ໃຊ້ຊີວິດແບບ ເພີດເພີນ ກັບການກິນ, ດື່ມ ແລະ ຊັອບປີ້ງ

Author:

Category:

spot_img

ບາງກອກມີທຸກສິ່ງໄວ້ຕ້ອນຮັບບັນດາທ່ານ

ເມື່ອເວົ້າເຖິງບາງກອກ ທ່ານຄົງຈະຄິດເຫັນພາບແຫ່ງຄວາມແປກໃໝ່ຂອງຫຼາຍສິ່ງຢ່າງ, ລວມທັງສິ່ງລຶກລັບຊັບຊ້ອນແບບມີເງື່ອນງໍາ, ນິມິດຂອງຜ້າໄໝລາຍໄຂ່ມຸກ, ນັກເຕັ້ນລຳທີ່ສະຫງ່າງາມໃນພວງມາໄລດອກມະລິອັນຫອມຫວນ ພ້ອມທັງກະໂຈມຫົວສີທອງ ຄືກັບໃນໜັງເລື່ອງ “The King and I”. ໃນນາມທີ່ເປັນສູນກາງດ້ານການຄົມມະນາຄົມຂົນສົ່ງທີ່ສໍາຄັນແຫ່ງໜຶ່ງຂອງໂລກ, ບາງກອກ ຖືເປັນສະຖານທີ່ທີ່ເໝາະສົມສໍາລັບການພັກຜ່ອນໃນຊ່ວງວັນພັກທ້າຍອາທິດ ກໍລະນີມີແຜນຈະເດີນທາງຜ່ານ ຫຼື ເດີນທາງໄປຍັງຫາດຊາຍແຫ່ງຕ່າງໆທາງພາກໃຕ້ຂອງປະເທດໄທ.

ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ສໍາຄັນນັ້ນກໍຄືຄວາມຄຸ້ມຄ່າ. ສໍາລັບຄ່າຄອງຊີບໃນເມືອງໃຫຍ່ດັ່ງກ່າວກໍບໍ່ໄດ້ສູງດັ່ງທີ່ຄິດ ເຖິງແມ່ນ ນິວຢອກ ທີ່ເຄີຍເປັນເມືອງທີ່ມີຊື່ສຽງເລື່ອງການຊັອບປິ້ງ ແຕ່ບາງກອກກໍສາມາດກາຍເປັນສູນກາງຊັອບປິ້ງໄດ້ເຊັ່ນກັນ. ທ່ານສາມາດເລາະຊື້ສິ່ງຂອງທີ່ຕົນຕ້ອງການໄດ້ທຸກປະເພດ ນັບແຕ່ອຸປະກອນອີເລັກໂທຣນິກລະດັບຊັ້ນນໍາ ຈົນເຖິງເຄື່ອງປະດັບອັນຍະມະນີຄຸນນະພາບສູງ ໃນ​ພຽງສ່ວນໜຶ່ງຂອງ​ລາ​ຄາ​ທີ່​ທ່ານ​ອາດ​ຈະ​ຕ້ອງໄດ້ຈ່າຍ​ໃນ​ເອີ​ຣົບ ​ຫຼື ​ອາ​ເມລິ​ກາ​ເໜືອ​. ວິທີທີ່ດີໃນການໃຊ້ເວລາໝົດມື້ເພື່ອຫຼີກໜີຈາກຄວາມຮ້ອນນັ້ນກໍຄື ການມຸ່ງໜ້າໄປຍັງບັນດາຫ້າງຮ້ານແຫ່ງຕ່າງໆໃນບາງກອກເພື່ອຜ່ອນຄາຍຄວາມຮ້ອນດ້ວຍເຄື່ອງປັບອາກາດ. ຕົວເລືອກໃໝ່ຂອງວົງການຊັອບປິ້ງແບບຄົບເຄື່ອງໃນບາງກອກກໍແມ່ນ ໄອຄອນສະຫຍາມ ຖ້າທ່ານມີເງິນສົດພ້ອມຈ່າຍກໍສາມາດເຂົ້າຮ້ານຫຼູໆໄດ້ຫຼາຍແຫ່ງ ເປັນຕົ້ນແມ່ນ ຫຼຸຍ ວິດຕອງ ແລະ ຊາແນວ ຫຼື ແມ່ນແຕ່ຮ້ານຄ້າລາຄາແບບຍ່ອມເຍົາ ເຊັ່ນ H&M. ຕຶກໄອຄອນສະຫຍາມຍັງມີລະບຽງເທິງຊັ້ນດາດຟ້າ ພ້ອມຊົມທິວທັດອ້ອມຮອບເມືອງບາງກອກ ໂດຍສະເພາະກໍແມ່ນເສັ້ນຂອບຟ້າທີ່ຢູ່ຟາກກົງກັນຂ້າມກັບຝັ່ງແມ່ນໍ້າ. ອີກຈຸດເດັ່ນໜຶ່ງຂອງໂຊນອະລັງການທີ່ບໍ່ຄວນພາດນັ້ນ ກໍມີນໍ້າຕົກມີລຕິມີເດຍອັນງົດງາມທີ່ຊັ້ນເທິງ ເຊິ່ງມີພາບ ແລະ ການອອກແບບທີ່ສ້າງຂຶ້ນຈິງໂດຍມີນໍ້າຕົກລົງມາເປັນສາຍຍາວ. ໃນຂະນະທີ່ຊັ້ນໃຕ້ດິນໂດຍລວມແມ່ນໃຊ້ເປັນສູນກາງວັດທະນະທໍາອາຫານ, ທ່ານສາມາດພົບເຫັນຜູ້ຂາຍທີ່ເຮັດອາຫານທຸກຢ່າງນັບແຕ່ຜັດໄທຈົນເຖິງເຂົ້າໜຽວໝາກມ່ວງ. ນອກນັ້ນທ່ານຍັງສາມາດເລາະຊົມບັນດາເຄື່ອງຫັດຖະກໍາພື້ນເມືອງອື່ນໆທີ່ໜ້າສົນໃຈເຊັ່ນ: ຜົນງານແກະສະຫຼັກໄມ້ ແລະ ຖົງຖັກແສ່ວເປັນຕົ້ນ. ເມື່ອຕ້ອງການຍ່າງເລາະຫຼິ້ນອ້ອມຮອບແບບບໍ່ຮີບຮ້ອນເລື່ອງເວລາ, ສູນການຄ້າເຊັນທຣັນເວິລ ກໍເປັນອີກສະຖານທີ່ໜຶ່ງທີ່ຍາກຈະມີບ່ອນອື່ນໃດທຽມທັນໄດ້, ສ່ວນຢູ່ຕາມຫ້າງຮ້ານຕ່າງໆກໍມີສູນອາຫານຫຼາກຫຼາຍໄວ້ໃຫ້ບໍລິການເຊັ່ນກັນ ເຊິ່ງທ່ານສາມາດແວ່ຮັບປະທານອາຫານທ່ຽງໃນເຂດດັ່ງກ່າວໄດ້.

