Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
New, Stay, ທ່ອງທ່ຽວ

ທ່ອງທ່ຽວພະຈົນໄພແບບຄອບຄົວທີ່ພາກໃຕ້ຂອງລາວ

posted by Thanouphet
Nov 8, 2020 953 0 0
Share

ບັນດາໂຮງແຮມທີ່ຈະມາສ້າງຄວາມມ່ວນຊື່ນໃຫ້ທຸກເພດທຸກໄວ.

ການເດີນທາງທ່ອງທ່ຽວຮ່ວມກັບເດັກນ້ອຍຖືເປັນການສ້າງປະສົບການອັນພິເສດແກ່ພວກເຂົາໂດຍການໃກ້ຊິດກັບວັດທະນະທຳ, ສະພາບແວດລ້ອມ ແລະ ກິດຈະກຳໃໝ່ໆ. ທຣິບການເດີນທາງແບບຄອບຄົວເຫຼົ່ານີ້ສາມາດກໍ່ໃຫ້ເກີດຄວາມປະທັບໃຈ ແລະ ຄວາມຊົງຈຳດີໆທີ່ຈະຍັງຄົງຢູ່ກັບພວກເຂົາໄປຕະຫຼອດ. ເນື່ອງຈາກໃກ້ຈະຮອດວັນພັກຜ່ອນນີ້, ບັນດາພໍ່ແມ່ຜູ້ປົກຄອງທັງຫຼາຍກໍ່ຄົງກຳລັງພິຈາລະນາວ່າຈະໄປຫຼີ້ນໃສ່ດີກັບຄອບຄົວ ໃນຊ່ວງທີ່ເດັກນ້ອຍພັກໂຮງຮຽນ. ເຖິງແມ່ນວ່າຫຼາຍໆຈຸດໝາຍປາຍທາງຂອງການທ່ອງທ່ຽວຈະເໝາະແກ່ການເດີນທາງໃນພຽງຮູບແບບດຽວ, ແຕ່ທ່ານຈະໄດ້ພົບກັບບັນດາກິດຈະກຳຕ່າງໆທີ່ຫຼາກຫຼາຍເໝາະສຳລັບທຸກຄົນໃນຄອບຄົວແນ່ນອນຢູ່ທາງພາກໃຕ້ຂອງລາວ. ເຊີ່ງມື້ນີ້ພວກເຮົາກໍ່ຈະມາແນະນຳບັນດາສະຖານທີ່ພັກຜ່ອນຢ່ອນໃຈທີ່ເໝາະກັບທຸກເພດທຸກໄວ, ແລະ ຖ້າຫາກທ່ານໃດມີເດັກນ້ອຍເດີນທາງໄປນໍາ, ກໍ່ບໍ່ຕ້ອງເປັນຫ່ວງວ່າຈະບໍ່ມີບ່ອນໃຫ້ເດັກນ້ອຍຫຼີ້ນ ເພາະ
ພວກເຮົາໄດ້ຄັດເລືອກສະຖານທີ່ ທີ່ດີທີ່ສຸດສຳລັບການທ່ອງທ່ຽວແບບຄອບຄົວມາໃຫ້ທ່ານແລ້ວ.

 

ໂຮງແຮມ ຈໍາປາສັກ ແກຣນ

ເໝາະສົມສຳລັບຄອບຄົວ ແຕ່ກໍ່ຢູ່ໃກ້ກັບຕົວເມືອງພໍຫາກທ່ານຕ້ອງການໄປເລາະທ່ຽວຊົມທິວທັດດ້ວຍຕົນເອງ. ໂຮງແຮມດັ່ງກ່າວແມ່ນຕັ້ງຢູ່ໃກ້ກັບ ຕະຫຼາດດາວເຮືອງ ທີ່ມີຂະໜາດໃຫຍ່ ແລະ ເປັນທີ່ຮູ້ຈັກກັນດີ. ໂຮງແຮມແຫ່ງນີ້ມີສະລອຍນໍ້າທີ່ໃຫຍ່ສໍາລັບເດັກນ້ອຍ ແລະ ກໍ່ຍັງເຊື່ອມຕໍ່ກັນກັບ ສະລອຍນໍ້າສໍາລັບຜູ້ໃຫຍ່ອີກນຳ. ນອກຈາກສິ່ງທີ່ກ່າວມາຂ້າງເທິງແລ້ວ, ທາງໂຮງແຮມເພີ່ນກໍ່ຍັງມີຮ້ານອາຫານ ທີ່ມາພ້ອມກັບຫຼາກຫຼາຍເມນູໃຫ້ເລືອກ ລວມທັງອາຫານເຊົ້າແບບບຸບເຟ້ທີ່ດີທີ່ສຸດໃນຕົວເມືອງ!

