ນໍ້າຂຶ້ນມາປາກິນມົດ – ເມື່ອນໍ້າຫຼຸດມົດກິນປາ
ຖືເປັນຄຳຜະຫຍາລາວທົ່ວໄປທີ່ແຝງໄປດ້ວຍຄວາມໝາຍແບບປຽບເປີຍ ອັນເປັນທັງການວິຈານຕໍ່ການປັບປ່ຽນຂອງດິນຟ້າອາກາດ, ພູມອາກາດ ແລະ ລະດູການ. ເວົ້າໄດ້ວ່າຄຳຜະຫຍາດັ່ງກ່າວ ເປັນການປຽບທຽບທີ່ປະຈວບເໝາະເຈາະທີ່ສຸດ ກັບສິ່ງທ້າທາຍໃນການດໍາລົງຊີວິດທີ່ຊາວກະສິກອນຕ້ອງໄດ້ປະເຊີນໃນລາວ.
ຊາວກະສິກອນຕ້ອງປະເຊີນກັບຊ່ວງເວລາແຫ່ງຄວາມສຸກ ຄວາມຫວັງຂອງການເກັບກ່ຽວຜົນຜະລິດທີ່ສຳເລັດ ພ້ອມທັງຍັງຕ້ອງປະເຊີນກັບຄວາມກັງວົນ ແລະ ຄວາມອຸກອັ່ງທີ່ເກີດຈາກໄພແຫ້ງແລ້ງ ລວມທັງຝົນຕົກນໍ້າຖ້ວມ. ເຖິງວ່າການປ່ຽນແປງຂອງດິນຟ້າອາກາດ, ສະພາບການ ແລະ ພູມອາກາດຈະເປັນແນວໃດ ກໍ່ລ້ວນແຕ່ມີຜົນກະທົບຕໍ່ພວກເຮົາທຸກຄົນ ໂດຍສະເພາະແມ່ນຕໍ່ກັບຊາວກະສິກອນ, ຄອບຄົວຂອງພວກເຂົາ, ແລະ ບັນດາເຂດຊຸມຊົນ ຊົນນະບົດທີ່ອາໄສສະພາບອາກາດທີ່ດີເພື່ອສ້າງພືດຜັກອາຫານໃຫ້ແກ່ຄອບຄົວຜູ້ຫິວໂຫຍຂອງພວກເຂົາ. ການພະຍາກອນອາກາດ ແລະ ຄຳແນະນຳທີ່ຖືກຕ້ອງແມ່ນຍັງສາມາດສ້າງຄວາມແຕກຕ່າງຢ່າງເຫັນໄດ້ຊັດເຈນລະຫວ່າງຄວາມສຳເລັດ ແລະ ຄວາມລົ້ມເຫຼວ ພ້ອມທັງສາມາດປ້ອງກັນການສູນເສຍຊີວິດ ແລະ ຊີວິດການເປັນຢູ່ ເຊັ່ນດຽວກັບການສູນເສຍຜົນລະປູກ, ເມັດພັນ ແລະ ສັດລ້ຽງ.
ໂຊກດີທີ່ຂໍ້ມູນຂ່າວສານດັ່ງກ່າວສາມາດເຂົ້າເຖິງໄດ້ຢ່າງງ່າຍດາຍພຽງແຕ່ປາຍນີ້ວ. ການລາຍງານຄວາມຄືບໜ້າຂອງສະພາບດນຟ້າອາກາດ ແມ່ນຈະມີໃຫ້ບໍລິການຜ່ານລະບົບ ທາງດ້ານພູມອາກາດລາວສໍາລັບກະສິກຳ (LaCSA) ການນໍາໃຊ້ກໍ່ສະດວກສະບາຍເພາະເປັນການນຳໃຊ້ແບບບໍ່ເສຍຄ່າໃຊ້ຈ່າຍໃດໆ, ຜ່ານຊ່ອງທາງອອນລາຍ ແລະ ຍັງສາມາດເຂົ້າເຖິງໄດ້ດ້ວຍໂທລະສັບອີກດ້ວຍ.