ຖ້າທ່ານບໍ່ມັກເລາະຊັອບປິ້ງຕາມຫ້າງຮ້ານສັບພະສິນຄ້າຕ່າງໆທີ່ກ່າວມາຂ້າງເທິງ, ທ່ານສາມາດທ່ຽວຊົມຕາມຕະຫຼາດພື້ນເມືອງທີ່ໜ້າສົນໃຈໃນບໍລິເວນອ້ອມຮອບ ເພື່ອຄົ້ນຫາປະສົບການຈາກທ້ອງຖິ່ນອັນແທ້ຈິງ ໂດຍສະເພາະກໍແມ່ນຕະຫຼາດຄອງເຕີຍ ທີ່ເປີດໃຫ້ບໍລິການທຸກວັນຕະຫຼອດ 24 ຊົ່ວໂມງ, ສະຖານທີ່ຄຶກຄື້ນແຫ່ງນີ້ ຖືເປັນຈຸດສະໜອງວັດຖຸດິບແບບສົດໆໃໝ່ໆໃຫ້ແກ່ບັນດາຮ້ານອາຫານແຫ່ງຕ່າງໆໃນບາງກອກ. ຂ້າພະເຈົ້າຢາກສໍາຜັດກັບຕະຫຼາດອັນເກົ່າແກ່ກວ່ານີ້ ຈິ່ງມຸ່ງໜ້າໄປທີ່ຕະຫຼາດດອກໄມ້ປາກຄອງ ເຊິ່ງເປັນຕະຫຼາດທີ່ຕັ້ງຢູ່ໃກ້ກັບພະລາຊະວັງ ເພື່ອຈະໄດ້ເລາະເບິ່ງແມ່ຄ້າຊາວຂາຍທີ່ຍັງນິຍົມກັນຊື້ຂາຍແບບເກົ່າ. ຕະຫຼາດແຫ່ງນີ້ບໍ່ມີສິ່ງຫຼູຫຼາໃຫ້ເຊີຍຊົມ ແຕ່ມັນເຮັດໃຫ້ຮູ້ສຶກຄືກັບວ່າ ໄດ້ຢ້ອນເວລາກັບຄືນໄປຍັງສະຖານທີ່ທີ່ຂ້ອນຂ້າງມືດ. ກິ່ນຫອມຂອງດອກມະລິບວກກັບດອກໄມ້ສົດທີ່ຄັດເລືອກມາ, ໂດຍສະເພາະກໍແມ່ນດອກກ້ວຍໄມ້ທີ່ສ້າງຈຸດສົນໃຈພໍສົມຄວນ ລວມທັງຄົນຂາຍດອກໄມ້ທີ່ກໍາລັງຕັ້ງໃຈກັບການຮ້ອຍພວງມາໄລ ພ້ອມປະດັບປະດາຈາກດອກໄມ້ນານາຊະນິດ.