 

ພູບາຈຽງ ກ໋ອຟ ແລະ ຣີສອດ

ທາງເລືອກທີ່ເປັນທີ່ນິຍົມອີກແຫ່ງໜຶ່ງຂອງປາກເຊແມ່ນ ພູບາຈຽງ ກ໋ອຟ ແລະ ຣີສອດ. ບັນດາບັງກະໂລຢູ່ທີ່ນີ້ ກວ້າງຂວາງພໍທີ່ຈະສາມາດຮອງຮັບໄດ້ໝົດທັງຄອບຄົວ. ນອກນັ້ນ, ຍັງມີຮ້ານອາຫານທີ່ອ້ອມຮອບໄປດ້ວຍພູຜາປ່າໄມ້ ແລະ ທິວທັດທີ່ສວຍສົດງົດງາມໜ້າອັດສະຈັນໃຈກວ້າງຂວາງຈົນສຸດສາຍຕາ, ແລະ ຍັງມີສວນດອກໄມ້ຂອງທາງຣີສອດທີ່ຍາວຢຽດ ຄຽງຄູ່ໄປກັບສະໜາມກ໋ອຟ ຈຳນວນເຖິງ 18 ຂຸມໄວ້ຄອຍໃຫ້ບໍລິການ. ແຕ່ທີ່ຍິ່ງໄປກວ່ານັ້ນແມ່ນພື້ນທີ່ສະລອຍນໍ້າທີ່ມີສະໄລເດີ້ ເຊີ່ງຢູ່ໃນຄວາມສູງທີ່ພໍດີ ແລະ ສົມບູນແບບ, ເອີ້ນໄດ້ວ່າເໝາະທີ່ສຸດສໍາລັບເດັກນ້ອຍ.

 

ເດິ ຣີເວີ ຣີສອດ

ຣີສອດຫຼູຫຼາໃນຕົວເມືອງຈຳປາສັກແຫ່ງນີ້ແມ່ນຕິດກັບແຄມແມ່ນໍ້າ ເປັນທີ່ພັກແບບເຮືອນວິນລາທີ່ມີ ສະນໍ້າ/ສວນ ຄົບຊຸດ. ສຳລັບຜູ້ທີ່ມີຄວາມມັກໃນທຳມະຊາດແມ່ນຈະມີສວນ ທີ່ຢູ່ໃກ້ໆ ເຊິ່ງເປັນສວນທມີປ່າໄມ້ກວ້າງໃຫຍ່ໄພສານເຕັມໄປດ້ວຍບັນດາພືດພັນ ແລະ
ສັດທ້ອງຖິ່ນທີ່ເດັກນ້ອຍມັກ, ໂດຍສະເພາະແມ່ນຕົ້ນໄມ້ພື້ນເມືອງບາງຊະນິດ. ສະຖານທີ່ແຫ່ງນີ້ມີຄວາມສູງເຖິງ 25 ແມັດ. ບັນດາແຂກທີ່ມາພັກຈະໄດ້ໃຊ້ເວລາເຮັດກິດຈະກຳຕ່າງໆກັບຄົນໃນຄອບຄົວ ແລະ ຍັງເພີດເພີນໄປກັບສະລອຍນໍ້າທີ່ສາມາດແນມເຫັນວິວຕາ
ເວັນຕົກດິນທີ່ສວຍງາມຂອງແມ່ນໍ້າຂອງ. ນອກຈາກນີ້ແລ້ວ, ເພິ່ນກໍ່ຍັງມີອາຫານແຊບໆໄວ້ໃຫບໍລິການທີ່ຮ້ານອາຫານແຄມນໍ້າອີກນໍາ, ຖືໄດ້ວ່າທຣິບນີ້ຈະເປັນທຣິບທີ່ທ່ານຈະໄດ້ຮັບຄວາມຊົງຈໍາດີໆໃນການເດີນທາງແບບຄອບຄົວກັບບານຢ່າງແນ່ນອນ.

