Champa Meuanglao
Menu
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
Champa Meuanglao
  • ໜ້າຫຼັກ
  • ບົດຄວາມ
    • ທຸລະກິດ
    • ວິຖີຊີວິດ
    • ອາຫານ
    • ທ່ອງທ່ຽວ
    • ການບິນລາວ
  • ວາລະສານ
  • ຕິດຕໍ່
  • ISSUU
  • ລົງໂຄສະນາ
  • Language: ລາວ
    • English English
    • ລາວ ລາວ
  • laoairlines.com
ທຸລະກິດ, ອາຫານ

ລາວ ເດລີ້ ຟາມ: ນົມສົດຈາກຟາມ ໃນນະຄອນຫຼວງວຽງຈັນ

posted by Yuki
Sep 18, 2017 7077 2 0
Share

ລາວ ເດລີ້ ຟາມແມ່ນຟາມງົວພັນນົມແຫ່ງດຽວໃນນະຄອນຫຼວງວຽງຈັນ ເຊິ່ງສ້າງຕັ້ງໂດຍຄອບຄົວຂອງ ແສງມະນີ ຢ່າທໍ່ຕູ້ ຫຼື ປ໋ອກ. ຟາມແຫ່ງນີ້ຕັ້ງຢູ່ບ້ານ ນາຊາຍເໜືອ, ເມືອງ ນາຊາຍທອງ, ຕັ້ງຢູ່ຂ້າງກັບເຂດປ່າສະຫງວນແຫ່ງຊາດ. ລາວ ເດລີ້ ຟາມ ປະກອບມີງົວພັນຟຣີຊຽນ, ເປັນງົວພັນນົມ ສີຂາວ-ດຳ ຈໍານວນຮ້ອຍກວ່າໂຕ ເຊິ່ງແຕ່ລະໂຕສາມາດຜະລິດນົມໄດ້ປະມານ 15 ລິດຕໍ່ມື້. ຟາມດັ່ງກ່າວ ມີເນື້ອທີ່ກວ່າ 10 ເຮັກຕາ.

ປະມານ 4 ປີກ່ອນ, ພໍ່ຂອງແສງມະນີເຊິ່ງເຄີຍເປັນເປັນລັດຖະມົນຕີຊ່ວຍ ກະຊວງກະສິກຳ ແລະ ປ່າໄມ້, ໄດ້ເລີ່ມທົດລອງລ້ຽງງົວພັນນົມ, ເນື່ອງຈາກຄວາມມັກສ່ວນຕົວຂອງທ່ານ ເຊິ່ງງົວດັ່ງກ່າວສາມາດຜະລິດນົມພຽງພໍ ສໍາລັບດື່ມພາຍໃນຄອບຄົວ ແລະ ກໍ່ພໍປັນໃຫ້ພີ່ນ້ອງ, ບ້ານໃກ້ເຮືອນຄຽງ ແລະ ໝູ່ຄູ່ ໄດ້ລອງຊິມນຳ. ຫຼັງຈາກທີ່ຫຼາຍໆຄົນໄດ້ລອງຊິມ ກໍ່ຕິດໃຈ ແລະ ຢາກໄດ້ຕື່ມ ເພາະນົມມີລົດຊາດແຊບດີ ຈຶ່ງຖາມໄຖ່ມາທາງຄອບຄົວແສງມະນີວ່າ ເປັນຫຍັງຈຶ່ງບໍ່ຜະລິດຂາຍນຳ.

