄົ້ນພົບສີສັນຂອງເມືອງຊຽງໃໝ່ໃນຊ່ວງເດືອນທັນວາ

ຊຽງໃໝ່ປຽບເໝືອນ “ກຸຫຼາບເມືອງເໜືອ” ຂອງປະເທດໄທ, ເປັນເມືອງທີ່ມີຊື່ສຽງດ້ານສິລະປະຫັດຖະກໍາທີ່ໜ້າປະທັບໃຈ ເຊິ່ງໄດ້ສືບທອດມາເປັນເວລາດົນນານ. ຫ້ອງວາງສະແດງແຜ່ນແພ, ລວມທັງເຄື່ອງເງິນ, ແລະ ເຄື່ອງປັ້ນດິນເຜົ່າອັນປານີດ ແລະ ມີສະເໜ່ແປກຕາ ໄດ້ຕັ້ງລຽນໄປຕາມຖະໜົນອັນຮາບພຽງ ທີ່ເນັ່ງຜ່ານຕາມຮ່ອມວັດຂອງຕົວເມືອງໂດຍມີກໍາແພງອ້ອມຮອບ, ຂະນະທີ່ພະລັງຂອງຄວາມຄິດສ້າງສັນຍັງແຜ່ຂະຫຍາຍໄປຮອດຈັງຫວັດລໍາພູນ ແລະ ລໍາປາງທີ່ຢູ່ບໍລິເວນໃກ້ຄຽງກັບຊຽງໃໝ່ນໍາອີກ. ການເປີດນໍາໃຊ້ພິພິທະພັນໃໝ່ອ່ຽມ ຍັງຊ່ວຍເພີ່ມຊື່ສຽງໃຫ້ແກ່ຊຽງໃໝ່ ໃນຖານະເປັນສູນກາງສິລະປະ ແລະ ການອອກແບບຮ່ວມສະໄໝຂອງປະເທດ.

ແນວຄິດສ້າງສັນຂອງຊຽງໃໝ່ ສາມາດຊ່ວຍຜ່ອນຄາຍ ແລະ ຄົ້ນພົບເລື່ອງລາວອັນໜ້າຕື່ນເຕັ້ນ ເນື່ອງຈາກເປັນທີ່ຮູ້ຈັກກັນດີໃນເລື່ອງຂອງຄວາມມຸ່ງໝັ້ນທີ່ຢາກຮູ້ຢາກລອງ ແລະ ສ້າງສັນສິ່ງໃໝ່ໆຢູ່ສະເໝີ. ສໍາລັບຊ່ວງເວລາທີ່ເໝາະສົມທີ່ສຸດ ໃນການໄປສໍາຜັດກັບສະພາບແວດລ້ອມທີ່ເຕັມໄປດ້ວຍສິ່ງສ້າງສັນຂອງຕົວເມືອງກໍຄື ເດືອນທັນວາ ເຊິ່ງເປັນຊ່ວງທີ່ຊຽງໃໝ່ຈະນໍາສະແດງພະລັງແຫ່ງຄວາມຄິດສ້າງສັນດ້ວຍ 3 ກິດຈະກໍາສຸດພິເສດ ທີ່ເນັ້ນໃສ່ການອອກແບບເປັນຫຼັກ.