 

ໂຮງແຮມ ລາໂຟລີ

ເປັນອີກໜື່ງໂຮງແຮມທີ່ມີສະເໜ່ເປັນເອກະລັກສະເພາະ ຕັ້ງຢູ່ ດອນແດງຂ້າມຖັດມາຈາກຕົວເມືອງຈຳປາສັກ. ເປັນສະຖານທີ່ທີ່ຈະມອບໂອກາດທີ່ຫາຍາກໃນການພັກຜ່ອນຫຼົບຫຼີກຈາກຜູ້ຄົນ ລົດລາງຢູ່ເທິງຖະໜົນທາງທີ່ສັບສົນວຸ້ນວາຍໃນຊ່ວງເວລາຮີບດ່ວນ. ທີ່ພັກ
ແຫ່ງນີ້ ຈະເປັນທີ່ພັກແບບບັງກາໂລ ເຊິ່ງກໍ່ຈະມີຈໍານວນໜຶ່ງທີ່ເປັນບັງກະໂລໄມ້ໃນໂຮງແຮມ ແຕ່ກໍ່ຍັງຄົງເຕັມໄປດ້ວຍທັດສະນິຍະພາບອັນສວຍງາມຂອງແມ່ນໍ້າຂອງ. ນອກຈາກນີ້, ເພີ່ນກໍ່ຍັງມີທີ່ພັກແບບເປັນເຮືອນວິນລາສ່ວນຕົວໄວ້ໃຫ້ລູກຄ້າໄດ້ເລືອກໃຊ້ບໍລິການ ມາ
ພ້ອມກັບສະລອຍນໍ້າທີ່ຢູ່ພາຍໃຕ້ຮົ່ມໄມ້ຂອງຕົ້ນປາມແລະ ເຮົາຍັງສາມາດແນມເຫັນຝູງຄວາຍຍ່າງເລາະຕາມຫາດຊາຍທີ່ຢູ່ອ້ອມຮອບດອນ, ຖືໄດ້ວ່າເປັນທຳມະຊາດທີ່ອຸດົມສົມບູນທີ່ສຸດ ແລະ ເໝາະເປັນຢ່າງຍິ່ງສໍາລັບການເດີນທາງມາພັກຜ່ອນແບບຄອບຄົວ.

 

ໂຮງແຮມ ປອນ ອາລິນາ

ໂຮງແຮມ ປອນ ອາລິນາ ແມ່ນໂຮງແຮມ ແລະ ຮ້ານອາຫານທີ່ງົດງາມຕັ້ງຢູ່ທີ່ ເມືອງໂຂງ ໃນເຂດພື້ນທີ່ຂອງສີພັນດອນ. ໂຮງແຮມແຫ່ງນີ້ມີສະລອຍນໍ້າກາງແຈ້ງສອງແຫ່ງ ແລະ ຕັ້ງຢູ່ໃກ້ໆກັບບໍລິເວນເສັ້ນທາງທ່ອງທ່ຽວຫຼັກຂອງ ດອນໂຂງ ເຊິ່ງນັກທ່ອງທ່ຽວສາມາດເຂົ້າໄປເລາະທ່ຽວກິນຕາມຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວໄດ້ດ້ວຍການຍ່າງ ຫຼື ຂີ່ລົດຖີບ.