ວັດວາອາຮາມຫຼາກຫຼາຍແຫ່ງທີ່ສົ່ງແສງປະກາຍສີທອງ ປະສົມປະສານດ້ວຍການຕົກແຕ່ງຢ່າງຫຼູຫຼາທີ່ເປັນເອກະລັກແບບໄທໆ ໂດຍສະເພາະກໍແມ່ນບໍລິເວນອ້ອມຮອບພະລາຊະວັງ ຈະສາມາດພົບເຫັນບັນດາວັດວາອາຮາມທີ່ສໍາຄັນທີ່ສຸດຂອງໄທຫຼາຍແຫ່ງໃນທີ່ນີ້. ຄັ້ງນີ້ພວກເຮົາຕັດສິນໃຈທ່ຽວຊົມວັດໂພ ເຊິ່ງທ່ານສາມາດເຫັນພະພຸດທະຮູບປາງໄສຍາດຂະໜາດໃຫຍ່ ລວມທັງກຸ່ມພະພຸດທະຮູບທີ່ໃຫຍ່ທີ່ສຸດຂອງປະເທດ. ບໍລິເວນຂອງວັດຂ້ອນຂ້າງກວ້າງຂວາງ ທັງມີມຸມເລັກມຸມນ້ອຍຫຼາຍແຫ່ງເຊື່ອງຢູ່, ເນື່ອງຈາກສະຖານທີ່ແຫ່ງນີ້ຕັ້ງຢູ່ໃກ້ກັບແມ່ນໍ້າເຈົ້າພະຍາ ແລະ ວັດອາລຸນ (ວັດອາຣຸນຣາຊວະຣາຣາມ) ເມື່ອມຸ່ງໜ້າລົງສູ່ທາງແມ່ນໍ້າໃນຍາມດວງຕາເວັນເລີ່ມຕົກດິນ, ຈະເຮັດໃຫ້ທ່ານມີໂອກາດໄດ້ທ່ຽວຊົມວັດທີ່ງົດງາມໃນຂະນະທີ່ພະອາທິດໃກ້ຈະຕົກດິນ. ສາມາດເວົ້າໄດ້ເລີຍວ່າ ສະຖານທີ່ແຫ່ງນີ້ເປັນຈຸດຖ່າຍຮູບແບບຄົບເຄື່ອງ ສໍາລັບການເກັບພາບຕາເວັນຕົກດິນແບບງາມໆ!

ຄວາມອິດເມື່ອຍຈາກການຊັອບປິ້ງ ບວກກັບການຍ່າງເລາະຫຼິ້ນບໍລິເວນອ້ອມຮອບວັດ ຍ່ອມກໍ່ໃຫ້ເກີດຄວາມຫິວຂຶ້ນມາໃນທັນທີໄດ້, ແຕ່ບໍ່ຕ້ອງເປັນຫ່ວງ ເພາະບາງກອກຂຶ້ນຊື່ໃນເລື່ອງອາຫານແຄມທາງທີ່ຫຼາກຫຼາຍໜ້າຮັບປະທານ. ໃນຕອນຄ້າຍແລງ ຈະເຫັນຄວັນດໍາລອຍລ່ອງອອກມາຈາກເຕົາປີ້ງ ກ່ອນທີ່ໝໍ້ຂາງໜ່ວຍໃຫຍ່ຈະຖືກຕັ້ງຂຶ້ນເທິງປາກເຕົາ ແລະແລ້ວລົດເຂັນຫຼາຍຄັນກໍປາກົດອອກມາໂດຍບໍ່ຮູ້ຊໍ້າວ່າມັນມາຈາກທິດທາງໃດ ເຊິ່ງມີຂາຍທຸກຢ່າງ ນັບແຕ່ໝາກໄມ້ສົດຕະຫຼອດເຖິງປີ້ງກຸ້ງສົດໆທີ່ຫາກໍນໍາຂຶ້ນມາຈາກແມ່ນໍ້າໃໝ່ໆ. ອາຫານຫາກໍປຸງສຸກຖືກນໍາມາວາງໄວ້ຕໍ່ໜ້າທ່ານ ແລະຄືຈະບໍ່ມີຫຍັງສົດໃໝ່ກວ່າອາຫານຢ່າງນີ້, ເມື່ອເວົ້າເຖິງລາຄາແມ່ນຖືວ່າສາມາດຈັບຕ້ອງໄດ້ ເພາະລາຄາຂ້ອນຂ້າງຖືກ. ທ່ານຄວນກິນເລັກໜ້ອຍເພື່ອຈົ່ງທ້ອງໄວ້ສໍາລັບອາຫານຢ່າງອື່ນ ກ່ອນຈະຍ້າຍໄປຮ້ານຕໍ່ໄປ ແລ້ວລອງຊີມເບິ່ງ! ດ້ວຍອາຫານຫຼາກຫຼາຍລາຍການທີ່ແປກໃໝ່ ທັງລົດຊາດແຊບຖືກໃຈໃຫ້ລອງຊີມ, ບາງກອກຈິ່ງຖືເປັນສະຫວັນຂອງນັກຊີມ, ໂດຍສະເພາະກໍແມ່ນເຂດໄຊນ່າທາວມີຊື່ສຽງໃນດ້ານຕົວເລືອກຂອງອາຫານທີ່ຫຼາກຫຼາຍ.