ງານອາທິດແຫ່ງການອອກແບບຊຽງໃໝ່
ລະຫວ່າງວັນທີ 2-10 ທັນວາ 2023
ງານອາທິດແຫ່ງການອອກແບບຊຽງໃໝ່ ຄັ້ງທີ 9 ຈະຈັດຂຶ້ນໃນລະຫວ່າງວັນທີ 2-10 ທັນວາ 2023 ເຊິ່ງປະກອບມີຫຼາຍກິດຈະກໍາ ເປັນຕົ້ນແມ່ນ ກິດຈະກໍາປະຕິບັດຕົວຈິງ, ງານເສວະນາ, ງານວາງສະແດງສິລະປະ, ຫັດຖະກໍາ, ຕະຫຼາດຂາຍອາຫານ ແລະ ດົນຕີເສບສົດ. ສໍາລັບຫົວຂໍ້ງານຂອງປີນີ້ ແມ່ນຈັດຂຶ້ນພາຍໃຕ້ແນວຄິດ ‘Transforming Local: ປັບຕົວ, ຕໍ່ຍອດ, ທ້ອງຖິ່ນ, ເຕີບໂຕ’ ເຊິ່ງເປັນການຊຸກຍູ້ສົ່ງເສີມໃຫ້ແກ່ຜູ້ວາງສະແດງສິນຄ້າ ແລະ ຜູ້ເຂົ້າຮ່ວມໄດ້ຄິດພິຈາລະນາກ່ຽວກັບການປັບຕົວ, ການເຕີບໂຕ ແລະ ການສ້າງສັນນະວັດຕະກໍາ ທັງພາຍໃນ ແລະ ພາຍນອກຂອບເຂດຂອງທ້ອງຖິ່ນ. ງານດັ່ງກ່າວຄາດວ່າຈະມີຜົນງານສ້າງສັນກວ່າ 150 ລາຍການ ປະກອບກັບງານວາງສະແດງສິນຄ້າ, ງານຫັດຖະກໍາ, ຕະຫຼາດອາຫານ ແລະ ການສະແດງດົນຕີ ເຊິ່ງຈະຈັດຂຶ້ນໃນເຂດ “ເມືອງແຫ່ງຄວາມຄິດສ້າງສັນ” ຫຼື ເຂດໃກ້ຄຽງ ໂດຍລວມເອົາເຂດອະນຸສາວະລີສາມກະສັດໃນເມືອງເກົ່າ, ຍ່ານຊ້າງມ່ອຍ (ໃກ້ທ່າແພ), ສັນກໍາແພງ ແລະ ນິມມານເຫມິນ.

facebook.com/chiangmaidesignweek

ເທດສະການງານສິລະປະ ແລະ ຂອງຕົກແຕ່ງທີ່ນິມມານເຫມິນ (NAP)
ລະຫວ່າງວັນທີ 5-11 ທັນວາ 2023
ຖະໜົນນິມມານເຫມິນ ເຊິ່ງເປັນບ່ອນຍອດນິຍົມທີ່ເຕັມໄປດ້ວຍຮ້ານຂາຍເຄື່ອງ, ຮ້ານອາຫານ, ກາເຟ ແລະ ບາຣ໌ທີ່ມີສະເໜ່ດຶງດູດໃຈ ທັງເປັນທີ່ຕັ້ງຂອງງານ NAP ໜຶ່ງໃນງານວາງສະແດງສິນຄ້າຫັດຖະກໍາທີ່ມີຊື່ສຽງ ທັງໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນຊຽງໃໝ່. ພາຍໃນງານປະກອບມີແສງໄຟປະດັບສົ່ງແສງເຫຼື້ອມລະຍິບລະຍັບ ລວມທັງລົດຂາຍອາຫານເຄື່ອນທີ່ແຄມທາງ, ແລະ ຮ້ານຄ້າຂະໜາດນ້ອຍຕ່າງໆທີ່ເຕັມໄປດ້ວຍເຄື່ອງຫັດຖະກໍາ, ເຄື່ອງນຸ່ງຫົ່ມ, ເຄື່ອງປະດັບ, ເຄື່ອງປັ້ນດິນເຜົາ ແລະ ຜ້າແພທີ່ຕໍ່າດ້ວຍມືຂອງຊົນເຜົ່າ ທີ່ອອກແບບໂດຍຄົນໃນທ້ອງຖິ່ນ, ຕັ້ງລຽນກັນເປັນແຖວຍາວໄປຕາມຖະໜົນນິມມານເຫມິນ ຊອຍ 1 ຍາວໄປຮອດເຂດວັນນິມມານ ເຊິ່ງເປັນຫ້າງສັບພະສິນຄ້າກາງແຈ້ງ ທີ່ມີຊື່ສຽງອີກແຫ່ງໜຶ່ງຂອງຊຽງໃໝ່. ສະຖານທີ່ດັ່ງກ່າວມີຫຼາຍກິດຈະກໍາທີ່ເໝາະສົມສໍາລັບການໄປທ່ຽວຫຼິ້ນແບບຄອບຄົວ ເນື່ອງຈາກມີທັງອາຫານ, ສຽງເພງ, ແລະ ກິດຈະກໍາປະຕິບັດຕົວຈິງກ່ຽວກັບການຜະລິດງານຫັດຖະກໍາ. ງານສໍາລັບປີນີ້ ມີກໍານົດຈັດຂຶ້ນລະຫວ່າງວັນທີ 5-11 ທັນວາ, ຮັບຮອງວ່າຈະມີຄວາມຕື່ນຕາຕື່ນໃຈເໝືອນກັບຄັ້ງທີ່ຜ່ານມາແນ່ນອນ.