ດັ່ງນັ້ນ, ໃນປີ 2014, ແສງມະນີຈຶ່ງໄດ້ເປີດຕົວນົມຍີ່ຫໍ້ ຄຣິສຕ້າ (Crysta) ເຊິ່ງຕັ້ງຊື່ຕາມລູກສາວຂອງລາວ. ນົມຄຣິສຕ້າ ເປັນນົມສົດພາສເຈີໄຣ ແລະ ປາສະຈາກສານກັນບູດ. ເມື່ອຕັ້ງວາງຂາຍຢູ່ຕາມຮ້ານ, ນົມຄຣິສຕ້າ ແມ່ນຖືວ່າມີຄວາມໂດດເດັ່ນຫຼາຍ ເນື່ອງຈາກວ່າເປັນນົມສົດຍີ່ຫໍ້ດຽວທີ່ຜະລິດໃນປະເທດລາວ ແຕ່ຄຸນນະພາບທຽບເທົ່າກັນກັບນົມຍີ່ຫໍ້ອື່ນທີ່ນຳເຂົ້າຈາກປະເທດເພື່ອນບ້ານ. ລາວ ເດລີ້ ຟາມ ນໍາໃຊ້ເຕັກໂນໂລຢີທີ່ທັນສະ  ໄໝເຂົ້າໃນການຜະລິດ ແລະ ແມ່ພັນງົວແມ່ນສາຍພັນອົດສະຕາລີ. ງົວຢູ່ ລາວ ເດລີ້ ຟາມ ແມ່ນລ້ຽງດ້ວຍອາຫານສະເພາະ, ໃຫ້ກິນແຕ່ຫຍ້າເນເປຍອາຟຣິກາ ແລະ ສາລີ ທີ່ປູກຢູ່ສວນ ເພື່ອຮັບປະກັນຜົນຜະລິດທີ່ສະອາດ ແລະ ສະໝ່ຳສະເໝີ. ລາວ ເດລີ້ ຟາມ ມີພະນັກງານເຊິ່ງລ້ວນແຕ່ແມ່ນພໍ່ແມ່ປະຊາຊົນທີ່ຢູ່ໃກ້ກັບຟາມ ເນື່ອງຈາກເພິ່ນຢາກສົ່ງເສີມໃຫ້ປະຊາຊົນໃນບ້ານ ໃຫ້ມີວຽກເຮັດງານທໍາ ແລະ ຍັງມີຊ່ຽວຊານຈາກປະເທດໄທ ທີ່ຮ່ຳຮຽນທາງດ້ານການຜະລິດນົມ ຈາກປະເທດດານມາກມາໂດຍສະເພາະ.

ຊ່ຽວຊານຄົນນີ້ເລີ່ມເຂົ້າມາເຮັດວຽກທີ່ຟາມຕັ້ງແຕ່ເລີ່ມກໍ່ຕັ້ງ, ແລະ ກ່າວວ່າຜູ້ບໍລິໂພກເລີ່ມດື່ມນົມໜ້ອຍລົງ ແຕ່ລາວຫວັງວ່າຕະຫຼາດນົມຈະສາມາດຂະຫຍາຍຕົວເພີ່ມຂຶ້ນ ເມື່ອເຈົ້າຂອງຟາມຕ່າງໆຫັນມາລ້ຽງງົວພັນນົມເພື່ອສ້າງເປັນລາຍຮັບຫຼາຍຂຶ້ນ

ລາວໄດ້ກ່າວວ່າການປະສົມພັນທຽມງົວແມ່ນມີຄວາມທ້າທາຍຫຼາຍ, ການປະສົມພັນທຽມຢູ່ຟາມແຫ່ງນີ້ແມ່ນປະສົບຜົນສຳເລັດໃນການປະສົມສາຍພັນງົວຈາກສາຍພັນສະເພາະອອກມາເປັນງົວພັນນົມສຸຂະພາບດີ ແລະ ເຕີບໃຫຍ່ໃນຟາມຫ່ງນີ້.

