ຄົ້ນພົບຮ່ອມພູນາຕານ ສໍາຜັດປະສົບການແປກໃໝ່

Author:

Category:

spot_img

ອອກນອກເສັ້ນທາງຈາກຖະໜົນສາຍຫຼັກ ມຸ່ງໜ້າສູ່ບ່ອນທີ່ຜູ້ຄົນບໍ່ຄ່ອຍຈະໄປ ເພື່ອຄົ້ນຫາອັນຍະມະນີອັນລໍ້າຄ່າຄ່າທີ່ເຊື່ອງຊ້ອນໄວ້ໃນໝາກຫົວໃຈຂອງແຂວງຄໍາມ່ວນ

ຢູ່ເລິກເຂົ້າໄປໃນຈຸດໃຈກາງຂອງປະເທດລາວທາງພາກກາງ ແມ່ນຈະມີຮ່ອມພູແຫ່ງຄວາມງາມທີ່ບໍ່ມີແຫ່ງໃດທຽມທັນກໍາລັງລໍຖ້າທ່ານໄປຄົ້ນພົບດ້ວຍຕົນເອງ. ມົນສະເໜ່ຂອງສະຖານທີ່ແຫ່ງນີ້ກໍຄື ຮ່ອມພູນາຕານ ທີ່ເກີດຈາກການໄຫຼເຊາະຂອງແມ່ນໍ້າຫີນບູນ ເຊິ່ງຖືກອ້ອມຮອບໄປດ້ວຍຫີນປູນທີ່ມີຮູບຊົງຕ່າງໆຢ່າງໜ້າອັດສະຈັນ ຂະນະທີ່ມີອີກສິ່ງໜຶ່ງຢູ່ຂ້າງໃນເຊິ່ງຖືເປັນສິ່ງມະຫັດສະຈັນທີ່ເຊື່ອງຊ້ອນໄວ້ພາຍໃນແຜ່ນດິນແຂວງຄໍາມ່ວນ. ທີ່ສົ້ນສຸດດ້ານໜຶ່ງຂອງເຂດດັ່ງກ່າວ ແມ່ນຖືກປິດດ້ວຍຖໍ້າກອງລໍ ແລະ ອີກສົ້ນສຸດຂອງເບື້ອງກົງກັນຂ້າມກໍຖືກປິດອ້ອມດ້ວຍອ່າງເກັບນໍ້ານາກາຍ, ສໍາລັບການເດີນທາງຜ່ານດິນແດນທີ່ຂ້ອນຂ້າງຫ່າງໄກແຕ່ໜ້າຫຼົງໄຫຼແຫ່ງນີ້ ຕ້ອງໄດ້ອາໄສການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມເປັນຫຼັກ, ເຊິ່ງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນທ້ອງຖິ່ນ.

ເປັນເວລາຫຼາຍປີທີ່ອົງກອນ Tétraktys ໄດ້ເຮັດວຽກຢ່າງຫ້າວຫັນ ເພື່ອເປັນການເພີ່ມໂອກາດໃນການພັດທະນາພື້ນທີ່ແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກ ໂດຍມີສ່ວນຮ່ວມກັບຊຸມຊົນ, ອໍານາດການປົກຄອງ, ອົງການຈັດຕັ້ງຕ່າງໆ ເຊັ່ນ ອົງການເພື່ອການພັດທະນາຂອງຝຣັ່ງ (AFD) ແລະ ຖໍ້າໂຊເວດ. ເປົ້າໝາຍຂອງອົງກອນນີ້ ກໍເພື່ອພັດທະນາສະມາຄົມການທ່ອງທ່ຽວເຊີງນິເວດໃນຊຸມຊົນທີ່ມີປະສິດທິພາບ ເຊິ່ງຈະເປັນການຄຸ້ມຄອງຊັບສົມບັດທາງທຳມະຊາດໃນຂົງເຂດດັ່ງກ່າວ ພ້ອມທັງຊ່ວຍຫຼຸດຜ່ອນຄວາມທຸກຍາກ, ສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນທ້ອງຖິ່ນ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສະກັດກັ້ນການເຄື່ອນຍ້າຍຖິ່ນຖານອອກສູ່ເມືອງຕ່າງໆ ທັງໃນລາວ ແລະ ໄທ.
ເພື່ອສົ່ງເສີມວຽກງານການທ່ອງທ່ຽວໃນຂົງເຂດດັ່ງກ່າວ, ອົງກອນ Tétraktys ຈິ່ງໄດ້ຈັດກິດຈະກໍາທົດລອງເສັ້ນທາງທ່ອງທ່ຽວໃນຊຸມຊົນ (Fam Trip) ເປັນເວລາສາມວັນ ໂດຍເລີ່ມຈາກນາກາຍມຸ່ງໜ້າໄປທາງກອງລໍ ເພື່ອເປີດໂອກາດໃຫ້ຜູ້ເຂົ້າຮ່ວມກິດຈະກໍາສາມາດສໍາຜັດກັບເສັ້ນທາງສາຍໃໝ່ ແລະ ບໍ່ເຄີຍພົບເຫັນມາກ່ອນໃນຊ່ວງເວລາຫຼາຍເດືອນຜ່ານມາ.