ທ່ານ ນາງ ອຸທອນ ເພັດຫຼວງສີ, ຫົວໜ້າ ກົມອຸຕຸນິຍົມ ແລະ ອຸທົກກະສາດ – ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນຜູ້ຊີ້ນໍານຳພາການລິເລີ່ມດັ່ງກ່າວໂດຍການສະໜັບສະໜູນຈາກ ອົງການອາຫານໂລກ ຂອງ ສະຫະປະຊາຊາດ. ທ່ານ ປອ. ໄມ້ພູ ໄດ້ກ່າວວ່າ “ລະບົບ LaCSA ເຮັດໃຫ້ຊາວກະສິກອນລາວ, ຊາວປະມົງ ແລະ ຜູ້ລ້ຽງສັດສາມາດຮັບຮູ້ຂ່າວສານກ່ຽວກັບດິນຟ້າອາກາດຫຼ້າສຸດທີ່ມີຮອດຂໍ້ມູນຂັ້ນແຂວງ ແລະ ຂັ້ນເມືອງໃນທົ່ວປະເທດ, ເນື່ອງຈາກລະບົບດັ່ງກ່າວຈະນຳເອົາຂໍ້ມູນຈາກທຸກໆສະຖານີພູມອາກາດໃນທົ່ວປະເທດມາລວບລວມເຂົ້າກັນເປັນຖານຂໍ້ມູນດຽວ”.
ຮູບແບບພູມອາກາດ ແລະ ສະພາບດິນຟ້າອາກາດຈະຖືກນຳໃຊ້ເພື່ອສ້າງການພະຍາກອນໄລຍະສັ້ນ, ໄລຍະກາງ ເຊັ່ນດຽວກັບຕາມລະດູການທີ່ຖືກຕ້ອງ ແລະ ແນ່ນອນ ໂດຍນຳໃຊ້ທັງຂໍ້ມູນທີ່ຖືກວັດແທກໃໝ່ ແລະ ຂໍ້ມູນທີ່ຜ່ານມາ. ເມື່ອຖືກລວມເຂົ້າກັບຂໍ້ມູນດ້ານອຸຕຸກະເສດ, ຜົນທີ່ໄດ້ແມ່ນຂໍ້ມູນເສີມອັນເປັນປະໂຫຍດແກ່ຊາວກະສິກອນເຊັ່ນວ່າ ຄຳແນະນຳສຳລັບການປູກພືດທີ່ສະເພາະເຈາະຈົງກັບເມືອງ ຫຼື ຂົງເຂດຂອງພວກເຂົາ.
ລະບົບດັ່ງກ່າວຈະສ້າງ ແລະ ສະໜອງການບໍລິການເຫຼົ່ານີ້ຜ່ານການລວບລວມເອົາຂໍ້ມູນທາງອຸຕຸນິຍົມ ແລະ ກະສິກຳຂອງດິນ, ພືດ, ສັດຕູພືດ ແລະ ພະຍາດເຂົ້າກັນ. ເຊິ່ງສາມາດສະໜອງຄຳແນະນຳ ແລະ ຄຳເຕືອນທີ່ກ່ຽວຂ້ອງເໝາະສົມໃຫ້ກັບຊາວກະສິກອນ ແລະ ຜູ້ມີສ່ວນກ່ຽວຂ້ອງໃນຂະແໜງກະສິກຳ, ເພື່ອໃຫ້ຄຳແນະນຳຕໍ່ກັບການປູກພືດທີ່ຖືກປູກຫຼາຍທີ່ສຸດໃນລາວ, ເຊັ່ນ: ເຂົ້າ, ມັນຕົ້ນ, ສາລີ, ກາເຟ, ກ້ວຍ ແລະ ຜັກກາດ.
ຄວາມສ່ຽງດ້ານສັດຕູພືດ, ພະຍາດ ແລະ ທາງເລືອກໃນການຈັດການແມ່ນມີໃຫ້ສາມາດເບິ່ງໄດ້, ຄຽງຄູ່ກັບຕົວຊີ້ວັດສະເພາະກ່ຽວກັບການປູກພືດເຊັ່ນ: ຄາດການຈຳນວນວັນໃນການປູກ ແລະ ເຕີບໃຫຍ່ຂອງພືດ (ການໃຊ້ອຸນຫະພູມສະສົມ Growing Degree Days, GDD), ແລະ ຄາດຄະເນຜົນລະປູກພ້ອມກັບຄໍາແນະນໍາທີ່ກ່ຽວຂ້ອງ.