ສິ່ງທ້ານທາຍສຳລັບແສງມະນີແມ່ນການຫັນປ່ຽນພຶດຕິກຳຜູ້ບໍລິໂພກ. ເນື່ອງຈາກວ່າ  ຄົນລາວເຮົາແມ່ນຍັງບໍ່ຄ່ອຍນິຍົມດື່ມນົມ, ແລະ ສຳລັບຜູ້ທີ່ດື່ມນົມ ກໍ່ຍັງນິຍົມຊື້ນົມທີ່ມາຈາກປະເທດເພື່ອນບ້ານ ເພາະເຊື່ອວ່າຄຸນນະພາບດີກວ່າ, ແຕ່ສ່ວນໃຫຍ່ແລ້ວ ຄົນຍັງບໍ່ຄ່ອຍຮູ້ ເຖິງຄວາມແຕກຕ່າງ ລະຫວ່າງນົມສົດ ແລະ ນົມ UHT. ນອກນັ້ນ, ສິ່ງທ້າທາຍອີກອັນໜຶ່ງ ກໍ່ແມ່ນວ່າ ບັນດາຮ້ານຄ້າສ່ວນໃຫຍ່ ແມ່ນຍັງບໍ່ທັນມີຕູ້ເຢັນແບບສະເພາະ ເຊິ່ງຕ້ອງມີອຸນຫະພູມຢູ່ 4-8 ອົງສາ ສໍາລັບຮັກສານົມທີ່ປາສະຈາກສານກັນບູດ ທີ່ມີອາຍຸພຽງແຕ່ 7 ມື້. ເຖິງແມ່ນວ່າການເພີ່ມສານກັນບູດ ໃສ່ນົມຄຣິສຕ້າ ຈະຊ່ວຍຍືດອາຍຸຂອງນົມລາວ ໃຫ້ທຽບເທົ່າກັບຄູ່ແຂ່ງໄດ້, ແຕ່ແສງມະນີເອງ ກໍ່ບໍ່ມີແຜນທີ່ຈະໃສ່ສານກັນບູດ ເນື່ອງຈາກວ່າທາງ ລາວ ແດຣີ້ ຟາມ ແມ່ນມີຄວາມຍຶດໝັ້ນ ກັບຜະລິດຕະພັນທີ່ເປັນທຳມະຊາດຢ່າງແທ້ຈິງ.

ມາຮອດປັດຈຸບັນ ຜະລິດຕະພັນ ຄຣິສຕ້າ ກໍ່ຖືວ່າມີການຈະເລີນເຕີບໂຕຢ່າງໄວວາ ຫຼາຍເກີນທີ່ແສງມະນີຄາດຫວັງໄວ້ ເຊິ່ງຜະລິດຕະພັນແມ່ນລວມມີ ນົມສົດ, ໂຢເກີດ, ແລະ ໂຢເກີດພ້ອມດື່ມ. ໂຢເກີດພ້ອມດື່ມ ລົດໝາກໜອດ ແມ່ນກຳລັງເປັນທີ່ນິຍົມ ແລະ ຊ່ວຍເພີ່ມຍອດຂາຍໄດ້ເຖິງ 10 ເປີເຊັນ. ແສງມະນີຍັງໄດ້ເປີດຮ້ານຂອງລາວ ທີ່ສູນການຄ້າ ລາວໄອເຕັກ (ຕຶກໃໝ່) ຊັ້ນ 1, ຊື່ຮ້ານວ່າ ຮ້ານນົມສົດລາວ ເພື່ອຂາຍນົມປັ່ນ ແລະ ເຄື່ອງດື່ມປະເພດອື່ນໆທີ່ເຮັດມາຈາກນົມ. ຜະລິດຕະພັນຄຣິສຕ້າ ມີວາງຂາຍຢູ່ຕາມຮ້ານຄ້າທົ່ວໄປ ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ອັດຕະປື, ແຕ່ແສງມະນີຍັງບໍ່ທັນມີແຜນທີ່ຈະສົ່ງອອກນອກປະເທດເທື່ອ.