ມື້ທີ 1
ເດີນທາງຈາກນາກາຍສູ່ບ້ານເມືອງຫຼວ

ເມື່ອດວງ​ຕາ​ເວັນ​ເລີ່ມ​ອ່ຽງຕົວຄ້ອຍຕໍ່າລົງ​ໃນຊ່ວງຕອນ​ບ່າຍ​, ບັນດາຕົວແທນຈາກ​ອົງການ​ທ່ອງ​ທ່ຽວ​ຕ່າງໆກໍ​ໄດ້ມາ​ເຕົ້າ​ໂຮມ​ກັນ​ຢູ່ທີ່​ຫ້ອງການ​ທ່ອງ​ທ່ຽວ​ເມືອງ​ນາກາຍ​. ພໍແຕ່ກ້າວບາດຍ່າງອອກພະຈົນໄພໃນຄັ້ງທໍາອິດ ກໍປາກົດເຫັນສີໜ້າທ່າທາງຂອງແຕ່ລະຄົນທີ່ແດງອອກເຖິງຄວາມຕື່ນເຕັ້ນດີໃຈແບບບອກບໍ່ຖືກ. ທີມງານໃຊ້ເວລາເດີນທາງດ້ວຍລົດຍົນພຽງສອງຊົ່ວໂມງຕົ້ນໆກໍມາຮອດບ້ານເມືອງຫຼວງ ເຊິ່ງເປັນບ້ານທີ່ຕັ້ງຢູ່ເຂດໃຈກາງຮ່ອມພູ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວບ້ານໃນທ້ອງຖິ່ນ.

ທີ່ບ້ານເມືອງຫຼວງ, ແຂກທີ່ຮ່ວມເດີນທາງຈະໄດ້ມີການສົນທະນາສອບຖາມກ່ຽວກັບຈຸດປະສົງຂອງການເດີນທາງໃນຄັ້ງນີ້ ລວມທັງແຜນການເດີນທາງ ແລະ ປະສົບການອັນແປກໃໝ່ອີກຫຼາຍຢ່າງທີ່ກໍາລັງລໍຖ້າພວກເຂົາໄປສໍາຜັດ. ມື້ດັ່ງກ່າວໄດ້ສິ້ນສຸດລົງດ້ວຍອາຫານຄໍ່າອັນແສນພິເສດ ບວກກັບສຽງໂອ້ລົມສົນທະນາກັບຊາວບ້ານຢ່າງມີຊີວິດຊີວາ ເພື່ອສ້າງບັນຍາກາດອັນດີ ພ້ອມວາງແຜນການເດີນທາງໃນມື້ຖັດໄປ.