 

ແສງອາລຸນ ຣີສອດ

ແມ່ນຕັ້ງຢູ່ທີ່ດອນໂຂງໃນພື້ນທີ່ ສີພັນດອນ, ແສງອາລຸນ ຣີສອດມີບັງກາໂລແບບມີສວນທີ່ຕັ້ງຢູ່ຂ້າງແມ່ນໍ້າຂອງ. ບັງກາໂລ ແມ່ນຖືກສ້າງດ້ວຍວັດສະດຸທ້ອງຖິ່ນມາພ້ອມກັບແອເຢັນໆພາຍໃນຫ້ອງນອນ ແລະ ພື້ນທີ່ກວ້າງຂວາງສະດວກສະບາຍ. ເໝາະທີ່ສຸດກັບການຂີ່ລົດຖີບເລາະຊົມທຳມະຊາດອ້ອມຮອບເຂດດອນເດດ ແລະ ດອນໂຂງ; ຖ້າຫາກທ່ານໃດຕ້ອງການແຜນທີ່ສຳລັບການຂີ່ລົດຖີບຊົມວີວໃນເຂດດງກາວ ແມ່ນສາມາດສອບຖາມໄດ້ຕາມຮ້ານຄ້າທົ່ວໄປ ຫຼື ເຂົ້າໄປທີ່ southern-laos.com/southern-laos-materials/ ເພື່ອດາວໂຫຼດເອົາແຜນທີ່ໃນເວັບໄຊ.

 

ກາເຟ ສີນຸກ ຣີສອດ

ກາເຟສີນຸກ ຣີສອດ ສະຫວັນຂອງບັນດາຜູ້ມັກກາເຟ! ສະຖານທີ່ແຫ່ງນີ້ຕັ້ງຢູ່ ເມືອງ ທ່າແຕງ, ເປັນຣີສອດທີຫຼູຫຼາສວຍງາມໃນເຂດພູພຽງ ບໍລະເວນ, ສະຖານທີ່ດັ່ງກ່າວແມ່ນມີສະລອຍນໍ້າທີ່ເກີດຂື້ນຕາມທຳມະຊາດ ພ້ອມກັບນໍ້າຕົກຕາດນ້ອຍ. ນອກຈາກນີ້, ເພິ່ນກໍ່ຍັງມີສວນທີ່ໄດ້ຮັບການດູແລເປັນຢ່າງດີໃຫ້ສວຍສົດງົດງາມຢູ່ຕະຫຼອດເວລາ ແລະ ອີກສວນກາເຟທີ່ຕັ້ງຢູ່ທາງດ້ານໜ້າຂອງບັນດາຫ້ອງພັກຂອງແຂກ. ນອກຈາກສິ່ງທີ່ກ່າວມາຂ້າງເທິງແລ້ວທາງ ຣີສອດ ເພິ່ນກໍ່ຍັງມີຮ້ານອາຫານ ທີ່ມາພ້ອມກັບຫຼາກຫຼາຍເມນູ ຄຽງຄູ່ໄປກັບກາເຟທີ່ໄດ້ຮັບຄວາມນິຍົມ ແລະ ແຊບທີ່ສຸດ.

 

ວິທີການເດີນທາງ  

ສາຍການບິນລາວມີ ຖ້ຽວບິນ ປະຈຳວັນ ຈາກ ນະຄອນຫຼວງວຽງຈັນ ຫາ ປາກເຊ.
ເຂົ້າເບິ່ງ southern-laos.com ສຳລັບຂໍ້ມູນເພີ່ມເຕີມ.

Southern Laos
Share

Previous

[:en]Stylish Renovation[:]

Next

[:en]Nam Et-Phou Louey National Park – The Heart of NorthEast Laos[:la]ຫົວໃຈສີຂຽວແຫ່ງລາວເໜືອ - ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ທ່ອງທ່ຽວ
Mar 1, 2019

(English) From Ancient Volcanos to Heavenly Waterfalls – Secrets of the Bolaven Plateau

ຂໍອະໄພ, ບົດຄວາມນີ້ ມີສະເພາະໃນພາສາ English.

Read More
1 0
New, Stay
Jun 3, 2019

ຜ່ອນກາຍຄາຍໃຈທີ່ ອາ​ວາ​ນີ + ຫຼວງພະບາງ

ສະຖານທີ່ທີ່ລວມທຸກຄວາມງາມຂອງຫລວງພະບາງພຽງແຕ່ໜຶ່ງກ້າວຍ່າງ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top