ບາງກອກ ເປັນເມືອງໃຫຍ່ທີ່ບໍ່ເຄີຍຫຼັບນອນ ເຮັດໃຫ້ການທ່ອງທ່ຽວຍາມລາຕີຖືເປັນສິ່ງທີ່ບໍ່ຄວນພາດ. ທ່ານສາມາດກັບເຮືອນໄວ ຫຼື ຊ້າກໍໄດ້ຂຶ້ນກັບໃຈຕ້ອງການ. ໝົດຍຸກຂອງຮ້ານບາແບບເກົ່າໆທີ່ໄຮ້ລົດນິຍົມ, ເຊິ່ງປັດຈຸບັນໃນບາງກອກປະກອບມີຮ້ານບາເທິງດາດຟ້າພ້ອມທິວທັດອັນງົດງາມ. ມີຮ້ານບາຫຼາຍປະເພດໃຫ້ເລືອກໃຊ້ບໍລິການ ເປັນຕົ້ນແມ່ນໃນບາທີ່ຂາຍສະເພາະເຫຼົ້າຈິນ (gin) ຫຼື ຮ້ານບາທີ່ຕົກແຕ່ງຄືກັບຕູ້ສະບຽງໃນລົດໄຟຈາກປີ 1920. ຂະນະທີ່ເທັບບາ (Tep Bar) ກໍຍັງເປັນສະຖານທີ່ທີ່ໄດ້ຮັບຄວາມນິຍົມນໍາອີກ ເຊິ່ງມີຄວາມຊ່ຽວຊານດ້ານການປຸງຄັອກເທວທີ່ປຸງຈາກເຫຼົ້າຂາວໄທ ລວມທັງອາຫານວ່າງທີ່ໃຊ້ວັດຖຸດິບໃນທ້ອງຖິ່ນ. ຖ້າທ່ານມັກດື່ມແບບນອກສະຖານທີ່, ຕາມຮ່ອມທາງເສັ້ນນ້ອຍໆແຖວທອງຫຼໍ່ກໍເປັນຈຸດທີ່ໜ້າສົນໃຈ ທັງມີຮ້ານບາເດັ່ນໆຫຼາຍແຫ່ງຢູ່ໃນເມືອງນໍາອີກ. ເປັນທີ່ແນ່ນອນແລ້ວວ່າ ບາງກອກມີເຄືອຂ່າຍການຄົມມະນາຄົມທີ່ກວ້າງຂວາງ, ໂດຍມີລົດໄຟຟ້າໃຫ້ບໍລິການຈົນຮອດທ່ຽງຄືນ, ພໍເມື່ອລົດໄຟຢຸດແລ່ນແລ້ວ ກໍສາມາດໃຊ້ບໍລິການແອັບ Uber ແລະ Grab ເຊິ່ງເປັນແອັບຍອດນິຍົມສໍາລັບຈ້າງລົດກັບບ່ອນພັກຂອງທ່ານ.

ການເດີນທາງ
ມີສາຍການບິນລາວທີ່ໃຫ້ບໍລິການຖ້ຽວບິນໄປບາງກອກທຸກວັນ ຈາກນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ Anita Preston / Evensong Film

Read More

Related Articles