ມື້ທີ 2
ເດີນທາງຈາກບ້ານເມືອງຫຼວງສູ່ນາຕານ

ພາຍຫຼັງປັ້ນເຂົ້າເຊົ້າອັນແຊບຊ້ອຍທີ່ເຮືອນເຈົ້າພາບໃນຕອນເຊົ້າຂອງມື້ຕໍ່ມາ, ກຸ່ມນັກເດີນທາງກໍຈະພາກັນມຸ່ງໜ້າອອກສໍາຫຼວດເຂດບ້ານເມືອງຫຼວງ. ທຸກຄົນຕ່າງກໍຮູ້ສຶກຕື່ນເຕັ້ນທີ່ໄດ້ພົບເຫັນພະທາດເຈົ້າອະນຸວົງ ທີ່ສ້າງຂຶ້ນເພື່ອເປັນການເຊີດຊູກຽດສັກສີແກ່ອະດີດເຈົ້າຊີວິດລາວ ທີ່ຖືກກ່າວຫາວ່າເຄີຍມາລີ້ໄພຢູ່ທີ່ນີ້,  ເມື່ອອອກຈາກພະທາດແລ້ວ ກໍສືບຕໍ່ຍ່າງແບບບໍ່ຟ້າວຟັ່ງໄປຕາມເສັ້ນທາງເກົ່າແກ່ ເພື່ອມຸ່ງໜ້າສູ່ເມືອງຍົມມະລາດ, ເສັ້ນທາງສາຍນີ້ ສາມາດເດີນທາງຜ່ານໄດ້ໃນບາງລະດູການເທົ່ານັ້ນ ໂດຍສະເພາະກໍແມ່ນຊ່ວງທີ່ສະພາບເສັ້ນທາງເອື້ອອໍານວຍ.

ຄະນະທ່ອງທ່ຽວໄດ້ເດີນທາງໄດ້ມາເຖິງບ້ານກວນສາມ, ເມືອງນາກາຍ ໃນຕອນບ່າຍ ພ້ອມລິ້ມລອງກັບອາຫານທ່ຽງຫຼາຍຢ່າງທີ່ມີລົດຊາດແຊບຊ້ອຍ ທີ່ຊາວບ້ານເປັນຜູ້ກະກຽມໄວ້ລໍຖ້າ. ຈາກນັ້ນທີມງານກໍສືບຕໍ່ອອກເດີນທາງສູ່ຖໍ້າພະຍາເມືອງວັນ ເຊິ່ງຕັ້ງຊື່ຕາມຊື່ຂອງເຈົ້າກົກເຈົ້າເຫຼົ່າໃນທ້ອງຖິ່ນ ແລະ ຍັງມີອີກຖໍ້າແຫ່ງໜຶ່ງ ທີ່ມີພະພຸດທະຮູບອົງໜຶ່ງສະຖິດຢູ່ ທັງເປັນບ່ອນທີ່ເຄົາລົບນັບຖືຂອງປະຊາຊົນໃນເຂດນີ້.

ທີມງານໄດ້ເດີນທາງຜ່ານຄວາມອຸດົມສົມບູນຂອງທໍາມະຊາດໃນເຂດບ້ານນາທອນ ແລະ ບ້ານນາບອນ, ເຊິ່ງເປັນໝູ່ບ້ານທີ່ໃຫ້ບໍລິການເຮືອນພັກແບບປະຊາຊົນມີສ່ວນຮ່ວມ ຫຼື ໂຮມສະເຕ ເຊິ່ງນັກທ່ອງທ່ຽວຍັງສາມາດຍ່າງປ່າເພື່ອໄປທ່ຽວຊົມນໍ້າຕົກຕາດສາວອີ ແລ້ວກັບມາພັກທີ່ໂຮມສະເຕໃນຕອນແລງໄດ້. ພວກຊາວບ້ານຍັງມັກເວົ້າກັນຈົນຕິດປາກວ່າ: ນໍ້າຕົກຕາດແຫ່ງນີ້ຖືເປັນສະຖານທີ່ຍອດນິຍົມຂອງຄູ່ບ່າວສາວ ທີ່ພາກັນໄປທ່ຽວຫຼິ້ນຢ່າງໂຣແມນຕິກເພື່ອໜີຈາກສາຍຕາຂອງເພື່ອນບ້ານ.

