ແຊງກຣີລາ ເມືອງຫ່າງໄກທີ່ໜ້າຄົ້ນຫາ

Author:

Category:

spot_img

ພໍແຕ່ເອີ່ຍເຖິງຊື່ “ແຊງກຣີລ່າ” ກໍເຮັດໃຫ້ນຶກເຖິງສະຖານທີ່ແຫ່ງໜຶ່ງທີ່ຕັ້ງຢູ່ເທິງພູເຂົາອັນໄກໂພ້ນ ທ່າມກາງຕໍານານແຫ່ງຄວາມສະຫງົບ, ຄວາມຜາສຸກ, ແລະ ຄວາມເປັນໜຸ່ມຊົ່ວນິລັນດອນ, ທີ່ເປັນດິນແດນແຫ່ງສົມມຸດຕິຖານໃນນະວະນິຍາຍເລື່ອງ “Lost Horizon” ປີ 1993, ປະພັນໂດຍ ເຈມ ຮິລຕັນ (James Hilton).
ເຖິງແມ່ນໃນເວລານັ້ນຈະເປັນພຽງຕໍານານກ່າວຂານກໍຕາມ, ແຕ່ປັດຈຸບັນ ເມືອງໃນຕໍານານຊໍ້າພັດໄດ້ກາຍເປັນເມືອງທີ່ມີຕົວຕົນໃຫ້ສາມາດສໍາຜັດໄດ້ແທ້ ເຊິ່ງເມືອງແຫ່ງນີ້ຕັ້ງຢູ່ ມົນທົນຍູນນານ, ປະເທດຈີນ, ເນື່ອງຈາກໃນປີ 2001, ເມືອງຈົງຕ້ຽນ ໄດ້ຮັບການປ່ຽນຊື່ມາເປັນເມືອງແຊງກຣີລ່າ ເນື່ອງຈາກເປັນຄວາມພະຍາຍາມຂອງລັດໃນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນເຂດດັ່ງກ່າວ. ດິນແດນທັງສອງແຫ່ງນີ້ ຖືເປັນສະຖານທີ່ທີ່ມີຄວາມງົດງາມທາງທໍາມະຊາດທີ່ໜ້າອັດສະຈັນ ໂດຍຕັ້ງຢູ່ເທິງພູເຂົາທີ່ຢູ່ເຂດຫ່າງໄກສອກຫຼີກ, ສາມາດເວົ້າໄດ້ວ່າ ສະຖານທີ່ແຫ່ງນີ້ຕັ້ງຢູ່ຂ້ອນຂ້າງຫ່າງໄກຈາກເຂດອື່ນໆຂອງໂລກກໍວ່າໄດ້, ແລະ ເປັນສະຖານທີ່ຢູ່ອາໄສຂອງປະຊາຊົນຜູ້ທີ່ມັກໃຊ້ຊີວິດດ້ວຍຄວາມສະຫງບົສຸກ ແລະ ມີຄວາມກົມກືນກັບທໍາມະຊາດອັນແທ້ຈິງ.
ສາມາດອອກເດີນທາງເພື່ອຄົ້ນພົບເມືອງແຊງກຣີລ່າໄດ້ດ້ວຍຕົນເອງ ໂດຍເດີນທາງຜ່ານທາງບົກ ຈາກລີ່ຈຽງ. ໃນທີ່ນີ້, ທ່ານຈະໄດ້ສໍາຜັດກັບພື້ນທີ່ທີ່ເຕັມໄປດ້ວຍທົ່ງຫຍ້າອັນຂຽວງາມ, ລວມທັງສາຍນໍ້າໃສພ້ອມສົ່ງແສງເຫຼື້ອມລະຍິບລະຍັບເມື່ອຕ້ອງກັບດວງຕາເວັນ, ພູເຂົາທີ່ຖືກປົກຄຸມໄປດ້ວຍຫິມະອັນເຢືອກເຢັນ ແລະ ວັດທະນະທໍາທີ່ເປັນເອກະລັກບໍ່ຄືໃຜ.

ວັດຊົ່ງຈ່ານຫຼິນ ເປັນວັດສາສະໜາພຸດແບບທິເບດທີ່ໃຫຍ່ທີ່ສຸດໃນແຂວງຍູນນານ

ນັກທ່ອງທ່ຽວຖ່າຍຮູບແກ້ງໃນແມ່ນໍ້າຢູ່ ຊ່ອງເຂົາເສືອກະໂຈນ

ທາງຍ່າງຂຶ້ນ ພູເຂົາຫິມະມັງກອນຢົກ

ຢູ່ແຂວງຍູນນານມີຊົນເຜົ່າຫຼາກຫຼາຍ ລວມເຖິງເຜົ່າ ນາຊີ່ ທີ່ຢູ່ບໍລິເວນ ແຊງກຣີລ່າ

ການເດີນທາງ
ສາຍການບິນລາວ ໃຫ້ບໍລິການຖ້ຽວບິນໄປຄຸນໝິງທຸກໆມື້. ຈາກນັ້ນທ່ານກໍ່ສາມາດເດີນທາງຕໍ່ດ້ວຍຖ້ຽວບິນສາຍໃໝ່ ຫຼື ລົດໄຟ ເພື່ອມຸ່ງໜ້າສູ່ເມືອງລີ່ຈຽງ, ຈາກນັ້ນຈຶ່ງເດີນທາງຕໍ່ໄປຍັງເມືອງແຊງກຣີລ່າ.

ແປ ແລະ ຮຽບຮຽງໂດຍ ໄພບູນ ທະນະບົວສີ
ຮູບໂດຍ ພູນຊັບ ເທບວົງສາ

Read More

Related Articles