facebook.com/nimmansoi1

ຈິງໃຈມ່ວນມ່ວນມາຣ໌ເກັດ ທີ່ ຕະຫຼາດຈິງໃຈເຊັນທຣັນ
ລະຫວ່າງວັນທີ 14-17 ທັນວາ 2023
ເກືອບສອງປີແລ້ວທີ່ທາງບໍລິສັດກຸ່ມເຊັນທຣັນ ບໍລິສັດຍັກໃຫຍ່ດ້ານທຸລະກິດຂາຍຍ່ອຍຂອງໄທ ໄດ້ເຂົ້າມາຄອງຕະຫຼາດຈິງໃຈ ພ້ອມຫັນປ່ຽນສະຖານທີ່ແຫ່ງນີ້ໃຫ້ກາຍເປັນຍ່ານສ້າງສັນທີ່ເຕັມໄປດ້ວຍຄວາມຄຶກຄື້ນ ແລະ ຮຸ່ງເຮືອງ. ຕະຫຼາດທີ່ມີພື້ນທີ່ເກືອບ 12 ເຮັກຕາ ປະກອບມີຮ້ານຂາຍເສື້ອຜ້າ ແລະ ຮ້ານອາຫານທັງຂອງໄທ ແລະ ສາກົນເຖິງ 500 ກວ່າຮ້ານ, ນອກນັ້ນຍັງມີ ຫ້ອງວາງສະແດງຜົນງານສິລະປະ, ສູນອາຫານອັນກວ້າງຂວາງ, ແລະ ຮ້ານຂະໜາດນ້ອຍທີ່ວາງຂາຍສິນຄ້າຫັດຖະກໍາແບບຮ່ວມສະໄໝ, ຜ້າແພທີ່ຕໍ່າດ້ວຍມື, ເຄື່ອງແຕ່ງກາຍ, ກຸ່ມສິນຄ້າທີ່ຊ່ວຍໃນການໃຊ້ຊີວິດ ແລະ ເຄື່ອງໃຊ້ພາຍໃນເຮືອນ. ສໍາລັບເວລາທີ່ເໝາະສົມໃນການທ່ຽວຊົມຕະຫຼາດແຫ່ງນີ້ກໍແມ່ນຊ່ວງວັນພັກເສົາ-ອາທິດ ແລະ ໃນຊ່ວງທີ່ຈັດງານເທດສະການຈິງໃຈມ່ວນມ່ວນມາຣ໌ເກັດປະຈໍາປີ, ເຊິ່ງປີນີ້ມີກໍານົດຈັດຂຶ້ນໃນລະຫວ່າງວັນທີ 14-17 ທັນວາ 2023. ໃນຊ່ວງງານເທສະການມ່ວນມ່ວນ ຈະມີການຍົກລະດັບການນໍາສະເໜີມາດຕະຖານຂອງຕະຫຼາດ ໂດຍມີຜູ້ຈໍາໜ່າຍສິນຄ້າຫັດຖະກໍາຈໍານວນຫຼາຍຂຶ້ນ ພ້ອມທັງຮ້ານຂາຍອາຫານໃນທ້ອງຖິ່ນ ແລະ ສະຖານທີ່ສະແດງດົນຕີ.

facebook.com/jjmarketchiangmai

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Chiang Mai Design Week, Nimman Arts & Design Promenade, ແລະ Jing Jai Central Market

Read More

Related Articles