ພໍແຕ່ເດີນທາງມາຮອດບ້ານນາຕານກໍພໍດີຖືກຊ່ວງຕອນແລງ ເປັນອັນວ່າການເດີນທາງສໍາລັບມື້ນັ້ນໄດ້ສິ້ນສຸດລົງ. ນັກທ່ອງທ່ຽວສາມາດເລາະຊົມບ້ານນາຕານດ້ວຍການຂີ່ລົດຖີບ ເຊິ່ງຈະພົບກັບຄວາມງົດງາມຂອງພູມພາບຫີນປູນ ບວກກັບການຕ້ອນຮັບອັນອົບອຸ່ນຂອງຊຸມຊົນທ້ອງຖິ່ນທີ່ມີຕໍ່ແຂກບ້ານແຂກເມືອງ. ຕອນກາງຄືນກໍສາມາດພັກຜ່ອນຢູ່ໂຮມສະເຕທີ່ສະດວກສະບາຍ, ທັງດື່ມດໍາກັບວັດທະນະທໍາ ແລະ ປະເພນີແບບດັ້ງເດີມຂອງທ້ອງຖິ່ນ.

ມື້ທີ 3
ເດີນທາງຈາກນາກາຍສູ່ບ້ານເມືອງຫຼວງ

ເມື່ອແສງແດດຍາມເຊົ້າແຜ່ລັດສະໜີອາບເອ້ທົ່ວຮ່ອມພູຈົນກາຍເປັນສີທອງ, ທາງທີມຄະນະກໍໄດ້ອີ່ມທ້ອງກັບອາຫານເຊົ້າຮ່ວມກັບເຈົ້າພາບໃນບ້ານນາຕານ. ຈາກນັ້ນກໍອອກເດີນທາງດ້ວຍການຂີ່ລົດໄຖນານ້ອຍໆມຸ່ງໜ້າໄປຍັງທ່າເຮືອ ບ່ອນທີ່ຈະເລີ່ມຕົ້ນລ່ອງເຮືອດ້ວຍເຮືອຈັກໄຟຟ້າລໍາໃໝ່ອັນໜ້າຈົດຈໍາຜ່ານຖໍ້າກອງລໍໃນຕໍານານ. ເຮືອເຫຼົ່ານີ້ ໄດ້ຊ່ວຍຮັກສາລະບົບນິເວດພາຍໃນຖໍ້າໄດ້ເປັນຢ່າງດີ, ເນື່ອງຈາກເຮືອຈັກທີ່ໃຊ້ນໍ້າມັນກາຊວນ ໄດ້ປ່ອຍຄວັນທີ່ເປັນອັນຕະລາຍຕໍ່ການພັດທະນາທາງທໍາມະຊາດພາຍໃນຖໍ້າ. ພະນັກງານນໍາທ່ຽວໄດ້ແບ່ງປັນເລື່ອງເລົ່າ ທັງຕໍານານທີ່ໜ້າສົນໃຈ ໃນຂະນະທີ່ເຮືອກໍາລັງແລ່ນຜ່ານຫ້ອງໂຖງໃຫຍ່ອັນມີສະເໜ່ຂອງຖໍ້າແຫ່ງນີ້ ພ້ອມທັງຕື່ນຕາຕື່ນໃຈກັບຄວາມງາມຂອງບັນດາຫີນງອກ, ຫີນພອກ ແລະ ຫີນຍ້ອຍທີ່ລະອຽດອ່ອນ. ນັກທ່ອງທ່ຽວຍັງໄດ້ຮຽນຮູ້ກ່ຽວກັບວຽກງານການປັບປຸງໃໝ່ຢ່າງຕໍ່ເນື່ອງພາຍໃນຖໍ້າ ແມ່ນແຕ່ຊ່ວງເວລາທີ່ໄດ້ເຂົ້າໄປສໍາຫຼວດຫ້ອງທີ່ປັບປຸງໃໝ່ເຊິ່ງມີການກໍ່ສ້າງພາຍໃນທີ່ໜ້າສົນໃຈ ໂດຍສະເພາະກໍແມ່ນທາງຍ່າງເສັ້ນໃໝ່ ລວມທັງໄຟເຍືອງທາງທີ່ສ່ອງແສງສະຫວ່າງພາຍໃນຖໍ້າ.