ພ້ອມກັນນັ້ນ, ໃນຂະນະທີ່ການເຂົ້າເຖິງໂທລະສັບສະມາດໂຟນຂອງຊາວກະສິກອນທີ່ຕ້ອງການຂໍ້ມູນແມ່ນນັບມື້ນັບຫຼາຍຂື້ນ, ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າພວກເຂົາຈະໄດ້ຮັບຂໍ້ມູນທີ່ຕ້ອງການຢ່າງຄົບຖ້ວນ. ເຊິ່ງນັ້ນກໍ່ຍ້ອນວ່າໃນຂັ້ນບ້ານ, ບົດຂ່າວຈະຖືກອ່ານຢູ່ໃນລະບົບການປະກາດແບບສາທາລະນະຂອງບ້ານ. ເຊິ່ງວ່ານັກຂ່າວທີ່ມີປະສົບການຈາກວິທະຍຸແຫ່ງຊາດລາວກໍ່ໄດ້ໃຫ້ການຝຶກອົບຮົມແກ່ເຈົ້າໜ້າທີ່ຂັ້ນບ້ານໃນການອ່ານຂໍ້ມູນໃຫ້ຊາວກະສິກອນຢ່າງຄ່ອງແຄ້ວລ່ຽນໄຫຼ ແລະ ແບ່ງປັນຂໍ້ມູນຢ່າງມີປະສິດທິພາບ. ການພະຍາກອນອາກາດຂັ້ນແຂວງກໍ່ຍັງໄດ້ມີການອອກອາກາດຜ່ານທາງໂທລະພາບທີ່ຖ່າຍຢູ່ໃນສະຕູດິໂອຂອງກົມເຊັ່ນດ່ຽວກັນ.
ທ່ານ ນາງ ອຸທອນ ເພັດຫຼວງສີ, ຫົວໜ້າ ກົມອຸຕຸນິຍົມ ແລະ ອຸທົກກະສາຍັງຊີ້ໃຫ້ເຫັນຕື່ມວ່າສ່ວນທີ່ດີທີ່ສຸດແມ່ນ ຂໍ້ມູນທັງໝົດນີ້ສາມາດໃຊ້ໄດ້ຟຣີໂດຍບໍ່ເສຍຄ່າໃຊ້ຈ່າຍ. ຜູ້ທີ່ເຮັດວຽກໃນຂະແໜງການ ແລະ ອົງການຈັດຕັ້ງອື່ນໆກໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບດິນຟ້າອາກາດທີ່ມີຄຸນນະພາບສູງເພື່ອການນຳໃຊ້ຂອງພວກເຂົາເອງ. ນັກທ່ອງທ່ຽວທີ່ເດີນທາງທ່ອງທ່ຽວໃນປະເທດລາວກໍ່ສາມາດໄດ້ຮັບການພະຍາກອນອາກາດທີ່ຖືກຕ້ອງໃນເມືອງທີ່ພວກເຂົາກຳລັງເດີນທາງເຂົ້າໄປ
ນີ້ແມ່ນຂ່າວດີສຳລັບທຸກຄົນ. ຄືກັບດັ່ງຄຳສຸພາສິດລາວທີ່ໄດ້ເວົ້າໄວ້ວ່າ “ນໍ້າຂຶ້ນມາປາກິນມົດ ເມື່ອນໍ້າຫຼຸດມົດກິນປາ,” ແຕ່ມະນຸດເຮົາມີຄວາມສາມາດທີ່ຈະເຮັດໃຫ້ຕົນເອງປອດໄພ, ສະບາຍໃຈ ແລະ ມີຄວາມສຸກໄດ້.
ຂໍ້ມູນເພີ່ມເຕີມ
ຂໍ້ມູນທັງໝົດແມ່ນສະໜອງໃຫ້ຟຣີໂດຍບໍ່ມີຄ່າໃຊ້ຈ່າຍໃນຮູບແບບຂ່າວສານລາຍອາທິດ ຫຼື ລາຍເດືອນ. ທ່ານສາມາດທົດລອງ ຫຼື ຮັບຊົມຮູບແບບຕົວຢ່າງຂອງລະບົບ LaCSA ໄດ້ທີ່ http://147.46.250.219:8081/
ເຄື່ອງມືດັ່ງກ່າວ ແມ່ນຖືກຜະລິດຂຶ້ນໂດຍ ກົມອຸຕຸນິຍົມ ແລະ ອຸທົກກະສາດ (ກຕອທ) ແລະ ຈະມີການອັບເດດເປັນປົກກະຕິຢູ່ທີ່ໜ້າເພຈເຟສບຸກ
facebook.com/samisdmh
ການບໍລິການສະພາບພູມອາກາດໃຫ້ແກ່ວຽກກະສິກຳໃນລາວ (LaCSA) ໄດ້ຮັບການສະໜັບສະໜູນຈາກ ອົງການອາຫານ ແລະ ການກະເສດຂອງ ສະຫະປະຊາຊາດ (FAO) ແລະ ອົງການສິ່ງແວດລ້ອມໂລກ (GEF) ທີ່ໄດ້ໃຫ້ທຶນຊ່ວຍໃນໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານ (SAMIS).
ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ
ຮູບໂດຍ Monica Petri