ໃນອະນາຄົດອັນໃກ້ນີ້, ຊື່ຂອງຜະລິດຕະພັນ ຄຣິສຕ້າ ຈະປ່ຽນຊື່ເປັນ ນົມສົດລາວ (Nomsod Lao). ແສງມະນີມີຄວາມມຸ່ງໝັ້ນ ໃນການສົ່ງເສີມໃຫ້ຄົນລາວໄດ້ຮັບຮູ້ ກ່ຽວກັບຄຸນປະໂຫຍດຈາກການດື່ມນົມ ແລະ ການກິນຜະລິດຕະພັນ ທີ່ເຮັດມາຈາກນົມ, ແລະ ກໍ່ຢາກຮຽກຮ້ອງໃຫ້ຄົນລາວ ໄດ້ລອງຊິມ ແລະ ຊື້ນົມສົດ ທີ່ຜະລິດຢູ່ໃນລາວ ເພື່ອທີ່ຈະໄດ້ຮູ້ວ່າ ນົມສົດລາວ ກໍ່ມີລົດຊາດແຊບ ແລະ ຄຸນນະພາບດີ, ທັງຍັງເປັນສົ່ງເສີມເສດຖະກິດພາຍໃນໄປພ້ອມໆກັນອີກດ້ວຍ.

Share

Previous

[:en]Essential ingredients[:la]ຄິດນອກກະລາ[:]

Next

[:en]Have Your Cake - And Eat It Too[:la]ເພີ່ມຄວາມຫວານ,​ ເພີ່ມຄວາມສົດຊື່ນໃຫ້ຊີວິດ[:]
  • English
  • ລາວ

ບົດຄວາມຫຼ້າສຸດ

  • ເພີ່ມພູນຊີວິດການເປັນຢູ່ໃຫ້ດີທີ່ສຸດ
  • ຄວາມສວຍງາມຂອງລາວໃຕ້
  • ສຸດຍອດແຫ່ງຄວາມເປັນເລີດຂອງອັງກິດໃນລາວ
  • (English) Helping the Planet in Style
  • (English) Sacred Stones of the South

ບົດຄວາມ

  • Art
  • ທຸລະກິດ
  • Café
  • Festival
  • ອາຫານ
  • ການບິນລາວ
  • ວິຖີຊີວິດ
  • New
  • Social Enterprise
  • Stay
  • ທ່ອງທ່ຽວ
  • Uncategorized

ສະບັບ

  • February 2021
  • January 2021
  • November 2020
  • September 2020
  • July 2020
  • May 2020
  • March 2020
  • February 2020
  • June 2019
  • May 2019
  • March 2019
  • January 2019
  • December 2018
  • November 2018
  • September 2018
  • July 2018
  • May 2018
  • March 2018
  • January 2018
  • December 2017
  • November 2017
  • October 2017
  • September 2017
  • July 2017
  • May 2017

ຮັບຂ່າວສານຜ່ານເຟສບຸກ

You Might Also Like

ທຸລະກິດ
Jan 10, 2018

ສະບາຍດີ ເອຊີຊີຍິນດີໃຫ້ບໍລິການ

ເວລາທີ່ເຮົາໂທເຂົ້າສູນຮັບສາຍເພື່ອສອບຖາມຂໍ້ມູນ ຫຼື ສັ່ງຊື່ບໍລິການໃດໜຶ່ງ, ພາບຂອງປາຍສາຍທີ່ເຮົາມັກຄິດຫາກໍຄື...

Read More
95 0
ທຸລະກິດ, ທ່ອງທ່ຽວ
Feb 14, 2020

ສັດທີ່ມີໄວ້ເພື່ອລາກແກ່

ກະແລ້ມ ແລະ ຊີສ ທີ່ເຮັດຈາກນົມຄວາຍ ກຳລັງເປັນທີ່ນິຍົມຢູ່ຫຼວງພະບາງ. ພາບຝູງຄວາຍທີ່ຢືນຢູ່ກາງທົ່ງສີຂຽວ...

Read More
0 0
Copyrights © 2018 Champa Meuanglao. All Rights Reserved.
Website by Designix Studio
Back top