ກ່ອນອອກເດີນທາງກັບຄືນສູ່ນະຄອນຫຼວງວຽງຈັນ, ທີມນັກທ່ອງທ່ຽວໄດ້ພາກັນແວ່ພັກດື່ມກາເຟທີ່ຈຸດຊົມວິວເດິຣັອກ ພູຜາມ່ານ ເຊິ່ງທຸກຄົນໄດ້ດື່ມດໍາກັບຄວາມງາມຂອງທໍາມະຊາດໃນລັກສະນະທີ່ເປັນວິວກວ້າງຂອງຈອມພູຫີນ ໃນປ່າສະຫງວນແຫ່ງຊາດພູຫີນບູນ.

ຂະນະທີ່ທຸກຄົນໄດ້ອໍາລາຈາກຮ່ອມພູແຫ່ງຄວາມງົດງາມທີ່ນາຕານ,  ພວກເຂົາຕ່າງກໍໄດ້ນໍາເອົາຄວາມຊົງຈໍາອັນລໍ້າຄ່າ ແລະ ຄວາມມຸ່ງໝັ້ນໃນຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຊຸກຍູ້​ສົ່ງເສີມວຽກງານການທ່ອງທ່ຽວ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ແລະ ສະໜັບສະໜູນ​ການ​ປົກ​ປັກ​ຮັກສາ​ມໍລະດົກທາງ​ທຳ​ມະ​ຊາດ​ອັນ​ຍິ່ງ​ໃຫຍ່​ແຫ່ງນີ້. ສໍາລັບການເດີນທາງໃນຄັ້ງນີ້ ຖືເປັນປະສົບການໃນການເປີດໂອກາດໃຫ້ເຫັນມຸມມອງໃໝ່ ທັງເຮັດໃຫ້ຮູ້ໄດ້ວ່າ ຈຸດໃຈກາງຂອງປະເທດລາວປະກອບມີຫຼາຍສິ່ງຢ່າງທີ່ໜ້າສົນໃຈ ທັງເປັນໄດ້ຫຼາຍກວ່າການເດີນທາງຜ່ານຖະໜົນເລກທີ 13. ທັງໝົດນີ້ຖືເປັນການເຊີນຊວນເພື່ອແບ່ງປັນອັນຍະມະນີທີ່ມີຄ່າທີ່ເຊື່ອງໄວ້ໃນຜືນໂລກ, ເພື່ອປູກຈິດສໍານຶກໃນການຮັບຮູ້ກ່ຽວກັບມໍລະດົກທາງທໍາມະຊາດທີ່ເປັນເອກະລັກ, ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນທ້ອງຖິ່ນ ໂດຍຜ່ານການທ່ອງທ່ຽວແບບຍືນຍົງ.

ການເດີນທາງ
ສາມາດເດີນທາງເຂົ້າເຖິງຮ່ອມພູນາຕານໂດຍລົດຍົນ ຈາກນະຄອນຫຼວງວຽງຈັນ ຫຼື ສະຫວັນນະເຂດ. ພ້ອມກັນນັ້ນກໍຍັງມີສາຍການບິນລາວທີ່ໃຫ້ບໍລິການຖ້ຽວບິນໄປຍັງສອງແຂວງດັ່ງກ່າວ.

ຂໍ້ມູນເພີ່ມເຕີມ
ຂໍ້ມູນເພີ່ມເຕີມກ່ຽວກັບຖໍ້າກອງລໍ ແລະ ຮ່ອມພູນາຕານ ສາມາດເຂົ້າເບິ່ງໄດ້ທີ່ fb.com/Konglor.Natane.Cave

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທວົງສາ

Read More

Related Articles